ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-30 16:45:10    
ມີ​ເຈົ້າ​ເປັນ​ເພື່ອນ​ຕະຫຼອດທາງ(ສຽງ)

cri Author: huachunmei

​ທ່ານ​ຜູ້​ຟັງ, ​ເມື່ອ​ໄດ້​ຟັງ​ເພງ​"ຂໍ​ແຕ່​ເຈົ້າ​ມີ​ຄວາມ​ສຸກ​ກ່ວາ​ຂ້ອຍ"​ແລ້ວ, ຕໍ່​ໄປ​ທ່ານ​ຈະ​ໄດ້​ຟັງ​ເພງ"​ເດັກ​ຍິງ​ທີ່​ພືປີກ​ບິນ",​ໃນ​ເພງ​ໄດ້​ບັນ​ຍາຍ​ຄວາມ​ຮູ້​ສຶກ​ຂອງ​ຄູ່​ຮັກ​ທີ່​ຈາກ​ກັນ​ໄປ​ແລ້ວ​ຍັງ​ຮັກ​ກັນ, ຮູ້​ໃຈ​ກັນ. " ​ເຈົ້າ​ເຄີຍ​ບອກ​ຂ້ອຍ​ວ່າ ຕ້ອງ​ເປັນ​ຄົນ​ທີ່​ກ້າ​ຫານ, ​ຂ້ອຍ​ປາ​ຖະ​ໜາ​​ໃຫ້​ໄດ້​ພົບ​ກັບ​ເຈົ້າ​ໃນ​ມື້​ໃດ​ມື້​ໜຶ່ງ. ​ຊີວິດ​ໄດ້​ເລີ່​ມຕົ້ນ​ແລ້ວ, ​ຂອ້ຍຢາກ​ໃຫ້​ເຈົ້າດີ​ເດັ່ນ​ສະ​ເໝີ. ​ເຈົ້າ​ເຄີຍ​ບອກ​ໃຫ້​ຂ້ອຍຕ້ອງ​ເປັນ​ເດັກ​ຍິງ​ທີ່​ກ້າຫານ,​ຂ້ອຍ​ຈະ​ບໍ່​ງວ່​ມ​ເຫງົາ, ຍ້ອນ​ມີ​ເຈົ້າຢູ່​ຄຽງ​ຂ້າງ.

"ເຫັນເວລາ​ບິນ​ໜີ​ໄປວັບໆ, ຂ້ອຍ​ອະທິຖານ​ມື້​ໃໝ່, ​ໃຫ້​ຄວາມ​ຝັນ​ນ້ອຍ​ໆທຸກ​ເທື່ອຄ່ອຍໆ​ກາຍ​ເປັນຄວາມ​ຈິງ. ຂ້ອຍ​​ເປັນ​ຄົນທຳ​ມະ​ດາ​ສາ​ມັນ ​ແຕ່​ຂ້ອຍ​ໂຊກ​ດີ. ຂອ້ຍຂໍເວົ້າວ່າ "ເຊ້ຍໆໜີ" ຂອບໃຈ​ເຈົ້າໃນ​ຊີວິດ​ແຕ່ລະ​ມື້. ຂ້ອຍ​ຂໍ​ເປັນ​ເພື່ອນ​ເຈົ້າດ້ວຍ​ສຽງ​ເພງ​ດັງ​ກ້ອງ​ກັງວານ​ທີ່​ສຸດ​ໃນ​ຊີວິດ, ຂອ້ຍຂໍ​ມອບ​ຄວາມ​ລະ​ມ່ອມລະ​ໄມ​ທີ່​ສຸ​ດຂອງ​ຂ້ອຍ​ໃຫ້​ເຈົ້າ ​ໃນ​ເວລາ​ທີ່​ເຈົ້າຕ້ອງ​ການ​ເພື່ອນມິດ​ທີ່ສຸດ, ຂ້ອຍ​ຈະ​ຈິງ​ໃຈ​ທີ່ສຸດ​ຕໍ່​ເຈົ້າ​ໃນ​ຊີວິດ​ແຕ່​ລະ​ມື້.

