|
 |
(GMT+08:00)
2005-07-05 15:08:24
|
 |
ເພງທີ່ທ່ານຫຼູຍຢວນແຕ່ງ(ສຽງ)
cri
Author: da mei
ທ່ານຜູ້ຟັງທີ່ໂຄລົບ,ເພງ"ນ້ຳບໍ່ໄຫຼຈົ້ນໆ"ແມ່ນເພງທີ່ດີເດັ່ນເພງໜຶ່ງຂອງທ່ານຫຼູຍຢວນ.ເພງນີ້ແຕ່ງເມື່ອປີ 1978,ໄດ້ສະແດງໃຫ້ເຫັນຄວາມຮັກຂອງທະຫານເຮືອໃນສະໄໝນັ້ນ.
ໃນທ້າຍຊຸມປີ 70 ສະຕະວັດທີ່ແລ້ວ,ຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິຮູບໄຂປະຕູສູ່ພາຍນອກ.ແຕ່ນັ້ນມາ,ທ່ານຫຼູຍຢວນໄດ້ແຕ່ງເພງດີເລີດຫຼາຍເພງທີ່ສ່ອງແສງໂສມໜ້າໃໝ່ຂອງປະຊາຊົນຈີນ.ເພງເຫຼົ່ານີ້ມີທຳນອງມ່ວນຫຼາຍ,ແລະມີເອກະລັກຂອງຊາດອັນເຂັ້ມຂຸ້ນ,ໄດ້ເຜີຍແຜ່ຢ່າງໄວວາຢູ່ຈີນ.ເພງ"ຊີວິດຂອງພວກເຮົາເຕັມໄປດ້ວຍແສງຕາເວັນ"ທີ່ທ່ານຈະຟັງຕໍ່ໄປນີ້ກໍແມ່ນເພງທີ່ທ່ານແຕ່ງເພື່ອສະຫຼັບຮູບເງົາ"ເລື່ອງພາລະກິດທີ່ຫວານຊື່ນ",ສ່ອງແສງຊີວິດອັນມີຄວາມສຸກແລະຄວາມປາຖະໜາຕໍ່ອະນາຄົດອັນດີງາມຂອງພະເອກແລະນາງເອກໃນເລື່ອງ.ປີ 1979,ອົງການຢູເນັສໂກສະຫະປະຊາຊາດໄດ້ເລືອກເອົາເພງນີ້ຈັດເຂົ້າໃນແບບຮຽນດົນຕີຂອງອາຊີ.
ທ່ານຜູ້ຟັງທີ່ໂຄລົບ,ໃນຍາມທ່ານຫຼູຍຢວນຍັງນ້ອຍ ຢູ່ບ້ານເກີດ ທາງພາກຕາເວັນອອກສຽງເໜືອຂອງຈີນ,ທ່ານຫຼູຢວນເຄີຍເຫັນການກະທຳອັນໂຫດຮ້າຍທາລຸນຂອງທະຫານຍີ່ປຸ່ນທີ່ຮຸກຮານຈີນໃນຄາວນັ້ນ,ເຄີຍເຫັນໄພພິບັດທີ່ສົງຄາມນຳມາໃຫ້ປະຊາຊົນຂອງສອງປະເທດ,ນີ້ເຮັດໃຫ້ທ່ານແຮ່ງຍຶດໝັ້ນຄວາມຄຶດທີ່ຢາກເຮັດວຽກເພື່ອສັນຕິພາບລະຫວ່າງຈີນກັບຍີ່ປຸ່ນ.ແຕ່ຊຸມປິ 80 ສະຕະວັດທີ 20 ເປັນຕົ້ນມາ,ທ່ານໄດ້ເຮັດວຽກຫຼວງຫຼາຍເພື່ອຊຸກຍູ້ມິດຕະພາບລະຫວ່າງສອງປະເທດ,ເຜີຍແຜ່ສິລະປະດົນຕີຂອງຈີນໄປສູ່ຍີ່ປຸ່ນ,ພ້ອມກັນນັ້ນ ທ່ານຫຼູຍຢວນຍັງນຳເອົາສີລະປະດົນຕີອັນດີເລີດຂອງຍີ່ປຸ່ນມາໃຫ້ຈີນ.
ມ້ວນທ້າຍລາຍການມື້ນີ້,ເຊີນທ່ານຟັງເພງ"ຂໍເປັນແມງກະເບື້ອບິນຄຽງຄູ່ກັນໄປ" ເພງສະຫຼັບໃນຮູບເງົາເລື່ອງ"ແມງກະເບື້ອສີແກ້ວມໍລະກົດ".ຮູບເງົາເລື່ອງນີ້ບັນລະຍາຍປະສົບການຂອງຄູ່ຮັກຄູ່ໜຶ່ງທີ່ເປັນຄົນຈີນແລະຄົນຍີ່ປຸ່ນທີ່ຈຳເປັນຕ້ອງພາກຈາກກັນຍ້ອນສົງຄາມ,ສ່ອງແສງໃຫ້ເຫັນວ່າ ປະຊາຊົນຈີນແລະຍີ່ປຸ່ນປາຖະໜາສັນຕິພາບແລະມິດຕະພາບ.ເນື້ອເພງຂຽນວ່າ:"ຂໍເປັນແມງກະເບື້ອບິນຄຽງຄູ່,ບໍ່ວ່າຢູ່ເທິງຟ້າຫຼືໜ້າດິນຈະບີນເປັນຄູ່ກັນໄປຊົ່ວກາລະນານ,ພູຟູຢີທີ່ຂາວກະຈະເໝືອນກັບຄູ່ຮັກປະຄອງກັນຈົນເທົ່າຜົມຫງອກ.ມວນມາລາບານເຮືອງຕະຫຼອດປີ,ຄົນຮັກກັນຍິ່ງກວ່າແມງກະເບື້ອ." 1 2
|
|
|