|
 |
(GMT+08:00)
2005-07-12 21:45:24
|
 |
ນາງຄູລິມຮາມ ຄູສອນເຜົ່າຄາຊັກ
cri
Author: q
ນາງຄູລິມຮາມປະຕິບັດຕໍ່ນັກຮຽນທຸກຄົນຄືກັນກັບລູກຂອງຕົນ,ນາງໄດ້ອຸທິດຄວາມຮັກທີ່ບໍ່ເຫັນແກ່ຕົວ.ລາງເທື່ອ,ນັກຮຽນບາງຄົນບໍ່ມີເງິນເສຍຄ່າຮຽນ,ນາງກໍເອົາເງິນສ່ວນໜຶ່ງຈາກເງິນເດືອນບໍ່ຫຼາຍຂອງຕົນມາຊ່ອຍເຫຼືອນັກຮຽນເຫຼົ່ານີ້.ມີນັກຮຽນຫຼາຍໆຄົນໄດ້ຮັບເງິນອຸດໜູນຈາກນາງຄູລິມຮາມ.ພຽງແຕ່ໃນເວລາເປີດຮຽນລະດູໃບໄມ້ຫຼົ່ນໃນປີກາຍນີ້,ນາງໄດ້ອອກເງິນ600ກວ່າຢວນເສຍຄ່າຮຽນໃຫ້ນັກຮຽນສາມຄົນ.ສ່ວນ600ຢວນແມ່ນກາຍເຄິ່ງໜຶ່ງຂອງເງິນເດືອນຂອງນາງ.ໃນຍາມທຳມະດາ,ນາງຍັງໄດ້ຊື້ເຄື່ອງຮຽນຕ່າງໆເຊັ່ນປຶ້ມຂຽນ,ສໍດຳເປັນຕົ້ນໃຫ້ນັກຮຽນເລື້ອຍໆ.ການປະພຶດຂອງນາງຄູລິມຮາມໄດ້ພາໃຫ້ນັກຮຽນໝົດທຸກຄົນຕື້ນຕັນໃຈ,ທ້າວຈາຈີລາ ນັກຮຽນຜູ້ໜຶ່ງກ່າວວ່າ:
"ພວກເຮົາມັກອາຈານຄູລິມຮາມເປັນພິເສດ,ໃນດ້ານການຮຽນແລະຊີວິດການເປັນຢູ່,ເພິ່ນໄດ້ຊ່ອຍພວກເຮົາຢ່າງຫຼວງຫຼາຍ,ເພິ່ນໄດ້ສອນເພີ່ມໃຫ້ນັກຮຽນຜູ້ທີ່ມີຜົນການຮຽນບໍ່ດີ.ຢູ່ໂຮງຮຽນ,ບາງເທື່ອ,ພວກເຮົາເມືອເຮືອນບໍ່ໄດ້,ເພິ່ນກໍໃຫ້ພວກເຮົາກິນເຂົ້າຢູ່ເຮືອນເພິ່ນ,ຍັງຊ່ອຍຕາບສົ້ງເສື້ອໃຫ້ພວກເຮົາອີກ.ອາຈານຄູລິມຮາມໄດ້ອຸທິດຄວາມຮັກໃຫ້ແກ່ພວກເຮົາຢ່າງບໍ່ເຫັນແກ່ຕົວ,ພວກເຮົາໄດ້ຈົດຈຳໄວ້ຢ່າງເລິກເຊິ່ງ,ເມື່ອພວກເຮົາໃຫຍ່ຂຶ້ນມາແລ້ວ,ກໍຈະເປັນຄົນດີຄືກັນກັບອາຈານຄູລິມຮາມ."
