ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 16:45:15    
ສາມ​ເກາະ​ເຜົ່າ​ກິ​ງຮ້ອງ​ເພງ​ໃໝ່

cri Author: huachunmei

ຖ້າ​ຢາກ​ຮັ່ງ​ຕ້ອງ​ມີ​ຄວາມ​ຮູ້​, ຄົນ​ເຜົ່າ​ກິງ​ແມ່ນ​ມີ​ມູນ​ເຊື້ອ​ເຫັນ​ແກ່​ການ​ສຶກ​ສາ​ຕັ້ງ​ແຕ່​ໃດ​ມາ, ​ແຕ່​ກ່ອນ, ​ນັກ​ຮຽນ​ຕ້ອງ​ໄປ​ຮຽນ​ຢູ່​ຖີ່ນ​ໄຫ​ແສນ​ໄກ​,​ ຫຼັງ​ຈາກ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ແລ້ວ,​ ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ໄດ້​ມີ​ການ​ພັດ​ທະ​ນາ, ຄົນ​ເຜົ່າ​ກິ​ງກໍ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ຍົກ​ຄຸນ​ນະ​ທາດ​ວັດ​ທະ​ນະ​ທຳ​ໃຫ້​ສູງ​ຂຶ້ນ, ​ເມື່ອ​ປີ 1994,​ ຢູ່​ເມືອງ​ຈຽງ​ຜິງ​ກໍ​ໄດ້​ສ້າງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຫຼັງ​ໜຶ່ງ​ທີ່​ມີ​ເຄື່ອງ​ປະ​ກອບ​ອ່າວ​ທັນ​ສະ​ໄໝ, ​ລູກ​ເຕົ້າ​ຢູ່​ໃນ​ເມືອງ​ກໍ​ສາ​ມາດ​ໄປ​ຮຽນ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ທີ່​ໃກ້​ເຮືອນ​ເຂົາ​ເຈົ້າ, ​ທາງ​ໂຮຽ​ຮຽນ​ຍັງ​ເຊີນ​ຄູ​ອາ​ຈານ​ຢູ່​ຕົວ​ເມືອງ​ໃຫຍ່​ແລະ​ປານ​ກາງ​ຈຳ​ນວນ​ໜຶ່ງ​ມາ​ສອນ, ​ໃນ​ຊູ່​ມື້ນີ້, ​ເດັກ​ນ້ອຍ​ເຜົ່າ​ກິງ​ເຂົ້າ​ໂຮງ​ຮຽນ​ກໍ​ບັນລຸ​ເຖິງ​ອັດ​ຕາ 98% , ​ພ້ອມ​ກັນ​ນັ້ນ​ກໍ​ໄດ້​ລົບ​ລ້າງ​ຄວາມ​ກືກ​ໜັງສື​ມາ​ແຕ່​ດົນ​ແລ້ວ. ​ດຽວ​ນີ້, ຄົນ​ເຜົ່າ​ກິ​ງ​ແຕ່ລະ 100 ຄົນ​​ໃດ​ກໍ​ມີ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ 7 ຄົນ.

ທ່ານ​ຈົງ​ຫອກ​ປິນ ຮອງ​ເຈົ້າ​ເມືອງ​ເມືອງ​ຈຽງ​ຜິ​ງ​ເວົ້າວ່າ, "​ເມື່ອ​ຍົກ​ຄຸນ​ນະ​ທາດ​ວັດທະນະທຳ​ໃຫ້​ສູງ​ຂຶ້ນ​ແລ້ວ, ວິ​ທະ​ຍາ​ສາດ​ເຕັກນິກ​ກໍ​ພັດທະນາ, ​ເສ​ດຖະກິດ​ກໍ​ພັດທະນາ​ໄປ​ນຳ."

