ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-26 14:32:52    
ຄວາມ​ຮູ້​ອະນາ​ໄມ​ດ້ານ​ອາ​ຫານ​ການ​ກິນ(ພາບ)

cri Author: q

ມີ​ຫຼາຍໆ​ຄົນ​ມັກ​ບໍ່​ກິນ​ເຂົ້າ​ເຊົ້າ.ຄວາມ​ຊິນ​ເຄີຍ​ແນ​ວນີ້​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ຮ່າງກາຍ.ຕາມ​ສະຖິຕິ​ຈາກ​ການ​ສຳ​ຫຼວດຂອງ​ນັກ​ແພດສາດ​ທີ່​ກ່ຽວຂ້ອງ​ພິສູດ​ໃຫ້​ເຫັນ​ວ່າ,ຜູ້​ທີ່​ບໍ່​ກິນ​ເຂົ້າ​ເຊົ້າ​ເລື້ອຍໆ​ນັ້ນ​ມັກ​ເປັນ​ໜິ້ວງ່າຍ.


ໃນ​ເວລາ​ທ້ອງ​ເປົ່າ,ນ້ຳບີ​ຢູ່​ໃນ​ຮ່າງກາຍ​ຂອງ​ຄົນ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ລັບ​ຊັບຊ້ອນ,ທາດ​ນ້ຳ​ກົດ​ຢູ່​ໃນ​ບີ​ຈະ​ໜ້ອຍ​ລົງ,ສ່ວນ​ກໍ​ເລັສ​ເຕລິນ​ນັ້ນ​ຊ້ຳພັດ​ເພີ່ມ​ຫຼາຍ​ຂຶ້ນ​ໂດຍ​ທຽບ​ຖານ.ຖ້າ​ຫາກ​ປະ​ໃຫ້​ທ້ອງ​ເປົ່າ​ໝົດ​ຕອນ​ເຊົ້າ​ຢ່າງ​ຍາວ​ນານ,ກໍ​ຈະ​ພາ​ໃຫ້​ຮ່າງກາຍ​ມີ​ການ​ປ່ຽນ​ແປງ​ແນວ​ໜຶ່ງ​​ເ​ຊິ່ງຈະ​ພາ​ໃຫ້​ທາດ​ກໍ​ເລັສ​ເຕລິນ​ໃນ​ນ້ຳ​ບີ​ມີ​ປະກົດ​ການ​ເຕັມ​ອິ່ມ,​ແລ້ວ​ນອນ​ຈົມ​ຢູ່​ໃນ​ຖົງ​ບີ,ດົນ​ຕາມ​ດົນ,ກໍ​ຈະ​ກາຍ​ເປັນ​ກ້ອນ​ໜິ້ວຢູ່​ໃນ​ບີ.ນອກ​ນີ້,ຖ້າ​ບໍ່ກິນ​ເຂົ້າ​ເຊົ້າ​ຍັ​ງຈະ​ພາ​ໃຫ້​ກະ​ເພາະ​ເປັນ​ແຜ​ແລະ​ເປັນ​ພະຍາດ​ແນວ​ອື່ນ.​ເພາະ​ວ່າ,​ໃນ​ຍາມ​ກາງຄືນ,ພາຍ​ໃນ​ກະ​ເພາະ​ຈະ​ມີ​ນ້ຳ​ກົດກະ​ເພາະ​ຊຶມ​ອອກ,​ຕື່ນ​ເຊົ້າ​ຖ້າ​ຫາກ​ບໍ່​ກິນ​ຂອງ​ຫຍັງ​ເຂົ້າ​ໄປ​ປົນ,ນ້ຳ​ກົດ​ກະ​ເພາະ​ກໍ​ຈະ​ກະ​ຕຸ້ນ​ກະ​ເພາະ,ພາ​ໃຫ້​ກະ​ເພາະ​ບໍ່​ສະບາຍ.​ເວົ້າ​ອີກ​ຢ່າງ​ໜຶ່ງ,​ຖ້າ​ບໍ່​ກິນ​ເຂົ້າ​ເຊົ້າ,​ໃນ​ເວລາ​ຮ່ຳຮ​ຽນ​ຫຼື​ເຮັດ​ວຽກ​ໃນ​ຍາມ​ເຊົ້າ​ກໍ​ຈະ​ຮູ້​ສຶກ​ຫິວ​ແລະ​ພາ​ໃຫ້​ເມື່ອຍ,ກະ​ເພາະ​ບໍ່​ສະບາຍ​ແລະ​ເຈັບ​ຫົວ,​ບາງ​ທີ​ກໍ​ອາດ​ຈະ​ພາ​ໃຫ້​ທາດ​ນ້ຳ​ຕານ​ໃນ​ເຫຼືອດ​ຕ່ຳ​ລົງ,​ແລ້ວ​ເປັນ​ລົມ​ກໍ​ເປັນ​ໄດ້.ຍ້ອນ​ກາ​ໂລ​ລີ​ບໍ່ພໍ​ຈິ່ງ​ຕ້ອງ​ໃຊ້​ພະ​ລັງ​ແຮງ​ຂອງ​ຮ່າງ​ກາຍ,​ເຮັດ​ໃຫ້​ສິ້ນ​ເປືອງ​ທາດ​ນ້ຳຕານ​ແລະ​ທາດ​ໂປຼຕິນ​ໃນ​ຮ່າງກາຍ.ດົນ​ຕາມ​ດົນ,ຍ່ອມ​ຈະ​ພາ​ໃຫ້​ກະ​ເພາະ​ເປັນ​ແຜ​​ແລະ​ເລືອດ​ຈາງ ຫຼື​ເປັນ​ພະຍາດ​ອື່ນໆ.ສະ​ນັ້ນ,​ເວົ້າ​ລວມ​ແລ້ວ​ຖ້າ​ບໍ່​ກິນ​ເຂົ້າ​ເຊົ້າ​ກໍ​ມີ​ແຕ່​ຈະ​ເປັນ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ທໍ່​ນັ້ນ,ໝາຍ​ຄວາມ​ວ່າ​ມີ​ແຕ່​ໂທດ​ບໍ່​ມີ​ຄຸນ​ຈັກຢ່າງ.

