ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 10:34:18    
ອຸດສາຫະກຳ​ໂຄ​ມິກ​ຈີນ​ທີ່​ພວມຈະ​ເລີ​ນຂຶ້ນ(ສຽງ)

cri Author: huachunmei

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,​ ອຸດ​ສາ​ຫະ​ກຳ​ໂຄ​ມິກ (comic) ​ເຊິ່ງ​ເອົາ​ກາ​ຕູນ ການ​ຫຼິ້ນ​ເກມ​ເທິງ​ເນັດ, ການ​ຫຼິ້ນ​ເກມ​ໂທ​ລະ​ສັບ​ມື​ຖື, ​ແລະ​ຜະ​ລິດ​ຕະ​ພັນ​ສາ​ລະ​ພັດ​ສື່​ເປັນ​ຕົ້ນ​ເປັນ​ຕົວ​ແທນ​ນັ້ນ​ຖືກ​ເອີ້ນ​ເປັນ​"ອຸດ​ສາ​ຫະ​ກຳ​ຍາມ​ເຊົ້າ"​ໃນ​ສະ​ຕະ​ວັດ​ທີ 21. ​ງານ​ໂຄ​ມິກ​ສາ​ກົນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ຈີນ​ທີ່​ຫາ​ກໍ​ສິ້ນ​ສຸດ​ລົງ, ​ໄດ້​ເພີ່ມ​ກຳ​ລັງ​ແມ່​ແຮງ​ໃໝ່​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ໂຄ​ມິກ​ຈີນ​ທີ່​ພວມ​ຈະ​ເລີ​ນຂຶ້ນ.

ອຸດ​ສາ​ຫະ​ກຳ​ໂຄ​ມິກ​ຈີນ​ໄດ້​ສ້າງ​ຂຶ້ນ​ແຕ່​ດົນ​ແລ້ວ, ​ແຕ່​ບໍ່​ໄດ້​ກ້າວ​ເຂົ້າ​ສູ່​ຖັນ​ແຖວ​ປະ​ເທດ​ພັດ​ທະ​ນາ​ໂຄ​ມິກ​ໂດຍ​ຕະ​ຫລອດ.

ຟິມ​ກາ​ຕູນ​ເລື່ອງ​ຍາວ​ເລື່ອງ​ທຳ​ອິດ​ຂອງ​ໂລກ​ທີ່​ຊື່​ວ່າ"​ເຈົ້າ​ຍິງ​ສະ​ໂນ​ໄວ"​ໄດ້​ນຳ​ອອກ​ສາຍ​​ເມື່ອ​ປີ 1937. ​​ເມື່ອ​ປີ 1941, ​ຈີນ​ກໍ​ໄດ້​ສາຍ​ຟິມ​ກາ​ຕູນ​ເລື່ອງ​ທຳ​ອິດ​ໃນ​ອາ​ຊີ, ​ຄື, ​ເລື່ອງ"​ເຈົ້າ​ຍິງ​ວີ​ເຫຼັກ". ​ໃນ​ຊຸມ​ປີ 50-60 ສະ​ຕະ​ວັດ​ທີ​ແລ້ວ, ​ຟິມ​ກາ​ຕູນ​ຫລາຍ​ເລື່ອງ​ທີ່​ຜະ​ລິດ​ໂດຍ​ໂຮງ​ສ້າງ​ຟິມ​ວິ​ຈິດ​ຕະ​ກຳ​ຊຽງ​ໄຮ້​ນັ້ນ​ໄດ້​ຮັບ​ລາງ​ວັນ​ໃນ​ງານ​ຮູບ​ເງົາ​ສາ​ກົນ. ​ໃນ​ດ້ານ​ສິ່ງ​ພິມ, ​ປື້ມ​ນ້ອຍ​ຮູບ​ແຕ້ມ​ເປັນ​ເລື່ອງ​ທີ່​ມີ​ສີສັນ​ພິ​ເສດ​ອັນ​ເຂັ້ມ​ຂຸ້ນ​ຂອງ​ຈີນ​ເຄີຍ​ມີ​ຜົນ​ສະ​ທ້ອນ​ຕໍ່​ເດັກ​ນ້ອຍ​ຈີນ​ນັບ​ເປັນ​ຮ້ອຍ​ລ້ານ​ຄົນ. ​ແຕ່​ຟິມ​ກາ​ຕູນ​ແລະ​ເລື່ອງ​ຮູບ​ແຕ້ມ​​ເຫຼົ່າ​ນີ້​ລ້ວນ​ແຕ່​ເຮັດ​ດ້ວຍ​ມື,  ຊ້າ, ​ເຮັດ​ຍາກ, ​ຕົ້ນ​ທຶນ​ກໍ​ແພງ, ​ບໍ່​ທໍ່​ໃຊ້​ເຕັກ​ນິກ​ຄອບ​ພິວ​ເຕີ​ໃນ​ປະຈຸ​ບັນ, ​ຈຶ່ງ​ໄດ້​ເຊົາ​ຜະລິດ​ແລ້ວ. ​ຫລັງ​ຊຸມ​ປີ 80 ສະ​ຕະ​ວັນ​ທີ 20, ​ຜະ​ລິດ​ຕະ​ພັນ​ໂຄ​ມິກ​ຂອງ​ອາ​ເມ​ລິ​ກາ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ເປັນ​ຕົ້ນ​ໄດ້​ເຂົ້າ​ສູ່​ຈີນ​ຢ່າງ​ຫລວງ​ຫລາຍ, ​ສ່ວນ​ຜະ​ລິດ​ຕະ​ພັນ​ໂຄ​ມິກ​ທີ່​ຈີນ​ຜະ​ລິດ​ນັ້ນ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ. ໃນ​ຫລາຍ​ປີ​ມາ​ນີ້ ສະ​ພາບ​ການ​ດັ່ງ​ກ່າວ​ຈຶ່ງ​ໄດ້​ມີ​ການ​ປ່ຽນ​ແປງ​.

