![]( /mmsource/images/2004/04/21/laba.gif)
ຜູ້ທີ່ພວມອ່ານບົດຮຽນນັ້ນແມ່ນນັກຮຽນປະຖົມເຜົ່າຄາຊັກຈີນຝູງໜຶ່ງ,ພວກເຂົາເຈົ້າດຳລົງຊີວິດຢູ່ເຂດຊິນຈ່ຽງເຜົ່າເວີຍອູເອີປົກຄອງຕົນເອງ ພາກຕາເວັນຕົກສຽງເໜືອຂອງຈີນ.ນັກຮຽນເຫຼົ່ານີ້ມາຈາກເຂດພູດອຍກະສິກຳແລະລ້ຽງສັດທີ່ຫ່າງໄກສອກຫຼີກ,ພວກເຂົາເຈົ້າຕ້ອງຕິດຕາມພໍ່ແມ່ທ່ຽວລ້ຽງສັດເລື້ອຍໆ,ແຕ່ນີ້ພັດບໍ່ໄດ້ກີດຂວາງຄວາມຈູບຈ້າວຫ້າວຫັນຂອງພວກເຂົາເຈົ້າໃນການຮຽນຄວາມຮູ້ແລະຄວາມປາຖະໜາຫາໂລກພາຍນອກ.ຜູ້ທີ່ຊ່ອຍພວກເຂົາເຈົ້າບັນລຸຄວາມປາຖະໜາດັ່ງກ່າວແມ່ນນາງຄູເຜົ່າຄາຊັກທີ່ຊື່ວ່າຄູລິມຮາມ.ນາງໄດ້ອຸທິດຄວາມຮັກໃຫ້ແກ່ເດັກນ້ອຍເຫຼົ່ານີ້ເໝືອນດັ່ງແມ່ຂອງພວກເຂົາເຈົ້າ,ໃຫ້ພວກເຂົາເຈົ້າສາມາດຮ່ຳຮຽນຢ່າງອຸ່ນອຽນໃຈ.
ເຂດູຊານເມືອງໄກຂອງນະຄອນອູລູມີຊີ ເມືອງເອກຂອງເຂດຊິນຈ່ຽງມີພູອ້ອມກອດ,ແຫ່ງນີ້ເປັນບ່ອນເພິ່ງພາອາໄສຂອງຊາວລ້ຽງສັດເຜົ່າຄາຊັກ.ໂຮງຮຽນປະຖົມທີ່ນາງຄູລິມຮາມເຮັດວຽກຢູ່ນັ້ນແມ່ນໂຮງຮຽນທີ່ຫ່າງໄກສອກຫຼີກກວ່າໝູ່,ເຊິ່ງຕັ້ງຢູ່ປ່າເລິກດົງໜາ.ຄັນຂີ່ລົດແລ່ນຕາມທາງພູທີ່ຄົດລ້ຽວກ້ຽວກອດ,ກິນເວລາເກືອບ1ຊົ່ວໂມງຈິ່ງຈະໄປຮອດແຫ່ງນັ້ນ.ໂຮງຮຽນນີ້ງ່າຍດາຍທີ່ສຸດ,ມີແຕ່ເຮືອນສີຂີ້ເຖົ່າແຖວໜຶ່ງ,ຕັ້ງຢູ່ຕີນພູທີ່ແປນເອີດເຕີດ.ແມ່ນ້ຳສາຍນ້ອຍໄດ້ໄຫຼອ້ອມໂຮງຮຽນໄປ ,ຕູບຜ້າເຕັນຈຳນວນໜຶ່ງ ຂອງຊາວລ້ຽງສັດເຜົ່າຄາຊັກທີ່ປຸກຂຶ້ນໃນຍາມລ້ຽງສັດເມື່ອລະດູຮ້ອນໄດ້ແຈກຢາຍຢູ່ອ້ອມແອ້ມໂຮງຮຽນ.
ນາງຄູລິມຮາມປີນີ້ອາຍຸ43ປີ,ພາຍຫຼັງຮຽນຈົບຈາກມັດຖະຍົມປາຍເມື່ອປີ1982ແລ້ວ,ນາງກໍເປັນຄູຢູ່ແຫ່ງນີ້.
