ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 16:20:08    
ສະ​ເຫນ​ຂອງ​ທະ​ເລ(ສຽງ)

cri Author: huachunmei

"​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໃຈ​ດຳ​ແທ້, ​ປ່ອຍ​ໃຫ້​ນ້ຳ​ຕາ​ຂອງ​ຂ້ອຍ​ໄຫຼ​ລົງ​ສູ່​ທະ​ເລ, ຄວາມ​ຮັກ​ທີ່​ຂ້ອຍ​ໃຫ້​ໄປ​ບໍ່​ມີ​ວັນ​ຊອກ​ຄືນ​​ໄດ້​ອີກ. ​​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໃຈ​ດຳ​ແທ້, ​ປ່ອຍ​ໃຫ້​ຄວາມ​ຮັກ​ຂອງ​ຂ້ອຍ​ໄຫຼ​ລົງ​ສູ່​ທະ​ເລ​, ​ເລື່ອງ​ທີ່​ເປນ​ໜ້າ​ເສຍ​ໃຈ​ໃນ​ຄາວ​ກ່ອນ​ໄຫຼ​ຫຼັ່ງ​ຖ້ວມ​ຫົວ​ຂ້ອຍ​ແລ້ວ." ບໍ່​ຮູ້​ວ່າ​​ເພງ ​ເລີ້ຍ​ຫ້າຍ ທະ​ເລ​ນ້ຳຕ​າ ​ທີ່​ຂັບ​ຮ້ອງ​ໂດຍ​ນາງສີ​ຢູ​ຢຸນ​ທີ່​ທ່ານ​ຮັບ​​ຟັງ​ມາ​ນີ້​ສາ​ມາດ​ລະ​ບາຍ​ນ້ຳ​ໃຈ​ຂອງ​ນາງ​ປາ​ນ້ອຍ​ໄດ້​ຫຼື​ບໍ່? ​ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ​ໃນ​ຂະ​ນະ​ທີ່​ນາງ​ຄຶດ​ເສຍ​ໃຈ​ຢູ່​ນັ້ນ,​ ນາງ​ກໍ​ຄົງ​ຮູ້​ສຶກ​​ປື້ມ​ໃຈ​ທີ່​ຍັງ​​ເຄີຍ​ຢູ່​ຮ່ວມ​ກັນ​ກັບ​ຄົນ​ທີ່​ຕົນ​ຮັກ, ​ເພາະ​ວ່າ, ​ຄວາມ​ຮັກ​ບໍ່​ພຽງ​ແຕ່​​ແມ່ນ​ສ່ວນ​ທີ່​ໄດ້​ຮັບ​ທໍ່​ນັ້ນ,​ ຍິ່ງ​ຫຼາຍ​ກວ່າ​ນັ້ນ​ແມ່ນ​ສ່ວນ​ທີ່​ສະ​ຫຼະ​ໄປ. ​ແຕ່​ເຈົ້າ​ຊາຍ​ເດ່? ​​ໃນ​ເວ​ລາ​ມອງ​ເບິ່ງ​ທະ​ເລ​ອີກ​ນັ້ນ, ​ກໍ​ຄຶດ​ຮອດ​ຄຶດ​​ເຫັນ​ນາງ​ປາ​ນ້ອຍ​ທີ່​ໃຈດີ​ໃຈ​ງາມ​ຫຼື​ບໍ່?

