![]( /mmsource/images/2004/04/21/laba.gif)
ຄຽງຄູ່ກັບຂະບວນວິວັດຫັນເປັນຕົວເມືອງຂອງຈີນໄດ້ເລັ່ງລັດໃຫ້ໄວເຂົ້າ,ການກໍ່ສ້າງເຂດຄຸ້ມສັງຄົມຂອງຈີນກໍໄດ້ມີການພັດທະນາຢ່າງໃຫຍ່ຫຼວງ.ສິ່ງທີ່ພົ້ນເດັ່ນກວ່າໝູ່ແມ່ນສັບພະຄຸນການບໍລິການຂອງເຂດຄຸ້ມສັງຄົມເຊັ່ນການປິ່ນປົວພະຍາດ,ການລ້ຽງຜູ້ເຖົ້າຜູ້ແກ່,ການບໍລິການຝູງຄົນພິເສດເປັນຕົ້ນໄດ້ມີການຂະຫຍາຍກວ້າງອອກແລະບູລະນະໃຫ້ສົມບູນຂຶ້ນເລື້ອຍໆ.
ຫວ່າງມໍ່ໆນີ້,ຢູ່ເຂດຄຸ້ມສັງຄົມເຈິ່ນອູຊານນະຄອນຈຸ່ງກິ່ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ,ນັກຂ່າວໄດ້ສັງເກດເຫັນວ່າ,ຄີຼນິກໃນເຂດຄຸ້ມສັງຄົມໄດ້ອຳນວຍຄວາມສະດວກຢ່າງໃຫຍ່ຫຼວງໃຫ້ແກ່ການປິ່ນປົວຂອງໄທເມືອງແຫ່ງນີ້.ແມ່ເຖົ້າສາວອ້ຽນຟາງ ໄທເມືອງຂອງເຂດຄຸ້ມສັງຄົມເຈິ່ນອູຊານບອກນັກຂ່າວວ່າ,ນອກຈາກໃຫ້ການປິ່ນປົວປະຈຳວັນແລ້ວ,ຄຼີນິກຍັງໄດ້ຈົດບັດສຸຂະພາບໃຫ້ໄທເມືອງແຕ່ລະຄົນໃນເຂດຄຸ້ມສັງຄົມ,ກວດກາສຸຂະພາບໃຫ້ໄທເມືອງເປັນປະຈຳ.ແມ່ເຖົ້າສາວອ້ຽນຟາງເວົ້າວ່າ:
"ຄຼີນິກເຂດຄຸ້ມສັງຄົມເຈິ່ນອູຊານພວກເຮົາມີການບໍລິການດີ,ໄທເມືອງໃນເຂດຄຸ້ມສັງຄົມມາກວດພະຍາດຢູ່ແຫ່ງນີ້,ຄ່າຢາຍັງຖືກກວ່າໂຮງໝໍແຫ່ງອື່ນໆ.ກະລີນິກຍັງໄດ້ກວດກາສຸຂະພາບໂດຍບໍ່ຕ້ອງເສຍຄ່າໃຫ້ແກ່ໄທເມືອງປີລະ2ເທື່ອ.ວຽກງານຂອງກະລີນິກເຮັດໄດ້ດີຫຼາຍ,ເຊິ່ງໄດ້ຮັບຄວາມຊົມເຊີຍຈາກໄທເມືອງທັງຫຼາຍ."
ການປິ່ນປົວພະຍາດ ແມ່ນບົດບາດການບໍລິການຊະນິດໜຶ່ງທີ່ເຂດຄຸ້ມສັງຄົມໃນບັນດາຕົວເມືອງຂອງຈີນປະຕິບັດໂດຍທົ່ວໄປ.ແຕ່ກ່ອນ,ໃນເຂດຄຸ້ມໄທເມືອງຂອງຕົວເມືອງມີແຕ່ຄະນະກຳມະການໄທເມືອງເທົ່ານັ້ນ,ໃຫ້ການບໍລິການງ່າຍດາຍເຊັ່ນຊ່ອຍຮັບແລະສົ່ງຈົດໝາຍ,ເກັບຄ່າອະນາໄມເປັນຕົ້ນ.ໃນຫຼາຍປີມໍ່ໆມານີ້,ຄຽງຄູ່ກັບຂະບວນວິວັດຫັນເປັນຕົວເມືອງໄດ້ເລັ່ງລັດໃຫ້ໄວເຂົ້າ,ໃນເຂດຄຸ້ມໄທເມືອງທີ່ເພີ່ມຂຶ້ນເລື້ອຍໆນັ້ນ,ເນື້ອໃນການບໍລິການຂອງເຂດຄຸ້ມສັງຄົມກໍນັບມື້ນັບອຸດົມສົມບູນຂຶ້ນ.ຂໍຍົກເອົາການປິ່ນປົວພະຍາດໃນເຂດຄຸ້ມສັງຄົມມາເປັນຕົວຢ່າງ,ໃນຫຼາຍເຂດຄຸ້ມສັງຄົມໃນຕົວເມືອງຈີນລ້ວນແຕ່ໄດ້ສ້າງຄຼີນິກເຂດຄຸ້ມສັງຄົມ,ແລະເພີ່ມພະນັກງານການແພດແລະອຸປະກອນການປິ່ນປົວເລື້ອຍໆ,ເພື່ອຕອບສະໜອງຄວາມຕ້ອງການຂອງໄທເມືອງ.