ງານ​ໂຄ​ມິກສາກົນ​ຈີນ​ຄັ້ງປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນຢູ່​ຫາງ​ໂຈ​ວ ​ເມືອງ​ທ່ອງ​ທ່ຽວ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 5 ມິຖຸນາ​ແມ່ນ​ງານ​ໂຄ​ມິກທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ຢູ່​ພາຍ​ໃນ​ປະ​ເທດ​ຈີນ​​ນັບ​ມາ​ຮອດ​ປັດຈຸບັນ, ​ໃນ​ນັ້ນ, ງານ​ມະຫະກຳ​ຜະລິດ​ຕະພັນ​ໂຄ​ມິກ​ທີ່​ຜະລິດເດີມ​​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ງານ​ໂຄ​ມິກຄັ້ງນີ້. ​ເຖິງ​ວ່າ​ເຄື່ອງວາງສະ​ແດງ​​ແມ່ນ​ເອົາ​ເຄື່ອງ​ສຽງ​ແລະ​ພາບ​ເປັນ​ຫລັກ, ​ແຕ່​ຄົນ​ທັງຫລາຍ​ຍັງ​ຄົງໄດ້ມອງ​ເຫັນ​ອະນາຄົດ​ອັນ​ກວ້າງຂວາງ​ຂອງອຸດສາຫະກຳ​ໂຄ​ມິກຈີນ.

​ໃນ 1-2 ປີ​ມານີ້, ຈີນ​ໄດ້​ສ້າງ​ວິ​ສາ​ຫະກິດ​ຜະລິດ​ໂຄ​ມິກຕັ້ງຫລວງຫລາຍ. ບໍລິສັດ​ກາຕູນຈົ່ງ​ນານ​ແມ່ນ​ວິ​ສາ​ຫະກິດ​ຜະລິດ​ກະຕຸ​ນທີ່​ມີ​ຂະໜາດ​ຂ້ອນ​ຂ້າງ​​ໃຫຍ່​ແຫ່ງ​ໜຶ່ງ, ​ຟິມກາຕູນ"ທຽນ​ຢຽນ" ​ແປ​ວ່າ ຕາ​ຟ້າ ທີ່​ບໍລິສັດ​ດັ່ງກ່າວ​ຜະລິດ​ນັ້ນ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຢູ່​ຕະຫລາດ​ຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ຈູ​ເຢ້ກວາງ ຮອງຜູ້ອຳນວຍການ​ໃຫຍ່ຂອງ​ບໍລິສັດ​ດັ່ງກ່າວ​​ເຫັນ​ໄປ​ໃນ​ແງ່​ດີ​ທີ່​ສຸດ​ຕໍ່ການ​ພັດທະນາ​ອຸດສາຫະກຳ​ກະຕຸ​ນຈີນ. ທ່ານ​ເວົ້າວ່າ, "ທຽນ​ຢຽນ" ຕາ​ຟ້າຂາຍ​ດິບ​ຂາຍ​ດີ​ຢູ່​ຕະຫລາດ​ສາກົນ, ຍີ່​ປຸ່ນ​ແລະ​ໄທ​ໄດ້​ເຊັນ​ສັນຍາ​ກັບ​ພວກ​ຂ້າພະ​ເຈົ້າ​ແລ້ວ, ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ໝູນ​ເດີນ​ຟິມ​ເລື່ອງ​ນີ້, ຕ່ອງ​ໂສ້​ອຸດສາຫະກຳ​ໄດ້​ຂ້ອນ​ຂ້າງ​ຄົບ​ຖ້ວນ​ບໍລິບູນ​ແລ້ວ. ພວກ​ຂ້າພະ​ເຈົ້າຫວັງ​​ໃຫ້​ສະ​ແດງ​ວັດທະນະທຳ​ຈີນ​ດ້ວຍ​ຮູບ​ການຕ່ອງ​ໂສ້​ອຸດສາຫະກຳ.

1  2