ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 16:47:54    
ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ຂັບ​ຮ້ອງ​ໂດຍ​ຄະ​ນະ​ຮ້ອງ​ຮ່ວມ​ໝູ່​ເດັກ​ນ້ອຍ​ຈີນ​(ສຽງ)

cri Author: huachunmei

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ແມ່​ນ້ຳ​ອູ​ຊູຫຼີຈຽງ​ແມ່ນ​ສາຂາ​​ໃຫຍ່​ສາຍໜຶ່ງ​ຂອງ​ແມ່​ນ້ຳ​​ເຮີຍຫຼົງຈຽງ ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ. ຢູ່​​ແຫ່ງ​ນັ້ນ, ມີປູ​ປາອຸດົມສົມບູນ, ທິວ​ທັດ​ສວຍ​ງາມ​, ຊາວ​ເຜົ່າ​ເຮີ​ເຈີ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​​ໄດ້​ດຳລົງ​ຊີວິດ​ຢູ່​ທີ່​ນີ້ມາຫຼາຍ​ເຊັ່ນ​ຄົນ. ​ເພງ ອູ​ຊູຫຼີຈ່ຽງສວນ​ເກີ່ ​ເພງ​ເຮືອ​ແມ່​ນ້ຳ​ອູ​ຊູຫຼີທີ່ທ່ານ​​ພວມ​ຟັງ​ຢູ່ນີ້ກໍ​ແມ່ນ​ເພງ​ພື້ນ​ເມືອງ​ຊົນ​ເຜົ່າ​ເຮີ​ເຈີ​ທີ່​ນິຍົມກັນ​ຢູ່​ຈີນ. ​ເພງ​ນີ້​ໄດ້​ສະ​ແດງ​​​ໃຫ້​ເຫັນ​ຊາວ​ຫາ​ປາ​ຊົນ​ເຜົ່າ​ເຮີ​ເຈີຜຸ່ດຸ​ໝັ່ນ​​ແລະ​ຊື່​ສັດ​​ສັນລະ​ເສີນ​ຊີວິດ​ອັນ​ຈົບງາມ​ແລະ​ຄາ​ວາ​ມຮັກ​ຫອ​ມບ້ານ​ເກີດ​​ເມື​ອງນອນ.

​ເຜົ່າ​ມູ້​ລາວ​ແມ່ນ​ເຜົ່າ​ໜຶ່ງ​ທີ່​ມີ​ປະ​ຊາ​ກອນ​ອ່າວ​ໜ້ອຍ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ​ໃນ​ຊີ​ວິດ​ຂອງ​ຊົນ​ເຜົ່າ​ມູ້​ລາວ, ​ເພງ​ພື້ນ​ເມືອງ​ມີ​ຖາ​ນະ​ສຳ​ຄັນ​ທີ່​ສຸດ. ​ຊາວ​ເຜົ່າ​ມູ້​ລາວ​ບໍ່​ວ່າ​ຜູ່​ຍິງ​ຜູ່​ຊາຍ, ​ຫຼື​ວ່າ​ຜູ່​ເຖົ້າ​ຜູ່​ໜຸ່ມ​ລ້ວນ​ແຕ່​ມັກ​ຮ້ອງ​ເພງ. ​​ຄອບ​ຄົວ​ໃດ​ກໍ​ມີ​ປຶ້ມ​ເພງ​, ​ແຕ່​ລະ​ບ້ານ​ກໍ່​ມີ​ນັກ​ຮ້ອງ​ຜູ່​​ເກັ່ງ. ​ເພງ​ ຕາ​ຊິ່ວ​ຊ່ຽນ ​ແປ​ວ່າ ​ໂອ່ນ​ໂລ່ນ​ຊາ ​ເຊິ່ງ​ເປັນ​​ເພງ​ເດັກ​ນ້ອຍ​ເຜົ່າ​ມູ້​ລາວ​ຮ້ອງ​ໃນ​ຍາມ​ຫຼິ້ນ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ໄດ້​ວາດ​ພາບ​​ການ​ຫຼິ້ນ​ຂອງ​ເດັກ​ນ້ອຍ​ເຜົ່າ​ມູ້​ລາວ. ​ເນື້ອ​ເພງ​ຮ້ອງ​ວ່າ, "​ເອື້ອຍ​ນ້ອງ​ພ້ອມ​ກັນ​​ໂຫຍ້ມ​ໂອ່ນ​ໂລ່ນ​ຊາ, ​ໂອ່ນ​ໄປ​ໂອ່​ນມາ, ​ໂອ່ນ​ຂຶ້ນ​ສູງ​ຫຼາຍ, ກະ​ໂປ່ງ​ຫຼາຍ​ສີ​ຫຼາຍ​ສັນ​ປິວ​ຢູ່​ກາງ​ຫາວ, ​ປານ​ນົກ​ແອ່ນ​ບິນ​​ຢູ່​ເທິງ​ທ້ອງ​ຟ້າ."

