![]( /mmsource/images/2004/04/21/laba.gif)
ທີ່ນີ້ ວິທະຍຸສາກົນແຫ່ງປະເທດຈີນ.ສະບາຍດີ ທ່ານຜູ້ຟັງທີ່ໂຄລົບ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ"ນັດພົບໃນວັນອາທີດ", ທ່ານຜູ້ຟັງ ເວລາຜ່ານໄປໄວຫຼາຍ, ເດືອນກໍລະກົດໄດ້ວຽນມາເຖິງອີກແລ້ວ, ຊຶ່ງແມ່ນຍາມທີ່ໂຮງຮຽນພັກຮຽນຍາມຮ້ອນ, ໃນຂະນະນີ້, ຈະມີນັກຮຽນອີກບໍ່ໜ້ອຍຍ່າງອອກຈາກໂຮງຮຽນເຂົ້າສູ່ສັງຄົມ. ມື້ນີ້ ພວກເຮົາໄດ້ຈັດເພງປະມວນໜຶ່ງມອບໃຫ້ນັກຮຽນທີ່ຮຽນຈົບຈາກໂຮງຮຽນ. ພ້ອມນີ້, ກໍມອບໃຫ້ເພື່ອນຜູ້ຟັງທຸກຄົນທີ່ພວມຟັງລາຍການຂອງພວກເຮົາຢູ່ດຽວນີ້, ຄິດວ່າທ່ານຄົງຈະມັກ.
"ມີເຈົ້າເປັນເພື່ອນຕະຫຼອດທາງ, ເຖິງວ່າລຳບາກແດ່, ແລະຕ້ອງຈາກກັນໄປກໍຍິນຍອມ, ມີເຈົ້າເປັນເພື່ອນຕະຫຼອດທາງ,ເຖິງຈະເຫງົາໃຈແດ່ກໍຍິນຍອມ, ຊາດນີ້, ເຮົາຄາດຈະຕ້ອງຈາກກັນ. " ທ່ານຜູ້ຟັງ, ທີ່ຟັງມານັ້ນແມ່ນເພງ ອີລູ້ຊ້າງອິວນີ "ມີເຈົ້າເປັນເພື່ອນຕະຫຼອດທາງ" .
ໃນຝູງຄົນທີ່ຫຼາກຫຼາຍພາຍມາກໃນສັງຄົມສອງຄົນເຮົາໄດ້ມາພົບກັນ, ຈຸງແຂນກັນເດີນທາງໄລຍະໜຶ່ງໃນຊີວິດ ກໍນັບວ່າເປັນເລື່ອງໂຊກແລ້ວ, ກ່ອນຈະຈາກກັນໄປ ພວກເຮົາຈົ່ງຮ້ອງເພງນຳກັນຈັກເພງ, ຢ່າລືມຮອຍຍິ້ມແລະນ້ຳຕາທີ່ເຮົາເຄີຍຮ່ວມກັນປະສົບມາ.
"ຫວນຄຶດຄືນຫຼັງ, ໃນຄືນທີ່ເຮົາທັງສອງຢູ່ຄຽງກັນ, ມື້ອື່ນເຊົ້າກໍຈະຈາກເຈົ້າໄປແລ້ວ, ຕາມທາງທີ່ຍືດຍາວ ຂ້ອຍອາດຈະເປົ່າປ່ຽວ. ໃນຄາວດຽວ, ມີຄວາມທີ່ຢາກເວົ້າຫຼາຍເກີນໄປ, ເສຍດາຍທີ່ຕ້ອງຈາກກັນໄປູຄົນລະທີບ, ຈຳເປັນມີແຕ່ຈ້ອງມອງກັນໃຫ້ນານໆ. ເມື່ອໜ້າ, ເຖິງຈະມີເພງພັນເພງສົ່ງມາ, ເມື່ອໜ້າ, ເຖິງຈະມີດາວພັນດວງຮຸ່ງແຈ້ງກວ່າແສງຈັນຄືນນີ້ ກໍບໍ່ອາດງາມກ່ວາຄືນມື້ນີ້, ແລະບໍ່ອາດເຮັດໃຫ້ຂ້ອຍຊື່ນຊົມກ່ວານີ້."
ພົບກັນຢ່າງດີງາມແລະດົນນານປານໃດ, ກໍຕ້ອງມີມື້ສຸດສ້ຽງ, ເມື່ອຮອດຍາມຈະອຳລາກັນໄປ, ເມື່ອຈະໄດ້ພົບກັນອີກໃນຫຼາຍສິບປີຂ້າງໜ້າ, ຄຳທີ່ວ່າ, ຂໍໃຫ້ເຈົ້າມີຄວາມສຸກກ່ວາຂ້ອຍ ອາດຈະແມ່ນຄຳອວຍພອນອັນດີງາມທີ່ສຸດແລະຈິງໃຈທີ່ສຸດລະຫວ່າງເພື່ອນສະໜິດມີດສະໜົມ.
"ດຽວນີ້, ເຈົ້າກໍຄ່ອຍຢູ່ບໍ່, ຄືຊິບໍ່ມີເລື່ອງອຸກອັ່ງຫຍັງນໍ, ຍັງບໍ່ລືມໜ້າຕາອັນຊື່ນບານຂອງເຈົ້າທີ່ຄືກັບເດັກນ້ອຍ, ຮອຍຍິ້ມຂອງເຈົ້າສຳຄັນຫຼາຍໃນຊີວິດຂອງຂ້ອຍ, ຫຼາຍປີມານີ້ ເຈົ້າກໍຄ່ອຍຢູ່ບໍ່, ບາງທີກໍຮູ້ສຶກວ່າໂຕເອງເຖົ້າແດ່ແລ້ວແມ່ນບໍ່, ມີຄູ່ຮັກຄືກັບຜູ້ໃຫຍ່, ແລະບາງທີກໍອາລົມບໍ່ດີແມ່ນບໍ່, ຂໍໃຫ້ເຊື່ອວ່າ, ຂ້ອຍຢູ່ຄຽງຂ້າງເຈົ້າ. ຂໍແຕ່ເຈົ້າມີຄວາມສຸກກ່ວາຂ້ອຍ, ເລື່ອງຫຍັງກໍບໍ່ຍາກ, ຄວາມສຸກຢູ່ຄຽງຂ້າງເຈົ້າ, ຈົນຮອດເຖົ້າ."
1 2
|