ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 20:31:05    
ອຸ່ນ​ໃຈ​ລູກ​ກຳພອຍ​ດ້ວຍ​ຄວາມ​ຮັກ​ແພງ(ພາບ) (ສຽງ)

cri Author: q


ປີ​ນີ້​ແມ່ນປີ​ທີ່​ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60​ປີ.​​ເມື່ອ60​ກວ່າ​ປີ​ກ່ອນ,ສົງຄາມ​ຮຸກ​ຮານ​ຈີນ​ທີ່​ລັດທິ​ລັດຖະທະຫານ​ຍີ່ປຸ່ນກໍ່​ຂຶ້ນ​ນັ້ນ​ໄດ້​ນຳ​ເອົາ​ໄພພິບັດ​ອັນ​ໜັກໜ່ວງ​ມາ​​ໃຫ້​ປະຊາຊົນ​ຈີນ,​ເຊິ່ງ​ໄດ້​ພາ​ໃຫ້​ທະຫານ​ແລະ​ສາມັນ​ຊົນ​ຈີນຈຳນວນ35​ລ້ານ​ກວ່າ​ຄົນ​ຕາຍ​ແລະ​ບາດ​​ເຈັບ​.ພາຍຫຼັງ​ຍີ່​ປຸ່ນ​ປະລາ​ໄຊ​ໃນ​ສົງຄາມ​ເມື່ອ​ປີ1945​ແລ້ວ,​ຍີ່​ປຸ່ນ​ໄດ້​ປະ​ຖິ້ມ​ລູກ​ກຳພອຍ​ຍີ່ປຸ່ນ5000​ກວ່າ​ຄົນ​ຢູ່​ຈີນ.ພໍ່​ແມ່​ປະຊາຊົນ​ຈີນ​ທີ່​ໃຈ​ບຸນ​​ໄດ້​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່ລູກ​ກຳພອຍຍີ່ປຸ່ນ,ລ້ຽງ​ດູ​ພວກ​​ເຂົາ​ເຈົ້າໃຫ້​ເຕີບ​ໃຫຍ່​ຂຶ້ນ.​

ທ່ານ​ນາງຊີ​ໂອບາຣາ ຮາ​ສູ​ມິ ພ້ອມກັບຜົວແລະແມ່ລ້ຽງຢູ່ຍີ່ປຸ່ນ


ທ່ານ​ນາງຊີ​ໂອບາຣາ ຮາ​ສູ​ມິ ທີ່​ດຳລົງ​ຊີວິດ​ຢູ່​ໂຕ​ກຽວ​ໃນ​ປັດຈຸບັນ,ມັກ​ໃຫ້​ຄົນ​ທັງຫຼາຍ​ເອີ້ນ​ຊື່​ຈີນ​ຂອງ​ຕົນ,ຄື​ຕູ້​ຕົ່ງ​​ໄມ.​ເພາະວ່າ,ນາງ​ເປັນ​ລູກ​ກຳພອຍທີ່​​ເຕີບ​ໃຫຍ່​ຢູ່​ຈີນ​ພາຍ​ໃຕ້​ການ​ລ້ຽງ​ດູ​ເບິ່ງ​ແຍງ​ຂອງ​ພໍ່​ລ້ຽງ​ແມ່ລ້ຽງ​ຈີນ,ພໍ່​ລ້ຽງ​ໄດ້​ຕັ້ງ​ຊື່​ໃຫ້​ນາງ​ ​ວ່າ"ຕູ້​ຕົ່ງ​ໄມ".