​ເພງ ອາ​​ໄຫຼປາ​ລາງ​ມູ້​ແມ່ນ​ເພງ​ໜຶ່ງ​ຂອງເຜົ່າ​ວີ​ອູ​ເອີ​ເຂດ​ຊີງ​ຈຽງ. ​ໃນ​ພາສາ​​ເຜົ່າ​ວີ​ອູ​ເອີ, ຄຳ "ອາ​ໄຫຼປາ​ລາງ​ມູ້"ມີ​ຄວາມ​ໝາຍວ່າ "ລູກ​ຮັກ​​". ​ເພງ "ອາ​ໄຫຼປາ​ລາງ​ມູ້"​ແມ່ນ​ເພງ​ກ່ອມ​ນອນ​ທີ່​ແມ່ຍິງ​ເຜົ່າ​ວິ​ອູ​ເອີ​ມັກ​ຮ້ອງຕາມ​ເດີມ, ດຽວ​ນີ້, ​ເພງ​ນີ້​ຖືກ​ແຕ່ງ​ໃໝ່​ເປັນ​ເພງ​ຮ້ອງ​ຮ່ວມ​ໝູ່​ໂດຍ​ສຽງເດັກ​​ນ້ອຍ​ແລ້ວ, ຟັງ​ແລ້ວຮູ້ສຶກ​ວ່າ, ມ່ວນ​ພິ​ເສດ. ຕໍ່​ໄປ, ​ເຊີນ​ຟັງ​ເພງ​ອາ​ໄຫຼປາ​ລາງ​ມູ້​​ທີ່​ຂັບ​ຮ້ອງ​ໂດ​ຍຄະນະ​ຮ້ອງ​ຮ່ວມ​ໝູ່​​ໂດຍ​ສຽງ​ເດັກຊິນ​ເຢ້ປັກ​ກິ່ງ.

​ເຜົ່າ​ທູ​ເຈຍ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ​ພວກ​​ເຂົາ​ເຈົ້າ​ຮ້ອງ​ເພງ​ເປັນ​ເກືອບ​ທຸກ​ຄົນ, ​ສະ​ນັ້ນ, ​ເຂດ​ຊົນ​ເຜົ່າ​ທູ​ເຈຍ​ຈຶ່ງ​ມີ​ຊື່​ວ່າ "ມະ​ຫາ​ສະ​ໝຸດ​ເພງ". ​ຕໍ່​ໄປ​, ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ເຜົ່າ​ທູ​ເຈຍ​ທີ່​ຂັບ​ຮ້ອງ​ໂດຍ​ຄະ​ນະ​ຮ້ອງ​ຮ່ວມ​ໝູ່​ຈິນ​ຟານ​ປັ່ກ​ກິ່ງ. ​ເນື້ອ​ເພງ​ຮ້ອງ​ວ່າ, ​"ສຽງ​ເພງ​ຊາວ​ພູ​ດອຍ​ຕັ້ງ​ຢູ່​ບໍ່​ຂາດ, ​ເທິງ​ຟ້າ​ໜ້າ​ດິນ​ດັງ​ໄປ​ດ້ວຍ​ສຽງ​ເພງ​, ຊາວ​​ເຜົ່າ​ທູ​ເຈຍ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ, ປີ​ໃດ​ກໍ​ເຕັມ​ໄປ​ດ້ວຍ​ເພງ​ມ່ວນ​ໆ, ​ຜູ່​ໜຶ່ງ​ຮ້ອງ​ຂຶ້ນ, ​ແສນ​ຄົນ​ຮ້ອງ​ຕາມ, ​ຕາ​ເວັນ​ບໍ່​ຕົກ​ດິນ, ​ສຽງ​ເພງ​ບໍ່​ຫ່ອນ​ເຊົາ."

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ລາຍການ​ພົບ​ກັນ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍຈົບ​ລົງພຽງທໍ່​ນີ້, ຂໍ​ຂອບ​ອົກ​ຂອບ​ໃຈ​ທີ່​ທ່ານ​ຮັງ​ຟັງ, ສະບາຍດີ!


1  2