![]( /mmsource/images/2004/04/21/laba.gif)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ຂ້າພະເຈົ້າແມ່ນສົມບູນ, ຂອບໃຈທ່ານທີ່ຄອຍຢູ່ຟັງລາຍການນັດພົບໃນວັນອາທິດຂອງພວກເຮົາ, ດຽວນີ້, ເມືອງປັກກິ່ງໄດ້ເຂົ້າສູ່ຍາມອົບເອົ້າທີ່ສຸດໃນລະດູຮ້ອນແລ້ວ, ໄດ້ຍິນສຽງຈັກຈັ່ນຮ້ອງຢູ່ບໍ່ເຊົາ, ບໍ່ຮູ້ວ່າອາກາດຢູ່ລາວເປັນແນວໃດນໍ, ຄິດວ່າກໍຕົງຈະແສງແຜດເຜົາຄືກັນ. ໃນລາຍການພາກນີ້, ສົມບູນໄດ້ຈັດເພງປະມວນໜຶ່ງກ່ຽວກັບທະເລສູ່ຟັງ, ຈາກສຽງເພງເຫຼົ່ານີ້, ຫວັງວ່າ, ທ່ານຄົງຈະດົມຖືກກິ່ນອາຍທະເລແລະສາຍລົມທະເລທີ່ເຢັນສະບາຍ.
"ໃນຍາມນຍັງນ້ອຍ, ແມ່ເວົ້າສູ່ຟັງວ່າ, ທະເລແມ່ນບ້ານເກີດຂອງຂ້ອຍ. ຂ້ອຍເກີດຢູ່ແຄມທະເລ ເຕີບໃຫຍ່ໃນນ້ຳທະເລ, ທະເລແມ່ນບ່ອນທີ່ຂ້ອຍດຳລົງຊີວິ. ລົມທະເລພັດມາ, ຟອງທະເລຍວກຍູ້, ພະເນຈອນນຳຂ້ອຍໄປທົ່ວທຸກແຫ່ງ. ໂອ້, ທະເລເໝືອນກັບແມ່, ບໍ່ວ່າຂ້ອຍໄປແຫ່ງໃດກໍຢູ່ຄຽງຂ້າງຂ້ອຍ. ໂອ້, ທະເລ, ບ້ານເກີດຂອງຂ້ອຍ."
ທ່ານທີ່ຮັກແພງ, ທີ່ທ່ານຟັງນັ້ນແມ່ນເພງ "ຕ້າຫ້າຍອ້າກູ້ຊຽງ" "ໂອ້ ທະເລ, ບ້ານເກີດຂອງຂ້ອຍ". ເພງນີ້ນິຍົມກັນຢູ່ຈີນມາດົນແລ້ວ, ໄດ້ຮັບຄວາມຊົມເຊີຍຈາກຄົນທັງຫຼາຍ. ສ່ວນນິທານເລື່ອງ"ລູກສາວຂອງທະເລ"ທີ່ແຕ່ງໂດຍທ່ານອານເດີເຊິນ ນັກແຕ່ງນິທານເດັກຜູ່ຍິ່ງໃຫຍ່ຂອງດານມາກນັ້ນຍິ່ງໄດ້ເລົ່າລືກັນຢ່າງກວ້າງ ຂວາງ, ມີຊື່ສຽງໃນທົ່ວໂລກ.
ແຕ່ກີ້ແຕ່ກ່ອນ, ຄອບຄົວຂອງນາງປາງາມໄດ້ອາໄສຢູ່ບ່ອນເລິກຂອງທະເລ. ພວກເຂົາເຈົ້າມີໜ້າຕາຄືກັບຄົນເຮົາ, ຕ່າງແຕ່ບໍ່ມີຂາ, ພັດມີຫາງປາຍາວໆ. ນາງປານ້ອຍແມ່ນລູກຫຼ້າໃນຄອບຄົວ. ນາງມີໃບໜ້າງາມກວ່າໝູ່ແລະຮ້ອງເພງມ່ວນກວ່າໝູ່, ໃຜໆກໍຮັກນາງຫຼາຍ.
