ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 16:23:17    
ຊີ​ວິດ​ໃໝ່​ຂອງ​ຊ່າງ​ຂັບ​ບ້ານ​​ເຜົ່າ​ລື້

cri Author: huachunmei

ກ່ອນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ເມື່ອ​ປີ 1949, ​ເຂດ​ສິບ​ສອງ​ພັນ​ນາ​ແມ່ນ​ຍັງ​ຢູ່​ໃນ​ສັງຄົມ​ສັກ​ດິນາ, ຖານະ​ຂອງ​ຊ່າງ​ຂັບ​ໃນ​ສັງຄົມ​ແມ່ນ​ຕ່ຳ​ທີ່​ສຸດ, ຊ່າງ​ຂັບ​ຜູ່​ມີ​ຊື່ສຽງ​ກໍ​ຍິ່ງ​ກາຍ​ເປັນ​ຂ້ອຍ​ຂ້າ​ຂອງ​ພວກ​ເຈົ້າ​ເມືອງ​ແລະ​ເຈົ້າ​ກວງ​ເຈົ້າລາມ ​ເຊິ່ງ​ເປັນ​ຜູ່​ປົກ​ຄອງ​ຊັ້ນ​ເທິງ​ສະ​ເຫວີ​ຍສຸກ​ແລະ​ມ່ວນ​ຊື່ນ, ຄັນ​ຮອດ​ນາມ​ພວກ​ເຈົ້າ​ເມືອງ​ແລະ​ເຈົ້າ​ກວງ​ເຈົ້າລາມ​ຈັກ​ພິ​ທີ​ແຕ່ງ​ດອງ​ຫຼື​ຈັດ​ພິທີ​ປົງ​ສົບ, ຫຼືອອກ​ໄປ​ລ່າ​ເນື້ອ, ​ແລະ​ໄປ​ທ່ຽວ​ລາດຕະ​ເວນ​ຄືນກໍ​ຕ້ອງ​ຮຽກ​ຊ່າງ​ຂັບ​ຍ້ອງຍໍ​ສັນລະ​ເສີນ​ຄຸນ​ງາມ​ຄວາມ​ດີ​ຂອງ​ພວກ​ເພິ່ນ. ​ຖ້າ​ຟັງ​ແລ້ວ​ດີ​ໃຈ​ກໍ​ຈົກ​ເງິນ​ໃຫ້​ຊ່າງ​ຂັບໆ​ເລັກ​ນ້ອຍ, ຫຼືບໍ່​ກໍ​​ເອົາ​ໝາ​ຖົ່ວ​ດິນ​ໃຫ່ກຳ​ໜຶ່ງ​ແລະ​ເຫຼົ້າຈາກ​ໜຶ່ງ. ​ຖ້າ​ຟັງ​ແລ້ວ​ບໍ່​ຖືກ​ໃຈ​ກໍ​ປັບ​ໃໝ, ​ເຮັດ​ໃຫ້​​ເຂົາ​ເຈົ້າ​ຂວ້ຳ​ຄົວ​ເຮືອນ. ຊ່າງ​ຂັບ​ລື້​ຜູ່​ອາວຸ​ໂສ​ທີ່​ມີ​ຊື່ສ​ຽງສອງ​ຄົນ​, ​ຄື, ​ຈະ​ໜາມ​ອີງ​ແລະ​ຂະ​ໜາມ​ໃສ, ​ເຄິ່ງຄົນ​ພວກ​ເພິ່ນ​ແມ່ນ​ດຳລົງ​ຊີວິດ​ຢູ່​ໃນ​ສັງຄົມ​ປະ​ເທດ​ຈີນ​ເກົ່າ, ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ​ການ​ກຳ​ແລະ​ຄວາມທຸກ​ທໍລະມານ​ບໍ່​ໜຳ​ຂະໜານ​ອີງ​ຍ້ອນ​ຊີວິດ​ການ​ເປັນ​ຢູ່​ທຸກ​ຍາກ​ລຳ​ບາກຫຼາຍ,​ ສຽງ​ຄໍ​ຂອງ​ລາວ​ແຫບ​ເຖິງ 15 ປີກໍ່​ບໍ່​ມີ​ເງິນ​ປົວ. ມີ​ຊ່າງ​ຂັບ​ບາງ​ຄົນ​ຍ້ອນ​ທົນ​ຕໍ່​ຄວາມທຸກ​ທໍລະ​ມານ​ບໍ່​ໄຫວ​ຈິ່ງ​ຈຳ​ເປັນ​ຕ້ອງ​ໜີ​ຈາກ​ປະ​ເທດ​ຊາດ​ຂອງ​ຕົນ​ອອກ​ໄປ​ຢູ່​ຕ່າງປະ​ເທດ. ​ຫຼັງ​ຈາກ​ສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່​ຂຶ້ນ​​ແລ້ວ, ​ການ​ປ່ຽນ​ແປງ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ຢູ່​ທຸກ​ຍາມ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າມີ​ອໍ້​ແຕ່ງ​ກອນ​ຂັບ​ສັນ​ລະ​ເສີນ​ຍຸກ​ໃໝ່ສະ​ໄໝ​ໃໝ່.