ຕໍ່ມາ,ພວກເຮົາຈົ່ງມາເບິ່ງການບໍລິການລ້ຽງຜູ້ເຖົ້າຜູ້ແກ່ຂອງເຂດຄຸ້ມສັງຄົມ.ໃນເມື່ອກ່ອນ,ການລ້ຽງຜູ້ເຖົ້າຜູ້ແກ່ຕົ້ນຕໍແມ່ນອາໄສລູກເຕົ້າ,ຫຼືໄປໂຮງລ້ຽງຜູ້ເຖົ້າ.ຄຽງຄູ່ກັບບົດບາດການບໍລິການຂອງເຂດຄຸ້ມສັງຄົມໄດ້ຂະຫຍາຍກວ້າງອອກ,ເຂດຄຸ້ມສັງຄົມໄດ້ສະໜອງເບົ້າແບບໃໝ່ໃຫ້ແກ່ການບໍລິການພວກຜູ້ເຖົ້າຜູ້ແກ່.ພວກຜູ້ເຖົ້າຜູ້ແກ່ຢູ່ໃນເຮືອນຂອງຕົນກໍສາມາດຮັບການເບິ່ງແຍງດູແລຂອງຜູ້ບໍລິການວຽກເຮືອນການຊານ,ດຳລົງຊີວິດປັດສິມມະໄວຢ່າງສະຫງົບສຸກໃນສະພາບແວດລ້ອມທີ່ຕົນລື້ງເຄີຍ.ປີກາຍນີ້,ເຂດຄຸ້ມສັງຄົມຊີນານຖະໜົນເຢຖານນະຄອນປັກກິ່ງໄດ້ສ້າງຕັ້ງໂຮງລ້ຽງຜູ້ເຖົ້າທີ່ບໍ່ມີກຳແພງ,ອັນທີ່ວ່າບໍ່ມີກຳແພງແມ່ນໝາຍຄວາມວ່າ,ເປີດກວ້າງການບໍລິການຂອງໂຮງລ້ຽງຜູ້ເຖົ້າທຳມະດາເຊັ່ນວຽກ ຢ້າວການເຮືອນ,ການປິ່ນປົວພະຍາດເປັນຕົ້ນໃຫ້ເຜີຍແຜ່ໄປເຖິງທົ່ວເຂດຄຸ້ມສັງຄົມ,ອີງຕາມຄວາມຕ້ອງການລະອຽດຂອງຜູ້ເຖົ້າຜູ້ແກ່ໃນແຕ່ລະຄອບຄົວ,ໃຫ້ພະນັກງານທີ່ກ່ຽວຂ້ອງສະໜອງການບໍລິການທີ່ສົມຄູ່ກັນ.ປັດຈຸບັນ,ເຂດຄຸ້ມຊີນານພວມສະໜອງການບໍລິການເບິ່ງແຍງດູແລຊະນິດຕ່າງໆໃຫ້ແກ່ຜູ້ເຖົ້າຜູ້ແກ່1300ກວ່າຄົນ.ພໍ່ເຖົ້າວາງຊືລຽງ ທີ່ດຳລົງຊີວິດຢູ່ເຂດຄຸ້ມດັ່ງກ່າວເວົ້າວ່າ:
"ຂ້າພະເຈົ້າໄດ້ດຳລົງຊີວິດຍາມປັດສິມມະໄວໃນເຮືອນຂອງຕົນ,ບໍ່ຕ້ອງຈາກຄອບຄົວຕົນ,ບໍ່ຕ້ອງ ຈາກລູກເຕົ້າຂອງຕົນ,ແລະກໍບໍ່ຕ້ອງ ຈາກສະພາບແວດລ້ອມທີ່ຕົນຊີນເຄີຍ,ກໍສາມາດຮັບການບໍລິການເປັນແບບສະບັບຊະນິດຕ່າງໆຂອງໂຮງລ້ຽງຜູ້ເຖົ້າໄດ້."
1 2
|