ທ່ານ​ນາງຊີ​ໂອບາຣາ ຮາ​ສູ​ມິ(ກາງ) ພ້ອມກັບຜົວແລະແມ່ລ້ຽງຢູ່ຈີນ

ເດືອນ​ມິ​ຖຸນາປີ​ນີ້,​ຄື​ກັນ​ກັບ​ທຸກ​ປີ​ທີ່​ຜ່ານ​ມາ,ນາງ ຊີ​ໂອບາຣາ ຮາ​ສູ​ມິ​ໄດ້​ກັບ​ຄືນ​ສູ່​ນະຄອນ​ສາງ​ຊຸນ ​ແຂວງ​ຈີ​ລິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ,​ເພື່ອຢູ່​​ເປັນ​ເພື່ອນນຳ​ກັນ​ກັບ​ແມ່​ເຖົ້າ​ຢູຊືຟາງ ​ແມ່ລ້ຽງ​ທີ່​ອາຍຸ90​ກວ່າ​ປີ​ແລ້ວນັ້ນ​ຊົ່ວໄລຍະ​ໜຶ່ງ.ນາງ​ຊີ​ໂອບາຣາ ຮາ​ສູ​ມິ ​ເວົ້າ​ວ່າ: "ຄັນວ່າ​ບໍ່​ມີ​ພໍ່​ລ້ຽງ​ແມ່ລ້ຽງ,ກໍ່​ບໍ່ຫ່ອນ​ຊິ​ມີ​ຂ້ອຍ​ໃນ​ຊູ່​ມື້​ນີ້​ຢ່າງ​ເດັດຂາດ.​ແລະ​​ໄດ້​ສ້າງ​ຄອບຄົວ​ດີ​ປານ​ນີ້.ສະ​ນັ້ນ,ຂ້ອຍ​​ລືມ​ພວກ​ເພິ່ນ​ບໍ່​ໄດ້."

ນາງ​ຕູ້​ຕົ່ງ​ໄມ​ແມ່ນ​ໜຶ່ງ​ໃນ​ລູກ​ກຳພອຍ​ຈຳນວນ​ຫຼວງ​ຫຼາຍ​ທີ່​ຍີ່ປຸ່ນ​ປະ​ໄວ້​ຢູ່ຈີນ​ໃນ​ສົງຄາມ​​ໂລກ​ຄັ້ງ​ທີ​ສອງ.​ເມື່ອ60​ກວ່າ​ປີ​ກ່ອນ,​ເພື່ອ​ບັນລຸ​ຈຸດປະສົງ​ ​ຍຶດຄອງ​ຈີນ​ຢ່າງຍາວ​ນານ,ຍີ່​ປຸ່ນ​ໃນ​ຂະ​ນະ​ທີ່​ຮຸກ​ຮານ​ຈີນ​ດ້ວຍ​ກຳລັງ​ອາວຸດ​ນັນ,ຍັງ​ໄດ້​ເລັ່ງລັດ​ປຸ້ນ​ສະດົມ​ທາງ​ເສດ​ຖະ​ກິດ​ຢູ່​ຈີນ,​ແລະ​ຍົກ​ຍ້າຍ​ປະຊາກອນ​ຢ່າງ​ຫຼວງ​ຫຼາຍ​ໄປ​ແຂວງ​​​ເຮີຍ​ລົງ​ຈ່ຽງ,​ແຂວງ​ຈິ​ລິນ,​ແຂວງ​ລຽວ​ນິງ​ແລະ​​ເຂດ​ມົງ​ໂກ​ໃນ​ທີ່​ຢູ່​ພາກ​ຕາ​ເວັນ​ອອກສຽງ​​ເໜືອ​ຂອງ​ຈີນ.​​ພໍ່​ແມ່​ຂອງ​ນາງ​ຕູ້​ຕົ່ງ​ໄມ​ກໍ​ແມ່ນ​ໜຶ່ງ​ໃນ​ ​ຊາວຍົກຍ້າຍ​ຍີ່​ປຸ່ນຈຳນວນຫຼວງ​ຫຼາຍ.

ປີ1945,ພາຍຫຼັງ​ປະລາ​ໄຊ​ໃນ​ສົງຄາມ​ຮຸກ​ຮານ​ຈີນ​ແລ້ວ,ກອງທະຫານ​ຍີ່​ປຸ່ນທີ່​ແຕກ​ທັບ​ ​ແລະ​ຊາວ​ຍົກ​ຍ້າຍຍີ່​ປຸ່ນກຽມ​ຈະ​ໂຕນ​ໜີ​ຄືນ​ສູ່​ຍີ່​ປຸ່ນ.ຢູ່​ກາງ​ທາງ​ກັບ​ຄືນ​ປະ​ເທດ,​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ຫາບ​ແບກ​​ໃນ​ການ​ໂຕນ​ໜີ,ທະຫານ​ຍີ່​ປຸ່ນທີ່​ໂຫດ​ຮ້າຍປ່າ​ເຖື່ອນ​ໄດ້​ເຂັ່ນ​ຂ້າ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ຍີ່​ປຸ່ນທີ່ຮ່ວມ​ກັນ​ເດີນ​ທາງ​ນັ້ນ​ຢ່າງ​ທາລຸນ,ຈົນ​ກະທັ້ງ​ຍັງ​ໄດ້​ບັງຄັບ​ໃຫ້​ຜູ້​ເປັນ​ແມ່​ຂ້າ​ລູກ​ຄີງ​ຂອງ​ຕົນ​​ເອງ.

