ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 20:31:05    
ອຸ່ນ​ໃຈ​ລູກ​ກຳພອຍ​ດ້ວຍ​ຄວາມ​ຮັກ​ແພງ(ພາບ) (ສຽງ)

cri Author: q

ໃນ​ຄາວ​ນັ້ນ,ພາຍຫຼັງ ຖືກ ​ຍີ່ປຸ່ນ​ຮຸກ​ຮານ​ແລ້ວ,ຈີນຂາດ​ເຂີນອາຫານ​ການ​ກິນ​ແລະ​ວັດຖຸ​ສິ່ງ​ຂອງ​ຕ່າງໆ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທຸກ​ຍາກ​ລຳບາກ​ທີ່​ສຸດ.​ແຕ່​ວ່າ​ພວກ​ພໍ່​ລ້ຽງ​ແມ່ລ້ຽງ​ເຫຼົ່າ​ນີ້ຊ້ຳ​ພັດ​ຢອມ​ກິນ​ຢອມ​ໃຊ້ສູ້​ທຸກ​ທົນ​ຍາກ​ເອົາ​ເອງ,ຊຸບ​ລ້ຽງ​ພວກ​ລູກ​ກຳພອຍ​ຍີ່​ປຸ່ນ​ໃຫ້​​ເຕີບ​ໃຫຍຂຶ້ນ.ນາງ ຊີ​ໂອບາຣາ ຮາ​ສູ​ມິ ເມື່ອ​ກ່າວ​ເຖິງ​ບຸນຄຸນ​ຂອງ​ພໍ່​ລ້ຽງ​ແມ່ລ້ຽງ,ກໍ​ນ້ຳຕາ​ໄຫຼ​ອາບ​ໜ້າ.ນາງ​ເວົ້າ​ວ່າ:

"ພໍ່​ລ້ຽງ​ແມ່ລ້ຽງ​ຂ້ອຍ​ລ້ວນ​ແຕ່​ກິນ​ອາຫານ​ທີ່​ເຮັດ​ດ້ວຍ​ຂີ້ສ່າ​ແລະກາກ​ໝາກ​ຖົ່ວ.ກິນ​ອາ​ຫານ​ຊະ​ນິດ​ນີ້​ຈົນ​ຖ່າຍ​ອອກເລືອດ​,ພວກ​ເພິ່ນ​ຢອມ​ແປ້ງ​ໝີ່​ໄວ້​ໃຫ້​ຂ້ອຍ​ກິນ​.ບຸນ​ຄຸນ​ຂອງ​ພໍ່​ລ້ຽງ​ແມ່​ລ້ຽງ​ຂ້ອຍ​ບໍ່​ລືມ​ຕະຫຼອດ​ຊີວິດ.ຂ້ອຍ​ມີ​ຊີວິດ​ຈົນຮອດ​ຊູ່​ມື້​ນີ້​ກໍ​ແມ່ນ​ຍ້ອນ​ຄົນ​ຈີນ​​ພວກ​ເພິ່ນ​ໄດ້​ໃຫ້​ຄວາມ​ຮັກ​ແກ່ ​ຂ້ອຍ,ຂ້ອຍຈະ​ບໍ່ລືມ​ບຸນ​ຄຸນ​ພວກ​ເພິ່ນ ​ຈົນ​ເທົ່າ​ໃດໆ."

ໃນຊາວ​ຈີນ​ທີ່​ຊຸບ​ລ້ຽງ​ລູກ​ກຳພອຍ​ຍີ່ປຸ່ນນັ້ນ,ມີ​ຫຼາຍໆ​ຄົນ​ເຄີຍ​ຖືກ​ທະ​ຫານ​ຍີ່​ປຸ່ນ​ທຳ​ຮ້າຍ.ມີ​ແມ່​ເຖົ້າ​ຜູ້​ໜຶ່ງ​ຊື່ວ່າ​ລີ​ຊູ​ສຽນໃນ​ຍາມ​ກອງ​ທະຫານ​ຍີ່​ປຸ່ນຍຶດຄອງ​ນະຄອນ​ສາງ​ຊຸນ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ,​ແມ່​ເຖົ້າ​ເຄີຍ​ຖືກ​ທະຫານ​ຍີ່ປຸ່ນ​ເຕະ​ທ້ອງນ້ອຍ,ຈິ່ງ​ບໍ່​ສາມາດ​ມີ​ລູກ​ໄດ້.​ແຕ່​ວ່າ,​ເມື່ອ​​ໄດ້​ເຫັນ​ນາງ​ອາວ​ຢາ​ມາ ​ໂມ​ໂມ​ເອະ ລູກ​ກຳພອຍ​ຍີ່ປຸ່ນທີ່​ພະ​ເນ​ຈອນ​ຢູ່​ຕາມ​ຖະ​ໜົນ,​ແມ່​ເຖົ້າ​ລີ​ຊູ​ສຽນທີ່​ໃຈ​ບຸນ ພັດ​ໄດ້​ເອົາ​ນາງ ອາວ​ຢາ​ມາ ​ໂມ​ໂມ​ເອະ​ເມືອ​ເຮືອນ​ຊຸບ​ລ້ຽງ.​ເພິ່ນ​ໄດ້​ໃສ່​ຊື່​ໃຫ້​ນາງ​ວ່າ​ສູ​ກຸ້ຍ​ລານ,ຫວັງ​​ໃຫ້​​ເດັກ​ຍິງ​ຜູ້​ນີ້ມີ​ຊີວິດ​ທີ່​ສວຍ​ງາມ​ປານ​ດອກ​​ໄມ້.​ຫຼັງ​ຈາກ​ນັ້ນ​ຫຼາຍ​ສິບປີ, ​ແມ່​ເຖົ້າ​ລີ​ຊູ​ສຽນ​ທີ່​ນອນ​ເຈັບ​ຢູ່​ເທິງ​ຕຽງ​ເມື່ອ​ກ່າວ​ເຖິງ​ປະ​ສົບ​ການ​ຕອນ​ນັ້ນ​ກໍ​ເວົ້າ​ຢ່າງ​ສະຫງົບ​ໃຈ​ວ່າ,ຂ້ອຍເຮັດ​ຕາມຖານະ​ເປັນແມ່ຍິງ,​​​ເປັນແມ່​ຜູ້​ໜຶ່ງ.

