ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 15:30:54    
ລາ​ດາ​ແມ່ນ​ໃຜ​ເປັນ​ຜູ່​ປະດິດ?

cri Author: huachunmei
ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​​ທ່ານ​ຮູ້ຈັກ​ໂຕ​ເຈ​ຍບໍ່? ​ໃນ​ຍາມ​ການ​ຄືນ, ​ເຈ​ຍບິນ​ໄປມາ​ໄດ້​ຢ່າງ​ສະ​ດວກ​ສະບາ​ຍ, ​ເຖິງ​ວ່າ, ຢູ່​ບ່ອນ​ທີ່​ມີ​ແຕ່​ຝາ​ຫີນ, ມັນ​ກໍ​ບໍ່ຫ່ອນ​ຈະ​ຕຳ​ຈົນ​ຫົວ​ແຕກ​ຫົວ​ວາກ. ນີ້​ແມ່ນ​ຍ້ອນ​ວ່າ​ຫູ​ຂອງ​ມັນ​ມີ​ອົງ​ປະກອບ​ອັນ​ສັບສົນ, ສົບ​ຂອງ​​​ມັນ​ຍັງ​ມີ​ອົງ​ປະກອບ​ເນື້ອ​ໜັງ​ຊະນິດ​ໜຶ່ງ, ສຳລັບ​ຊ່ອຍ​ຮັບ​ແລະ​ສົ່ງ​ຄື້ນ​ເໜືອ​ສຽງ, ອາ​ໃສ​ສຽງ​ສະທ້ອຍມາ​ກຳນົດ​ບ່ອນ​ຢູ່. ສ່ວນ​ມະນຸດ​ເຮົາ​ມີ​ສິ່ງ​ໜຶ່ງ​ທີ່​ຍັງ​ດີກ​ວ່າ​ຫູ​ຂອງ​ໂຕ​ເຈ​ຍ. ນັ້ນກໍ​ແມ່ນ​ລາ​ດາ. ທ່ານ​ຮູ້​ບໍ່, ລາ​ດາ​ແມ່ນ​​ໃຜ​ເປັນ​ຜູ່​ປະດິດ? ​ໃນ​ລາຍການ​ວີ​ທະຍາ​ສາດ​ທີ່​ປ່ຽນ​ແປງ​ຊີ​ວິດຂອງ​ຄົນ​ເຮົາ​ພາກ​ນີ້, ພວກ​ເຮົາ​ຈະ​ແນະນຳ​ສູ່​ທ່າ​ນຊາບ.

​ເຄື່ອງ​ລາ​ດາ​ເຄື່ອງ​ທຳ​ອິດ​ແມ່ນ​ທ່ານ​ວັອດ​ເຊີນ ວັດ ຊາວ​ອັງກິດ​ເປັນ​ຜູ່​ປະ​ດິດສ້າງ.

​ໃນ​ສົງຄາມ​ໂລກ​ຄັ້ງທີ 1 , ພໍ​ຍົນ​ທະຫານ​ໄດ້​ປະກົດ​ຕົວ​ອອກ​ມາ​ກໍ​ສະ​ແດງ​ໃຫ້​ເຫັນ​ອານຸພາບ​ແຮງຫຼາຍ. ​ເວົ້າສຳລັບ​ປະ​ເທດ​ ຄື, ອັງກິດ​ທີ່​ເນື້ອທີ່​ດິນ​ຂອງ​ປະ​ເທດ​ບໍ່​ໃຫຍ່​ຈົນ, ບໍ່​ມີ​ບ່ອນ​ກັບ​ຕ່າວ​ນັ້ນຕາບ​ໃດ​ປະກົ​ດ​ເຫັນ​ຍົນ​ຂອງ​ສັດຕູ, ບໍ່​ທັນ​ອອກ​ຄຳ​ສັ່ງ​ປ້ອງ​ກັນ​ອາກາດ​ເທື່ອ, ມັນ​ກໍ​ມາ​ຖິ້ມ​ລະ​ເບີດ​ລົງ​ໃສ່​ຫົວ​ກ່ອນ​ແລ້ວ. ດັ່ງນັ້ນ, ອັງກິດ​ຈຶ່ງ​ເລີ່​ມຄົ້ນຄວ້າ​ເຄື່ອງ​ທີ່​ສາມາດ​ປະກົດ​ເຫັນ​ຍົນ​ຢູ່​ບ່ອນ​ໄກ​ກ່ອນ​ໝູ່.

ທ່ານ​ວັອດ​ເຊີ​ນ​ເຄີຍ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ເຊິ​ນ ອານ​ດຼູ, ພາຍຫຼັງມາ​ໄດ້​ເປັນ​ອາຈານ ສິດສອນ​ຢູ່​ມະຫາວິທະຍາ​ໄລ​ແດນ​ດີ. ທ່ານ​ວັອດ​ເຊີນ​ແມ່ນ​ໄດ້​ຄວາມ​ຄິດ​ຈາກ​ສຽງ​ທີ່​ສະທ້ອນ​ກັບ. ທ່ານ​ເຫັນ​ວ່າ, ຄື້ນ​ແມ່​ແຫຼັກ​ໄຟຟ້າ​ເມື່ອ​ຖືກ​ສົ່ງ​ອອກ​ໄປ​ແລ້ວ, ​ໃນ​ເວ​ລາ​ໄປ​ຕຳ​ຖືກສິ່ງ​ກີດ​ຂວາງ, ມັນ​ກໍ​ອາດ​ຈະ​ສະທ້ອນ​ຄືນ, ຖ້າ​ຫາກ​ວ່າ​ປະ​​ດິດສ້າງ​ເຄື່ອງ​ຊະນິດ​ໜຶ່ງ​ສາມາດ​ສົ່ງຄ​ຄື້ນ​ແມ່​ເຫຼັກ​ໄຟຟ້າ​ອອກ​ໄປ, ທັງ​ຮັບ​ຄື້ນສະທ້ອນ​ໄດ້, ກໍ​ຈະ​ສາມາດ​ວັດ​ແທກ​ການ​ເຄື່ອນ​ໄຫວ​ຂອງ​ຍົນ​ທີ່​ຢູ່​ໄລຍະ​ໄກ.

1  2