ສິ່ງທີ່ເຮັດໃຫ້ທ່ານນາງເຕິ້ງອີ້ຮວາຄຶດບໍ່ເຖິງນັ້ນແມ່ນ, ຄູສອນຄະນະຮ້ອງຮວມໝູ່ໄດ້ມາຄັດເລືອກນັກຮຽນຢູ່ໂຮງຮຽນຂອງນາງຕາມທີ່ຢູ່ໃນຊອງຈົດໝາຍແທ້. ທ່ານນາງເຕິ້ງອີ້ຮວາໄດ້ເສັງເຂົ້າຄະນະຮ້ອງຮວມໝູ່ກະຈາຍສຽງເຍົາວະຊົນຈີນດ້ວຍຜົນງານອັນດີເລີດ, ແລ້ວໄດ້ຮັບການສຶກສາດົນຕີຢ່າງເປັນລະບົບສົມຄວນ, ເລີ່ມສະແດງໃຫ້ເຫັນຄວາມສາມາດໃນການຮ້ອງດ່ຽວຂອງເພີ່ນ.
ປີ 1959, ທ່ານນາງເຕິ້ງອີ້ຮວາຮຽນຈົບຈາກມັດທະຍົມຕົ້ນແລ້ວ. ແຕ່ເພື່ອຫລຸດຜ່ອນການຫາບແບກຂອງຄອບຄົວ, ເພີ່ນໄດ້ເລືອກເສັງຄະນະສິລະປະກອນຖ່ານຫິນຈີນ, ແຕ່ບໍ່ນຶກບໍ່ຝັນເລີຍວ່າ, ເສັງເທື່ອທຳອິດກໍສຳເລັດຜົນ, ສະນັ້ນ, ເພີ່ນໄດ້ກາຍເປັນນັກຮ້ອງດ່ຽວທີ່ໜຸ່ມນ້ອຍກວ່າໝູ່ຂອງຄະນະສິລະປາກອນດັ່ງກ່າວ. ແຕ່ສິ່ງທີ່ເຮັດໃຫ້ທ່ານນາງເຕິ້ງອີ້ຮວາຂຶ້ນຊື່ລືນາມນັ້ນຍັງແມ່ນເພງ"ສິງເຊິນອີສາງ".
ເພງ"ສິງເຊີນອີສາງ"ແມ່ນເພງຕອນໜຶ່ງໃນມະຫາກາບດົນຕີການຟ້ອນ"ທິດບົວລະພາແດງ". ປີ 1964, ເພື່ອສະຫລອງປະເທດຈີນໃໝ່ສ້າງຕັ້ງຂຶ້ນຄົບຮອບ 15 ປີ,ຜູ້ປະຕິບັດງານສິລະປະຈີນໄດ້ຮ່ວມກັນແຕ່ງແລະສະແດງມະຫາກາບດົນຕີການຟ້ອນຂະໜາດໃຫຍ່ທີ່ຊື່ວ່າ"ທິດບົວລະພາແດງ".ມະຫາກາບດົນຕີການຟ້ອນນີ້ໄດ້ເຕົ້າໂຮມສິລະປິນທີ່ດີເລີດກວ່າໝູ່ຂອງຈີນ, ການສະແດງຂອງພວກເຂົາເຈົ້າໄດ້ກາຍເປັນການສະແດງອັນຍອດຢ້ຽມໃນປະຫວັດດົນຕີຟ້ອນຂອງຈີນ. ທ່ານນາງເຕິ້ງອີ້ຮວາໂຊກດີທີ່ໄດ້ເຂົ້າຮ່ວມການສະແດງໃນ"ທິດບົວລະພາແດງ". ເມື່ອຫວນຄືນຄາວນັ້ນ, ທ່ານນາງເຕິ້ງອີ້ຮວາຍັງຕື້ນຕັນໃຈຫລາຍ,ນາງເວົ້າວ່າ:
ເລື່ອງໂຊກດີນັ້ນແມ່ນໃນປີ 1964, ຂ້າພະເຈົ້າມີອາຍຸ 21 ປິ, ເວລານັ້ນ, ມະຫາກາບດົນຕີການຟ້ອນ"ທິດບົວລະພາແດງ"ໄດ້ນຳອອກສະແດງແລ້ວ. ຂ້າພະເຈົ້າໂຊກດີຫລາຍໄດ້ຮັບເລືອກເອົາໄປຮ້ອງເພງຕອນ"ສິງເຊິນອີສາງ".
