![]( /mmsource/images/2004/04/21/laba.gif)
ທີ່ນີ້ ວິທະຍຸສາກົນແຫ່ງປະເທດຈີນ,ສະບາຍດີ,ທ່ານຜູ້ຟັງທີ່ໂຄລົບ,ຊົມເຊີຍທ່ານຮັບຟັງລາຍການນັດພົບໃນວັນອາທິດ.ຂ້າພະເຈົ້າແມ່ນສົມບູນ,ໃນລາຍການພາກນີ້,ສົມບູນຈະແນະນຳເພງປະມວນໜຶ່ງທີ່ແຕ່ງໂດຍທ່ານຫຼູຍຢວນ ນັກແຕ່ງເພງຈີນທີ່ມີຊື່ສຽງ.
ທີ່ທ່ານພວມຟັງຢູ່ນີ້ແມ່ນ"ເພງເຄີ້ລ່າມາອີ" ທີ່ແຕ່ງໂດຍທ່ານຫຼູຢວນ.ເພງນີ້ແຕ່ງເມື່ອປີ 1957,ປີນັ້ນ ຈີນໄດ້ຄົ້ນພົບບຸກເບີກບໍ່ນ້ຳມັນເຄີ້ລ່າມາອີຢູ່ເຂດຊິນຈ່ຽງ ພາກຕາເວັນຕົກສຽງເໜືອຂອງຈີນຢ່າງສຳເລັດຜົນ,ອັນໄດ້ມ້າງ"ຖ້ອຍຄວາມທີ່ວ່າຈີນອຶດນ້ຳມັນເຊື້ອໄຟ".ເລື່ອງນີ້ເຮັດໃຫ້ທົ່ວປະເທດຈີນຟົດຟື້ນຄຶກຄື້ນ,ທ່ານຫຼູຍຢວນກໍກະຕຸ້ນໃຈທີ່ສຸດ,ຈຶ່ງແຕ່ງເພງນີ້ຂຶ້ນແລະໄດ້ນິຍົມກັນຈົນຮອດປະຈຸບັນ.ໃນເພງມືເນື້ອຮ້ອງວ່າ:"ໃນຄາວນັ້ນ ຂ້ອຍປ້ອງຝູງມ້າໄປຊອກຫາເດີ່ນຫຍ້າ,ມາຮອດແຫ່ງນີ້ ຂ້ອຍເຄີຍຊັກແຄ່ມມ້າຈ້ອງມອງເບິ່ງເຈົ້າ,ທະເລຊາຍກວ້າງໃຫຍ່ສຸດເໝືອນກັບທະເລໄຟທີ່ບໍ່ມີຂອບແດນ,ຂ້ອຍຈຶ່ງຫັນຫຼັງຍ່າງໄປທາງອື່ນ.ປີນີ້ ຂ້ອຍປ້ອງຝູງມ້າແລ່ນຜ່ານແຫ່ງນີ້ອີກ,ພັດເຫັນຕົ້ນໄມ້ຂຽວ ຕຶກສູງແລະທຸງແດງເຕັມທົ່ງ,ເຫັນບໍ່ນ້ຳມັນມີທີ່ຫຼາກຫຼາຍ ແລະເຂດກໍ່ສ້າງທີ່ກວ້າງສຸດສາຍຕາ,ຂ້ອຍຈຶ່ງຮີດແສ້ຂ້ຽວຂີ່ມ້າແລ່ນໄປຫາເຄີ້ລ່າມາອີ".
ທ່ານຫຼູຢວນເກີດຢູ່ແຂວງລຽວນີງ ພາກຕາເວັນອອກສຽງເໜືອຂອງຈີນໃນປີ 1929,ທ່ານມັກດົນຕີມາແຕ່ນ້ອຍ,ເຄີຍຮຽນສີວີໂອລົງແລະເຄື່ອງດົນຕີຝ່າຍຕາເວັນຕົກ.ພາຍຫຼັງປະເທດຈີນໃໝ່ໄດ້ສະຖາປະນາຂຶ້ນແລ້ວ,ທ່ານຫຼູຍຢວນໄດ້ຖືການແຕ່ງດົນຕີເປັນວິຊາສະເພາະ,ນັບມາຮອດປະຈຸບັນ ກໍຍັງມີເພງຫຼາຍໆເພງທີ່ມີຄົນນິຍົມກັນຮ້ອງຢ່າງກວ້າງຂວາງ.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງ"ປິນຂຶ້ນພູຊິງອ່ານຫຼີງທີ່ສູງສະຫງ່າ",ເພງນີ້ໄດ້ວາດພາບທົ່ງຫຍ້າທີ່ສວຍງາມທີ່ປະຊາຊົນຈີນບັນດາເຜົ່າພ້ອມກັນກໍ່ສ້າງ.ໃນເພງນີ້ເນື້ອຮ້ອງວ່າ:"ເມື່ອປິນຂຶ້ນພູຊິງອ່ານຫຼີງ,ຂ້ອຍຈ້ອງມອງເບິ່ງພາກໃຕ້.ທົ່ງຫຍ້າທີ່ກວ້າງໃຫຍ່ໄພສານຢູ່ຕີນພູ,ແມ່ນບ້ານເກີດເມືອງນອນທີ່ຮັກຂອງຂ້ອຍ.ພີ່ນ້ອງເຜົ່າຮ້ານທີ່ຮັກແພງ,ຄຽງບ່າຄຽງໄຫຼ່ກັບພວກຂ້ອຍສ້າງສາ,ປຸກໂຮງງານຫຼວງຫຼາຍຢູ່ເທິງທົ່ງຫຍ້າແຫ່ງນີ້."
ເພງທີ່ທ່ານຫຼູຍຢວນແຕ່ງນັ້ນ ມີຄວາມໝາຍເລິກເຊິ່ງ ທັງມີຈຸດພິເສດຂອງຊາດອັນເຂັ້ມຂຸ້ນ,ໄດ້ຮັບຄວາມຊົມເຊີຍຈາກປະຊາຊົນອັນໄພສານ.ຕໍ່ໄປ ເຊີນທ່ານຟັງເພງ"ສີ່ຊ່າ ບ້ານເກີດທີ່ໜ້າຮັກຂອງຂ້ອຍ",ເພງນີ້ໄດ້ວາດພາບທິວທັດທີ່ສວຍງາມແລະຊັບພະຍາກອນອັນອຸດົມສົມບູນຂອງໝູ່ເກາະສີ່ຊ່າດ້ວຍທຳນອງເພງອັນອອນຊອນ.
1 2
|