ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-03 13:29:54    
ການ​ອະ​ນຸ​ລັກ​ເມືອງ​ຮວງ​ເສິງ​ເມືອງ​ຫຼວງ​ບູ​ຮານ ​ຂອງ​ປັກ​ກິ່ງ​ກາຍ​ເປັນ​ຈຸດ​ສຸມ

cri Author: huachunmei
ສະ​ບາຍ​ດີ, ​ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ. ​ທ່ານ​ອາດ​ຈະ​ໄດ້​ຍິນ​ເມືອງ​ຈື​ຈິ້ນ​ເສິງ ທີ່​ມີ​ຄວາມ​ໝາຍ​ວ່າ​ເມືອງ​ຫ້າມ ຫຼື​ພາ​ສາ​ອັງ​ກິດ​ເອິ້ນ​ກັນ​ວ່າ ​Forbiden​ City ​ຊຶ່ງ​ກໍ​ຄື​ບໍ​ລິ​ເວນ​ພະ​ລາດ​ຊະ​ວັງ​ຫຼວງ​ກູ້​ໂກງ​ທີ່​ປັກ​ກິ່ງ, ​ວັງ​ຫຼວງ​ປັກ​ກິ່ງ​ທີ່​ມີ​ປະ​ຫວັດ 600 ປີ​ແລະ​ຮັກ​ສາ​ໄວ້​ຢ່າງ​ຄົບ​ຖ້ວນ​ນັ້ນ​ໄດ້​ມີ​ຊື່​ສຽງ​ໃນ​ໂລກ​ມາ​ແຕ່​ດົນ​ແລ້ວ, ​ສ່ວນ​ເຂດ​ເມືອງ​ຮວງ​ເສິງ​ບູຮານ​ທີ່​ເພິ່ງ​ພາ​ອາ​ໃສ​ກັບ​ເມືອງ​ຈື​ຈິ້ນ​ເສິງ​ວັງ​ຫຼວງ​ນັ້ນ​ກໍ່​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ຊາວ​ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳ​​ເປັນ​ເທື່ອ​ລະ​ກ້າວ.

​ເມືອງ​ຮວງ​ເສິງ​ບູຮານ​ປັກ​ກິ່ງ​ກັບ​ເມືອງ​ຈືຈິ້ນ​ເສິງ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ​ທີ່​ຕັດ​ແຍກ​ອອກ​ຈາ​ກັນ​ບໍ່​ໄດ້. ​ສອງ​ແຫ່ງ​ດັ່ງ​ກ່າວ​ໄດ້​ປະກອບ​ເປັນ​ພາກ​ສ່ວນ​ແກນ​ກາງຂອງ​ປັກ​ກິ່ງ​ນະຄອນ​ບູຮານ. ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ເມືອງ​​ເກົ່າ​​ແກ່​ທີ່​ໄດ້​ຜ່ານ​ປະ​ຫວັດ​ມາ 600 ປີ. ປັກ​ກິ່ງ​ເມືອງ​ບູຮານ​ສ້າງ​ເມື່ອ​ຕົ້ນ​ສັດ​ຕະວັດ​ທີ 15, ​ເຈົ້າ​ຊີວິດ​ຈູຕີ້​ແຫ່ງ​ລາດ​ຊະ​ວົງ​ມິ​ງທີ່​ຄອງ​ອຳນາດ​ໃນ​ຄາວ​ນັ້ນ​ໄດ້​ລົງ​ຄຳ​ສັ່ງ​ໃຫ້​ສ້າງ​ລາດ​ຊະ​ທານີ​ຢູ່​ທີ່​ປັກ​ກິ່ງ,​ ​ແລະ​ໄດ້​ຍ້າຍ​ລາດ​ຊະ​ທານີ​ຈາກ​ນານ​ກິ່ງ​ທາງ​ພາກ​​ໃຕ້​ມາ​ຕັ້ງ​ຢູ່​ປັກ​ກິ່ງ. ​ເມື່ອ​ຄ.ສ.ປີ 1421 . ຕໍ່​ມາ, ລາດ​ຊະ​ວົງ​ເຊັ່ງ​ປົກ​ຄອງ​ປະ​ເທດ​ຈີນ, ​ກໍ​ຕັ້ງ​ລາດ​ຊະ​ທາ​ນີ​ຢູ່​ປັກ​ກິ່ງ​ແລະ​ເອົາ​ເຂດ​ຈຶ​ຈິ້ນ​ເສິງ​ເປັນ​ພະລາດ​ຊະ​ວັງ.