ເພງ"ສິງເຊິນອີສາງ"ແມ່ນເພງທີ່ມີສີສັນພິເສດຂອງເຜົ່າອີ ຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ. ເພງນີ້ໄດ້ສະແດງໃຫ້ເຫັນຄວາມຮັກແພງກັນປານປາກັບນ້ຳຂອງກອງທັບແດງກັບປະຊາຊົນເຜົ່າອີໃນຊຸມປີ 30 ສະຕະວັດທີ່ແລ້ວ. ເພງນີ້ມີທຳນອງມ່ວນອອນຊອນ, ເຮັດໃຫ້ທ່ານນາງເຕິ້ງອີ້ຮວາກ້າວຂຶ້ນລະດັບສູງສຸດໃນພາລະກິດ, ຊື່ຂອງນາງກໍຊ່າລືໄປຕາມສຽງເພງນີ້ ໄປຮອດທົ່ວປະເທດຈີນ.
ພາຍຫລັງມາ, ທ່ານນາງເຕິ້ງອີ້ຮວາໄດ້ຮ້ອງເພງ"ອິງຊານຫົງ"(ດອກໄມ້ແດງເທິງພູ) ແລະເພງ"ຂູຊ້າຍຮວາຄາຍສານຈິນກວາງ"(ດອກຜັກຂົມເປັ່ງລັດສະໝີສີຄຳ)ເປັນຕົ້ນ ເຊິ່ງເປັນເພງສະຫຼັບໃນຮູບເງົາທີ່ຈັບໃຈຄົນ. ເພງເຫຼົ່ານີ້ມີທຳນອງຊົນເຜົ່າອັນເຂັ້ມຂຸ້ນ, ມີບັນຍາກາດຍຸກສະໄໝອັນສົດຊື່ນ, ໄດ້ຮັບຄວາມນິຍົມຈາກມວນຊົນທັງຫລາຍ.
ປີ 1997, ເພື່ອໃຫ້ຄົນຍິ່ງຫລາຍສາມາດເຮັດວຽກຮ້ອງເພງທີ່ເພີ່ນມັກ, ທ່ານນາງເຕິ້ງອີ້ຮວາໄດ້ສ້າງໂຮງຮຽນສິລະປະອີ້ຮວາປັກກິ່ງ. ເພີ່ນເວົ້າວ່າ: "ໃນຫລາຍປີທີ່ຜ່ານມາ, ຂ້າພະເຈົ້າປະກົດເຫັນວ່າ, ຢູ່ເຂດບໍ່ແຮ່ມີບຸກຄົນທີ່ມີຄວາມສາມາດດ້ານສິລະປະຢ່າງຫລວງຫລາຍ, ພວກເຂົາເຈົ້າບໍ່ມີໂອກາດຮ່ຳຮຽນທີ່ດີ, ບາງທີກໍເສຍຄວາມອາດເປັນໄປໄດ້ທີ່ເຮັດວຽກດ້ານສິລະປະວັດທະນະທຳ. ຂ້າພະເຈົ້າສ້າງໂຮງຮຽນກໍແມ່ນຢາກດູດດຶງເດັກນ້ອຍງວດໃຫຍ່ມາ ປັກກິ່ງ, ສ້າງໂອກາດຮ່ຳຮຽນທີ່ດີໃຫ້ແກ່ພວກເຂົາເຈົ້າ, ເປັນການແຜ້ວທາງສ້າງຂົວໃຫ້ພວກເຂົາເຈົ້າ." 1 2
|