ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-26 16:01:11    
ຊາວ​ຢິວ​ຊຽງ​ໄຮ້​ທີ່​ມີ​ຄວາມ​ຮັກ​ຫອມ​ຕໍ່​ຈີນ(ສຽງ)

cri Author: q

ເມື່ອ​ທຽບ​ກັບ​ເອີ​ລົບ​ທີ່​ມີ​ຮີດຄອງ​ປັດ​ເຂ່ຍ​ແລະ​ຕ້ານ​ຊາວ​ຢິວຢ່າງ​ຮຸນ​ແຮງ​ນັ້ນ,ຄົນ​ຈີນ​ທີ່​ໄດ້​ຮັບ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງຈາກ​ແນວ​ຄິດສຳນັກ​ປັດ​ຊະ​ຍາ​ ​ຂົງ​ຈື​ນັ້ນ​​ໄດ້​ໃຊ້​ທ່າ​ທີ​ໂອບ​ອ້ອມ​ອາລີ​ຕໍ່​ຊາວ​ຍົກຍ້າຍ​ຈາກ​ພາຍ​ນອກ​ໂດຍ​ຕະຫຼອດ.ຄຸນສົມບັດ​ທີ່​ໂອບ​ອ້ອມ​ອາ​ລີ​ແລະ​ມີ​ມາ​ລະ​ຍາດ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ປະຊາ​ຊາດ​ຈີນ​​ໄດ້​ເຮັດ​ໃຫ້​ຊາວ​ຢິວ​ອົບ​ພະ​ຍົບ​ຄື​ກັນ​ກັບ​ຄູ່​ຜົວ​ເມຍ​ນິສ​ບາ​ມ​ສາ​ມາດ​ຫຼີກ​ມົ້​ນຈາກ​ການ​ ​ເປັນ​ປໍ​ລະ​ປັກ​ແລ​ະ​ຖືກ​ເຄາະ​ຮ້າຍ,​ແລ້ວ​ດຳ​ລົງ​ຊີ​ວິດ​ແລະ​ເຕີບ​ໃຫຍ່​ໃນ​ສະພາບ​ແວດ​ລ້ອມ​ອັນ​ເປັນ​ປົກ​ກະ​ຕິ,​ໄດ້​ຟື້ນ​ຟູ​ກຽດ​ສັກ​ສີ​ໃນ​ນາມ​ເປັນ​ມະ​ນຸດ.​ຕາມ​ສະ​ຖິ​ຕິ,​ແຕ່​ປີ1933​ຮອດ​ປີ1941,​ຊຽງ​ໄຮ້​ໄດ້​ຮັບ​ເອົາ​ຊາວ​ຢິວ​ອົບ​ພະ​ຍົບ​ປະ​ມານ​3​ໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ​ເອີ​ລົບ.​ແມ່​ເຖົ້າຊາ​ລາ​ໂລ​ສ ຊາວ​ຢິວ​ເຊື້ອ​ຊາດຣັດ​ເຊຍ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ຊຽງ​ໄຮ້​ເປັນ​ເວລາ10​ປີ​ໃນ​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ນັ້ນ​ໄດ້​ຍ້ອງ​ຍໍ​ຢ່າງ​ຈິງ​ໃຈ​ຕໍ່ຄົນຈີນ​ທີ່​​ໂອບອ້ອມ​ອາລີ​ແລະ​ໃຈ​ບຸນ.​ແມ່​ເຖົ້າ​ຊາລາ​ເວົ້າ​ວ່າ:

"ຂ້ອຍ​ຮຽນ​ໄດ້​ຄຸນ​ສົມບັດ​ອັນ​ດີງາມ​ຫຼາຍ​ຢ່າງຈາກ​ຄົນ​ຈີນ,,ຄົນຈີນ​ຖ່ອມຕົວ​ແລະ​ມີ​ມາ​ລະ​ຍາດ,​ເຄົາ​ລົບ​ນັບຖື​ຜູ້​ເຖົ້າ​ຜູ້​ແກ່​ແລະ​ຮັກ​ແພງ​ເດັກນ້ອຍ,ບໍ່​ວ່າ​ໄດ້​ຮັບ​ການ​ສຶກ​ສາ​ຫຼື​ບໍ່,ພວກ​ເຂົາ​ເຈົ້າ​ໃຜ​ກໍສຸພາບ​ແລະ​ມີ​ມາລະຍາດ.ຄົນ​ຈີນ​ຖື​ເພື່ອນ​ມະນຸດສະ​ເໝີ​ພາບ​ກັນ​ໝົດ,​ຂ້ອຍ​ບໍ່​ເຄີຍ​ຄຶດ​ວ່າ​ໃນ​ໂລກ​ນີ້​ຍັງ​ມີ​ບ່ອນ​ໃດອີກທີ່​ຊາວ​ຢິວສາມາດ​ດຳລົງ​ຊີວິດ​ຢ່າງ​ເສລີ​ໄດ້​ຄື​ຢູ່​ຈີນ."