ຮອດ​ເດືອນ​ກໍລະ​ກົດອີກ​​ແລ້ວ, ຫວັງ​ວ່າ ​ໃນ​ຊີວິດ​ຂອງ​ພວກ​ເຮົາ​ແຕ່​ລະ​ມື້ ພວກ​ເຮົາ​ທີ່​ເຄີຍ​ຜ່ານ​ຟ້າ​ຝົນ​ລົມ​ແດງ​ມາ​ນຳ​ກັນ ຄົງ​ບໍ່​ລືມ​ກັນ​ນໍ, ຮອດ​ເດືອນ​ກໍລະກົດ​ທີ່ຈາກ​ກັນ​ອີກ​ແລ້ວ, ຂໍ​ໃຫ້​ເພື່ອນ​ຮຽນ​ທັງຫຼາຍທີ່​ພວມ​ຈະຈາກ​ກັນ​ໄປ​ດ້ວຍ​ຄວາມ​ອາ​ໄລ​ອາວ​ອນກໍ​ມີ​ອຸດົມ​ຄະຕິ​ແລະ​ຄວາມ​ຝັກ​ໄຝ່​ແຫ່ງ​ໄວ​ຄະ​ນອງ​ອັນ​ຮຸ່ງ​ເຮືອງ.​

"ໃນ​ທີ່ສຸດກໍ​ໄດ້​ຮອດ​ມື້​ທີ່ຕ້ອງ​ມຸ່ງ​ໄປ​ສູ່​ໂລກ​ຂອງ​ໃຜ​ລາວ, ບໍ່​ມີ​ໃຜ​ຈະ​​ເຂົ້າແທນ​ທີ່ເຈົ້າ​ໃນ​ຄວາ​ມຊົງ​ຈຳ​ແລະ​ໄວ​ຄະນອງ​ອັນ​ຮຸ່ງ​ເຮືອງຕອນນັ້ນ, ພວກ​ເຮົາ​ຈູງ​ແຂນ​ກັນ, ຄຽງ​ໄຫຼ່ກັນ​ຕະຫຼອດທາງ, ​ໃຊ້​ນ້ຳ​ເຫື່ອ​ແລະ​ນ້ຳຕາ​ບັນທຶກ​ຄວາມຊົງຈຳທີ່​ອະມະຕະ, ຈົ່ງ​ວາງ​ໃຈບິນ​ເຖີດ​ໄປສະ​ແຫວ​ງຫາຢ່າງ​ກ້າຫານ, ສະ​ແຫວ​ງ ຄວາມ​ຝັນ​ທີ່​ຍັງ​ບໍ່​ບັນລຸ​ເປັນ​ຈິງ, ຈົ່ງວາງ​ໃຈ​ບິນ​ເຖີດ, ຈາກ​ກັນ​ດ້ວຍ​ຄວາມ​ກ້າຫານ, ​ເວົ້າກັນ​ແລ້ວ,​ ​ເທື່ອ​ນີ້ຈະ​ບໍ່​ໄຫ້."

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​​ເມື່ອ​ຟັງ​ເພງ​"ຟ້າງ​ຊິ່ນ​ຊີ້​ເຟີ່ຍ" ​ຈົ່ງ​ວາງ​ໃຈ​ບິນ​ເຖີດ​ຈົບ​ລົງ ລາຍ​ການ​ນັດ​ພົດ​ໃນ​ວັນ​ອາ​ທິດ​ພາກ​ນີ້, ​ກໍ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,​ສົມ​ບູນ​ແລະ​ກຸ​ຫຼາບ​ຜູ້​ຮຽບ​ຮຽງ​ຂໍ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ, ​ພົບ​ກັບ​ໃໝ່​ໃນ​ອາທິດ​ໜ້າ.


1  2