![]( /mmsource/images/2004/04/21/laba.gif)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ໂຄລົບ, ຊົມເຊີຍທ່ານຮັບຟັງລາຍລານນັດພົບໃນວັນອາທິດ. ຄຽງຄູ່ກັບເພງ "ຫິມະຕົກເທື່ອທຳອິດໃນປີ 2002 " ເຊິ່ງຂັບຮ້ອງໂດຍທ່ານເຕົາຫຼາງ, ລາຍການຂອງພວກເຮົາມື້ນີ້ກໍໄດ້ເປີດສາກແລ້ວ, ສົມບູນຂໍພາທ່ານຊົມດົນຕີກ່ຽວກັບຫິມະໃນລະດູໜາວນຳກັນ.
"ຫິມະຕົກເປັນເທື່ອທຳອິດໃນປີ 2002 , ເຈົ້າໄດ້ປະຄວາມຮັກແພງທີ່ລືມບໍ່ໄດ້ຢູ່ເມືອງອູລູມູຊີ. ເຈົ້າເໝືອນກັບແມງກະເບື້ອໂຕໜຶ່ງທີ່ບິນໄປບິນມາໃນລະດູທີ່ມີຫິມະຂາວປິວເປື້ອງຕາມສາຍລົມ. ອາລົມຮັກອັນອ່ອນໂຍນຂອງເຈົ້າໄດ້ເຮັດໃຫ້ຫິມະລະລາຍ. ແມ່ນຄວາມເວົ້າຈາປາໄສອັນອ່ອນຫວານຂອງເຈົ້າເຮັດໃຫ້ລະດູການປ່ຽນແປງແລ້ວ." ທ່ານຜູ່ຟັງທີ່ຮັກແພງ, ທ່ານຮູ້ບໍ່, ເມື່ອປີ 2004, ເພງ "ຫິມະຕົກເທື່ອທຳອິດໃນປີ 2002 "ທີ່ຂັບຮ້ອງໂດຍທ່ານເຕົາຫຼາງດັ່ງກ່າວນີ້ໄດ້ນິຍົມກັນໃນທົ່ວປະເທດຈີນ, ໃນເວລານັ້ນ, ທຳນອງເພງອັນນຸ້ມນວນນີ້ໄດ້ດັງໄປທົ່ວຖະໜົນນ້ອຍໃຫຍ່ໃນທົ່ວປະເທດ.
ເພງທີ່ທ່ານຈະໄດ້ຟັງຕໍ່ໄປແມ່ນເພງ" ໜິນ້າລີເຊຍເສຍຫຼືມາ?" "ບ່ອນເຈົ້າຢູ່ມີຫິມະຕົກບໍ່?" ຂັບຮ້ອງໂດຍນາງເຊ້ຍອີຊິ່ນ. ເຊື່ອວ່າ, ຄວາມຮັກອັນຈິງໃຈໃນເພງນີ້ກໍສາມາດນຳເອົາຄວາມອົບອຸ່ນແລະຄວາມຕື້ນຕັນໃຈອັນເຫຼືອລົ້ນມາໃຫ້ຄົນທັງຫຼາຍໃນຍາມທີ່ຫິມະຕົກ.
"ບ່ອນເຈົ້າຢູ່ມີຫິມະຕົກບໍ່? ໜາວປານນັ້ນ, ເຈົ້າຢ້ານບໍ່? ມີເຕົາໄຟຝິງມືເຈົ້າໃຫ້ອົບອຸ່ນແດ່ບໍ່? ເຮືອນເຈົ້າກໍເຕັມໄປດ້ວຍຮອຍຍີ້ມບໍ່? ບ່ອນເຈົ້າຢູ່ມີຫິມະຕົກບໍ່ ໃນເວລາເຈົ້າງວມເຫງົາ, ເຈົ້າຢ້ານບໍ່? ຢາກຟັງຂ້ອຍຄວາມເວົ້າຮູ້ສຶກຂອງໂຕເອງບໍ່? ຕ້ອງການໃຫ້ຂ້ອຍຈົ່ງດອກຫິມະໃຫ້ເຈົ້າຈັກດອກບໍ່?"
ລະດູໜາວແມ່ນລະດູໜຶ່ງທີ່ມີຫິມະຕົກ, ແມ່ນລະດູໜຶ່ງທີ່ສັບພະສິ່ງງຽບເຫງົາເປົ່າປ່ຽວ. ແຕ່ຂ້າພະເຈົ້າເຊື່ອວ່າ, ໃນເວລາທີ່ຫິມະຕົກນັ້ນ, ຖ້າມີເພື່ອນສະໜິດມິດສະໜົມຢູ່ນຳ, ມີຜູ່ຮັກຜູ່ແພງຢູ່ຄຽງຂ້າງ, ສີ່ລະດູກໍ່ຕ່າງຈະມີຄວາມສວຍສົດງົດງາມຂອງມັນ.
"ໃນເວລາຫິມະຕົກ, ເຈົ້າຄິດຮອດຂ້ອຍບໍ່? ຂ້ອຍທີ່ຢູ່ທາງໄກຂໍອວຍພອຍແກ່ເຈົ້າ, ເປັນເພື່ອນເຈົ້າສີ່ລະດູການ. " ທ່ານຜູ່ຟັງທີ່ຮັກແພງ, ທີ່ຟັງມານັ້ນແມ່ນເພງ "ເສຍໄລເຕີຊືໂຮ້ວ" "ໃນເວລາມີຫິມະຕົກ"ເຊິ່ງຂັບຮ້ອງໂດຍທ່ານຊູໂຢວເຜິງ. ນະທີ່ນີ້, ສົມບູນຫວັງໃຫ້ລາຍການຂອງພວກເຮົາກໍເປັນເພື່ອນທ່ານໃນສີ່ລະດູການ, ຮ່ວມມ່ວນຊື່ນແລະແບ່ງປັນຄວາມໂສກເສົ້ານຳທ່ານ.
1 2
|