ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-28 18:22:39    
ຜູ້​ຖືກ​ທຳ​ຮ້າຍ​ຍ້ອນ​ອາ​ວຸດ​ເຄ​ມີ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ ຈີນ​ປະ​ໄວ້​ຢູ່​ຈີນ​ເລົ່າ​ເລື່ອງ​ຖືກ​ທຳ​ຮ້າຍ(ພາບ)(ສຽງ)

cri Author: q

ປີ​ນີ້​ແມ່ນ​ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60​ປີ.​​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ,ກອງ​ທະຫານ​ຍີ່​ປຸ່ນ​ໄດ້​ກໍ່​ສົງຄາມ​ເຄມີ​ຢູ່​ຈີນ,ອັນ​ໄດ້​ນຳ​ເອົາ​​ໄພພິບັດ​ອັນ​ໜັກໜ່ວງ​ມາ​ສູ່​ປະຊາຊົນ​ຈີນ.​ເລື່ອງ​ທີ່​ຍິ່ງ​ບໍ່​ເປັນ​ຈັ່ງ​ບຸນ​ ​ນັ້ນແມ່ນອາວຸດ​ເຄມີ​ທີ່​ກອງ​ທະຫານ​ຍີ່​ປຸ່ນຮຸກຮານຈີນປະ​ໄວ້​ຢູ່​ຈີນ​ຫຼັງ​ສົງຄາມ​ນັ້ນໄດ້​ທຳຮ້າຍຊາວ​ຈີນ​ທີ່​ປະສົບ​ຄວາມ​ທໍລະມານເທື່ອ​ແລ້ວ​ເທື່ອ​ອີກ. 


 ພໍ່​ເຖົ້າ​ລີ​ຊິງ​ສຽງ ປີ​ນີ້​ອາຍຸ78​ປີ ບ້ານ​ຂອງ​​ເພິ່ນ​ຕັ້ງ​ຢູ່​ບ້ານ​ເປ​ຖົງ ​ແຂວງ​ເຮີ​ເປ ພາກ​​ເໜືອ​ຂອງ​ຈີນ,​​ໃນ​ມື້ໜຶ່ງ​ເມື່ອ63​ປີ​ກ່ອນ,ຍາດ​ພີ່ນ້ອງ4​ຄົນ​ຂອງ​ພໍ່​ເຖົ້າ​ພ້ອມ​ກັນ​ຕາຍ​ຍ້ອນ​ອາຍ​ພິດ​ຂອງ​ກອງທະ​ຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ.​ເມື່ອ​ກ່າວ​ເຖິງ​ເລື່ອງ​ນີ້,​ພໍ່​ເຖົ້າ​ມີ​ສີ​ໜ້າ​​ໂສກ​ເສົ້າ.ພໍ່​ເຖົ້າ​ບອກ​ນັກ​ຂ່າວ​ວ່າ,​ໃນ​ຕອນ​ເຊົ້າ​ມື້ໜຶ່ງ​​ໃນ​ຕົ້ນລະດູ​ບານ​ໃໝ່​ເມື່ອ63​ປີ​ກ່ອນ,​ກອງ​ທະ​ຫານ​ຍີ່​ປຸ່ນ​ມາກ​ວາດ​ລ້າງ​ບ້ານຂອງ​ເພິ່ນ,ຊາວບ້ານ​ສ່ວນ​ຫຼາຍ​ຈິ່ງ​ເຂົ້າ​ສູ່​ຄອງ​ໃຕ້​ດິນ​ທີ່​ໄດ້​ຂຸດ​ໄວ້​ກ່ອນ​ເພື່ອ​ຫຼີກ​ເວັ້ນ​ການ​ທຳຮ້າຍ​ຂອງ​ພວກ​ສັດຕູ.  ​