ແມ່​ເຖົ້າ​ຊາລາ​ປີ​ນີ້​ອາຍຸ91​ປີ​ແລ້ວ,ປີ1916,​ເຊື້ອ​ຕະກຸນ​ຂອງ​ເພິ່ນ​​ໄດ້​ຈາກ​ເຂດ​ຊີ​ເບ​ເລຍ​ຣັດ​ເຊຍ​ທີ່​ມີ​ແນວ​ຄິດ​ປັດ​ເຂ່ຍ​ຊາວ​ຢິວຢ່າງ​ໜັກໜ່ວງ​ນັ້ນ​ຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ນະຄອນ​ຮາ​ເອີ​ປິ່ນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.ຢູ່​ແຫ່ງ​ນັ້ນ,​ເພິ່ນ​ໄດ້​ຈາກ​ເດັກ​ນ້ອຍ​ທີ່​ຫາ​ກໍ່​ຮຽນ​ປາກ​​ເວົ້າ​ເຕີບ​ໃຫຍ່​ມາ​ເປັນ​ນາງ​ສາວ​ທີ່​ສວຍ​ງາມ,​ແລະ​ຮັກ​ກັນ​ກັບ​ຊາວ​ໜຸ່ມ​ຢິວທີ່​ເກີດ​ຂຶ້ນ​ຢູ່​ຮ່າ​ເຮີ​ປິ່ນ​,​ແລ້ວ​ສ້າງ​ຄອບ​ຄົວ​ຮ່ວມ​ກັນ.​ພາຍ​ຫຼັງ​ຍີ່​ປຸ່ນກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ​ແລ້ວ,​ເສດ​ຖະ​ກິດ​ຂອງ​ຮ່າ​ເອີ​ປິ່ນ​ຊຸດ​ໂຊມ​ລົງ,​ໂຮງ​ງານ​ຫຼົ້ມ​ຈົມ,​ຮ້ານ​ຄ້າ​ປິດ​ປະ​ຕູ,​ນາງ​ຊາ​ລາ​ທີ່​ອາ​ຍຸ​25​ປີ​ພ້ອມ​ກັບ​ຜົວ​ຕົກ​ລົງ​ໄປ​ຊອກ​ຫາ​ໂອ​ກາດ​ຢູ່​ຊຽງ​ໄຮ້​ທີ່​ອ່າວ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ຄາວ​ນັ້ນ.ຢູ່​ຊຽງ​​ໄຮ້,​ພວກ​ເຂົາ​ເຈົ້າ​ໄດ້​ດຳລົງ​ຊີວິດ​ເປັນ​ເວລາ10​ປີ.ຈົນ​ຮອດ​ປີ1949,ຈິ່ງ​ກັບ​ຄືນ​ສູ່​ອິສຣາ​ແອນ.

ເມື່ອ​ເຂົ້າ​ສູ່​ເຮືອນ​​ແມ່​ເຖົ້າ​ຊາລາ​ທີ່​ຢູ່​ເຢລູຊາ​ເລ​ມ,ກໍ​​ເໝືອນ​ດັ່ງ​ໄດ້​ເຂົ້າ​ສູ່​ຄອບຄົວ​ດັ້ງ​ເດີມ​ຂອງຊາວ​ຈີນ​ໃນ​ຊຸມ​ປີ30​ສະຕະວັດ​ທີ​ແລ້ວ.ຢູ່​ຫ້ອງ​ຮັບ​ແຂກ​ໄດ້​ວາງ​ໂຕ​ສີ່​ຫຼ່ຽມ​ແລະ​ໂຕະ​ນ້ຳ​ຊາ​ທີ່​ແກະສະຫຼັກ​ແບບບູຮານ​ຈີນ,ຢູ່​ເທິງ​ຝາ​ໄດ້​ແຂວນ​ຮູບ​​ແຕ້ມ​ນົກ​ຂຽນ,​ໂຄມ​ໄຟ​ແບບ​ຈີນ​ຫຼາຍ​ໜ່ວຍ​ໄດ້​​ຢ່ອນ​ລົງ​ມາ​ຈາກ​ເພດານ,​ໃນ​ຕູ້​ທີ່​ຕັ້ງ​ຢູ່​ແຈ​ເຮືອນ​ໄດ້​ວາງ​ເຄື່ອງ​ຫັດ​ຖະ​ກຳ​ດັ້ງ​​ເດີມ​ຂອງ​ຈີນ​ຊະນິດ​ຕ່າງໆ,ຢູ່​ເທິງ​ຝາ​ຂອງລະບຽງຍັງ​ໄດ້​ຕິດ​ຮູບ​ຖ່າຍຂອງ​ວ້າຍ​ຖ່ານ​ຂອງຊຽງ​ໄຮ້​ເກົ່າ​.

