ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ, ຂ້າພະເຈົ້າແມ່ນສົມບູນ, ຊົມເຊີຍທ່ານຮັບຟັງລາຍການນັດພົບໃນວັນອາທິດ. ມື້ນີ້, ຂ້າພະເຈົ້າຈະຈັດເພງພື້ນເມືອງຂອງຊົນເຜົ່າສ່ວນໜ້ອຍຂອງຈີນປະມວນໜຶ່ງ ເຊິ່ງຂັບຮ້ອງໂດຍຫຼາຍຄະນະຮ້ອງຮ່ວມໝູ່ອັນດີເດັ່ນເດັກນ້ອຍຂອງຈີນ, ຄິດວ່າ, ທ່ານຄົງຈະມັກ.
ທ່ານຜູ່ຟັງທີ່ຮັກແພງ, ທີ່ພວມຟັງຢູ່ນີ້ແມ່ນເພງມູ້ເກີ່ ເພງລ້ຽງສັດ ເຊິ່ງເປັນເພງພື້ນເມືອງຂອງຊົນເຜົ່ງມົງໂກນທີ່ຂັບຮ້ອງໂດຍຄະນະຮ້ອງຮ່ວມໝູ່ອະນຸຊົນອ້າຍເຢ້ເມືອງຊິງເຕົາຈີນ. ທົ່ງຫຍ້າຢູ່ພາກເໜືອຂອງຈີນແມ່ນກວ້າງຫຼາຍ. ເພງພື້ນເມືອງຂອງຊົນເຜົ່າມົງໂກນຢູ່ແຖບນີ້ມີຈຸດພິເສດທີ່ດັງກ້ອງກັງວານແກ່ສຽງຍາວແລະອ່ອນໂຍນຢ່າງເສລີ. ເພງລ້ຽງສັດເພງນີ້ໄດ້ວາດພາບທິວທັດອັນສວຍງາມກວ້າງໃຫຍ່ຢູ່ເຂດລ້ຽງສັດເທິງທົ່ງຫຍ້າຢ່າງມີຊີວິດຊີວາ, ໄດ້ລະບາຍຄວາມຮັກທີ່ມີຕໍ່ບ້ານເກີດເມືອງນອນຂອງຊາວລ້ຽນສັດ.
ທ່ານຜູ້ຟັງທີ່ໂຄລົບ, ຈີນແມ່ນປະເທດໜຶ່ງທີ່ປະກອບດ້ວຍຫຼາຍຊົນເຜົ່າ, ມີ 55 ຊົນເຜົ່າສ່ວນໜ້ອຍ. ເນື່ອງຈາກວັດທະນະທຳ ປະຫວັດສາດ ສະພາບແວດລ້ອມທາງພູມສາດ ຈຸດພິເສດຂອງພາສາແລະຮີດຄອງປະເພນີຊີວິດການເປັນຢູ່ຂອງບັນດາຊົນເຜົ່າຕ່າງກັນ, ໄດ້ເຮັດໃຫ້ມີເພງພື້ນເມືອງຊົນເຜົ່າສ່ວນໜ້ອຍທີ່ຕ່າງມີຈຸດພິເສດເກີດຂຶ້ນ. ຕໍ່ໄປ, ເຊີນຟັງເພງຊາວພູດອຍຂອງຊົນເຜົ່າມົ້ງຢູ່ແຂວງກຸ້ຍໂຈວ ພາກຕາເວັນຕົກສຽງໃຕ້ຂອງຈີນທີ່ຊື່ວ່າ, " ອິງເຈີທ້າຍຢາງຊັ້ງທ້າຍຢາງ" ແປວ່າ, " ມຸ່ງໜ້າສັນລະເສີນຕາເວັນ".
ເຜົ່າອີແມ່ນຊົນເຜົ່າສ່ວນໜ້ອຍໜຶ່ງທີ່ມີປະຊາກອນອ່າວຫຼາຍຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ. ເພງເດັກນ້ອຍຂອງເຜົ່າອີແບ່ງເປັນສອງຊະນິດ, ຄື, ເພງກ່ອມນອນແລະເພງຍາມຫຼິ້ນ. ເພງ ອ່າຊີ່ຫຼີຊີ່ ເພງເຜົ່າອີທີ່ທ່ານຈະຟັງຕໍ່ໄປກໍແມ່ນເພງຍາມເດັກນ້ອຍຫຼິ້ນ. ທຳນອງເພງນີ້ມ່ວນຊື່ນຫຼາຍແລະຈື່ງ່າຍ.
ເພງ ຊິ່ງຊຸ່ນອູສີ ເພງຟ້ອນໄວໜຸ່ມ ແມ່ນເພງພື້ນເມືອງເຜົ່າວິອູເອີເຂດຊີນຈຽງ ເຊີ່ງເຕັມໄປດ້ວຍຫຼັກມູນປັດຊະຍາແຫ່ງຊີວິດອັນເລີກຊື້ງ. ເພງນີ້ໄດ້ເອົາດວງຕາເວັນ ດອກໄມ້ແລະນົກນ້ອຍໃນທຳມະຊາດເປັນສົມມຸດ, ເຕືອນໃຫ້ຄົນເຮົາຕ້ອງຖະໜອມເວລາ, ຮູ້ຈັກເຫດຜົນທີ່ໄວຄະນອງຜ່ານໄປໄວຫຼາຍ. ເພງນີ້ຂັບຮ້ອງໂດຍຄະນະຮ້ອງຮ່ວມໝູ່ອະນຸຊົນແລະແມ່ຍິງຂອງຄະນະດົນຕີປະສານສຽງຈີນ.
1 2
|