ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-15 18:22:01    
[ທ່ານ​ນາງ​ກົ່ວ​ຊູ​ເຈີນ]

cri Author: mo


ໃນ​ໄລຍະ​ຮຽນ​ຢູ່​ຕ່າງປະ​ເທດ, ທ່ານ​ນາງ​ກົ່ວ​ຊູ​ເຈີ​ນ​​ໄດ້​ເຂົ້າຮ່ວມ​ການສະ​ແດງ​ສິລະ​ປະ​ຂະໜາດ​ໃຫຍ່​ຫລາຍ​ເທື່ອ, ​​ໄດ້​ຮັບ​ລາງວັນ​ໃນ​ການປະ​ກວດ​ຮ້ອງ​ເພງດັ້ງ​ເດີມ​ໃນ​ງານ​ມະ​ໂຫລະ​ສົບຊາວ​ໜຸ່ມ​ໂລກ​ຄັ້ງທີ 5 ​ເມື່ອ​ປີ 1955; ປີ 1957, ​ເພີ່ນໄດ້​ຮັບ​ລາງວັນ​ທີ​ໜຶ່ງ​ແລະຫຼຽນຄຳ​ໃນ​ການ​ປະ​ກວດ​ເພງດັ້ງ​ເດີມ​ໃນງານ​ມະ​ໂຫລະ​ສົບ​ຊາວ​ໜຸ່ມ​ໂລກ​ຄັ້ງທີ 6, ​​ໄດ້​ຍາດ​ເອົາກຽດສູງ​ສົ່ງມາ​ໃຫ້​ປະ​ເທດ​ຊາດ. ພາຍຫລັງ​ຮຽນ​ຈົບ​ແລ້ວ, ທ່ານ​ນາງ​ກົ່ວ​ຊູ​ເຈີ​ນ​​ໄດ້​ເຂົ້າຮ່ວມ​ການສະ​ແດງໂຮງ​ລະຄອນ​​ໂອ​ເປ​ລາທີ່​ມີ​ຊື່​ສຽງ​ຂອງ​ມົສກູ, ສະ​ແດງ​ເປັນ​ນາງ​ທາ​ຈີ​ຢາ​ນາ ນາງ​ເອກ​ໃນ​ລະຄອນ​ໂອ​ເປ​ລາເລື່ອງ​"ອິບ​ເກ​​ເນ ​ໂອ​ເນ​ກິນ" ຂອງ​ທ່ານ​ຊາຍ​ຄອບສະ​ກີ, ​ແລະສະ​ແດງ​ເປັນ​ນາງ​ມີ​ມີ ​​ໃນ​​ລະຄອນ​ໂອ​​​ເປ​ລາ​ເລື້ອງ"ຊີວິດ​ຂອງ​ສິລະ​ປິນ"ທີ່​ແຕ່ງ​ໂດຍ​ທ່ານ​ພູສ໌ກິນຢ່າງ​ສຳ​ເລັດ​ຜົນ. ຜົນສຳ​ເລັດ​ທີ່​​ເພີ່ນ​ໄດ້​ຮັບ​ໃນ​ດ້ານ​ສິລະ​ປະ​ໄດ້​ດົງ​ດັງ​ໃນທົ່ວ​ໂຊ​ວຽດ, ວິ​ທະ​ຍຸ​ກະຈາຍສຽງ​ໃນ​ທົ່ວ​ປະ​ເທດໂຊ​ວຽດ​ໃນ​ຄາວ​ນັ້ນ​ໄດ້​ອອກອາກາດ​ເພງ​ຂອງ​ເພີ່ນ​ທີ່​ອັດ​ເປັນ​ແຜ່ນສຽງ, ​ວົງ​ການ​ໜັງສືພິມ​​ໂຊ​ວຽດຍ້ອງ​ເພີ່ນ​ວ່າ, ​ເພີ່ນ​ແມ່ນ"ນາງ​ເອກ​​ໃນ​ເລື່ອງຂອງ​ທ່ານ​ພູສກິນ​ແລະ​ທ່ານ​ຊາຍ​ຄອບສະ​ກີ​​ແທ້ໆ. ຊື່​ຂອງ​​ເພີ່ນ​ໄດ້​ຖືກ​ຈາລຶກ​ໄວ້​​ໃນ​ລາຍ​ຊື່​ຜູ້​ໄດ້​ຮັບ​ຫລຽນ​ຄຳ​ຂອງ​ວິທະຍາຄານ​ດົນຕີ​ມົສກູ.

