ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-28 18:22:39    
ຜູ້​ຖືກ​ທຳ​ຮ້າຍ​ຍ້ອນ​ອາ​ວຸດ​ເຄ​ມີ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ ຈີນ​ປະ​ໄວ້​ຢູ່​ຈີນ​ເລົ່າ​ເລື່ອງ​ຖືກ​ທຳ​ຮ້າຍ(ພາບ)(ສຽງ)

cri Author: q

ເປັນ​ຫຍັງ​ຢູ່​ຈີນ​ຍັງ​ມີ​ອາວຸດ​ເຄມີ​ຂອງ​ກອງ​ທະຫານ​ຍີ່​ປຸ່ນ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ?​ຕາມ​ສາ​ສະ​ດາ​ຈານ​ປູ​ພິງ ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ,​ກ່ອນ​ຍີ່​ປຸ່ນ​ມໍ່​ຈະ​ຍອມ​ຈຳນົນ,​ເພື່ອ​ປົກ​ປິດ​ໂທດ​ກຳ,ກອງ​ທະຫານ​ຍີ່​ປຸ່ນ​ໄດ້​ຝັງ​ຫຼື​ປະ​ຖິ້ມ​ອາ​ວຸດ​ເຄມີ​ຢ່າງ​ຫຼວງ​ຫຼາຍ,​ແລະ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ແມ່ນ​​ຮັກ​ສາ​ຄວາມ​ລັບຕໍ່​ຈີນ​ຢ່າງ​ເດັດ​ຂາດ.​ພາຍ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ,ລັດຖະບານ​ຍີ່​ປຸ່ນໄດ້​ປະຕິ​ເສດ​ບໍ່​ຮັບ​ຮອງ​ເປັນ​ໄລ​ຍະ​ຍາວ​ນານ​ວ່າ​ຍີ່​ປຸ່ນ​​ເຄີຍ​ຄົ້ນ​ຄວ້າ​ແລະ​ປະ​ຖິ້ມ​ອາວຸດ​ເຄມີ,ຈົນ​ຮອດ​ປີ1991,ຍ້ອນ​ກຳ​ລັງ​ໜີບ​ຈາກ​ເລື່ອງ​ຈິງ​ແລະ​ຫາງ​ສຽງ​ຂອງ​ປະ​ຊາ​ຄົມ​ໂລກ,ພວກ​​ເຂົາ​ເຈົ້າ​ຈິ່ງ​ຮັບ​ຮອງວ່າ​ມີ​ບັນ​ຫາ​ດັ່ງ​ກ່າວ.    