ການ​ກະທຳ​ທີ່​ພໍ່​ແມ່​ປະຊາຊົນເປັນ​ເຈົ້າ​ການ​ຮັບ​ລ້ຽງ​ລູກ​ກຳພອຍ​ຍີ່ປຸ່ນ​ນັ້ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດຖະບານ​ໃໝ່​ຈີນ.ທ່ານ​ຢົງ​ເວີຍ​ມູ້ ສາ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສະ​ໄໝ​ມໍ່​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ:

"ລູກ​ກຳພອຍ​ຍີ່​ປຸ່ນສາມາດ​ຢູ່​ລອດ​ແລະ​ດຳລົງ​ຊີວິດ​ຢູ່​ຈີນ​ແມ່ນ​ກ່ຽວ​ພັນ​ກັບ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ພວກ​ເຂົາ​ເຈົ້າ,ສົງຄາມ​ທີ່​ຍີ່​ປຸ່ນຮຸກ​ຮານ​ຈີນ​ໄດ້​ສ້າງ​ໄພ​ພິ​ບັດ​ຢ່າງ​ໜັກ​ໜ່ວງ​​ໃຫ້​ຈີນ,​ແຕ່​ລັດຖະບານ​ຈີນ​ໄດ້​ປະຕິບັດ​ຕາມ​ຫຼັກການ​ມະ​ນຸດ​ສະ​ທຳ,ບໍ່​ໄດ້​ດູ​ໝິ່ນ​ລູກ​ກຳ​ພອຍ​ຍີ່​ປຸ່ນ,​ແລະ​ຍັງ​ໄດ້​ໃຫ້ການ​ສະໜັບສະໜູນ​ດ້ານ​ວັດ​ຖຸ​ແກ່​ປະ​ຊາ​ຊົນ​ໃຈ​ບຸນ​ທີ່​ຮັບ​ລ້ຽງ​ລູກ​ກຳ​ພອຍ​ຍີ່​ປຸ່ນ.​ໃນ​ດ້ານ​ນີ້,ລັດຖະບານ​ຈີນ​ໄດ້​ສະ​ແດງ​ຄວາມ​​ໂອບ​ອ້ອມ​ອາລີ​ຕໍ່​ປະ​ຊາ​ຊົນ​ຍີ່​ປຸ່ນ."

ພາຍ​ໃຕ້​ການ​​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ຈີນ​ແລະ​ການ​ເບິ່ງ​ແຍ່ງ​ລ້ຽງ​ດູ​ຂອງ​ພໍ່​ລ້ຽງ​ແມ່​ລ້ຽງ,​ພວກ​ລູກ​ກຳພອຍ​ຍີ່​ປຸ່ນ​ໄດ້​​​ເຕີບ​ໃຫຍ່​ຂຶ້ນ,ທັງ​ໄດ້​ເຮັດ​ວຽກ​ແລະ​ສ້າ​ງ​ຄອບ​ຄົວ​ທີ່​ມີ​ຄວາມ​ສຸກ.

ປີ1972,ຈີນ​ຍີ່​ປຸ່ນ​ໄດ້​ສ້າງສາ​ຍສຳພັນ​ການ​ທູດ​​ເປັນ​ປົກກະຕິ,ການ​ໄປມາຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ.ລູກ​ກຳພອຍ​ຍີ່​ປຸ່ນທີ່ຍາດ​ພີ່ນ້ອງ​ຍີ່​ປຸ່ນຊອກ​ພົບ​ນັ້ນ​ໄດ້​ອຳ​ລາ​ຈາກ​ພໍ່​ລ້ຽງ​ແມ່ລ້ຽງ,​ແລ້ວ​ກັບ​ຄືນ​ສູ່​ຍີ່​ປຸ່ນຕາມໆ​ກັນ.