ເຖິງ​ວ່າ​ໄດ້​ອຳ​ລາ​ຈາກ​ຈີນ​ເກືອບ60​ປີ​​ແລ້ວກໍ​ຕາມ,​ແຕ່​ເມື່ອ​ກ່າວ​ເຖິງ​ຈີນ,​​ແມ່​ເຖົ້າ​ຊາ​ລາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ:"ຂ້ອຍ​ຮັກ​ປະ​ເທດ​ຈີນ​ຫຼາຍ.​ຜົວ​ຂ້ອຍ​ເກີດ​ຢູ່​ຈີນ,​ລູກ​ຂ້ອຍ​ກໍ​ເກີ​ດຢູ່​ຈີນ,​​ພໍ່​ປູ່​ແມ່​ຍ່າ​ຂອງ​ຂ້ອຍ​ຝັງ ​ຢູ່​ຈີນ.​ໄລຍະ​ຢູ່​ຈີນ​ນັ້ນ​ແມ່ນ​ໄລ​ຍະ​ອັນ​ດີງາມ​ທີ່​ສຸດ​ໃນ​ຕະຫຼອດຊີ​ວິດຂອງຂ້ອຍ.​ເຖິງ​ວ່າ​ດຽວ​ນີ້​ຂ້ອຍ​ແມ່ນ​ຄົນ​ອິສຣາ​ແອນ,​ແຕ່​ໃນ​ສ່ວນ​ເລິກ​ຂອງ​ຫົວໃຈ​,ຂ້ອຍ​​ແມ່ນ​ຄົນ​ຈີນ."

ໃນ​ພິທີ​ສະຫຼອງ​ການ​ສ້າງ​ສຳ​ເລັດຫໍ​ໃໝ່​ຂອງຫໍ​ລະ​ລຶກສັງຫານ​ໂຫດ​ທີ່​ອິສຣາ​ແອນເມື່ອ​​ເດືອ​ນມີນາ​ປີ​ນີ້,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໄດ້​ກ່າວ​ວ່າ:ຄວາມ​ຊົງ​ຈຳ​ແມ່ນ​ສ່ວນ​ໜຶ່ງ​ແຫ່ງ​ການ​ສະ​ແຫວ​ງຫາ​ສະຕິ​ປັນຍາ​ຂອງ​ມະນຸດ,​ໃນ​ຄວາມ​ຊົງ​ຈຳ,ພວກ​ເຮົາ​ຕ້ອງ​ຊອກ​ຫາ​​ແງ່​ໃໝ່​ມາ​ສັງ​ເກດເບິ່ງຄຸນຄ່າ​ແລະ​ຄວາມ​ໝາຍ​​ແຫ່ງ​ການ​ຊົງ​ຕົວ​ຢູ່ຂອງ​ມະນຸດ.ຖ້າວ່າ​ນາ​ຊີ​ສັງຫານ​ຊາວ​ຢິວຢ່າງໂຫດ​ຮ້າຍສາມານ​ນັ້ນ​ໄດ້​ເຜີຍ​​ໃຫ້​ເຫັນ​ດ້ານ​ໜຶ່ງ​ທີ່​ຂີ້ຮ້າຍ​ທີ່ແລະ​ມືດ​ມົນ​ທີ່​ສຸດ​ຂອງ​ມະນຸດສະຍະ​ພາບ,ຄັນ​ຊັ້ນ​ປະສົບ​ການ​ຂອງ​ຊາວ​ຢິວທີ່ຊຽງ​ໄຮ້​ພັດສະ​ແດງ​ໃຫ້​ເຫັນ​ວ່າ,​ເຖິງ​ວ່າ​ໃນ​ຄວາມ​ມືດ​ມົນ​ອັນ​ກວ້າງ​ໃຫຍ່​ໄພ​ສານ,​ຍັງ​ຄົງ​ມີ​ມະ​ນຸດ​ສະຍະ​ພາບ​​ເປັ່ງ​ລັດ​ສະ​ໝີ​ຢູ່,​ເຊິ່ງ​ໄດ້​ສະ​ໜອງ​ແວ່ນ​ແຍງ​ອີກ​ດ້ານ​ໜຶ່ງ​ໃຫ້​ປະ​ຫວັດ ສາດ.


1  2