ປີ 1959, ທ່ານ​ນາງ​ກົ່ວ​ຊູ​ເຈີ​ນ​​ກັບ​ຄືນ​ປະ​ເທດ​ຢ່າງ​ມີ​ກຽດ. ​ໃນ 30 ກວ່າ​ປີ​ມາ​ນີ້, ນອກຈາກ​ສະ​ແດງ​ຢູ່​ເທິງ​ເວທີ​​ແລ້ວ, ທ່ານ​ນາງ​ກົ່ວ​ຊູ​ເຈີ​ນ​​ຍັງ​ໄດ້​ອົບຮົມບົ່ມ​ສ້າງ​ນັກ​ຮ້ອງ​ຜູ້ດີ​ເດັ່ນ​ເປັນ​ຈຳນວນ​ຫລວງຫລາຍ, ​ໄດ້​ຮັບ​ຄວາມຍ້ອງຍໍ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຄື​ກະຊວງ​ວັດທະນະທຳ​ຈີນ​ເປັນຕົ້ນ.

ປັດຈຸບັນ, ສິ່ງ​ທີ່ທ່ານ​ນາງ​ກົ່ວ​ຊູ​ເຈີ​ນ​​ເອົາ​ໃຈ​ໃສ່ຫລາຍ​ກວ່າ​ໝູ່​ນັ້ນ ຍັງ​ແມ່ນ​ການ​ພັດທະນາ​​ພາລະກິດ​ຮ້ອງ​ເພງ​ຂອງຈີນ. ປີ​ນີ້, ຈີນ​ຈະ​ຈັດງານ​ປະ​ກວດ​ການ​ຮ້ອງ​ເພງສາກົນຄັ້ງທີ 3 , ​ເພີ່ນ​ພວມ​ກະກຽມຢູ່. ​ເພີ່ນ​ເວົ້າວ່າ:

ປັດຈຸບັນ, ​ໃນ​​ໂລກ​ນີ້, ລ້ວນ​ແຕ່​ຮັບ​ຮອງ​ວ່າ​ຈີນ​ແມ່ນ​ປະ​ເທດທີ່​ມີ​ຊື່ສ​ສຽງ​ດ້ານ​ສິລະ​ປະ​ຮ້ອງ​ເພງ, ພວກ​​ເຮົາ​ຕ້ອງ​ເຮັດ​ໃຫ້​ສົມ​ຊື່​ກັບ​ມະຫາ​ປະ​ເທດ​ສິລະ​ປະ​ຮ້ອງ​ເພງ. ປີ​ນີ້ຈະ​ຈັດ​ງານ​ປະ​ກວດ​ຮ້ອງ​ເພງສາກົນ​​ຄັ້ງທີ 3 ຢູ່​ຈີນ, ຂ້າພ​ະ​ເຈົ້າພວມພະຍາຍາມ​ເຮັດ​ວຽກ​ນີ້​ຢູ່. ທັງ​ໂຄສະນາສິລະ​ປະຮ້ອງ​ເພງຂອງ​ຈີນ, ​ເພາະວ່າ, ນັກ​ຮ້ອງ​ຕ່າງປະ​ເທດທີ່​ມາຮ່ວມ​ງານ​​ເທື່ອ​ນີ້ຕ້ອງ​ຮ້ອງເພງ​ຈີນ​ເພງ​ໜຶ່ງ, ນີ້​ກໍ​ແມ່ນ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ຈັກວັດທະນະທຳ​ຈີນ, ​ເຂົ້າ​ໃຈປະຫວັດສາດ​ຈີນ. ​ ຂ້າພ​ະ​ເຈົ້າພະຍາຍາມ​ເຮັດ​ວຽກ​ນີ້​ໃຫ້​ດີ.
1  2