"ຂຽນ​ຈົດໝາຍ​ມາ​​ໃຫ້​ຂ້ອຍ​ແດ່, ບອກ​ຂ້ອຍວ່າ​ນ້ຳ​ທະ​​ເລ​ມື້ນີ້​​ສິຫຍັງ, ອາລົມ​ຂອງ​ເຈົ້າ​ເປັນ​ແນວ​ໃດ. ຂຽນ​ຈົດໝາຍ​ມາ​​ໃຫ້​ຂ້ອຍ​ແດ່, ບອກ​ຂ້ອຍວ່າ​ຄືນ​ມື້ນີ້​​ເຈົ້າຢາກ​ຝັນ​ເຫັນ​ຫຍັງ, ​ໃນ​ຫຼືນອກ​ຄວາມ​ຝັນ​, ຂ້ອຍກໍ​ເຮັດ​ໃຫ້​ເຈົ້າຄຶດ​ຍາກ​ທີ່​ບໍ່​ຮູ້​ເລືອກ​ເອົາ​​ໃຜບໍ່? ຂ້ອຍ​ເປັນ​ຫວ່ງຈົນນອນບໍ່​​ຫຼັບໝົດ​ຄືນ, ເຈົ້າ​​ກໍຮັກຢູ່​, ​​ແຕ່​ເປັນ​ຫຍັງບໍ່ມ​າ​ເຂົ້າ​ໃກ້. ຍິນສຽງ​​ໄຫ້​ຂອງ​ທະ​ເລ​, ​ໃຜ​ນໍ​ຖືກ​ບາດ​ໃຈ​ອີກ​ຜູ່​ໜຶ່ງ, ທ​ະ​ເລນີ້​ສັງມາຫຼາຍ​ໃຈ​ແທ້  ​ໄຫ້​ຈົນ​ຮອດ​ຟ້າ​ແຈ້ງ. ຂຽນ​ຈົດໝາຍ​ມາ​​ໃຫ້ຂ້ອຍ​ແດ່, ​​ໃຫ້​ຖື​ເປັນການ​ນັດກັນ​ຄັ້ງ​ສຸດ​ທ້າຍ, ບອກ​ຂ້ອຍ​​ວ່າ, ​ໃນ​ຍາມ​ເຈົ້າຈາກ​ຂ້ອຍ​ໄປ​ນັ້ນຄຶດ​ແນວ​ໃດ?"

ຄົນ​ຈີນ​ມັກ​ເວົ້າ​ວ່າ, ​"ຖອຍ​ຫຼັງ​ກ້າວ​ໜຶ່ງ​ຈະ​ຫຼຽວ​ເຫັນ​ຟ້າ​ກວ້າງ​ໃຫຍ່​ໄພ​ສານ." ​ໝາຍ​ຄວາມ​ວ່າ, ​ຄົນ​ເຮົາ​ຢູ່​ນຳ​ກັນ, ​ໃນ​ເວ​ລາ​ເກີດ​ການ​ຜິດ​ຕ້ອງ​​ຖຽງ​ກັນ​ນັ້ນ, ​ຄັນ​ຜ່ອນ​ຜັນ​ສັ້ນ​ຍາວ​ແກ່​ກັນ​, ​ຈິດ​ໃຈ​ກໍ​ຈະ​ສະ​ຫງົບ​ລົງ​ໄດ້​ແລ້ວ​ຖືກ​ຕ້ອງ​ປອງ​ດອງ​ກັນ. ​ດຽວ​ນີ້, ໃນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ, ທະ​ເລ​ທີ່​ກວ້າງ​ໃຫຍ່​​ໄດ້​ກາຍ​ເປັນ​ຄຳ​ແທນ​ນາມ​ທີ່​ໝາຍ​ເຖິງ​ຄວາມ​ໃຈ​ກວ້າງ​ໃຈ​ໃຫຍ່.

"ຖ້າວ່າ​ທ​ະ​ເລ​ສາມາດ​ຮຽກ​ເອົາ​ຄວາມ​ຮັກ​ຄືນ​ໄດ້, ຂ້ອຍຈະ​ຄອງ​ຄອຍຕະຫຼອດຊີວິດ. ຖ້າວ່າ​ເຈົ້າບໍ່ຫຼຽວ​ແລ​ຄວາ​ມຮັກ​ທີ່​ຜ່ານ​ມາ, ກໍ​ໃຫ້​ມັນ​ປິວ​ໄປ​ຕາມສາຍ​ລົມສາ. ຖ້າວ່າ​ທະ​ເລນຳ​​ເອົາຄວາມ​ໂສກ​ເສົ້າຂອງ​ຂ້ອຍ​​ໄປນຳ​​ໄດ້​ຄື​ກັນ​ນຳ​ເອົາແມ່​ນ້ຳ​ທຸກສາຍ​, ບາດ​ແຜ​ທຸ​ກຄັ້ງ​ແລະນ້ຳຕາທີ່​​ໄຫຼຫຼັ່ງກໍ​ຂໍ​ໃຫ້​ນຳ​ເອົາຄວາມ​ຮັກ​ຂອງ​ຂ້ອຍທັງໝົດ​ໄປ​ນຳ." ທີ່​ຟັງ​ມານັ້ນ​ແມ່ນ​ເພງ ຕ້າ​ຫ້າ​ຍ ທະ​ເລກ​ວ້າງ​ໃຫຍ່​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຈັ່ງ​ອີ​ເຊິ່ງ ນັກ​ຮ້ອງ​​ໃຕ້​ຫວັນ​ທີ່​ເສຍ​ໄປ​ແລ້ວ.