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ສາມ​ເກາະ​ເຜົ່າ​ກິ​ງ​ແມ່ນ​​ແດນ​ຈົບ​ແດນ​ງາມ, ​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ມີ​ປ່າ​ດົງ​ດິບ​ທີ່​ດົກ​ໜາ​ທໍ່​ນັ້ນ, ​ຫາກ​ຍັງ​ມີ​ຫາດ​ຊາຍ​ທະ​ເລ​ທີ່​ມີ​ດິນ​ຊາຍ​ເມັດ​ນ້ອຍ, ​ຟອງ​ທະ​ເລ​ກໍ​ບໍ່​ແຮງ, ​ໜ້າ​ດິນ​ສີ​ເນີ້ງ​ໆ​ແລະ​ນ້ຳ​ກໍ​ອຸ່ນ​ດີ, ​ເຄື່ອງ​ທະ​ເລ​ທຸກ​ຊະນິດ​ກໍ​ບໍ່​ເຊື່ອມ​ພິດ,​ ຄົນ​ເຜົ່າ​ກິ​ງຈິ່ງ​ນຳ​ໃຊ້​ທ່າ​ແຮງ​ເຫຼົ່າ​ນີ້​ມາ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ​ພວກ​ເຂົາ​ເຈົ້າ​ໄດ້​ສ້າງ​ເຂດ​ທ່ອງ​ທ່ຽວ​ເພື່ອ​ພັກ​ຜ່ອນ, ​ໄດ້​ສ້າງ​ຕັ້ງ​ສິ່ງ​ກໍ່​ສ້າງ​ຄົບ​ຊຸດ, ​ຄື, ​ໂຮງ​ແຮມ ຮ້ານ​ອາ​ຫານ​ແລະ​ຮ້ານ​ຄ້າ​ເປັນ​ຕົ້ນ, ​ສ້າງ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ມີ​ສີ​ສັນ​ພິ​ເສດ, ຄື, ​"ງານ​ມ່ວນ​ຊື່ນ​ຢູ່​ບ້ານ​ຊາວ​ປະມົງ"​ແລະ​"ມາ​ເປັນ​ຄົນ​ເຜົ່າ​ກິງ​ມື້​ໜຶ່ງ", ​ເພື່ອ​ໃຫ້​ຜູ່​ທ່ອງ​ທ່ຽວ​ໄດ້​ຮັບ​ລົດ​ນິຍົມ​ເປັນ​ຊາວ​ປະມົງ​ແລະ​ຜ່ານ​ຊີວິດ​ຂອງ​ຊາວ​ບ້ານ​ເຜົ່າ​ກິ​ງ, ​ເມື່ອ​ຮອດ​ວັນ​ສຸດ​ສັບປະດາ​ແລະ​ຍາມ​ພັກ​ໃນ​ມື້ບຸນ, ກໍ​ມີ​ຜູ່​ທ່ອງ​ທ່ຽວ​ຫຼັ່ງ​ໄຫຼຈາກ​ແຫ່ງ​ຕ່າງໆ​ມາ​ຊົມ​ທິວ​ທັດ​ແລະ​ຟອງ​ທະ​ເລ​ຢູ່​ແຫ່ງ​ນີ້, ສຳນຶກ​ຮູ້​ຮີດ​ຄອງ​ປະ​ເພນີ​ຂອງ​ເຜົ່າ​ກິ​ງ, ຊິ​ມລົດ​ຊາດ​ອາຫານ​ເຄື່ອງ​ທະ​ເລ, ຢູ່​ຫາດ​ຊາຍ​ແຄມ​ທະ​​ເລດ ນັກ​ຂ່າວ​ໄດ້​ພົບທ່ານ​ຢາງ​ຈື້ຕີ້​ທີ່​ເດີ​ນທາງ​ຈາກ​ນານ​ນິ່ງ ​ເທດສະບານ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ມາ​ພັກ​ຜ່ອນ​ຢູ່​ແຫ່ງ​ນີ້, ທ່ານ​ເວົ້າວ່າດ ມາ​ບ່ອນ​ນີ້​ແມ່ນ​ເພື່ອ​ສຳນຶກ​ຮູ້​ທິວ​ທັດ​ທຳ​ມະ​ຊາດ, ຢູ່​ແຫ່ງ​ນີ້​ບໍ່​ເຊື່ອມ​ພິດ, ບໍ່​ມີ​ສຽງ​ເນືອງນັບຄື​ໃນ​ຕົວ​ເມືອງ, ນ້ຳ​ທະ​ເລ, ຫາດ​ຊາຍ​ແລະ​ຕົ້ນ​ໄມ້​ກໍ​ລ້ວນ​ແຕ່​ຮັກສາ​ໂສມ​ໜ້າ​ເດີມ​ຂອງ​ມັນ, ຢູ່​ບ່ອນ​ນີ້​ຮູ້ສຶກ​ວ່າ​ເປີດ​ອົກ​ເປີດ​ໃຈ​ທີ່​ສຸດ.