ຊີວິດການເປັນຢູ່ໃນເຂດພູດອຍແມ່ນທຸກຍາກລຳບາກທີ່ສຸດ.ໃນລະດູຮ້ອນ,ຊາວລ້ຽງສັດດຳລົງຊີວິດໂດຍອາໄສນ້ຳໃນແມ່ນ້ຳສາຍນ້ອຍ,ໃນລະດູໜາວ,ຄົນທັງຫຼາຍຈຳເປັນຕ້ອງຂຸດນ້ຳກ້າມລະລາຍເປັນນ້ຳແລ້ວເອົາມາກິນແລະໃຊ້.ແຫ່ງນີ້ຄົມມະນາຄົມບໍ່ສະດວກ,ໃນລະດູບານໃໝ່ແລະລະດູຮ້ອນ,ຄົນທັງຫຼາຍສາມາດຂີ່ລົດໃຊ້ທາງກະສິກຳອອກເດີນໄປທາງນອກໄດ້,ເມື່ອຮອດລະດູໜາວທີ່ຫິມະຕົກ,ຄັນຢາກອອກຈາກເຂດພູດອຍ,ກໍຈຳເປັນຕ້ອງຍ່າງໄປ.ໃນສິ່ງແວດລ້ອມທີ່ລຳບາກກາກກຳ,ນາງຄູລິມຮາມໄດ້ເຮັດວຽກຢູ່ແຫ່ງນີ້ເປັນເວລາ23ປີ,ຍ້ອນມູນເຫດຫຍັງແດ່,ຈິ່ງຊຸກຍູ້ໃຫ້ນາງເຮັດວຽກຕໍ່ຢູ່ແຫ່ງນີ້.ນາງເວົ້າວ່າ:
"ໃນເວລາຂ້ອຍຫາກໍ່ມາແຫ່ງນີ້,ຂ້ອຍຍັງໜຸ່ມຢູ່,ເມື່ອໄດ້ເຫັນສະພາບອັນລຳບາກແລ້ວ,ຂ້ອຍກໍຮູ້ສຶກກິນແໜງແຄງໃຈ.ແຕ່ພວກລູກເຕົ້າຂອງຊາວນາຊາວລ້ຽງສັດພັດຕ້ອງການມີຄູຄືຂ້ອຍມາສອນໜັງສືໃຫ້ພວກເຂົາເຈົ້າ,ເມື່ອຄຶດແບບນີ້ແລ້ວ,ຂ້ອຍຈິ່ງຕົກລົງຢູ່ສອນໜັງສືຢູ່ແຫ່ງນີ້,ເມື່ອຢູ່ນຳກັນກັບພວກເດັກນ້ອຍດົນແລ້ວ,ຂ້ອຍເລີ່ມຮັກພວກເຂົາເຈົ້າຫຼາຍ,ບັດນັ້ນ,ຂ້ອຍຈິ່ງໄດ້ເລີ່ມຕົ້ນຊີວິດສິດສອນໜັງສືໃຫ້ພວກນັກຮຽນ."
ໂຮງຮຽນໃນເຂດພູດອຍບໍ່ມີການເຄື່ອນໄຫວທີ່ອຸດົມສົມບູນ,ບໍ່ມີເຄື່ອງມືສິດສອນທີ່ທັນສະໄໝ,ອຸປະກອນຫຼິ້ນກິລາກໍເປັນແບບງ່າຍໆ.ເພື່ອເຮັດໃຫ້ຊີວິດນອກໂມງຮຽນຂອງພວກເດັກນ້ອຍມີເນື້ອໃນອຸດົມສົມບູນຂຶ້ນ,ນອກຈາກການສິດສອນແລ້ວ,ນາງຄູລິມຮາມຍັງຫຼິ້ນມ່ວນຊື່ນນຳກັນກັບພວກນັກຮຽນເລື້ອຍໆ,ເລົ່ານິທານສູ່ພວກເຂົາເຈົ້າຟັງ,ຈັດຕັ້ງການເຄື່ອນໄຫວອອກກຳລັງກາຍເຊັ່ນປິນພູ,ເຕະບານເປັນຕົ້ນ,ສົ່ງເສີມໃຫ້ພວກເຂົາເຈົ້າສາມັກຄີແລະປະສານງານກັນ,ຊ່ອຍເຫຼືອຜູ້ອື່ນດ້ວຍຄວາມຈູບຈ້າວຫ້າວຫັນ.
1 2
|