ເວລາຜ່ານໄປສູ່ມື້, ນາງປານ້ອຍກໍເຕີບໃຫຍ່ເປັນສາວ. ມີມື້ໜຶ່ງ, ນາງໄດ້ຮັບອະນຸຍາດໃຫ້ໂປໂລຂຶ້ນສູ່ໜ້ານ້ຳໄປຊົມໂລກພາຍນອກ. ພໍດີນາງໄດ້ຊ່ອຍກອບກູ້ເຈົ້າຊາຍຜູ່ເຈົ້າຊູ້ເທິງເຮືອຈົມນ້ຳເຫຼັ້ມໜຶ່ງ, ແລະຮັກເຈົ້າຊາຍອົງນີ້ຫຼາຍ. ເພື່ອຢາກຢູ່ນຳເຈົ້າຊາຍ, ນາງປານ້ອຍໄດ້ໃຊ້ສຽງເພງອັນມ່ວນອອນຊອນປ່ຽນເອົານ້ຳຢາກັບແມ່ມົດ. ຕໍ່ແຕ່ນັ້ນມາ, ນາງປານ້ອຍໄດ້ມີຂາຄືກັບຄົນ, ແຕ່ນາງໄດ້ກາຍເປັນຄົນກືກ, ປາກເວົ້າບໍ່ໄດ້ອີກ.
ນາງປານ້ອຍໄດ້ຂຶ້ນຝັ່ງໄປຂໍອາໄສຢູ່ກັບເຈົ້າຊາຍ. ແຕ່ວ່າ, ເມື່ອເຈົ້າຊາຍພື້ນຊືບຄືນມາ, ເຈົ້າຊາຍກໍບໍ່ຈື່ນາງປານ້ອຍ ເຈົ້າບຸນເຈົ້າຄຸນທີ່ກອບກູ້ເອົາຊີວິດຂອງຕົນ, ເຈົ້າຊາຍກຽມສົມລົດກັບເຈົ້າຍິງຜູ່ສວຍງາມຜູ່ໜຶ່ງ. ສ່ວນນາງປານ້ອຍຖ້າບໍ່ໄດ້ຮັບຄວາມຮັກຂອງເຈົ້າຊາຍ, ນາງກໍຈະກາຍເປັນຝອດ, ຄ່ອຍໆລະເຫີຍໄປໃນອາກາດ. ພວກເອື້ອຍຢູ່ພື້ນທະເລຮ້ອນຮົນນຳນ້ອງທີ່ສຸດ, ແລ້ວໄດ້ເອົາຜົມຍາວໆຂອງເຂົາເຈົ້າແລກເອົາມີດດວງໜຶ່ງຈາກແມ່ມົດ. ພວກນາງບອກໃຫ້ນາງປານ້ອຍເອົາມີດດວງນີ້ແທງເຈົ້າຊາຍໃຫ້ຕາຍໃນຄືນທີ່ເຈົ້າຊາຍສົມລົດ. ຈັ່ງຊັ້ນ, ນາງປານ້ອຍກໍຈະມີຫາງປາທີ່ສວຍງາມຄືນໃໝ່, ແລ້ວກັບຄືນສູ່ທະເລແລະຈະມີອາຍຸໝັນຂວັນຍືນ. ແຕ່ນາງປານ້ອຍບໍ່ເຮັດແບບນັ້ນ, ນາງໄດ້ອວຍພອນດ້ວຍຄວາມຈິງໃຈໃຫ້ເຈົ້າຊາຍທີ່ແສນຮັກຈົ່ງມີຄວາມສຸກ, ແຕ່ຕົນເອງພັດກາຍເປັນຝອດໃນເວລາຕາເວັນໂພ່ຂຶ້ນ……
1 2
|