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ​ເຜົ່າ​ກິ​ງຍັງ​ແມ່ນ​ເຜົ່າ​ທີ່​ມັກ​ຟ້ອນ​ລຳ​ທຳນອງ, ​ເຕັ້ນ​ແຊ​ແລະ​ຟ້ອນ​ໄມ້​ໂຢກ​ເຢກຂອງ​ເຜົ່າ​ກິ​ງ​ແມ່ນ​ມີ​ຊື່ສຽງ​ດົ່ງ​ດັງ​ມາ​ແຕ່​ດົນ​ແລ້ວ. ການ​ດີດ​ກະ​ຈັບ​ປີ​ສາຍ​ດຽວ​ທີ່​ມີ​ສຽງ​ອ້ອຍ​ອິ່ນ​ກໍ່​ຍິ່ງ​ຈັບ​ຈິດ​ຈັບ​ໃຈ​ຄົນ​ທີ່​ສຸດ.

ບຸນຂັບ​ແມ່ນ​ບຸນ​ດັ້ງ​ເດີມ​ຂອງ​ເຜົ່າ​ກິ​ງ, ຄັນ​ຮອດ​ມື້ບຸນ​ນີ້​ແລ້ວ​, ​ເຜົ່າ​ກິ​ງທັງ​ຍິງ​ຊາຍ​ນ້ອຍ​ໃຫຍ່​ກໍ​ຕ້ອງ​ນຸ່ງ​ເຄື່ອງ​ງາມ​ໃນ​ມື້ບຸນ, ​ໄປ​ໂຮມ​ກັນ​ຢູ່​ທາງ​ອ້ອມ​ສາລາ​ຢູ່​ຕາມ​ສອງ​ຟາກ​ທາງ, ​ເພື່ອ​ຈັດ​ພິທີ​ບູຊາ​ຜີຟ້າ​ຜີ​ແຖນ. ​ໃນ​ເວລາ​ຈັດ​ພິທີ​ນັ້ນ, ຊ່າງ​ຂັບ​ເພງ​ຍິງ​ສອງ​ຄົນ​ຜັດປ່ຽນ​ກັນ​ຂັບ​ຮ້ອງ​ເພງ​ດັ້ງ​ເດີມ, ສຽງ​ຂັບ​ອ້ອຍອິ່ນ​ອອນຊອນ, ​ເຊິ່ງມີ​ເນື້ອ​ໃນຫຼາຍຢ່າງຫຼາຍ​ແນວ, ​ເຊິ່ງມີ​ທັງ​ບຸກຄົນ​ໃນ​ປະຫວັດສາດ, ມີ​ທາງ​ສະຫຼອງການ​ເກັຍກ່ຽວ​ໄດ້ຜົນ​ອຸດົມສົມບູນ​ແລະ​ມີ​ທັງ​ຄວາມ​ຮັກ​ຂອງ​ບ່າວ​ສາວ​ເຫຼົ່ານີ້​ເປັນຕົ້ນ.

​ເພງ​"ຮີດຄອງ​ຂ້າມ​ຂົວ" ​ເຊິ່ງ​ເປັນ​​ເພງ​ພື້ນ​ເມືອງ​ທີ່​ມີ​ຊື່ສ​ຽງຂອງ​ເຜົ່າ​ກິງມີ​ເນື້ອ​ໃນ​ວ່າດ ມີ​ບ່າວ​ສາວ​ຄູ່​ໜຶ່ງ​ໄປ​ພົບ​ກັນ​ຢູ່​ເທີ​ງຂົວ, ພໍ​ເຫັນ​ໜ້າ​ກັນ​ກໍ​ມັກ​ຮັກ​ກັນ​ໂລດ. ຜູ່​ບ່າວ​ມອບ​ແຫວນ​ດວງ​ໜຶ່ງ​ໃຫ້​ຜູ່​ສາວ, ຜູ່​ສາວ​ກໍ​ມອບ​ໝວກຫົວ​ໜຶ່ງ​ໃຫ້​ຜູ່​ບ່າວ, ຜູ່​ບ່າວ​ກໍ​ມອບ​ເສື້ອ​ຜື່ນໜຶ່ງ​ໃຫ້​ຜູ່​ສາວ​ອີກ. ​ເມື່ອ​ສອງຄົນ​ເມືອ​ຮອດ​ເຮືອນ​​ໃຜ​ເຮືອນ​ລາວ​ແລ້ວ, ພໍ່​ແມ່​ເຂົາ​ເຈົ້າຖາມ​ວ່າ, ​ເສື້ອ ໝວກ​ແລະ​ແຫວນ​​ເດ່​ເສບ​ໄປ​ໃສ​ແລ້ວ, ​ເຂົາ​ເຈົ້າກໍ​ຕ່າງ​ເວົ້າວ່າ, ​ໃນ​ເວລາ​ຂ້າມ​ຂົວ​ຖືກລົມ​ພັດ​ໜີ​ແລ້ວ.
 
1  2