ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 09:54:37    
ໃຫ້​ພວກ​ເດັກ​ນ້ອຍ​ເຕີບ​ໃຫຍ່​ໃນ​ສະ​ພາບ​ແວດ​ລ້ອມ​ຄອບ​ຄົວ​ທີ່​ມ່ວນ​ຊື່ນ(ສຽງ)

cri Author: q

ພວກພໍ່​ແມ່ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່ນຳ​ບົດບາດ​ຂອງ​ການ​ສຶກສາ​​ໃນຄອບ​ຄົວ​ໃນ​ການ​ເຕີບ​ໃຫຍ່​ຂອງ​ລູກ​ເຕົ້າ.​ໃນ​ຫຼາຍ​ປີ​ມາ​ນີ້,ພວກ​ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ທັດ​ສະ​ນະ​ສຶກສາ​ໃນ​ຄອບ​ຄົວ​ເລື້ອຍໆ,​ເອົາ​ໃຈ​ໃສ່​ນຳ​ການ​ໃຊ້​ວິທີ​ວິ​ທະ​ຍາ​ສາດ​ມາ​ບຳ​ລຸງ​ສ້າງ​ລູກ​ເຕົ້າ.​ອົງ​ການ​ແມ່​ແລ​ະ​ເດັກ​ແລະ​ໂຮງ​ຮຽນ​ພໍ່​ແມ່​ນັກຮຽນ​ຫຼາຍ​ແສນ​ຫຼັງ​ຂອງ​ຈີນ​ກໍ່​ຊ່ອຍ​ພໍ່​ແມ່​ທັງ​ຫຼາຍ​ແກ້​ໄຂ​ບັນ​ຫາ​ທີ່​ພົບ​ພໍ້​ໃນ​ການ​ລ້ຽງ​ລູກ,​​ໃຫ້​ພວກ​ເດັກນ້ອຍ​ເຕີບ​ໃຫຍ່​ຢ່າງ​ປອດ​ໃສ​ແລະ​ມ່ວນ​ຊື່ນ​ໃນ​ບັນ​ຍາ​ກາດ​ຄອບ​ຄົວ​ອັນ​ດີງາມ.​

ນາງນ້ອຍ​ທີ່​ພວມ​ຮ້ອງ​ເພງ​ຜູ້ນີ້​ຊື່ວ່າ​ຊູ​ອີ ,ນາງ​ແມ່ນ​ນັກຮຽນ​ປໍ​ຫົກ​ຂອງ​ໂຮງ​ຮຽນ​ປະ​ຖົມ​ຫຼັງ​ໜຶ່ງ​ຢູ່​​ຄຸ້ມ​ຫາຍ​ຕ້ຽນນະຄອນ​ປັກ​ກິ່ງ.ຄູ​​ຂອງ​ນາງໄດ້​ຕີ​ລາຄາ​ວ່າ,ນາງ​ຊູ​ອີ​ແມ່ນ​​ເຍົາ​ວະ​ຊົນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ແລະ​ຈິດ​ໃຈປອດ​ໃສ.​ເຖິງ​ວ່າ​ການ​ຮຽນ​ຂອງ​ນາງ​ບໍ່​​ເປັນ​ທີ​ໜຶ່ງ​ໃນ​ຫ້ອງ,​ແຕ່​ນາງ​ມີ​ນິ​ໄສ​ມ່ວນ​ຊື່ນ​ໃຈ​ກວ້າງ,ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ,​ທັງ​ມັກ​ຊ່ອຍ​ເຫຼືອ​ຜູ້​ອື່ນ,​ຄູ​ແລະ​ໝູ່​ຮຽນ​ລ້ວນ​ແຕ່​ຮັກ​ແພງ​ນາງ​ທີ່​ສຸດ.​ທ່ານ​ນາງ​ມາ​ກຸ້ຍ​ຫຼິງ ​ແມ່​ຂອງ​ນາງ​ຊູ​ອີ​ເຫັນ​ວ່າ,​ລູກ​ສາວ​ມີ​ນິ​​ໄສ​ດັ່ງ​ກ່າວ​ແມ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ແມ່​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ​ກັບ​ລູກ​ສາວ​ໃນ​ຍາມ​ທຳ​ມະ​ດາ.

ນາງ​ບອກ​ນັກ​ຂ່າວ​ວ່າ,ກໍ​​ແມ່ນ​ຍ້ອນ​ຖື​ລູກ​ສາວ​ເປັນ​ເພື່ອນ,ສະ​ນັ້ນ,ສອງຜົວ​ເມຍ​ພວກ​ເຂົາ​ເຈົ້າ​ຈິ່ງ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ລູກສາວ​ໄດ້​ງ່າຍ.​ໃນ​ຍາມ​ທຳ​ມະ​ດາ,ໝົດ​ຄອບ​ຄົວ​ພວກ​ເຂົາ​​ເຈົ້າ​ພ້ອມ​ກັນ​ໄປ​ເບິ່ງ​ຮູບ​ເງົາ​ເລື່ອງ​ໃໝ່​ສຸດ​ໃນ​ໂຮງ​ສາຍຮູບ​ເງົາ,​ໄປ​ຮ້ອງ​ເພງ​ກາ​ລາ​ໂອ​​ເຄ,​ແລະ​ຍັງ​​ແນະນຳ​ບົດ​ຄວາມ​ທີ່​ຕົນ​ເຫັນ​ວ່າ​ດີ​ແກ່​ກັນ.ນາງ​ມາ​ກຸ້ຍ​ຫຼິງ​ກ່າວ​ວ່າ,​ເຖິງ​ວ່າ​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ເລື່ອງ​ເລັກໆ​ນ້ອຍໆ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ກໍ​ຕາມ,​ແຕ່​ມັນ​ໄດ້​ສົ່ງ​ຄວາມ​ຮັກ​ແພງ​ແກ່​ກັນ,​ເຊິ່ງມີ​ຄວາມ​ໝາຍ​ຫຼາຍ​ຕໍ່​ການ​ບຳ​ລຸງ​ສ້າງ​ລູກ​ໃຫ້​ມີ​ນິ​ໄສ​ມ່ວນ​ຊື່ນ​.

