ນອກຈາກສະໜອງການບໍລິການທີ່ແນໃສ່ໄທເມືອງທຳມະດາແລ້ວ,ຫວ່າງມໍ່ໆນີ້,ເຂດຄຸ້ມສັງຄົມໃນຕົວເມືອງຈຳນວນໜຶ່ງຂອງຈີນຍັງໄດ້ເພີ່ມເນື້ອໃນບໍລິການເຊັ່ນການດັດສ້າງໃນເຂດຄຸ້ມສັງຄົມທີ່ແນໃສ່ຝູງຄົນພິເສດເປັນຕົ້ນ.ເລີ່ມແຕ່ເດືອນກໍລະກິດປີ2003ເປັນຕົ້ນມາ,ຕໍ່ບາງຄົນທີ່ຕ້ອງໂທດເບົາ,ຫຼືຜູ້ທີ່ມີການປະພຶດດີໃນໄລຍະຈຳຄຸກຫຼືໄດ້ຮັບການຜ່ອນໂທດນັ້ນ,ສານໃຫ້ພວກເຂົາເຈົ້າຮັບການດັດສ້າງຢູ່ເຂດຄຸ້ມສັງຄົມທີ່ພວກເຂົາເຈົ້າ ຢູ່,ຫາກບໍ່ແມ່ນໃຫ້ພວກເຂົາເຈົ້າຈຳຄຸກ.ປັດຈຸບັນ,6ແຂວງແລະນະຄອນຂອງຈີນເຊັ່ນປັກກິ່ງ,ແຂວງຊານຕົ່ງ,ແຂວງຈ່ຽງຊູເປັນຕົ້ນລ້ວນແຕ່ໄດ້ດຳເນີນການບໍລິການດັດສ້າງຢູ່ເຂດຄຸ້ມສັງຄົມ.ໃນນັ້ນ,ປັກກິ່ງໄດ້ຮັບຜູ້ ດັດສ້າງໃນເຂດຄຸ້ມສັງຄົມ4ພັນກວ່າຄົນ.ພະນັກງານໃນເຂດຄຸ້ມສັງຄົມໃນເວລາໃຫ້ການບໍລິການດັດສ້າງ,ກໍຈະທຳຄວາມເຂົ້າໃຈກັນກັບພວກເຂົາເຈົ້າເລື້ອຍໆ,ຊ່ອຍພວກເຂົາເຈົ້າສ້າງຕັ້ງຊີວະທັດແລະຄ່ານິຍົມອັນຖືກຕ້ອງໃນຂະນະທີ່ດັດແກ້ຄວາມຜິດພາດຂອງຕົນ.ພ້ອມກັນນັ້ນ,ຍັງພາພວກເຂົາເຈົ້າເຂົ້າຮ່ວມການອອກແຮງງານເພື່ອສາທາລະນະປະໂຫຍດຈຳນວນໜຶ່ງ,ຕິດຕໍ່ພົວພັນກັບຄົນຢູ່ອ້ອມຂ້າງໃຫ້ຫຼາຍ,ເຊື່ອມໂຍງເຂົ້າໃນສັງຄົມໂດຍໄວ.ທ່ານໂຈ່ວເຈິ້ນຈີ່ ນັກສັງຄົມວິທະຍາ ຂອງປັກກິ່ງໄດ້ຕີລາຄາສູງຕໍ່ສັບພະຄຸນຂອງເຂດຄຸ້ມສັງຄົມໃນດ້ານນີ້.ທ່ານເວົ້າວ່າ:
"ເມື່ອເວົ້າໃນດ້ານມະນຸດສະຍະພາບແລ້ວ,ຢູ່ໃຕ້ການຕິດຕາມຄວບຄຸມດ້ວຍກຳແພງສູງ,ຕາໜ່າງໄຟຟ້າ,ກ້ອງເຄເບີນທີວີຍ່ອມຈະເພີ່ມກຳລັງກົດດັນດ້ານຈິດໃຈແກ່ຄົນ.ເມື່ອພວກຄົນໂທດໄດ້ພົ້ນໂທດແລ້ວເມື່ອຮອດສັງຄົມ,ພວກເຂົາເຈົ້າອາດຈະບໍ່ຮູ້ຈັກເຮັດແນວໃດໄປມາຫາສູ່ກັນກັບຄົນໃນສັງຄົມຢ່າງເປັນປົກກະຕິ.ການດັດສ້າງຂອງເຂດຄຸ້ມສັງຄົມເຮັດໃຫ້ພວກເຂົາເຈົ້າຕິດຕໍ່ພົວພັນກັບສັງຄົມ,ອັນໄດ້ອຳນວຍປັດໄຈທີ່ມີຜົນດີຕໍ່ພວກເຂົາເຈົ້າກັບຄືນສູ່ສັງຄົມຄືນໃໝ່."