ຖັງໂລຫະທີ່ບັນທຸກສານພິດໃນເຫດການ4ສິງຫາ

ກໍ​ແມ່ນ​ຍ້ອນ​ມູນ​ເຫດ​ດັ່ງກ່າວ,ລະ​ເບີດອາຍ​ພິດ​ຈຳນວນ​ຫຼວງ​ຫຼາຍ​ທີ່​ກອງ​ທະຫານ​ຍີ່​ປຸ່ນປະ​ຖິ້ມ​ຢູ່​ຈີນ​​ໄດ້​ກາຍ​ເປັນ​ອັນຕະລາຍ​ທີ່​ແຝງ​ຊ້ອນ​ຢູ່,​ເລື່ອງ​​ໂສກ​ນາດຕະກຳ​ທີ່​ຄື​ກັນ​ກັບ​ທ່ານ​ລີ​ເສິນບໍ່​​ໄດ້​ຢຸດ​ເຊົາ​ຈັກ​ເທື່ອ.ໃນ​ນັ້ນ,​ເຫດການ​ຂ້ອນ​ຂ້າງ​ໜັກໜ່ວງ​​ເທື່ອ​ໜຶ່ງ​ແມ່ນ​ເກີດ​ຂຶ້ນ​​ເມື່ອ​ວັນ​ທີ4​ສິງຫາ​ປີ2003,ຢູ່​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ສີ​ສີ​ຮາ​ເອີ​ ​ແຂວງ​ເຮີຍ​ລົງ​ຈ່ຽງ​ຈີນ,ກຳມະກອນ​ໄດ້​ຂຸດ​ເຫັນ​ຖັງ​ໂລ​ຫະ​5​ໜ່ວຍ,​ອາຍ​ພິດ​ມາສ​ເຕີ​ໃນ​ຖັງ​ໄດ້​ຮົ່ວ​ອອກ,​ພາ​ໃຫ້​44​ຄົນ​ຖືກ​ພິດ,​ໃນ​ນັ້ນ,ມີ1​ຄົນ​ຕາຍ.​ເຫດ​ການ​ນີ້​ຍິ່ງ​​ເຮັດ​ໃຫ້​ວົງ​ການ​ຕ່າງ​ໆ​ຂອງ​ຈີນ​ບໍ່​ພໍ​ໃຈ​ນຳ​ລັດ​ຖະ​ບານ​ຍີ່​ປຸ່ນທີ່​ປັດ​ປ່າຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປ​ະ​ຫວັດ​ສາດ. ​ສິ່ງ​ທີ່​ຕ່າງ​ກັນ​ກັບ​ເມື່ອ​ກ່ອນ​ນັ້ນ​ແມ່ນ,​ເມື່ອ​ລັດຖະບານ​ຈີນ​ໄດ້​ຕໍ່​ວ່າ​ຕໍ່​ຂານ​ຫຼາຍ​ເທື່ອ,​ໃນ​ທີ່​ສຸດ,​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຈ່າຍ​300​ລ້ານ​ເຢັນ​ເພື່ອ​ທົດ​ແທນ​ຄວາມ​ເສຍ​ຫາຍ​​ໃຫ້​ຝ່າຍ​ຈີນ​ຍ້ອນ​ເຫດ​ການ​4​ສິ​ງ​ຫາ.​ທ້າວ​ວາງ​ເສິງ ປີ​ນີ້​ອາ​ຍຸ​26​ປີ​ແມ່ນ​ຜູ້​ບາດ​ເຈັບ​ໜັກ​ສົມຄວນ​ໃນ​ເຫດ​ການ​ດັ່ງ​ກ່າວ,​ລາວ​ບອກ​ນັກ​ຂ່າວ​ວ່າ,ດຽວ​ນີ້,ພໍ​​ໃຊ້​ແຮງ​ຫຼາຍກໍ​ຮູ້ສຶກ​ຫາຍ​ໃຈ​ຍາກ,​ນ້ຳ​ໜັກ​ໄດ້​ຫຼຸດ​ລົງ1​0​ກິ​ໂລ​ເມື່ອ​ທຽບ​ກັບ​​ໄລ​ຍະ​ກ່ອນ​ຖືກ​ພິດ.ລາວ​ເວົ້າ​ວ່າ: "ຂ້ອຍ​ໄດ້​ຄ່າ​ໃຊ້​ແທນ​ແລ້ວ,​ແຕ່​ອາ​ລົມ​ຈິດ​ພັດ​ບໍ່​ດີ,​​ເພາະ​ເງົາ​ມືດ​ແຫ່ງ​ການ​ຜົນ​ຮ້າຍ​ຂອງ​ອາຍ​ພິດ​ໄດ້​ປົກ​ຫຸ້ມ​ຢູ່​ໃນ​ໃຈ​ຂ້ອຍ​ໂດຍ​ຕະ​ຫຼອດ,​ຂ້ອຍ​ຍັງ​ຕ້ອງ​ໄປ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​​ເລື້ອຍໆ."   

ທ້າວວາງເສິງທີ່ພວມປິ່ນປົວຢູ່ໂຮງໝໍ

ສະຖິຕິ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ,ປັດຈຸບັນ,​ໄດ້​ມີ​ປະຊາຊົນ​ຈີນ​ທີ່​ບໍ່​ມີ​ໂທດ​ຫຍັງ2​ພັນ​ກວ່າ​ຄົນ​ປະສົບ​ການ​ທຳຮ້າຍ​ຍ້ອນອາວຸດ​ເຄມີ​ທີ່​ກອງ​ທະຫານ​ຍີ່ປຸ່ນຜູ້ຮຸກ​ຮານ​ຈີນ​ປະ​ຖິ້ມ​ຢູ່​ຈີນ.​ນອກ​ນີ້,ປະຊາຊົນ​ຈີນ​ຫຼາຍໆ​ຄົນ​ຍັງ​ວິຕົກ​ກັງວົນ​ທີ່​ສຸດ​ນຳ​ລະ​ເບີດ​ອາຍ​ພິດ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ຈີນ​ປະ​ຖີ້ມຢູ່​ຈີນ​ແຕ່​ດຽວ​ນີ້​ຍັງ​ບໍ່​ທັນ​ຂຸດ​ອອກ​ມາ.ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ​ເວ​ລາ​ຈີນ​ຍີ່​ປຸ່ນ​ເຂົ້າ​ຮ່ວມ​ສົນທິສັນຍາ​ເກືອດ​ຫ້າມ​ອາວຸດ​ເຄມີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເມື່ອ​ປີ​1997,​ຍີ່​ປຸ່ນຕ້ອງ​ທຳລາຍ​ອາວຸດ​ເຄມີ​ທີ່​ປະ​ຖິ້ມ​ຢູ່​ຈີນ​ນັ້ນ​ຢ່າງ​ເຖິງ​ຖອງ​ກ່ອນ​ປີ​2007,​ແຕ່​ປັດ​ຈຸ​ບັນ,​ວຽກ​ງານ​ດັ່ງກ່າວ​ພັດ​ໄດ້​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ.

ນັກຮຽນຜູ້ໜຶ່ງຂອງມັດຖະຍົມເມືອງສີສີຮາເອີແຂວງເຮີຍລົງຈ່ຽງ
ຮັບການປິ່ນປົວຢູ່ໂຮງໝໍຍ້ອນຖືກພິດໃນເຫດການ4ສິງຫາ


1  2