ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 09:54:37    
ໃຫ້​ພວກ​ເດັກ​ນ້ອຍ​ເຕີບ​ໃຫຍ່​ໃນ​ສະ​ພາບ​ແວດ​ລ້ອມ​ຄອບ​ຄົວ​ທີ່​ມ່ວນ​ຊື່ນ(ສຽງ)

cri Author: q

​ບົນ​ພື້ນຖານ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບລູກ​ເຕົ້າ​ຢ່າງ​ກົມ​ກຽວ​ກັນ,ພໍ່​ແມ່​ຫຼາຍ​ຄົນ​ດ້ານ​ໜຶ່ງ​ຊ່ອຍ​ລູກ​ແກ້​ໄຂ​ບັນຫາ​ລະອຽດ​ໃນການ​ເຕີບ​ໃຫຍ່​ດ້ານ​ຮ່າງ​ກາຍ​ແລະ​ຈິດ​ໃຈ,​ອີກ​ດ້ານ​ໜຶ່ງ,​ກໍ​ເອົາ​ໃຈ​ໃສ່​ນຳ​ການ​ບຳລຸງ​ສ້າງ​ທັດສະນະ​ອອກແຮງ​ງານ,ຄ່າ​ນິ​ຍົມ​ແລະ​ຊີ​ວະ​ທັດ​ອັນ​ຖືກ​ຕ້ອງ​ໃຫ້​ແກ່​ລູກ​ເຕົ້າ.​ຕົວ​ຢ່າງ​ຄື​ທ່ານ​ຈ່າງ​ຈ່າວ​ຄຸນ ຊາວນາ​ຜູ້​ໜຶ່ງ​ຂອງ​ເມືອງ​ຊ່າງ​ຊິວ​ແຂວງ​ເຮີ​ນານ​ຈີນ,ລູກ​ຊາຍ​ຂອງ​ທ່ານ​ຊື່​ວ່າ​ຈ່າງ​​ຊຽງ​ເຟີງ ພວມ​ຮຽນ​ຢູ່​ປໍຫ້າ,ທ້າວ​ຈ່າງ​ຊ້ຽງ​ເຟີງ​ແມ່ນ​ເດັກ​ນ້ອຍ​ທີ່​ສະ​ຫຼາດ​ຄ່ອງ​ແຄ້ວ​ແລະ​ດຸ​ໝັ້ນ​ຂະຫຍັນ​ພຽນ.

ທ່ານ​ຈ່າງ​ຈ່າວ​ຄຸນ​ເວົ້າວ່າ,​ໃນ​​ເວລາ​ນອກ​ໂມງ​ຮຽນ,​ທ່ານ​ກັບ​ເມຍ​ກໍ​ເອົາ​ໃຈ​ໃສ່​ໃຫ້​ລູກ​ເຮັດ​ວຽກຢ້າວການ​ເຮືອນ​ຈຳນວນ​ໜຶ່ງ,​ເຮັດ​ແນວ​ນີ້,ບໍ່​ພຽງ​ແຕ່​ເຮັດ​ໃຫ້​ລູກ​ຮູ້​ຮັກ​ແພງ​ພໍ່​ແມ່,​ສຳ​ຜັດ​ຮູ້​ຄວາມ​ລຳບາກ​ຂອງ​ການ​ອອກ​​ແຮງ​ງານ​ເທົ່າ​ນັ້ນ,​ຫາກ​ຍັງ​ສາ​ມາດ​ເຮັດ​ໃຫ້​ລູກ​ສ້າງ​ຄວາມ​ຊີນ​ເຄີຍ​ອັນ​ດີທີ່​ມັກອອກ​ແຮງ​ງານ​ອີກ​ດ້ວຍ.​ທ່ານ​ເວົ້າ​ວ່າ:"​ໃນ​ເຮືອນ,​ພວກ​ເຮົາ​ໃຫ້​ລູກ​ເຂົ້າ​ຮ່ວມ​ການ​ອອກ​ແຮງ​ງານບາງ​ຢ່າງ,​ຄື​ໃຫ້​ລູກ​ຊ່ອຍ​ພໍ່​ແມ່​ລ້າງ​ຜັກ,​ຫຸງ​ເຂົ້າ,​ເຮັດ​ອະ​ນາ​ໄມ​ໃນ​ເຮືອນ.​ເຮັດ​ແນວ​ນີ້​ພາ​ໃຫ້​ລູກ​ສ້າງ​ຄວາມ​ຊີ​ນ​ເຄີຍ​ທີ່​ເປັນ​ອິດ​ສະ​ຫຼະ​ເປັນ​​ເຈົ້າ​ຕົນ​ເອງ​ແລະ​ເພິ່ງ​ກຳ​ລັງ​ຕົນ​ເອງ."

