ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-26 16:01:11    
ຊາວ​ຢິວ​ຊຽງ​ໄຮ້​ທີ່​ມີ​ຄວາມ​ຮັກ​ຫອມ​ຕໍ່​ຈີນ(ສຽງ)

cri Author: q

ປີ​ນີ້​ແມ່ນ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60​ປີ.​​​ເມື່ອ60​ກວ່າ​ປີ​ກ່ອນ,​​ໃນ​ຂະນະ​ທີ່​ນາ​ຊີ​ເຢຍລະ​ມັນ​ພວມທຳຮ້າຍ​ແລະ​ເຂັ່ນ​ຂ້າ​ຮາ​ວີ​ຊາວ​ຢິວ​ຢ່າງ​ປ່ວງ​ບ້າ​ຢູ່​ແຜ່ນ​ດິນ​ໃຫຍ່​ເອີ​ລົບ​ນັ້ນ,ມີ​ຫຼາຍ​ປະ​ເທດ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ຊາວ​ຢິວ​ອົບ​ພະ​ຍົບ​ທີ່​ໂດດ​ດ່ຽວ​ບໍ່​ມີ​ຜູ້​ຊ່ອຍ​ເຫຼືອ,​ຢູ່​ຝ່າຍ​ຕາ​ເວັນ​ອອກ​ທີ່​​ໄກ​ແສນ​ໄກ,​ຊາວ​ຊຽງ​ໄຮ້​ຈີນ​ທີ່​ໃຈ​ບຸນ​​ແລະ​ໃຈ​ກວ້າງ​ໄດ້​ຮັບ​ເອົາ​ຊາວ​ຢິວ​ທີ່​ໜີ​ໄພ​ລວມ​3​ໝື່ນ​ກວ່າ​ຄົນ.​60​ກວ່າ​ປີ​ໄດ້​ຜ່ານ​ໄປ​ແລ້ວ,​ໃນ​ຊາວ​ອົບ​ພະ​ຍົບ​ເຫຼົ່າ​ນີ້ ,ຫຼາຍໆ​ຄົນ​ໄດ້​ລາ​ຈາກ​ເມືອງ​ຄົນ​ໄປ​ແລ້ວ,​ຊາວ​ຢິວ​ຜູ້​ໜຸ່ມ​ແໜ້ນ​ໃນ​ຄາວ​ນັ້ນ,​ດຽວ​ນີ້​ກໍ​ໄດ້​ກາຍ​ເປັນ​ຜູ້​ເຖົ້າ​ຜົມ​ຫງອກ​ແລ້ວ.​ເມື່ອ​ຫວນ​ຄິດ​ເຖິງ​ຊຽງ​ໄຮ້​ແລະ​ຈີນ,​ໃນ​ໃຈ​ພວກ​ເຂົາ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຊົງ​ຈຳ​ອັນ​ດີ​ງາມ,​ເພາະ​ວ່າ,​ຢູ່​ແຫ່ງ​ນີ້,​ພວກ​ເຂົາ​ເຈົ້າ​ເຄີຍ​ຊອກ​​ໄດ້​ກຽດ​ສັກ​ສີ​ແລະ​ຄວາມ​ຫວັງ​ແຫ່ງ​ຊີ​ວີ​ດ.

ບ້ານ​ຂອງ​ຄູ່​ຜົວ​ເມຍ​ນາມ​ສະກຸນ​ນິສບາ​ມທີ່​ອາຍຸ70​ກວ່າ​ປີ​ຕັ້ງ​ຢູ່​ເມືອງ​ນ້ອຍ​ທີ່​ອ້ອມ​ກອດ​ດ້ວຍ​ຕົ້ນ​ໄມ້​ຂຽວງາມ​ທີ່​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ອິສຣາ​ແອນ,ຜົວ​ຊື່ວ່າ​ເຄີ​ດ,​ເມຍ​ຊື່ວ່າ​ອິນ​ກາ.ຢູ່​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ເກີດ​ຂຶ້ນ​ເມື່ອ​ປີ1939,​ເພື່ອ​ຫຼົບ​ຫຼີກ​ການ​ທຳ​ຮ້າຍ​ຂອງ​ນາ​ຊີ,​ທ້າວເຄີ​ດທີ່​ອາຍຸ11​ປີ​ແລະນາງ​ອິນ​ກາ​ທີ່​ອາຍຸ6​ຂວບ​ຕ່າງ​ໄດ້​ຕິດ​ຕາມ​ພໍ່​ແມ່​ຂອງ​ໃຜ​ລາວ​ຈາກ​ອົສ​ຕຼາ​ລີ​ແລະ​ເຢຍ​ລະ​ມັນ​​ໄປ​ຮອດ​ຊຽງ​ໄຮ້​ເພື່ອ​ໜີ​ໄພ.ຫຼັງ​ຈາກ​ນັ້ນ10​ປີ,ພວກ​ເຂົາ​ເຈົ້າ​ໄດ້​ຮູ້​ຈັກ​ກັນ​ແລະ​ຮັກ​ກັນ​ໃນ​ສະ​ໂມ​ສອນ​ຊາວ​ໜຸ່ມ​ຢິວ​ແຫ່ງ​ໜຶ່ງ​ຢູ່​ຊຽງ​ໄຮ້,​ແລະ​ພ້ອມ​ກັນ​ເມືອ​ຕັ້ງ​ຖິ່ນ​ຖານ​ຢູ່ອິສຣາ​ແອນ​ໃນ​ປີ1949.​ໃນ​ຊູ່​ມື້​ນີ້,ໝົດ​ຄອບຄົວ​ພວກ​​ເພິ່ນ​ລວມ12ຄົນ​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ສຸກ​ສຳລານ,ອີກ​ບໍ່​ດົນ,ພວກ​ເພິ່ນ​ຈະ​ໄດ້​ມີ​ເຫຼນ​ແລ້ວ.​ແມ່​ເຖົ້າ​ອິນ​ກາ​ໄດ້​ເລົ່າ​ປະ​ສົບ​ການ​ຂອງ​ໝົດ​ຄອບຄົວ​ພວກ​ເພິ່ນ​ທີ່ໜີ​ໄພ​ຢູ່​ຊຽງ​ໄຮ້ນັ້ນສູ່​ນັກ​ຂ່າວ​ຟັງ.