ຕາມ​ຂໍ້​ມູນ​ສະຖິຕິ​ທີ່​ກ່ຽວຂ້ອງ,ຍ້ອນ​ວ່າ​ພໍ່​ແມ່​ຕາຍ​ຫຼື​ໂຕນ​ໜີຢ່າງ​ຟ້າວ​ຟັງ,​ໃນ​ຄາວ​ນັ້ນ,ມີ​ລູກກຳພ້າ​ກຳພອຍ​ຍີ່​ປຸ່ນປະມານ5​ພັນ​ກວ່າ​ຄົນ​ຖືກ​ປະ​ໄວ້​ຢູ່​ສາມ​ແຂວງ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ແລະ​ເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງ​ຂອງ​ຈີນ,​ໃນ​ນັ້ນ,ຜູ້​ໃຫຍ່​ກວ່າ​ໝູ່​ມີ​ອາຍຸ13​ປີ,​ສ່ວນ​ຜູ້​ນ້ອຍ​ສຸດ​ ​ຫາ​ກໍ່​ເກີດອອກ​ມາ​ບໍ່​ເທົ່າ​ໃດ​ມື້.

ລູກ​ກຳພ້າກຳພອຍ​ຍີ່ປຸ່ນ​ທີ່​ຖືກ​ຄອບຄົວ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ປະ​ໄວ້​ຢູ່​ແດນ​ຈີນ​ນັ້ນ,ລ້ວນ​ແຕ່​ຖືກ​ພໍ່​ແມ່​ປະຊາຊົນ​ຈີນ​ທີ່​ຢູ່​ອ້ອມ​ຂ້າງ​ອູ້ມ​ເມືອ​ເຮືອນ​,​ແລ້ວ​ເບິ່ງ​ແຍງ​ຢ່າງ​ພຽນ​ໃຈ.ທີ່​ຈິງ​ແລ້ວ,ພໍ່​ແມ່​ປະຊາຊົນ​ໃນ​ຄາວ​ນັ້ນ​ຄຽດ​ຊັງ​ຄົນ​ຍີ່​ປຸ່ນທີ່​ສຸດ,​​ພາຍ​ໃນ​ເວ​ລາ10ກ​ວ່າ​ປີ​ທີ່​ຍີ່​ປຸ່ນ​ຮຸກ​ຮານ​ຈີນ,ພວກ​ມັນ​ໄດ້​ປະຕິບັດ​ນະ​ໂຍບາຍ​ທາລຸນ​ທີ່​​ເຜົາ​ກ້ຽງ,ຂ້າ​ກ້ຽງ,ປຸ້ນ​ກ້ຽງ,ອັນ​ໄດ້​ພາ​ໃຫ້​ທະ​ຫານ​​ແລະ​ປະຊາຊົນຈີນ35​ລ້ານ​ກວ່າ​ຄົນ​ຕາຍ​ແລ​ະ​ບາດ​ເຈັບ.ຫຼາຍໆ​ຄອບຄົວ​ເສຍ​ຍາດ​ພີ່​ນ້ອງ.​ແຕ່​ວ່າ​ພໍ່​ແມ່​ປະຊາຊົນ​ຈີນ​ທີ່​ໃຈ​ບຸນ​ຮູ້​ວ່າ,ຜູ້​ທີ່​ສ້າງ​ຜົນ​ຮ້າຍ​ນັ້ນ​ແມ່ນ​ລັດຖະບານ​ລັດທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ,ສ່ວນ​ພວກ​​ເດັກນ້ອຍ​ແມ່ນ​ບໍ່​ມີ​ໂທດ​ຫຍັງ.ພວກ​ພໍ່​ແມ່​ປະຊາຊົນ​ຈີນ​ໄດ້​ອົດ​ກັ້ນ​ຄວາມ​ຄຽດ​ແຄ້ນ​ແໜ້ນ​ໃຈ​​ໄວ້,​ແລ້ວ​ຊຸບ​ລ້ຽງ​​ເດັກນ້ອຍ​ຍີ່​ປຸ່ນທີ່​ຖືກ​ປະ​ຖີ້ມ​ເໝືອນ​ດັ່ງ​ລູກ​ຄີງ​ຂອງ​ຕົນ.

1  2