ປ້າ​ກວງ​ແມ່ນ​ໃຫຍ່​ຂຶ້ນ​ໃນ​ຫ່າ​ມກາງ​ສຽງ​ຂັບ​ເຫຼົ່ານີ້, ​ເວລາ​ເພິ່ນ​ອາຍຸ 17 ປີ, ຈິ່ງ​ເລີ່​ມຮຽນ​ຂັບ​ນຳ​ຊ່າງ​ຂັບ​ຜູ່​ອາວຸ​ໂສ, ຍ້ອນ​ເພິ່ນ​ມີ​ພອນ​ສະຫວັນ​ແລະ​ດຸ​ໝັ່ນ​ຮ່ຳຮຽນ. ພໍ​ຮຽນ​ໄດ້​ປີ​ໜຶ່ງ, ກໍ​ອອກ​ໄປ​ເປັນ​ຊ່າງ​ຂັບ​ໂລດ. ​ເມື່ອ​ປີ 1980, ​ເຂດ​ຍ່ອຍ​ສິບ​ສອງ​ພັນ​ນາ​ເຜົ່າລື້​ປົກຄອງ​ຕົນ​ເອງ​ໄດ້​ຕັ້ງສະ​ຖາ​ມີ​ວິທພຍຸ​ຂຶ້ນ, ບັດ​ນັນ, ສຽງ​ຂັບ​ຂອງ​ປ້າ​ກວງ​ໃນ​ວິທາ​ຍຸກໍ​ເຂົ້າສູ່​ຄອບຄົວ​ເຜົ່າ​ລື້​ຄື​ກັນ​ກັບ​ນົກ​ຍູງ​ຄຳ. ອັນ​ໄດ້​ຮັບ​ຄວາມ​ນິຍົມ​ຊົນ​ຊອບ​ຈາກ​ປະຊາຊົນ​ເຜົ່າ​ລື້​ເປັນ​ຢ່າງ​ດີ. ​ໃນ​ໄລຍະ​ດັ່ງກ່າວ​ນີ້, ປ້າ​ກວງ​ໄດ້​ເຂົ້າ​ເປັນ​ສະມາຊິກ​ສະມາຄົມ​ນັກ​ຄີຕະ​ສິນ​ຈີນ, ສະຫະພັນ​ສິນລະປະ​ວັນນະຄະດີ ​ເຂດ​ຍ່ອຍ​ສິບ​ສອງ​ພັນ​ນາ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເຂດຍ່ອຍ​ສິບ​ສອງ​ພັນ​ນາ. ບໍ່ພ​ຽງ​ແຕ່​ທໍ່​ນີ້, ປ້າ​ຍັງ​ຕັ້ງຮ້ານ​ອາຫານ​ເຜົ່າ​ລື້​ໂດຍ​ຈຳ​ເພາະ​ຂຶ້ນຫຼັງໜຶ່ງ, ຊີວິດ​ສັງຄົມ​ທີ່​ອຸດົມສົມບູນ​ໄດ້​​ເຮັດ​ໃຫ້​ປ້າ​ກວງ​ສາມາດ​ສຳນຶກ​ຮູ້​ເລື່ອງ​ອັນ​ມີ​ຊີວິດ​ຊີວາ​ກວ່າ​ໝູ່​ຢູ່​ໃນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຜົ່າ​ລື້, ຕິດຕາມ​ເນື້ອ​ເລື້ອງ​ສົດ​ກວ່າ​ໝູ່, ​ແລ້ວ​ແຕ່ງ​ກອນ​ຂັບ​ເຜົ່າ​ລື້​ອອກຫຼາຍບົດ.