ທ່ານ​ກໍ​ມີ​ຄວາມ​ຊິນ​ເຄີຍ​ຫຼັງ​ຈາກ​ຕື່ນ​ນອນ​ແລ້ວ​ມັກ​ກິນ​ນ້ຳ​ໃນ​ຍາມ​ເຊົ້າ​ບໍ່?ກິນ​ນ້ຳ​ໃນ​ເວລາ​ທ້ອງ​ເປົ່າ​ຍາມ​ເຊົ້າ​ກໍ​ແມ່ນ​ວິທີ​ໜຶ່ງ​ເພື່ອ​ປ້ອງກັນ​ການ​ເປັນ​ພະຍາດ​ລະບົບ​ໝູນວຽນ​ຕ່າງໆ​ເຊັ່ນ​ເລືອດ​ໃນ​ສາຍ​ເລືອດ​ສະໝອງ​ເປັນ​ກ້ອນ,ກ້າມ​ເນື້ອ​ຫົວ​ໃຈ​ຕັນ​ຫຼື​ຫົວ​ໃຈ​ວາຍແລະ​ອື່ນໆ.ວິທີ​ນີ້​ມີ​ບາງ​ຄົນ​ເອີ້ນ​ວ່າ"ວິທີ​ປົວ​ແບບ​ກິນ​ນ້ຳ",ວິທີ​ກັນ​ພະຍາດ​ແບບ​ຍນີ້​ກໍ​ນິຍົມ​ກັນ​ຫຼາຍ​ຢູ່​ຫຼາຍ​ແຫ່ງ​ໃນ​ປະ​ເທດ​ຈີນ.​ເປັນ​ຫຍັງ​ການ​ໝັ່ນ​ກິນ​ນ້ຳ​ຈິ່ງ​ສາມາດ​ກັນ​ພະຍາດ​ລະບົບ​ໝູ​ນວຽນ​ໄດ້?ທັງນີ້​ກໍ​ເພາະວ່າ,​ເລືອດ​ທີ່​ໄຫຼ​ໃນ​ສາຍ​ເລືອດ​ນັ້ນ​ມີ55%​ແມ່ນ​ປະກອບ​ດ້ວຍ​ວັດຖຸ​ທາດ​ແຂ້ນ​ເຊັ່ນ​ເມັດ​ເລື​ອດ​ແດງ​ເປັນ​ຕົ້ນ,ຖ້າ​ນ້ຳ​ບໍ່ພໍ,​ເລືອດ​ກໍ​ຈະ​ຂຸ້ນ​ແລະ​ຈະ​ພາ​ໃຫ້​ມັນ​ໄຫຼ​ບໍ່​ສະດວກ ຫຼື​ອາດ​ຈະ​ຕັນ​ເສັ້ນ​ເລືອດ ປະກົດ​ມີ​ທ່ວງທ່າ​ທີ່​ເລືອດ​ຈະ​ກ້າມ​ແລ້ວ​ພາ​ໃຫ້​ເປັນ​ພະຍາດ​ລະບົບ​ໝູນວຽນ​ຕ່າງໆ,ປະກົດ​ການ​ດັ່ງກ່າວ​ມັກ​ເກີດ​ຂຶ້ນ​ພາຍ​ໃນ3​ຊົ່ວ​ໂມງ​ຫຼັງ​ຈາກ​ຕື່ນ​ນອນ​ຍາມ​ເຊົ້າ.ສະ​ນັ້ນ,​ໃນ​ແຕ່ລະ​ມື້​ຕື່ນ​ເຊົ້າ​ມາ​ຄວນ​ກິນ​ນ້ຳ​ຕົ້ມ​ແລ້ວ​ຫຼື​ນ້ຳ​ອຸ່ນ​ຈັກ​ຈອກ​ໜຶ່ງ​ແມ່ນ​ດີ​ທີ່​ສຸດ.

1  2