|
 |
(GMT+08:00)
2005-06-15 18:22:01
|
 |
[ທ່ານນາງກົ່ວຊູເຈີນ]
cri
Author: mo


ທ່ານນາງກົ່ວຊູເຈີນແມ່ນນັກຮ້ອງແລະນັກການສຶກສາວິຊາຮ້ອງເພງທີ່ມີຊື່ສຽງຂອງຈີນ. ໃນເກືອບເຄິ່ງສະຕະວັດມານີ້, ເພີ່ນໄດ້ເຮັດວຽກທາງດ້ານນີ້ຢ່າງດຸໝັ່ນພາກພຽນ, ແລ້ວໄດ້ຮັບຜົນສຳເລັດທີ່ດີເດັ່ນໃນພາລະກິດຮ້ອງເພງ. ແຕ່ຊຸມປີ 50 ຮອດຊຸມປີ 90 ສະຕະວັດທີ່ແລ້ວ, ທ່ານນາງກົ່ວຊູເຈີນໄດ້ເປັນນັກສະແດງຜູ້ມີຊື່ສຽງຢູ່ເທິງເວທີດົນຕີພາຍໃນປະເທດຈີນແລະຕ່າງປະເທດຕະຫລອດມາ, ເພີ່ນສາມາດຮ້ອງເພງປະເທດຕ່າງກັນດ້ວຍຫລາຍພາສາ. ເຖິງວ່າປີນີ້ ທ່ານນາງກົ່ວຊູເຈີນອາຍຸ 78 ປີແລ້ວ, ແຕ່ເພີ່ນຍັງເປັນອາຈານສອນຢູ່ວິທະຍາຄານດົນຕີສູນກາງຈີນຢູ່.

ທ່ານນາງກົ່ວຊູເຈີນເວົ້າວ່າ, ເພີ່ນເກີດໃນຄອບຄົວພໍ່ຄ້າທຳມະດາໃນນະຄອນທຽນສິນ ພາກເໜືອຂອງຈີນ, ຄອບຄົວເພີ່ນບໍ່ໄດ້ໃຫ້ຜົນສະທ້ອນດ້ານສິລະປະແນວໃດຕໍ່ເພີ່ນ, ເພີ່ນໄດ້ເປັນນັກຮ້ອງແມ່ນຍ້ອນເພີ່ນມັກສິລະປະນີ້ຫລາຍ. ເພີ່ນເວົ້າວ່າ:
ຢູ່ນະຄອນທຽນສິນ, ມີໂຮງລະຄອນຫລາຍໂຮງ, ຂ້າພະເຈົ້າມັກເບິ່ງງິ້ວມາແຕ່ນ້ອຍ, ນອກນີ້, ຂ້າພະເຈົ້າກໍມັກຮ້ອງເພງ, ມັກຮ້ອງງິ້ວປັກກິ່ງ. ທຳອິດກໍຟັງແຕ່ຜູ້ອື່ນຮ້ອງ, ຕໍ່ມາ, ກໍຮຽນຮ້ອງນຳເພີ່ນ. ຂ້າພະເຈົ້າຟັງເພງພື້ນເມືອງຕັ້ງຫລວງຫລາຍມາແຕ່ຍາມຍັງນ້ອຍ.
ພາຍຫລັງຮຽນຈົບມັດທະຍົມແລ້ວ, ທ່ານນາງກົ່ວຊູເຈີນໄດ້ເສັງເຂົ້າໂຮງຮຽນສິລະປະວິຊາສະເພາະປັກກິ່ງໃນຄາວນັ້ນ. ຫລັງຈາກສ້າງຕັ້ງປະເທດຈີນໃໝ່ຂຶ້ນແລ້ວ, ພາລະກິດການສຶກສາວິຊາຮ້ອງເພງຂອງຈີນໄດ້ຮັບການຟື້ນຟູແລະພັດທະນາ, ປີ 1953, ທ່ານນາງກົ່ວຊູເຈີນໄດ້ຜ່ານການສອບເສັງແລ້ວຖືກຄັດເລືອກ, ເປັນນັກສຶກສາຮຽນດົນຕີງວດທຳອິດຂອງປະເທດຈີນໃໝ່ຖືກສົ່ງໄປຮຽນວິຊາຮ້ອງເພງຢູ່ວິທະຍາຄານດົນຕີຊາຍຄອບສະກີແຫ່ງຊາດມົສກູໂຊວຽດ. ການຮຽນຢູ່ຕ່າງປະເທດ 5 ປີ, ໄດ້ເຮັດໃຫ້ເພີ່ນມີໂອກາດຮັບການສຶກສາສິລະປະຊັ້ນຍອດຂອງໂລກ. 1 2
|
|
|