ການເອົາ​ໃຈ​ໃສ່​ນຳ​ສະພາບ​ແວດ​ລ້ອມ​ເຕີບ​ໃຫຍ່​ທີ​ໜຶ່ງ,​ເຮັດ​ໃຫ້​ພວກ​ເດັກ​ນ້ອຍ​ເຕີບ​ໃຫຍ່​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ຄອບຄົວ​ອັນ​ດີງາມ,ມັນ​ບໍ່​ສະ​ເພາະ​ແຕ່​ແມ່ນ​ພໍ່​ແມ່​ເອົາ​ໃຈ​​ໃສ່​ນຳ​ທໍ່​ນັ້ນ,​ນີ້​ກໍ​ແມ່ນ​ບັນຫາ​ທີ່​ທົ່ວ​ສັງຄົມ​ຈີນ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ລັດ​ຖະ​ບານ​ຈີນ​ໄດ້​ປະກາດເອກະສານ​ສະບັບ​ໜຶ່ງ,ຮຽກຮ້​ອງ​ໃຫ້​​ແຫ່ງ​ຕ່າງໆ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ການ​ສຶກ​ສາ​ໃນ​ຄອບຄົວຕໍ່ຜູ້​ບໍ່​ທັນເຕັມ​ກະສຽນ​ອາ​ຍຸ.​ອົງ​ການ​ແມ່​ແລະ​ເດັກ​ຕ່າງໆ​ກໍ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ຈໍ່​ຕົວ​​ເປັນສະພາບ​ແວດ​ລ້ອມ​ການ​ສຶກ​ສາ​ ​ຄອບ​ຄົວ​ເປັນ​ຢ່າງ​ດີ​ໃນ​ສັງ​ຄົມ,​ຕົວ​ຢ່າງ​ຄື​ຈັດ​ການ​ເຄື່ອນ​ໄຫວ​ຍ້ອງ​ຍໍ​ສໍລະ​ເສີນ,ຍ້ອງຍໍ​ພໍ່​ແມ່​ທີ່​ປະ​ພຶດ​ດີ​ເດັ່ນ​ໃນ​ດ້ານ​ການ​ສຶກ​ສາ​ຄອບ​ຄົວ,​ບາງ​ແຫ່ງ​ອາ​​ໃສ​ເຂດ​ຄຸ້ມ​ສັງຄົມ,ບຸກ​ເບີກ​ຊ່ອງ​ທາງ​​ໃໝ່,​ແກ້​ໄຂ​ບັນຫາ​ການ​ສຶກ​ສາ​ເດັກ​ນ້ອຍ​ໃນ​ຄອບ​ຄົວ​ແລະ​ອື່ນໆ.

ທ່ານ​ນາງ​ຈຽງ​ເຢ​ເອີ ຫົວໜ້າ​ພະ​ແນ​ກວຽກ​ງານ​ເດັກ​ສະ​ຫະ​ພັນ​ແມ່ຍິງ​ແຫ່ງ​ຊາດ​ຈີນ​ບອກ​ນັກ​ຂ່າວ​ວ່າ:"ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ການ​ສຶກ​ສາ​ຄອບ​ຄົວ​ໂດຍ​ຈຳ​ເພາະ,​ວາງ​ເອ​ກະ​ສານ​ຊີ້​ນຳ​ຈຳນວນ​ໜຶ່ງກ່ຽວ​ກັບ​ການ​ຊຸກ​ຍູ້​ວຽກ​ງານ​ການ​ສຶກ​ສາ​ຄອບ​ຄົວ,​ຕົວ​ຢ່າງ​ຄື,​ຄວາມ​ເຫັນ​ຊີ້​ນຳ​ກ່ຽວ​ກັບໂຮງ​ໂຮຽນ​ພໍ່​ແມ່​ນັກ​ຮຽນ,​ແບບ​ສະ​ບັບ​ຂອງ​ການ​ກະທຳ​ສຶກ​ສາ​ຂອງ​ພໍ່​ແມ່​ນັກ​ຮຽນ​ເປັນ​ຕົ້ນ.ພ້ອມ​ກັນ​ນັ້ນ,​ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ພັດ​ທະ​ນາ​ແລະ​ຮຽບ​ຮຽງ​ແບບ​ຮຽນ​ຈຳ​ນວນ​ໜຶ່ງ,​ເຜີຍ​ແຜ່​ໃນ​ທົ່ວ​ປະ​ເທດ​ຈີນ,​ໃຫ້​ພໍ່​ແມ່​ນັກ​ຮຽນ​ຮຽນ​ເອົາ​ແນ​ວຄິດ​ວິ​ທະ​ຍາ​ສາດ​ດ້ານ​ການ​ສຶກ​ສາ,​ຄວາມ​ຮູ້​ແລະ​ວິ​ທີ​ລ້ຽງ​ລູກ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ."

ທ່ານ​ນາງ​ຈຽງ​ເຢ​ເອີ​ກ່າວ​ວ່າ,ພວກ​ເຮົາເຮັດ​ວຽກ​ດັ່ງກ່າວ​ມີ​ຈຸດປະສົງ​ແຕ່​ຢ່າງ​ດຽວ​ນັ້ນ​ກໍ​ຄື​ເພື່ອ​ເດັກນ້ອຍ.


1  2