|
|
(GMT+08:00)
2005-06-07 15:30:54
|
|
ລາດາແມ່ນໃຜເປັນຜູ່ປະດິດ?
cri
Author: huachunmei
ປີ 1934, ໃນເວລາທ່ານວັອດເຊີນຄົ້ນຄວ້າຜົນສະທ້ອນຂອງຊັ້ນອາກາດໜາຕໍ່ຄື້ນແມ່ເຫຼັກໄຟຟ້ານັ້ນ, ທ່ານໄດ້ປະກົດເຫັນຢ່າງບັງເອີນວ່າ, ຢູ່ໜ້າຈໍມີຈຸດຮຸ່ງເປັນຈຸດໆ, ປະກົດການດັ່ງກ່າວໄດ້ເຮັດໃຫ້ທ່ານເອົາໃຈໃສ່ນຳ. ຜ່ານຈາກການວິໄຈ, ພິສູດວ່າ, ຈຸດຮຸ່ງເຫຼົ່ານີ້ແມ່ນຄື້ນສະທ້ອນຈາກສິ່ງກໍ່ສ້າງທີ່ຢູ່ມໍ່ຫັ້ນ. ທ່ານຄິດວ່າ, ຖ້າຕິກທີ່ຢູ່ມໍ່ສົ່ງຄື້ນແມ່ເຫຼັກໄຟຟ້າສະທ້ອນຄື້ນໄດ້ແລ້ວເຄຫະສະຖານຫຼືກ່ຳປັ່ນລົບທີ່ຢູ່ບ່ອນໄຫຈະເປັນແນວໃດ? ຈາກນັ້ນ, ທ່ານໄດ້ເຮັດການທົດລອງຢ່າງຫຼວງຫຼາຍ, ແລ້ວປະກົດເຫັນວ່າ, ສັນຍານຂອງຄື້ນແມ່ເຫຼັກໄຟຟ້າທີ່ສະທ້ອນຄືນແຮງຫຼືອ່ອນບໍ່ພຽງແຕ່ມີສ່ວນກ່ຽວຂ້ອງກັບສິ່ງສະທ້ອນນັ້ນນ້ອຍຫຼືໃຫຍ່, ໄກຫຼືໃກ້ທໍ່ນັ້ນ, ຫາກຍັງມີສ່ວນກ່ຽວຂ້ອງກັບອຸປະກອນຂອງສິ່ງສະທ້ອນຳອີກ. ຄວາມສາມາດສະທ້ອນຄືນຂອງສິ່ງໂລຫະຈະແຮງກວ່າສິ່ງທີ່ບໍ່ແມ່ນໂລຫະ ຊຶ່ງໝາຍຄວາມວ່າ, ຍົກຄວາມແຮງຂອງການຍິງສົ່ງໃຫ້ສູງຂຶ້ນແລະເລືອກເອົາຄວາມແຮງໃນການຍິງສົ່ງຢ່າງເໝາະສົມ, ກໍຈະຍົກຄວາມສາມາດຈຳແນກສັນຍານສະທ້ອນກັບໃຫ້ສູງຂຶ້ນຢ່າງເດັ່ນຊັດໄດ້.