ປ້າ​ກວງ​ໄດ້​ຂັບ​ກ່ອນ​ໜຶ່ງ​ໂດຍ​ແມ່ນ​ປ້າ​ເປັນ​ຜູ່​ແຕ່ງ. ກອນ​ຂັບ​ບົດ​ນີ້​ມີ​ເນື້ອ​ໃນ​ວ່າ, ​ເມື່ອ​ລູກຫຼານ​ເຜົ່າ​ເຮົາ​ໃຫຍ່​ຂຶ້ນ​ມາ​ແລ້ວ, ຈະ​ໃຫ້​ພວກ​ເຂົາ​ໄປ​ຮຽນ​ໜັງສື, ຖ້າ​ບໍ່ຮຽນ​ໜັງ​ສື​ກໍ​ຈະ​ບໍ່​ມີ​ວັດທະນະທຳ, ກໍ​ຈະ​ສ້າງ​ບ້ານ​ແປງ​ເມືອງ​ເຮົາ​ບໍ່​ເປັນ, ກອນ​ຂັບ​ທີ່​ພາວະ​ວິ​ໄສ, ທັງ​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ຊີວິດ​ຊີວາ​ເຫຼົ່ານີ້​ໄດ້​ລາງວັນ​ສິນລະປະ​ວັນນະຄະດີ​ຊຸດ​ທຳ​ອິດ​ຂອງ​ແຂວງ​ຢຸນນານ.

ຄວາມ​ຄິດ​ຂອງ​ນາງ​ຊອງ ລູກ​ສາວ​ຂອງ​ປ້າ​ກວງ​ພັດ​ຕ້າງ​ກັນ​ກັບ​ແມ່. ນາງ​ແມ່ນ​ມັກ​ອອກ​ໄປ​ເບິ່ງ​ໂລກ​ພາຍ​ນອກ​ນາງ​ຊອງ, ຫຼັງຈາກ​ຮຽນ​ຈົບ​ມັດ​ທະ​ຍົມ​ຕອນ​ຕົ້ນ​ແລ້ວ​ກໍ​ໄປ​ຮຽນ​ການສະ​ແດງ​ການ​ຟ້ອນ​ພື້ນ​ເມືອງ​ເຜົ່າ​ລື້​ຢ່າງ​ເປັນ​ລະບົບ. ​ເມື່ອ​ບໍ່​ທໍ່​ໃດ​ປີ​ກ່ອນ, ນາງ​ກັບ​ໝູ່ຫຼາຍຄົນ​ໄດ້​ຕັ້ງຄະນະ​ສິນລະປະ​ກອນ​ພື້ນ​ເມືອງ​ເຜົ່າລື້, ​ແລ້ວ​ໄປ​ທ່ຽວ​ສະ​ແດງ​ຢູ່​ຕາມ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ.

ນາງ​ຊອງ​ໄດ້​ອອກ​ເຮັດ​ວຽກ​ຢູ່​ແຫ່ງ​ຕ່າງໆ​ຫຼາຍປີ​ແລ້ວ, ນາງ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ​ເຖິງ​ວ່າ, ບ້ານ​ເກີດ​ຂອງ​ຕົນ​ກໍ​ງາມ, ​ແຕ່​ວ່າ, ​ໂລກ​ພາຍ​ນອກ​ກໍ​ຍິ່ງ​ງາມ​ເດັ່ນ. ກັບ​ມາ​ເຮືອນ​ເທື່ອ​ໃດ, ນາງ​ຊອງ​ກໍ​ມັກ​ເອົາ​ຂອງ​ດີ​ຂອງ​ງາມຫຼາຍຮູບຫຼາຍ​ແບບ​ມາ​ໃຫ້​ຄົນ​ໃນ​ຄອບ​ຄົວ, ພ້ອມ​ທັງ​ເລົ່າ​ຄວາມ​ຮູ້ສຶກ​ແລະ​ເລື່ອງ​ທີ່​ໄດ້​ຮູ້​ເຫັນ​ພວກ​ເຂົາ​ເຈົ້າຟັງ, ​ໃນ​ຍາມ​ດີ​ໃຈ, ນາງ​ຊອງ​ກໍ​ຂັບ​ຈັກ​ສອງ​ສາມ​ບົດ​ສູ່​ແມ່​ຟັງ.
1  2