ແຕ່​ວ່າ,​ໃຜ​ຊິ​ຄາດ​ເຖິງ​ວ່າ,ກອງ​ທະຫານ​ຍີ່ປຸ່ນ​ພັດ​ຖິ້ມລູກລະ​ເບີດອາຍ​ພິດ​ແລະ​ຟືນ​ທີ່​ພວມ​ໄໝ້​ລົງ​ສູ່​ຄອງ​ໃຕ້​ດິນ,ພໍ່​ເຖົ້າ​ລີ​ຊິງ​ສຽງ​ໄດ້​ຫວນ​ຄືນ​ຢ່າງ​​ເຈັບ​ແສບວ່າ:​ໃນ​ຄາວ​ນັ້ນ,ຢູ່​ຄອງ​​ໃຕ້​ດິນ​ເກີດ​ມີ​ຄວາມ​ວຸ້ນວາຍ,ຍ້ອນ​ມີ​ກິ່ນ​ອາຍ​ພິດ​ແສບ​ຮູດັງຄົນ​ທັງ​ຫຼາຍ​ຈິ່ງ​​ແຕກ​ໜີ​ໄປ​ຢ່າງ​ລັບ​ຫູ​ລັບ​ຕາ​.ຍາດ​ພີ່ນ້ອງຂອງ​ຕົນ​ແລະ​ພໍ່​ແມ່​ປະຊາຊົນກໍ​ແມ່ນ​ຕາຍ​ໃນ​ທ່າມກາງ​ອາຍ​ພິດ.​ພໍ່​ເຖົ້າ​ເວົ້າ​ວ່າ: 


"ພາຍຫຼັງພວກສັດຕູປ່ອຍ​ອາຍ​ພິດ​​ແລ້ວ,​ເອື້ອຍ​ແລະ​ພວກ​ນ້ອງ​ຊາຍ​ຂອງ​ຂ້ອຍ​ກໍ​ໄດ້​ແຕກ​ໜີ​​ໄປ,​ສ່ວນ​ນ້ອງ​ສາວ​ຂ້ອຍ​ອາຍຸ8​ປີ​ທີ່​ຢູ່​ຄຽງ​ຂ້າງ​ໄດ້​ເວົ້າ​ນຳ​ຂ້ອຍ​ວ່າ"​ອ້າຍ,​ນ້ອງ​ຍ່າງ​ບໍ່​ໄດ້​ແລ້ວ."​ໃນ​ທີ່​ສຸດ,​​ເອື້ອຍ,ນ້ອງ​ຊາຍ​ສອງ​ຄົນ​ແລະ​ນ້ອງ​ຂອງ​ຂ້ອຍ​ໄດ້​ຖືກ​ພິດ​ແລ້ວ​ຕາຍ​ໝົດ.​ນອກ​ນີ້,​ເຮືອນ​9​ຫຼັງ​ຂອງ​ພວກ​ຂ້ອຍ​ຖືກ​ກອງ​ທະຫານ​ຍີ່​ປຸ່ນ​ເຜົາ​ຈົນ​​ກ້ຽງ."


ພໍ່​ເຖົ້າ​ລີ​ຊິງ​ສຽງ ຍັງ​ໄດ້​ບອກ​ຊື່​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ບໍ່​ເປັນ​ຈັ່ງ​ບຸນ​ຍິງ​ຫຼາຍ,​ຄື​ທ່ານ​ລີ​ຢຸນຫູ,ທ່ານ​ວາງ​ຊິນ​ເສິງ,ນາງ​ລີ​ຈູ​ເປັນ​ຕົ້ນ.ຂໍ້​ມູນ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ,ມື້​ນັ້ນ,​ຢູ່​ບ້ານ​ເປ​ຖົງ,ລວມມີ800​ກວ່າ​ຄົນ​ໄດ້​ຕາຍ​ຢ່າງ​ໜ້າສັງ​ເວດໃນ​ສົງຄາມ​ອາຍ​ຜິດ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນ​ກໍ່​ຂຶ້ນ.