ປີ 1935, ໃນໄລຍະທ່ານວັອດເຊີນກຳກັບວຽກງານໃນດ້ານວິທະຍຸຂອງຫ້ອງທົດລອງຟິຊິກແຫ່ງຊາດນັ້ນ, ທ່ານໄດ້ເລີ່ມເຮັດວຽກຈັບຄື້ນວິທະຍຸຂອງຍົນ. ໃນທ້າຍປີນັ້ນ, ທ່ານກໍສາມາດຈັບບ່ອນຂອງຍົນຫ່າງໄກກັນ 112 ກິໂລແມັດແລ້ວ. ວິທີກໍແມ່ນສົ່ງຈຸ້ມຄື້ນວິທະຍຸໄປໃສ່ຍົນ, ແລ້ວຮັບເອົາຄື້ນວິທະຍຸທີ່ສະທ້ອນຄືນຈາກຍົນ, ແລ້ວຄິດໄລ່ໄລຍະຫາງຕາມເວລາສະທ້ອນຄືນ. ໝາດຜົນດັ່ງກ່າວໄດ້ເຮັດໃຫ້ທ່ານຄົ້ນຄວ້າລະບົບລາດາໃຊ້ການຕົວຈິງເຄື່ອງທຳອິດສຳເລັດຜົນ. ປີ 1941, ຢູ່ຊາຍຝັ່ງທະເລຂອງອັງກິດໄດ້ຈັດວາງເຄືອຂ່າຍເຕືອນໄພດ້ວຍລາດາທີ່ຄົບຖ້ວນ. ປີດຽວກັນ, ອັງກິດຍັງໄດ້ຄົ້ນຄວ້າເຮັດລາດາຄື້ນສັ້ນພິເສດ, ໃນສົງຄວາມໂລກຄັ້ງທີ 2 , ໄດ້ຕິດຕາມທະເລແລະທ້ອງຟ້າອ້ອມແອ້ມອັງກິດທັງເວັນທັງຄືນ. ໃນເວລາເຢຍລະມັນໄປຫຼອນໂຈມຕີທາງອາກາດຢ່າງຂະໜາດໃຫຍ່ນັ້ນ, ລາດາໄດ້ເຮັດໃຫ້ຊາວອັງກິດມີເວລາອັນພຽງພໍໄປຍົກຍ້ານຫຼົບໄພແລະໃຫ້ກອງທັບອາກາດຫຼວງຂອງອັງກິດມີເວລາຢ່າງພຽງພໍບິນຂຶ້ນຕ່າວໂຈມຕີສັດຕູ.ບໍ່ໜຳ, ຍ້ອນອັງກິດຄົ້ນຄວ້າລາດາກ່ອນເຢຍລະມັນ ກ່ຳປັ່ນລົບຂະໜາດໃຫຍ່ຂອງອັງກິດທີ່ເດີນຢູ່ມະຫາສະໝຸດອັດລັງຕິກໄດ້ຕິດຕັ້ງລາດາຕາມໆກັນ, ສະນັ້ນ, ເຖິງຈະແມ່ນໃນຍາມກາງຄືນທີ່ມືດຕຶບ, ກໍສາມາດປະກົດເຫັນກ່ຳປັ່ນລົບຂອງເຢຍລະມັນທ່ຢູ່ບ່ອນຫ່າງຫຼາຍກິໂລແມັດຮອດຫຼາຍສິບກິໂລແມັດ, ເຮັດໃຫ້ກ່ຳປັ່ນລົບແລະກ່ຳປັ່ນດຳນ້ຳຂອງເຢຍລະມັນທີ່ຖືກຍິງຈົມນັ້ນເພີ່ມຂຶ້ນຢ່າງວ່ອງໄວ. ຕາມສະຖິຕິ, ພຽງແຕ່ໃນເດືອນກັນຍາປີ 1943, ກໍມີກ່ຳປັ່ນດຳນ້ຳຂອງເຢຍລະມັນ 64 ລຳຖືກຍິງຈົມຢູ່ມະຫາສະໜຸດອັງລັງຕິກ.
ໃນສົງຄາມໂລກຄັ້ງທີ 2, ອາເມລິກາ ສະຫະພາບໂຊວຽດ, ຍີ່ປຸ່ນແລະເຢຍລະມັນກໍໄດ້ຄົ້ນຄວ້າເຮັດລາດາຕາມໆກັນແລະນຳໃຊ້ໃນສົງຄາມ. ລາດາຊອກຫາບົນທະເລແລະລາດາຕິດຕັ້ງເທິງກ່ຳປັ່ນກໍໄດ້ກຳເນີດຢູ່ອັງກິດແລະອາເມລິກາຕາມໆກັນ. ພາຍຫຼັງສົງຄາມ, ລາດາໄດ້ຖືກນຳໃຊ້ຢ່າງກວ້າງຂວາງກວ່າເກົ່າ, ລາດາທີ່ໃຊ້ສະເພາະໃນຍົນ, ເທິງກ່ຳປັ່ນ ລົດຕັງ ປືນໃຫຍ່ແລະລູກສອນໄຟນຳວິຖີເປັນຕົ້ນກໍໄດ້ກຳເນີດຂຶ້ນຕໍ່ເນື່ອງກັນ, ແລະມີເຕັກນິກຫຼາຍຢ່າງເຊັ່ນສອດແນມ, ລົບກວມແລະນຳທາງເປັນຕົ້ນ, ໄລຍະວັດແທກໄດ້ບັນລຸເຖິງ 1 ໝື່ນກິໂລແມັດຂຶ້ນໄປ. 1 2
|
|
|