
ທ່ານນາງເຕິ້ງອີ້ຮວາແມ່ນນັກຮ້ອງສຽງສູງເພດຍິງທີ່ມີຊື່ສຽງຂອງຈີນ. ເພງຂອງນາງໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງຢູ່ຈີນ, ໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ແກ່ຄົນທັງຫຼາຍ.

ເພງ"ສິງເຊິນອີ້ສາງ" "ຮັກແພງກັນຢ່າງເລິກເຊິ່ງ" ຂັບຮ້ອງໂດຍທ່ານນາງເຕິ້ງອີ້ຮວາ. ເຊິ່ງເປັນເພງທີ່ເຮັດໃຫ້ນາງເຕິ້ງອີ້ຮວາຂຶ້ນຊື່ລືນາມ. ປັດຈຸບັນ, ທ່ານນາງເຕິ້ງອີ້ຮວາ ອາຍຸ 62ປີ ໄດ້ກິນເບ້ຍບຳນານແລ້ວ, ແລະໄດ້ສ້າງໂຮງຮຽນສິລະປະຫລັງໜຶ່ງຢູ່ຊານເມືອງປັກກິ່ງ.ຫວ່າງມໍ່ໆນີ້, ນັກຂ່າວໄດ້ໄປສຳພາດສິລະປິນອາວຸໂສຜູ້ນີ້ຢູ່ໃນໂຮງຮຽນ.

ເມື່ອນັກຂ່າວໄດ້ເຫັນທ່ານນາງເຕິ້ງອີ້ຮວາ, ເພີ່ນພວມສອນນັກຮຽນ່ຢູ່,ເພິ່ນມີທ່າທີສະໜິດສະໜົມຫລາຍ. ເມື່ອເລີກຮຽນແລ້ວ,ທ່ານນາງເຕິ້ງອີ້ຮວາໄດ້ເລົ່າເລື່ອງເພິ່ນຮຽນຮ້ອງເພງ ໃນຍາມຍັງນ້ອຍສູ່ນັກຂ່າວຟັງ. ທ່ານນາງເຕິ້ງອີ້ຮວາມີສຽງຄໍແຈ້ງດີ, ໃນໄວເດັກ,ມັກຟ້ອນລຳທຳເພງຢູ່ເທິງຕຽງເລື້ອຍໆ, ເຮັດໃຫ້ພໍ່ແມ່ຫົວຮາຮາ.
ທ່ານນາງເຕິ້ງອີ້ຮວາເວົ້າວ່າ, ຂ້າພະເຈົ້າຮຽນຮ້ອງເພງໃນເວລາອາຍຸ 10 ປີ. ຍ້ອນວ່າຂ້າພະເຈົ້າມັກດົນຕີເປັນພິເສດ, ລາຍການດົນຕີທີ່ວິທະຍຸຈັດອອກອາກາດນັ້ນ, ຂ້າພະເຈົ້າມັກຟັງທີ່ສຸດ. ເວລານັ້ນ, ເມື່ອໄດ້ຟັງເພງທີ່ຂັບຮ້ອງໂດຍຄະນະຮ້ອງຮວມໝູ່ກະຈາຍສຽງເຍົາວະຊົນແລ້ວ,ຂ້າພະເຈົ້າອົດກັ້ນຄວາມປາຖະໜາຫາຂອງຕົນໄວ້ບໍ່ໄດ້, ແລ້ວກໍຈັບປາກກາຂຽນຈົດໝາຍໃຫ້ຄູສອນຄະນະຮ້ອງຮວມໝູ່ດັ່ງກ່າວ.
1 2
|