ເພື່ອໂຮມສູນສັບພະຄຸນຂອງບັນດາເຂດຄຸ້ມສັງຄົມແລ້ວເສີມຂະຫຍາຍບົດບາດໃຫ້ດີກວ່າເກົ່າ.ບາງຕົວເມືອງຍັງໄດ້ສ້າງແທ່ນບໍລິການເຂດຄຸ້ມສັງຄົມທົ່ວເມືອງ.ທ່ານຕີຈື້ຊິນ ຮອງຫົວໜ້າສູນບໍລິການເຂດຄຸ້ມສັງຄົມນະຄອນປັກກິ່ງສະເໜີໃຫ້ຮູ້ວ່າ,ພວກເຂົາເຈົ້າໄດ້ສ້າງຕັ້ງລະບົບໂທສາຍດ່ວນຂອງການບໍລິການເຂດຄຸ້ມສັງຄົມ,ເຊິ່ງສາມາດລະດົມສິ່ງກໍ່ສ້າງບໍລິການເຂດຄຸ້ມສັງຄົມໃນທົ່ວນະຄອນເພື່ອບໍລິການໄທເມືອງ.ທ່ານເວົ້າວ່າ:
"ລະບົບໂທສາຍດ່ວນແມ່ນນຳໃຊ້ເຕັກນິກໂທລະຄົມທັນສະໄໝແລະຄອມພິວເຕີ, ໂຮມສູນໂທລະສັບສາຍດ່ວນຂອງຖະໜົນແລະເຂດຄຸ້ມສັງຄົມ.ປັດຈຸບັນ,ພວກຂ້າພະເຈົ້າໄດ້ສະໜອງການບໍລິການລວມ6ປະເພດໃຫຍ່,ມີ200ກວ່າລາຍ."
ທ່ານຕີຈື້ຊິນສະເໜີໃຫ້ຮູ້ວ່າ,ເມື່ອສູນບໍລິການເຂດຄຸ້ມສັງຄົມໄດ້ຮັບໂທລະສັບຮ້ອງຂໍຂອງໄທເມືອງແລ້ວ,ກໍຈະອີງຕາມທີ່ຢູ່ລະອຽດຂອງໄທເມືອງ,ໃຫ້ນັກທຸລະກິດບໍລິການເຂດຄຸ້ມສັງຄົມທີ່ຢູ່ມໍ່ຫັ້ນສະໜອງການບໍລິການ,ເຊິ່ງລວມທັງການບໍລິການດ້ານວຽກເຮືອນການຊານ,ການສ້ອມແປງສັງລວມ,ວັດທະນະທຳລື້ນເລີງ,ສຸຂາພິບານ,ໃຫ້ຄຳປຶກສາດ້ານກົດໝາຍເປັນຕົ້ນ.ປັດຈຸບັນ,ຈຳນວນຄົນທີ່ໂທສາຍດ່ວນໄດ້ມີທ່ວງທ່າເພີ່ມຂຶ້ນໂດຍຕະຫຼອດ,ສະເລ່ຍແລ້ວ,ແຕ່ລະມື້ໄດ້ຮັບໂທລະສັບທີ່ຕ້ອງການການບໍລິການເກືອບໜຶ່ງພັນເທື່ອ.
ນັກຂ່າວໄດ້ຊາບຈາກກະຊວງການປົກຄອງແລະປະຊາສົງເຄາະຈີນວ່າ,ໃນໄລຍະໄວໆນີ້,ລັດຖະບານຈີນຈະປະກາດເອກະສານນະໂຍບາຍກ່ຽວກັບການເພີ່ມທະວີສັບພະຄຸນບໍລິການຂອງເຂດຄຸ້ມສັງຄົມ.ຕໍ່ໄປພາຍໜ້າ,ສັບພະຄຸນບໍລິການຂອງເຂດຄຸ້ມສັງຄົມໃນຕົວເມືອງຈີນຈະໄດ້ຮັບການເພີ່ມທະວີຂຶ້ນແລະຊຸກຍູ້ຕື່ມອີກ,ໄທເມືອງຈະໄດ້ຮັບຄວາມສະດວກແລະຜົນປະໂຫຍດຕົວຈິງຍິ່ງຫຼາຍ. 1 2
|