|
![](/images/spacer.gif) |
(GMT+08:00)
2005-06-22 15:17:51
|
![](/images/shim.gif) |
ຄວາມຮັກຂອງພໍ່ໜັກແໜ້ນຄືກັບພູ(ສຽງ)
cri
Author: huachunmei
ທ່ານຜູ້ຟັງທີ່ຮັກແພງ, ນັບມາຮອດດຽວນີ້, ທົ່ວໂລກໄດ້ມີ 20 ກວ່າປະເທດແລ້ວທີ່ໄດ້ເອົາວັນພໍ່ເປັນວັນບຸນໃນກົດໝາຍ, ມີຫຼາຍປະເທດ, ຄົນທັງຫຼາຍກໍສົ່ງບັດອວຍພອນແລະມອຍຂອງຂວັນໃຫ້ພໍ່, ເພື່ອສະແດງຄວາມຮູ້ບຸນຄຸນຂອງພໍ່ທີ່ລ້ຽງຕົນຈົນເຕີບໃຫຍ່.
ກໍຄືກັບດອກຄາເນເຊິນໃນວັນແມ່, ຄົນທັງຫຼາຍມັກເໜັບດອກໄມ້ໃສ່ໜ້າເອິກ, ເວົ້າທົ່ວໄປແລ້ວ ມັກເໜັບດອກກຸຫຼາບສີແດງສະແດງຄວາມຮັກແພງຕໍ່ພໍ່ທີ່ຍັງແຂງແຮງຢູ່, ເໜັບດອກກຸຫຼາບສີຂາວແມ່ນເພື່ອສະແດງຄວາມອາໄລຫາພໍ່ຜູ້ລ່ວງລັບໄປແລ້ວ. ແຕ່ບ່າງບ່ອນກໍເອົາດອກດັນເດີລີອົງເປັນສັນຍະລັກ, ບາງບ່ອນເອົາດອກການພູຂາວທີ່ມີໃບຂຽວນຳນັ້ນເປັນສັນຍະລັກແຫ່ງວັນພໍ່.
ທີ່ຈິງແລ້ວ, ບໍ່ວ່າຈະເໜັບດອກໄມ້ຫຍັງ ບໍ່ວ່າວັນພໍ່ແມ່ນລິເລີ່ມຢູ່ປະເທດຝ່າຍຕາເວັນຕົກຫຼືຝ່າຍຕາເວັນອອກ, ວັນພໍ່ກໍແມ່ນວັນບຸນທໍ່ນັ້ນ, ຍິ່ງສຳຄັນກວ່ານັ້ນແມ່ນເຕືອນຄົນທັງຫຼາຍເອົາໃຈໃສ່ນຳພໍ່ທີ່ເຄີຍໃຫ້ຄວາມຮັກແກ່ພວກເຮົາ, ເຄີຍພາພວກເຮົາຍ່າງຜ່ານເສັ້ນທາງແຫ່ງຊີວິດ.
ທ່ານຜູ້ຟັງ, ດຽວນີ້, ທ່ານອາດຈະຍັງເປັນນັກຮຽນຢູ່, ບໍ່ມີຄວາມສາມາດຊື້ຂອງຂວັນແພງໆໃຫ້ພໍ່ແມ່, ທ່ານອາດຈະແມ່ນຜູ້ທີ່ພວມສ້າງພື້ນຖານວຽກງານດ້ວຍຄວາມລຳບາກ, ອາດຈະຄຶດວ່າການຕອບບຸນແທນຄຸນຂອງພໍ່ແມ່ນັ້ນແມ່ນຕ້ອງຕົນເອງໄດ້ຮັບຜົນສຳເລັດກ່ອນ…. ທີ່ຈິງແລ້ວ, ພໍ່ແມ່ບໍ່ແມ່ນວ່າຕ້ອງໃຫ້ລູກຫຼານໄດ້ຮັບຜົນສຳເລັດຈຶ່ງດີໃຈດອກ, ວ່າແຕ່ໃຫ້ພວກເຮົາມີຄວາມສຸກ, ເພິ່ນກໍພໍໃຈແລ້ວ, ເພິ່ນກໍບໍ່ຕ້ອງການພວກເຮົາຊື້ຂອງຕ້ອນແພງໆໃຫ້ດອກ, ມີແຕ່ຍາມປົກກະຕີ, ເຮົາເອົາໃຈໃສ່ພວກເພິ່ນແດ່, ໄປຢາມເພິ່ນເລື້ອຍໆ, ເພິນກໍພໍໃຈແລ້ວ.
"ຫາເວລາຫວ່າງ, ພາລູກພາເຕົ້າກັບເມືອຢາມບ້ານເລື້ອຍໆ, ນຳເອົາຮອຍຍິ້ມ, ນຳເອົາຄວາມອວຍພອນພາຄອບຄົວເມືອຢາມບ້ານເລື້ອຍໆແດ່. ແມ່ ເພິ່ນອາດຈະຈົ່ມລ່ຳໄລ, ພໍ່ ເພິ່ນອາດຈະຫ້າງຂອງກິນແຊບໆໄວ້ເຕັມໂຕະຖ້າ,ເວົ້າເລື່ອງທີ່ລຳຄານໃຈສູ່ແມ່ຟັງ, ຄັນແມ່ນເລື່ອງວຽກເລື່ອງການໃຫ້ລົມກັບພໍ່, ກັບເມືອຢາມບ້ານເລື້ອຍໆແດ່, ຊ່ອຍແມ່ລ້າງຖ້ວຍລ້າງຊາມຊື່ໆກໍດິ, ພໍ່ແມ່ເຖົ້າແລ້ວ ບໍ່ຫວັງໃຫ້ລູກມີສ່ວນປະກອບຫຼາຍປານໃດດອກ, ມີແຕ່ຢາກໃຫ້ພວກລູກມາເຕົ້າໂຮມຢ່າງພ້ອມພຽງຮຽງໜ້າກັນ, ກັບເມືອຢາມບ້ານເລື້ອຍໆແດ່, ບາງທີທຸບຫຼັງທຸບແອວ ນວດບ່ານວດໄຫຼ່ໃຫ້ພໍ່ຈັກບາດກໍດີ, ພໍ່ແມ່ເຖົ້າແລ້ວ, ບໍ່ຫວັງໃຫ້ລູກປະກອບສ່ວນຫຍັງຫຼາຍດອກ ເບິ່ງແຍງລູກມາໝົດຊາດກໍເພື່ອຢາກໃຫ້ພວກລູກມີຄວາມສຸກທໍ່ນັ້ນ."
ທ່ານຜູ້ຟັງທີ່ໂຄລົບ, ຄຽງຄູ່ກັບສຽງເພງກັບເມືອຢາມບ້ານເລື້ອຍໆແດ່ ລາຍການຂອງພວກເຮົາກໍຮອດເວລາທີ່ຕ້ອງອຳລາຈາກທ່ານແລ້ວ, ພວກເຮົາຂໍອວຍພອນໃຫ້ຜູ້ເປັນພໍ່ທັງໝົດໃນທົ່ວໂລກຈົ່ງສຸກສັນວັນບຸນ. ກຸຫຼາບຜູ້ຮຽບຮຽງແລະສົມບູນຂຊຂອບໃຈທ່ານທີ່ຮັບຟັງ, ພົບກັນໃໝ່ໃນວັນອາທິດໜ້າ. 1 2
|
|
|