ແມ່​ເຖົ້າ​ອິນ​ກາ​ຫວນ​ຄືນ​ວ່າ,​ເດືອນ​ພະຈິກ​ປີ1939,​ພໍ່​ຂອງ​ເພິ່ນ​ຖືກ​ນາຊີ​ເຢຍລະ​ມັນ​ກັກ​ໄວ້​ຢູ່​ໃນ​ຄ້າຍ​ກັກ​ຂັງ​,​ເຈົ້າ​ໜ້າ​ທີ່​ບອກ​ວ່າ​ຈະ​ປ່ອຍ​ຕົວພໍ່​ເຂົາ​ໄດ້,​ແຕ່​ເງື່ອນ​ໄຂ​ແມ່ນ​ໝົດ​ຄອບຄົວ​ພວກ​ເຂົາ​ເຈົ້າ​ຕ້ອງ​ຈາກ​ເຢຍລະ​ມັນ​ໄປ.​ໃນ​ຄາວ​ນັ້ນ,ຫຼາຍ​ປະ​ເທດ​ເອີ​ລົບ​ລ້ວນ​ແຕ່​ປະຕິ​ເສດບໍ່​ຮັບ​ເອົາ​ຊາວ​ຢິວ,ບ່ອນ​ໜຶ່ງ​ບ່ອນ​ດຽວທີ່​ພວກ​ເຂົາ​ເຈົ້າ​ໄປ​ໄດ້​ນັ້ນ​ແມ່ນ​ຊຽງ​ໄຮ້​ຂອງ​ຈີນ.​ແມ່​ເຖົ້າ​ອິນ​ກາ​ເວົ້າ​ວ່າ:

"​ແມ່​​ໄດ້​ພາ​ຂ້ອຍ​ໄປ​​​ແບກ​ແລັງ,​ເພື່ອຫວັງຢາກ​ກອບ​ກູ້​ເອົາ​ພໍ່​ ​ອອກ​ຈາກ​ຄ້າຍ​ກັກຂັງ.​ໃນ​ຄາວ​ນັ້ນ,ບໍ່​ມີ​ປະ​ເທດ​ໃດ​ຍິນ​ດີ​ຮັບ​ເອົາ​ພວກ​ຂ້ອຍ.ບ່ອນ​ໜຶ່ງ​ບ່ອນ​ດຽວທີ່​ພວກ​ຂ້ອຍ​​ໄປ​ໄດ້​ກໍ​ມີ​ແຕ່​ຊຽງ​ໄຮ້​ເທົ່າ​ນັ້ນ​,ຊຽງ​ໄຮ້​ແມ່ນ​ບ່ອນ​ດຽວ​ໃນ​ໂລກ​ໃນ​ຄາວ​ນັ້ນທີ່​ບໍ່​ຕ້ອງ​ວີ​ຊາ,​ແມ່​ຂ້ອຍ​ກໍ​ຕົກ​ລົງ​ທັນທີ,ຊື້​ປີ້​ເຮືອ​ໄປຊຽງ​ໄຮ້11​​ໃບໃຫ້​ໝົດ​ຄອບ​ຄົວ​."

ເມື່ອ​ກ່າວ​ເຖິງຍາມ​ດຳລົງ​ຊີວິດ​ຢູ່​ຊຽງ​ໄຮ້,​ແມ່​ເຖົ້າ​ອິນ​ກາ​​ເຫັນ​ວ່າ,​ເມື່ອ​ທຽບ​ກັບ​ໝູ່​ຄູ່​ຍາມ​ຍັງ​ນ້ອຍ​ທີ່​ຢູ່​ເອີ​ລົບ​ແລ້ວ,ຕົນ​ເອງ​ຈັ່ງ​ແມ່ນ​ໂຊດ​ດີ​ຫຼາຍ:"ຢູ່​ຊຽງ​ໄຮ້,ພວກ​ຂ້ອຍ​ໄດ້​ມີ​ຊີ​ວິດ​ອັນ​ດີ​ງາມ,ພວກ​ຂ້ອຍໄດ້​ຮັບ​ການ​ສຶກ​ສາ​ເປັນ​ຢ່າງ​ດີໝົດ​ຊູ່​ຄົນ,ສ່ວນ​ຄົນ​ໄວ​ດຽວກັນ​ກັບ​ຂ້ອຍ​ທີ່​ ​ຢູ່​ເອີ​ລົບ​ແມ່ນ​ບໍ່​ມີ​ໂຊກຄື​ແນວ​ນີ້. ພວກ​ຂ້ອຍ​ບໍ່​ໄດ້​ນຶກ​ບໍ່​ໄດ້​ຝັນ​ເລີຍ.​ຂ້ອຍ​ຖືໂດຍ​ຕະ​ຫຼອດ​ວ່າ​ແມ່ນ​ຈີນ​ໄດ້​ກອບ​ກູ້​ເອົາ​ພວກ​ຂ້ອຍ."

1  2