ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-07 16:45:23    
ໄວ​ເດັກ​ທີ່​ມ່ວນ​ຊື່ນ​(ສຽງ)

cri Author: huachunmei

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ​ວັນ​ເດັກ​ສາກົນ ວັນ​ທີ 1 ມິຖຸນາ​ຫາ​ກໍ​ຜ່ານ​ໄປ, ​​​ມື້​ນີ້, ພວກ​ເຮົາ​ຈະ​ຈັດ​ເພງ​​ເດັກນ້ອຍ​ທີ່ດີ​ເດັ່ນ​ປະມວນ​ໜຶ່ງມາ​ສູ່​ຟັງ, ຕາມ​ສຽງ​ເພງ​ອັນ​ມ່ວນໆ​ໜ້າ​ຟ້ານີ້​, ພວກ​ເຮົາຂໍ​ສົ່ງ​ອວຍ​ພອນອັນ​ປະ​ເສີດ​ມາ​ຍັງ​ເດັກນ້ອຍໃນ​ທົ່ວ​​​ໂລກ.

ທ່ານ​ຜູ່​ຟັງ​ທີ່​​ໂຄລົບ, ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ ຄ້ວາຍ​ເລີ້​ເຕີ່​ເຈ​ຢື້ ວັນບຸນ​​ສຸກ​ສຳລານ. ​ເພງ​ນີ້​ແຕ່ງ​​ໃນ​ປີ 1953, ​ແມ່ນ​ເພງ​ເດັກ​ດີ​ເດັ່ນ​ທີ່​​ໄດ້​ນິຍົມ​ກັນຢູ່​ຈີນມາຫຼາຍສີ​ບປີ. ​ເພງ​ນີ້​​​ໄດ້​ໃຊ້​ພາສາຂອງ​ເດັກ​ນ້ອຍທີ່​ເຕັມ​ໄປ​ດ້ວຍຈິນຕະນາ​ການ​, ຈັງຫວະມ່ວນ​ຊື່​ນ​​ເໝືອນ​ດັ່ງ​ພວກ​ເດັກນ້ອຍ​ພວມເຕັ້ນໆ​ດີໆ, ​ໄດ້​ສະ​ແດງ​ອາລົມ​​ເບີ​ກບານ​ຂອງ​​ພວກ​ເດັກນ້ອຍ​​ໃນ​ປະ​ເທດ​ຈີນ​ໃໝ່​ໃນ​ເວລາສະຫຼອງວັນ​ບຸນ​ຂອງ​ຕົນ, ສັນລະ​ເສີນຊີວິດ​ອັນສຸກ​ສັນ​ແລະຄວາມ​ປາ​ຖະໜາຕໍ່​ອະນາຄົດ​ອັດ​ດີງາມ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງວັນບຸນ​ສຸກ​ສຳລານທີ່​ແຕ່ງ​ເນື້ອ​ຮ້ອງ​ໂດ​ຍທ່ານກວນ​ຮວ້າ​ແລະ​ແຕ່ງ​ທຳນອງ​ໂດຍ​ທ່ານລີ​ຊຸນ. ທ່ານກວນ​ຮວ້າ​ແມ່ນ​ນັກ​ແຕ່ງ​ເນື້ອ​ເພງ​ທີ່​ມີ​ຊື່ສຽງຂອງ​ຈີນ. ​ເພິ່ນ​ແຕ່ງ​​ເພງ​ເດັກນ້ອຍ​ຕະຫຼອດມາ, ​ໄດ້ປະພັນ​ເພງ​ເດັກນ້ອຍ​ທີ່​ດີ​ເດັ່ນຢ່າງຫຼວງຫຼາຍ, ນອກຈາກ​ເພງ"ວັນບຸນ​ສຸກ​ສຳລານ​"ແລ້ວ, ​ເພງ ​ໂອ​ເມິ​ນ​ເຕີ່​ຖຽນ​ເຢ ​ທົ່ງນາຂອງ​ພວກ​ເຮົາ ກໍ​ແມ່ນ​​ເພງ​ທີ່​ດີ​ເດັ່ນຂອງ​ເພິ່ນ. ​ເພງ​ນີ້​ມີ​ທຳນອງ​ມ່ວນ​ຫູ, ​ວາດ​ພາບຜືນ​ແຜນ​ດິນ​​ຂອງຊາດ​ຢ່າງ​ຈັບ​ໃຈ​ຄົນ, ຈົນ​ພວກ​ເດັກນ້ອຍ​ມີ​ຄວາມປາຖະໜາອັນ​ແຮງ​ກ້າ​ທີ່​ຈະສ້າງສາ​ປະ​ເທດ​ຊາດ​ເມື່ອ​ເຕີບ​ໃຫຍ່​ແລ້ວ.

​ເພງ ຢາງ​ໂອ​ເມິ​ນຕ້າ​ງຊີ​ຊວງ​ຈຽງ ​ພວກ​ເຮົາ​ຈົ່ງພາຍ​ໄມ້​ພາຍ​ທັງ​ຄູ່ແມ່ນ​ເພງ​ສະຫຼັບ​ໃນ​ຮູບ​ເງົາ ຈູ​ໂກ​ເຕີ່​ຫວ່າ​ໂຕ ດອກ​​ໄມ້​ຂອງ​ປະ​ເທດ​ຊາດ. ​ໃນ​ຊຸມປີ 50 ສະ​ຕະວັດ​ແລ້ວນີ້, ​ໄດ້​ສາຍ​ຮູ​ບ​ເງົາ​ເລື່ອງ​ດອກ​ໄມ້​ຂອງ​ປະ​ເທດຊາດ​, ​ເພງ​ນີ້​ຈຶ່ງ​ຄືມີ​ປີກ​ບິນ, ບິນ​ໄປ​ສູ່​ທຸກ​ແຫ່ງໃນ​ທົ່ວ​ປະ​ເທດ​ຈີນ. ​ເພງ​ຮ້ອງຮ່ວມໝູ່​ໂດຍສ​ສຽງ​ເດັກ​​ເພງ​ນີ້​ໄດ້​ວາດ​ພາບ​ພວກ​ເດັກນ້ອຍ​ພາຍ​ເຮຶອ​ຮ້ອງ​ເພງ​ຢ່າງ​ມ່ວນ​ຊື່ນຢູ່​ເທິງ​ໜ້າ​​ໜອງທີ່​ອາບ​ເຕັມ​ໄປ​ດ້ວຍແສງ​ຕາ​ເວັນ. ​​ເນື້ອເພງ​ຮ້ອງ​ວ່າ, "ພວກ​ເຮົາ​ພາຍ​ໄມ້​ພາຍທັງ​ຄູ່, ​ເຮຶອນ້ອຍ​ບຸ​ຜ່າຫົວ​ຟອງ, ພະທາດ​ຂາວ​ທີ່​ສວຍ​ງາມພິມ​ເງົາ​ລົງ​ໜ້າ​ໜອງ, ​ສີ່​ດ້ານ​ມີຕົ້ນ​ໄມ້​ສີຂຽວ​ແລະ​ກຳ​ແພງ​ສີ​ແດງ; ​ຜ້າພັນຄໍສີ​ແດງປີວ​​​ເປື້ອງ​ແສງ​​​ແດດສາດ​ສ່ອງ​ໃສ່​ໜ້າ​ນ້ຳ. ​ປາໃນ​ນ້ຳ​ແຫງນ​ເບິ່ງ​ພວກ​ເຮົາ, ຟັງ​ພວກ​​ເຮົາ​ຮ້ອງ​​ເພງ​ຢ່າງມ່ວນ​ຊື່ນ."

1  2