ທີ່​ຈິງ​ແລ້ວ,ຕົວຢ່າງ​ທີ່​ກອງ​ທະຫານ​ຍີ່​ປຸ່ນຮຸກ​ຮານ​ຈີນ​ກໍ່​ສົງຄາມ​​ເຄມີ​ນັ້ນ​ໄດ້​​ເຫັນ​ຢູ່​ເລື້ອຍໆ.​ທ່ານ​ປູ​ພິງ ສາ​ສະ​ດາ​ຈານ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງ​ຄົມ​ຈີນ​ໄດ້​ສຸມ​ໃສ່​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ກອງ​ທະຫານ​ຍີ່​ປຸ່ນກໍ່​ສົງຄາມ​​ເຄມີ​ຢູ່​ຈີນ​​ເປັນ​ໄລຍະ​ຍາວ​ນານ​.ທ່ານ​ຊີ້​ອອກ​ວ່າ,​ແຕ່​ປີ1939​ຮອດ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ສິ້ນສຸດ​ລົງ,ກອງ​ທະຫານ​ຍີ່​ປຸ່ນ​ໃຊ້​ອາ​ວຸດ​ເຄ​ມີ​ໃນ​ການ​ສູ້​ລົບ​ນັ້ນ​ແມ່ນ​ສະພາບ​ທີ່​ເຫັນ​ໂດຍ​ທົ່ວ​ໄປ.ຕາມ​ສະຖິຕິ​ບໍ່​ຄົບ​ຖ້ວນ,ພຽງ​ແຕ່​ກອງ​ທະ​ຫານ​ຍີ່​ປຸ່ນ​ໃຊ້​ອາຍ​ພິດ​ຕໍ່​ກອງ​ທະ​ຫານ​ຈີນກໍ​ມີ​2ພັນ​ກວ່າ​ເທື່ອ,ສ່ວນ​ຈຳນວນ​​ເທື່ອ​ທີ່​ຍີ່​ປຸ່ນ​ໃຊ້​ອາຍ​ພິດ​ນັ້ນ​ຍິ່ງ​ຈະຫຼາຍ​ກວ່າ​ຕົວ​ເລກ​ນີ້​ອີກ.​ແຕ່​ວ່າ, ຍ້ອນ​ໄດ້​ຮັບການ​ປົກ​ປ້ອງຈາກອາ​ເມ​ລິ​ກາ,​ທາ​ລຸນ​ກຳ​ຂອງ​ກອງ​ທະຫານ​ຮຸກ​ຮານ​ຈີນ​ ​ພັດ​ບໍ່​ໄດ້​ຖືກ​ກ່າວ​ຟ້ອງ​.


ການ​ສິ້ນ​ສຸດ​ລົງ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ນຳ​ເອົາ​ແສງ​ອາ​ລຸນ​ມາ​ໃຫ້​ຄົນ​ທັງ​ຫຼາຍ​ໃນ​ໂລກ​ທີ່​ຖືກ​ທໍລະມານ​ຈາກ​ສົງຄາມ.​ແຕ່​ວ່າ,​ເວົ້າ​ສຳລັບ​ປະຊາຊົນ​ຈີນ​ແລ້ວ,ພັດ​ບໍ່​ໄດ້​ຫ່າງ​ເຫີນ​ຈາກ​ຄວາມ​ອັນ​ຕະ​ລາຍ​ຂອງ​ອາວຸດ​​ເຄມີ​ຂອງ​ກອງ​ທະຫານ​ຍີ່​ປຸ່ນ.​ໃນ​ຕອນ​ກາງຄືນ​ມື້​ໜຶ່ງ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​​ປີ1974,ທ່ານ​ລີ​ເສິນ​ກຳມະກອນ​ກົນ​ຈັກ​ເຮືອ​ທີ່ຊຳລະ​ສະ​ສ້າງ​ພື້ນ​​ແມ່​ນ້ຳ​ພ້ອມ​ດ້ວຍ​ຜູ້ຮ່ວມ​ງານ​ພວມ​ເຮັດ​ວຽກ​ຊຳລະ​ສະ​ສາງ​ຢ່າງ​​ເຄັ່ງ​ຕຶງ​ຢູ່​ແມ່​ນ້ຳ​ເຮີຍ​ລົງ​ຈ່ຽງ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.ທັນ​ໃດ​ນັ້ນ,ປ້ຳສູບນ້ຳ​ໄດ້​ສົ່ງ​ສຽງ​ຜິດ​ປົກ​ກະ​ຕິ​ອອກ​ມາ,ຄື​ວ່າ​ມັນ​ຖືກ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຕັນ​ແລ້ວ,​ໃນ​ທີ່​ສຸດ,ປ້ຳສູບ​ນ້ຳ​ໄດ້​ມອດ​​ໄຟ​.ທ່ານ​ລີ​ເສິນ​ກ່າວ​ວ່າ: 


