|
![](/images/spacer.gif) |
(GMT+08:00)
2005-06-27 13:55:00
|
![](/images/shim.gif) |
ຫິມະໃນລະດູໜາວ(ສຽງ)
cri
Author: huachunmei
ເຊື່ອວ່າ, ເພື່ອນລາວສ່ວນຫຼາຍຄົງບໍ່ເຄີຍເຫັນຫິມະຕົກຈັກເທື່ອ. ທິວທັດຫິມະແມ່ນຂອງຂວັນອັນປະເສີດທີ່ເທດວະຊົງໂປດໃຫ້ແກ່ມະນຸດເມືອງຄົນ. ເມື່ອຫິມະຕົກແລ້ວ, ຕາມງ່າໄມ້ແລະໜ້າດິນຄືກັບມີຄົນເອົາເກືອອັນຂາວກະຈະມາໂຮຍໃສ່ເປັນຊັ້ນໜາໆ, ງາມທີ່ສຸດ. ພວກເດັກນ້ອຍຈະຂໍໃຫ້ຜູ່ໃຫຍ່ພາອອກໄປຫຼິ້ນນອກເຮືອນ, ປັ້ນຫິມະເປັນກ້ອນໆ, ຂວາງໃສ່ກັນ, ຊຶ່ງຄົນຈີນເອິ້ນວ່າ, ເລວເສິກຫິມະ. ນອກນີ້ຍັງມີການກອງຄົນຫິມະຢູ່ຂ້າງທາງແລະເດີ່ນຫວ່າງ, ມ່ວນທີ່ສຸດ. ແຕ່ວ່າ, ສຳລັບຄູ່ຮັກທີ່ຈະຈາກກັນໄປ, ຄົນຫິມະທີ່ມໍ່ຈະລະລາຍໃຕ້ແສງແດດຈະນຳເອົາຄວາມໝອງໃຈມາໃຫ້ພວກເຂົາເຈົ້າ.
"ໃຈຂອງຂ້ອຍໝັ້ນແກ່ນປານເຂົາສະເໝນ, ບໍ່ເຄີຍຄອນແຄນຈັກເທື່ອ. ຄວາມຮັກຂອງຂ້ອຍເໝືອນດັ່ງສຽງຟ້າຮ້ອງໃນລະດູບານໃໝ່. ໃນທີ່ສຸດຂ້ອຍຈຶ່ງຮູ້ວ່າ, ແມ່ນຍ້ອນອ້ອມກອດຂອງເຈົ້າ, ຈຶ່ງເຮັດໃຫ້ຂ້ອຍລໍຄອຍດົນປານໃດກໍ່ບໍ່ຍອມຈາກໄປ. ຫິມະພວມໄໝ້, ຄວາມເຈັບຊ້ຳໃນໃຈບໍ່ມີໃຜຮູ້……" ເພງ" ເສຍຈ້າຍຊ່າວ" "ຫິມະໄໝ້" ທີ່ຂັບຮ້ອງໂດຍນາງຮວງຢີງຢີງນີ້ເຕັມໄປດ້ວຍຄວາມສຸດວິໄສແລະເຫງົາໃຈ, ແຕ່ວ່າ, ໃນຊີວິດຂອງແຕ່ລະຄົນຍ່ອມຈະປະເຊີນຄວາມຫຍຸ້ງແລະອຸປະສັກຫຼາກຫຼາຍ, ຫວັງແຕ່ວ່າ, ເມື່ອຫິມະເອື້ອນແລ້ວ, ພວກເຮົາຍັງຮັກສາຈິດໃຈທີ່ເຂັ້ມແຂງແລະເຕັມໄປດ້ວຍຄວາມຫວັງໃໝ່.
ທ່ານຜູ່ຟັງທີ່ໂຄລົບ, ໃນຕອນທ້າຍຂອງລາຍການພາກນີ້, ສົມບູນຈະຈັດເພງ "ຫິມະປັກກິ່ງ"ສູ່ຟັງເປັນພິເສດ, ເພາະວ່າ, ຂ້າພະເຈົ້າຮູ້ວ່າ, ນັກສຶກສາລາວບໍ່ໜ້ອຍທີ່ມາຮຽນຢູ່ຈີນສ່ວນຫຼາຍຈະບໍ່ເຄີຍເຫັນຫິມະມາກ່ອນ. ໃນເວລາພວກເພິ່ນດີໃຈຕື່ນເຕັ້ນທີ່ໄດ້ເຫັນຫິມະນັ້ນ, ພວກເພິ່ນກໍຄົງຈະຄຶດຮອດຄຶດເຖິງຍາດພີ່ນ້ອງທີ່ຢູ່ທາງບ້ານ.
"ຄ່ຳຄືນໃນລະດູໜາວ, ພໍຫຼັບຕາກໍຄຶດຮອດບ້ານ. ຫິມະຕົກລົງຍ່າວໆປົກຄຸມເມືອງປັກກິ່ງ, ນ້ຳຕາເຮັດໃຫ້ໃຈຂ້ອຍອົບອຸ່ນ. ຂ້ອຍຈະຂ້ຽວໄປຕ້ອນຮັບລະດູບານໃໝ່, ຈົ່ງຄວາມເວົ້າທີ່ຮູ້ໃຈກັນ, ໄວ້ເວົ້ານຳຜູ່ຄຶດຮອດຂ້ອຍ."
ຄຽງຄູ່ກັບເພງ" ຫິມະປັກກິ່ງ", ລາຍການນັດພົບໃນວັນອາທິດຂອງພວກເຮົາມື້ນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ສົມບູນແລະກຸຫຼາບ ບັນນາທິການຂອບໃຈທ່ານໄດ້ຮັບຟັງ, ພົບກັນໃໝ່ໃນອາທິດໜ້າ. 1 2
|
|
|