​​ເນື້ອ​ທີ່​ທະ​ເລ​ໄດ້​ກວມ 3 ສ່ວນ 4 ຂອງ​ຜິວ​ໂລກ. ຢູ່​ໃນ​ທະ​ເລ​ໄດ້​ບົ່ມ​ເພາະ​ຊີວະ​ຊາດທີ່​ນັບ​ບໍ່ຖ້ວນ, ​ໄດ້​ຝາ​ກ​ຝັງ​ຈິດ​ໃຈອາລົມອັນ​ເຫຼືອພັນລະນາ​​ຂອງ​ຄົນ​ທັງຫຼາຍ. ​ເຖິງ​ວ່າ​ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທະ​ເລ​ກໍ​ຕາມ, ​ແຕ່​ສົມບູນ​ຍັງ​ຄິດວ່າ, ຖ້າມີ​ໂອກາດ, ຂໍ​ໃຫ້​ເພື່ອນ​ທຸກ​ຄົນ​​ໄປ​ຍ່າງຫຼິ້ນຢູ່​ແຄມ​ທະ​ເລຈັກ​ເທື່ອ​ແດ່. ​ເຊື່ອ​ວ່າ, ທ່ານ​ຕ້ອງຮັກທະ​ເລ​ສີ​ຄາມ, ຈະ​ຮັກ​ໂລກ​​ໃໝ່ອ່ຽມ​​ນີ້​ແນ່ນອນ.

"ຄວາມ​ປ່ຽວພອຍ​ຂອງ​ກາບ​ຫອຍຢູ່​ຫາດ​ຊາຍ​​ເຮັດ​ໃຫ້​ຂ້ອຍບໍ່​ມ່ວນ​​ໃຈ, ​ເມື່ອ​ຈາກ​ຄວາມ​ສະ​ຫງົບ​​ໃນພື້ນ​ທະ​ເລ​ຈຶ່ງ​ຮູ້ຈັກຄວາມ​ຂົມ​ຂື່ນ. ຢ້ານ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມຂອງ​ຫົວຟອງ​​ໃນ​ຕອນ​ບ່າຍ, ບັນຍາກາດ​ໄດ້ຕຶງ​ຄຽດສະ​ດຸ້ງ​ໄວ. ທີ່​ຈິງ​ແລ້ວ, ຄວາມ​ຄິດ​ຂອງ​ຂ້ອ​ຍງ່າຍໆ, ຄື, ​ໄປ​ເບິ່ງ​ທະ​ເລ​ນຳ​ເຈົ້າ. ​ເມື່ອ​ໄດ້ຈາກ​ເຈົ້າ​ແລ້ວຈຶ່ງ​ຮູ້​ວ່າ, ​ເຈົ້າ​ສຳຄັນພຽງ​​ໃດ​ສຳ​ລັບ​ຂ້ອຍ, ​ແຕ່​ບໍ່​​ໄດ້ຄຶດ​ເລີຍວ່າ, ​ເຈົ້າພຽງ​ແຕ່​ບໍ່​ຮູ້​ວ່າ​ຕົນ​ເອງ​ຕ້ອງການ​ຫຍັງ,  ຂ້ອຍ​ພຽງແຕ່​ຢາກ​ໄປ​ຊອກ​ຫາ​ກັບ​ເຈົ້າ. ຂ້ອຍຮູ້​ວ່າ​ເຈົ້າບໍ່​ແມ່ນ​ບໍ່​ຮັກ​ຂ້ອຍ."

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ຫຼັງ​ຈາກ​ເພງ ຄ້ານ​ຫ້າຍ ​ເບິ່ງ​ທະ​ເລ ທີ່​ຂັບ​ຮ້ອງ​ໂດຍ​ນາງ ​ໂຈວ​ຊຸ້ນ​ໄດ້​ສິ້ນ​ສຸດ​ລົງ, ​ລາຍ​ການ​ນັດ​ພົບ​​ໃນ​ວັນ​ອາ​ທິດ​ພາກ​ນີ້​ກໍ​ຈົບ​ລົງ​ພໍ​ດີ, ​ສົມ​ບູນ​ແລະ​ກຸ​ຫຼາບ ຜູ່​ຮຽບ​ຮຽງ​ຂໍ​ຂອບ​ອົກ​ຂອບ​ໃຈ​ທີ່​ທ່ານ​ຮັງ​ຟັງ, ​ພົບ​ກັນ​ໃໝ່​ໃນ​ອາ​ທິດ​ໜ້າ, ​ສະ​ບາຍ​ດີ!


1  2