ລູກ​ກຳພອຍຍີ່​ປຸ່ນ​ທີ່​ເຕີບ​ໃຫຍ່​ຂຶ້ນ​ແລ້ວກັບ​ຄືນ​ສູ່​ຍີ່​ປຸ່ນນັ້ນ​ພຽງ​ແຕ່​ແມ່ນ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ,​ສ່ວນ​ລູກ​ກຳພອຍ​ຫຼາຍໆ​ຄົນ​ໄດ້​​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ນຳ​ກັນ​ກັບ​ພໍ່​ລ້ຽງ​ແມ່​ລ້ຽງ​ຢູ່​ຈີນ.​ທ່ານ​ນາງ​ອູ​ຢຸນ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ມົງ​ໂກ​ໃນ​ປົກ​ຄອງ​ຕົນ​ເອງ​ໃນ​ປັດ​ຈຸ​ບັນ​ນັ້ນ​ກໍ​ແມ່ນ​ຕົວ​ຢ່າງ​ໜຶ່ງ,​ນາງ​ອູ​ຢຸນ,ຊື່​ຍີ່​ປຸ່ນ​ແມ່ນ​ຕາ​ສີ​ບາ​ນາ ອາ​ເກ​ມິ.​ປີ​1981,​ນາງ​​ໄດ້​ຕິດ​ຕໍ່​ກັບ​ອ້າຍ​ທີ່​ຢູ່​ຍີ່​ປຸ່ນ,​ເມືອ​ຢ້າມ​ບ້ານ.​ແຕ່​ວ່າ​ເພື່ອ​ຕອບ​ແທນ​ບຸນ​ຄຸນ​ຂອງ​ພໍ່​ລ້ຽງ​ແມ່​ລ້ຽງ,​ນາງ​ໄດ້​ອຳ​ລາ​ຈາກ​ຍາດ​ພີ່​ນ້ອງ​,​ແລ້ວ​ກັບ​ຄືນ​ສູ່​ຈີນ​ຢ່າງ​ເດັດ​ດ່ຽວ.

ນາງ​ອຸ​ຢຸນ​ເວົ້າ​ວ່າ,​​ໃນ​ຍາມ​ຍັງນ້ອຍ,ພໍ່​ແມ່​ຂອງ​ນາງ​ກໍ​ເສຍ​ໄປ​ໃນ​ສົງ​ຄາມ,​ຕົນ​ເອງ​ຖືກ​ປະ​ໄວ້​ຢູ່ຈີນ.​ໃນ​ນາມ​ເປັນ​ລູກ​ກຳພອຍ​ຍີ່​ປຸ່ນ,ນາງ​ໄດ້​ກ່າວ​ຟ້ອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ວ່າ:

"ສົງຄາມ​ຮຸກ​ຮານ​ຈີນ​ທີ່​ລັດທິ​ລັດຖະທະຫານ​ຍີ່​ປຸ່ນກໍ່​ຂຶ້ນ​ນັ້ນ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ໄພ​ພິ​ບັດ​ອັນ​ໜັກໜ່ວງ​ມາ​ໃຫ້ປະຊາຊົນ​ຈີນທໍ່​ນັ້ນ,​ຍັງ​​ໄດ້​ນຳ​ເອົາ​ໄພພິ​ບັດ​ອັນ​ໜັກ​ໜ່ວງ​ມາ​​ໃຫ້​ປະ​ຊາ​ຊົນ​ຍີ່​ປຸ່ນ​ເຊັ່ນ​ດຽວ​ກັນ.ກໍ​ຄື​ກັນ​ກັບ​ຄອບ​ຄົວ​ຂ້ອຍ,​ຄອບ​ຄົວ​ນັບ​ເປັນ​ພັນ​ເປັນ​ໝື່ນ​ບ້ານ​​ແຫກ​ແຕກ​ສະ​ຫຼາຍ,​ລົ້ມ​ຫາຍ​ຕາຍ​ຈາກ,ນີ້​ແມ່ນແມ່ນ​ຍ້ອນ​ລັດທິ​ລັດ​ຖະ​ທະ​ຫານ​ກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ."

ພ້ອມ​ກັນ​ນັ້ນ, ນາງ​ອູ​ຢຸນພ້ອມກັນ​ກັບ​ພວກ​ລູກ​ກຳພອຍ​ຍີ່​ປຸ່ນທີ່​ຖືກ​ປະ​ໄວ້​ຢູ່​ຈີນ​ນັ້ນ​ເຫັນ​ວ່າ​ຕົນ​ແມ່ນ​ຜູ້​ໂຊກ​ດີ​ຫຼາຍ,​ເພາະ​ວ່າ​ຈີນ​ໄດ້​ໃຫ້​ພວກ​ເຂົາ​ເຈົ້າ​ມີພໍ່​ແມ່​ແທ້​ຈິງ ,​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ສຶກ​ຄວາມ​ອົບ​ອຸ່ນ​ຂອງ​ຄອບ​ຄົວ​.


1  2