ນາງ​ຊູ​ອີ​ກໍ່​ເວົ້າ​ວ່າ,​ແຕ່​ຍາມ​ຍັງ​ນ້ອຍ,ພໍ່​ແມ່​ກໍ​ເຄົາລົບ​ຄວາມ​ເຫັນ​ຂອງ​ລູກ,​​ໃນ​ເຮືອນ,​ເວລາ​ໃດ​ນາງ​ກໍ​ຮູ້ສຶກ​ມ່ວນ​ຊື່ນ​ສະບາຍ​ໃຈ.ນາງ​ເວົ້າ​ວ່າ:"ຂ້ອຍ​ກັບ​ພໍ່​ແມ່​ຮັກ​ແພງ​ກັນ​ດີ,​ໃນ​ຄອບ​ຄົວ,​ບໍ່​ວ່າ​ມີ​​ເລື່ອງ​ຫຍັງ,ພໍ່​ແມ່​ກໍ​ປຶກສາ​ຫາລື​ກັບ​ຂ້ອຍ,ຟັງ​ຄວາມ​ເຫັນ​ຂອງ​ຂ້ອຍ,​ຂ້ອຍ​ມີ​ຫຍັງ​ກໍ​ຍອມ​ເວົ້າ​ນຳ​ພວກ​ເຂົາ​ເຈົ້າ.ຂ້ອຍ​ກັບ​ພໍ່​ແມ່​ກໍ​ເໝືອນ​ດັ່ງ​ໝູ່ຄູ່​ດີ,​ຂ້ອຍ​ຮູ້​ສຶກ​ດີ​ໃຈ​ແລະ​ມ່ວນ​ຊື່ນ​ທີ່​ສຸດ."

ປັດຈຸບັນ,ພໍ່​ແມ່​ຫຼາຍໆ​ຄົນ​ກໍ​ຄື​ກັນ​ກັບ​ແມ່​ຂອງ​ນາງ​ຊູ​ອີ,ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ການ​ເຄົາ​ລົບ​ລູກ​ເຕົ້າ,​ ແລກປ່ຽນ​ແລະທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ລູກ​ເຕົ້າ​ໃຫ້​ຫຼາຍ​ຂຶ້ນ,​ສ້າງ​ບັນ​ຍາ​ກາດ​ຄອບ​ຄົວ​ອັນ​ດີງາມ​ໃຫ້​ແກ່​ລູກ​ເຕີບ​ໃຫຍ່​ຢ່າງ​ປອດ​​ໃສ.

ໃນ​ເວລາ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ລູກ,ພໍ່​ແມ່​ທັງຫຼາຍມັກ​ຈະ​ປະ​ສົບ​ບັນ​ຫາ​ໃໝ່​ຈຳ​ນວນ​ໜຶ່ງ.​ເພາະ​ວ່າ​ໃນ​​ໄວອາຍຸ​ຕ່າງ​ກັນ,​ເດັກນ້ອຍ​ຈະ​ປະກົດ​ມີ​ບັນ​ຫາ​ຕ່າງ​ກັນ.​ຖ້າ​ວ່າ​ພໍ່​ແມ່​ແກ້​ໄຂ​ບໍ່​ເໝາະ​ສົມ,​ກໍ​ອາດ​ຈະ​ເກີດ​ມີ​ການ​ປະ​ທະ​ກັນ​ກັບ​ລູກ​ເຕົ້າ.​​ໃຕ້​ກໍ​ລະ​ນີ​ນີ້,ພໍ່​ແມ່​ຈີນ​ຫຼາຍໆ​ຄົນ​ກໍ​ໄປ​ເຂົ້າ​ໂຮງຮຽນ​ພໍ່​ແມ່​ນັກຮຽນ,​ເພື່ອ​ຮຽນຮູ້​ວິທີ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້.​ປັດ​ຈຸ​ບັນ,​ຈີນ​ມີ​ໂຮງ​ຮຽນ​ພໍ່​ແມ່​ນັກ​ຮຽນ​3​ແສນ​ກວ່າ​ຫຼັງ,​ຍັງ​ມີ​ບ່ອນ​ຮັບ​ໃຊ້​ພໍ່​ແມ່​ນັກ​ຮຽນ​​ແບບ​ເຂດ​ຄຸ້ມ​ສັງ​ຄົມ​ຈຳ​ນວນ​ຫຼວງ​ຫຼາຍ,​ເຊິ່ງ​ແມ່ນ​ໂຮງ​ຮຽນ​ຫຼື​ຜູ້​ຊ່ຽວ​ຊານ​ການ​ສຶກ​ສາ​ເປັນ​ຜູ້​ສ້າງ​ຂຶ້ນ,​ຊີ້​ນຳ​ແລະ​ໃຫ້​ການ​ບໍ​ລິ​ການ​ແກ່​ພໍ່​ແມ່​ທັງ​ຫຼາຍ.

1  2