ນາງຄູລິມຮາມເຄີຍມີຄອບຄົວທີ່ອົບອຸ່ນແລະມີຄວາມສຸກ.ທ່ານຊາຮາດເບັກ ຜົວຂອງນາງແມ່ນໝູ່ຮຽນຂອງນາງໃນໂຮງຮຽນມັດທະຍົມປາຍ,ສອງຜົວເມຍຮັກແພງກັນດີ,ມີລູກສອງຄົນຄືລູກຊາຍຜູ້ໜຶ່ງແລະລູກສາວຜູ້ໜຶ່ງ.ເພື່ອສະໜັບສະໜູນວຽກງານຂອງນາງຄູລິມຮາມ,ຜົວໄດ້ປະລະຊີວິດການເປັນຢູ່ທີ່ສະຫງົບໃນຕົວເມືອງນ້ອຍແລ້ວ,ໄປຮອດເຂດພູດອຍເປັນຄູສອນ.ອາດຈະແມ່ນຍ້ອນເງື່ອນໄຂດຳລົງຊີວິດຂີ້ຮ້າຍຫຼາຍ,ທ່ານຊາຮາດເບັກເປັນພະຍາດໂຣກຫົວໃຈ,ທ່ານມີອາຍຸພຽງ41ປີກໍໄດ້ອຳລາຈາກໂລກໄປ.ເມື່ອກ່າວເຖິງຜົວ,ນາງຄູລິມຮາມໄດ້ຄິດຮອດຄິດເຖິງຜົວທີ່ສຸດ.ນາງເວົ້າວ່າ:
"ໃນດ້ານວຽກງານ,ຜົວຂອງຂ້ອຍໄດ້ສະໜັບສະໜູນຂ້ອຍຫຼາຍທີ່ສຸດ,ລາວໄດ້ຫາບແບກພາລະວຽກທຸກຢ່າງໃນເຮືອນ,ເພື່ອໃຫ້ຂ້ອຍຮ່ຳຮຽນຢ່າງອຸ່ນອຽນໃຈ,ລາວທັງເບິ່ງແຍງລູກ,ທັງເຮັດວຽກຢ້າວການເຮືອນ.ດຽວນີ້ຂ້ອຍເສັງໄດ້ຊັ້ນມະຫາວິທະຍາໄບວິຊາສະເພາະແລະໃບປະກາດວິຊາຄອມພິວເຕີກໍຍ້ອນຜົວຂ້ອຍສະໜັບສະໜູນ.
ເລື່ອງດີເດັ່ນຂອງນາງຄູລິມຮາມໄດ້ເຮັດໃຫ້ຫຼາຍໆຄົນຕື້ນຕັນໃຈ,ປັດຈຸບັນ,ໄດ້ມີຄູອາຈານຍອມໄປເປັນຄູຢູ່ເຂດພູດອຍນັບມື້ນັບຫຼາຍ.ທ່ານໂຕແກນຮານສ ຜູ້ອຳນວຍການໂຮງຮຽນທີ່ນາງຄູລິມຮາມເຮັດວຽກນັ້ນເວົ້າວ່າ:"ນາງຄູລິມຮາມແມ່ນທຸງຜືນໜຶ່ງ,ເພິ່ນໄດ້ເຊີດຊູກຳລັງໃຈຄົນແລະເຮັດໃຫ້ຄົນທັງຫຼາຍມີຄວາມກ້າຫານ,ຄົນທັງຫຼາຍຈິ່ງເຄົາລົບນັບຖືນາງທີ່ສຸດ."
ປັດຈຸບັນ,ຄວາມປາຖະໜາອັນແຮງກ້າກວ່າໝູ່ຂອງນາງແມ່ນສືບຕໍ່ເຮັດວຽກຊານສິດສອນ,ໃຫ້ລູກເຕົ້າຂອງຊາວນາຊາວລ້ຽງສັດເຜົ່າຄາຊັກຮຽນໄດ້ຄວາມຮູ້ວັດທະນະທຳ.ນາງເວົ້າວ່າ,ເມື່ອຢູ່ນຳກັນກັບພວກເດັກນ້ອຍ,ນາງໄດ້ຮັບຄວາມມ່ວນຊື່ນທີ່ສຸດ. 1 2
|
|
|