"ປ້ຳ​ສູບ​ນ້ຳ​ໄດ້​ຕິດ​ຂັດ​ແລ້ວ,​ໃນ​ເວລາ​ນັ້ນ,ພວກ​ເຮົາ​ໄດ້​ເປີດ​ຝາ​ປ້ຳ​ສູບ​ນ້ຳ,​ມີ​ກິ່ນ​ແສບ​ດັງ​ສົ່ງ​ອອກ​ມາ,ຂ້ອຍ​ເອົາ​ມື​ໄປ​ງົມຖືກ​​ເຄື່ອງ​ເຫຼັກ​ຮູບ​ລູກປືນ​ໃຫຍ່.​ຍ້ອນ​ໜຶ່ງ​ຖືກ​ປ້ຳ​ສູບ​ນ້ຳ​ທັບ​ເພ​ແລ້ວ,ທາດ​ແຫຼວ​ສີດຳ​ໄດ້​ຕິດ​ຢູ່​ປ້ຳ​ສູບ​ນ້ຳ.ສະ​ນັ້ນ,ທາດ​ແຫຼວ​ໄດ້​ຕິດ​ມື​ຂ້ອຍ.ບໍ່​ດົນ,​ຂ້ອຍ​ກໍ​ຮູ້​ສຶກ​ປວດຮາກ,​​ແລ້ວ​ກໍ່ຮາກ​ອອກ,ນ້ຳຕາ​ໄຫຼອອກ,ວິນ​ຫົວ,​ແລະຢູ່​ຍາກ​ທີ່​ສຸດ."  


 ທີ່​ຈິງ​ແລ້ວ,ລູກປືນ​ໃຫຍ່​ທີ່​ທ່ານ​ລີ​ເສິນ​​ແລະ​ຜູ້ຮ່ວມ​ງານ​ຊອກ​ໄດ້​ນັ້ນ​ແມ່ນ​ກອງ​ທະຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ປະ​ຖີ້ມ,​ທາດ​ແຫຼວໃນ​ລູກປືນ​ໃຫຍ່​​ແມ່ນ​ຢາ​ພິດ​ເຄມີ​ຊະນິດ​ໜຶ່ງ​ທີ່​ເອີ້ນ​ວ່າ​ອາຍ​ພິດ​ມາສ​ເຕີ,ມັນ​ສາມາດທຳລາຍຈຸ​ລັງ​ເນື້ອ​ເຍື້ອ​ຂອງ​ຄົນ​ໂດຍ​ກົງ,ພາ​ໃຫ້ ຜິວ​ໜັງ,​ເຍື່ອ​ໃນ​ອະ​ໄວ​ຍະ​ວະເປັນ​ອັກ​ເສບ​ຫຼື​ຕາຍໄປ,​ແລະ​ຜ່ານ​ຈາກ​ຜິວໜັງ,ຕາ,​ເຍື່ອ​ໃນລະບົບ​ຫາຍ​ໃຈ,​ເຮັດ​ໃຫ້​ໝົດ​ຕົນ​ໂຕ​ຂອງ​ຄົນ​ຖືກ​ພິດ,ພາ​ໃຫ້​ເປັນ​ພະຍາດ​ຜິວໜັງ.ຍ້ອນ​ຖືກ​ນ້ຳ​ພິດ​ເຊື່ອມ​ຊຶມ,ທ່ານ​ລີ​ເສິນ​ຈຳ​ເປັນ​ຕ້ອງ​ເຂົ້າ​ໂຮງໝໍ​ປິ່ນ​ປົວ​ເທື່ອ​ແລ້ວ​ເທື່ອ​ອີກ.ຈົນ​ຮອດ​ຊູ່​ມື້​ນີ້,ອາ​ການ​ຢ້ອນ​ຫຼັງ​ຈຳ​ນວນ​ໜຶ່ງ​ຍັງ​ທໍ​ລະ​ມານ​ທ່ານ​ໂດຍ​ຕະຫຼອດ​ຄື​ຮິມ​ສົບ​ອອກ​ເລືອດ​ເລື້ອຍໆ,ລາງ​ເທື່ອ​ຫາຍ​ໃຈ​ຍາກ​ເປັນ​ຕົ້ນ.    

1  2