​​ເມືອງ​ຮວງ​ເສິງ​ບູຮານ​ປັກ​ກິ່ງ​ໄດ້​ອອກ​ແບບ​ເປັນ​ອົງ​ປະກອບ​ຄົບ​ຖ້ວນ​ທີ່​ເກິ່ງ​ກັນ, ​ເປັນ​ລະບຽບ​ແລະ​​ໃຫຍ່​ໂຄ​ມະ​​ໂຫຖານ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເອກະລັກ​ພິ​ເສດ​ຂອງ​ສິນ​ລະປະ​ສະຖາ​ປັດ​ຕະຍະ​ກຳ​ສະ​ໄໝ​ບູຮານ​ຂອງ​ຈີນ. ​ເມືອງ​ປັກ​ກິ່ງ​ບູຮານ​ມີ​ກຳ​​ແພງ 4 ຊັ້ນ. ຊັ້ນ​ໃຈກາງ​ແມ່ນ​ເຂດ​ເມືອງຈຶຈິ້ນ​​ເສິງ​ເປັນ​ສະຖານ​ທີ່​ທີ່​ເຈົ້າ​ຊີວິດ​ຂອງ​ລາດ​ຊະ​ວົງ​ມິ່ງ​ແລະ​ລາດ​ຊະ​ວົງ​ເຊັ່ງ​ດຳລົງ​ຊີວິດ ​ແລະ​ວ່າ​ລາດຊະ​ການ. ​ເຂດ​ກຳ​ແພງ​ຊັ້ນສອງ​ແມ່ນ​ເຂດ​ເມືອງ​ຮວງ​ເສິງ. ຈາກ​ນັ້ນ​ແມ່ນ​ຊັ້ນ​ເຂດ​ໃນ​ເມືອງ​ກັບ​ເຂດ​ນອກ​ເມືອງ. ​ເຂດ​ເມືອງ​ຈື​ຈິ້ນ​ເສິງ​ແມ່ນ​ເຂດ​ທີ່​ຮັກສາ​ໄດ້ຄົບ​ຖ້ວນບໍລິບູນ​ທີ່ສຸດ​ໃນ​ປະ​ຈຸບັນ. ​ເຂດ​ເມືອງ​ຮວງ​ເສິງ​ທີ່​ອ້ອມ​ແອ້ມ​ເມືອງ​ຈືຈິ້ນ​ເສິງ​ແມ່ນ​ເອົາ​ຫໍ​ທ່ຽນ​ອ່ານ​ເມິ​ນກັບ​ຫໍ​ຕີ້​ອ່ານ​ເມີນ​ເປັນ​ເສັ້ນ​ເຄິ່ງກາງ, ​ຈາກ​ທິດຕາ​ເວັນ​ອອກ​ຫາ​ທິດຕາ​ເວັນ​ຕົກ​ກວ້າງ​ປະມານ 2500 ​ແມັດ, ຈາກທິດ​ເໜືອ​ຮອດ​ທິດ​ໃຕ້​ຍາວ 2750 ​ແມັດ, ​ເປັນ​ຮູບ​ສິ່ຫຼຽມທີ່​ບໍ່​​ເປັນ​ລະບຽບ. ​ກຳ​​ແພງ​ສີ​ແດງ​ຂອງ​ຫໍ​ທ່ຽນ​ອ່ານ​ເມີນທີ່​ຮັກສາ​ໃນ​ປະຈຸ​ບັນ​ກໍ່​ແມ່ນ​ກຳ​ແພງ​ເບື້ອງ​ໃຕ້​ຂອງ​ເຂດ​ເມືອງ​ຮວງ​ເສິງ.

ພາຍ​ໃນ​​ເຂດ​ເມືອງ​ຮວງ​ເສິງ​ມີ​ຈຸ້ມ​ເຄຫະ​ສະຖານ​ບູຮານ​ເກົ່າ​ແກ່​ອັນ​ໃຫຍ່​ໂຕ, ປະຈຸ​ບັນນີ້, ຄຸ້ມ​ຖະໜົນ​ຫົນທາງ 25 ​ແຫ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ປະຫວັດສາດ​ຂອງ​ປັກ​ກິ່ງ​ນັ້ນມີ 2 ສ່ວນ 3 ​ແມ່ນ​ຢູ່​ໃນ​ຂອບ​ເຂດ​ເມືອງຮວງ​ເສິງ. ອົງການ​ປົກຄອງ​ປັກ​ກິ່ງ​ໄດ້​ຮັກສາ​ໄວ້​ແລ້ວ, ​ແຕ່​ວ່າ, ຜູ່​ຊ່ຽວຊານ​ແລະ​ນັກປາດຫຼາຍຄົນ​ເຫັນ​ວ່າ, ຄວນສະ​ຫງວນ​ໂສມ​ໜ້າ​ເດີມ​ອັນ​ຄົບ​ຖ້ວນ​ຂອງ​ພະລາດ​ຊະ​ວັງ​ລາດ​ຊະ​ວົງ​ມິ​ງ​ແລະ​ລາດ​ຊະ​ວົງ​ເຊັ່ງ.

1  2