ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-09 16:18:37    
ນາງ​ທວງ​ເອົາ​ຄວາມ​ຍຸດ​ຕິ​ທຳ​ເພື່ອ​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ຈີນ​-- ສຳ​ພາດ​ທ່ານ​ນາງ​ວາງ​ສວນ ຫົວ​ໜ້າ​ຄະ​ນະ​ຝ່າຍ​ໂຈດ​ຂອງ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ(ພາບ)(ສຽງ)

cri

ໃນ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,ຍີ່​ປຸ່ນ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ເຄີຍ​ໃຊ້​ອາ​ວຸດ​ເຊື້ອ​​ໂຣກຢູ່​ສະໜາມ​ລົບ.ສ່ວນ​ຈີນ​ແມ່ນ​ປະ​ເທດ​ທີ່​ຖືກ​ທຳ ຮ້າຍ​ຫຼາຍ​ກວ່າ​ໝູ່​ຍ້ອນ​ສົງ​ຄາມ​​ເຊື້​ອ​ໂຣກ.ຈົນ​ມາ​ຮອດ​ຊູ່​ມື້​ນີ້,ຢູ່​ຫຼາຍໆ​ເຂດ​ຂອງ​ຈີນ,ພໍ່​ແມ່​ປະ​ຊາ​ຊົນ​ຈຳ ນວນ​ໜຶ່ງ​ທີ່​ຖືກ​ທຳ ຮ້າຍ​ຈາກ​ສົງຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະຫານ​ຍີ່​ປຸ່ນ​ໃນ​ຄາວ​ນັ້ນ​ຍັງ​ຄົງ​ທົນ​ຕໍ່​ຄວາມ​ທໍ​ລະ​ມານ​ຈາກ​ສົງ​ຄາມ​ເຊື້ອ​ໂຣກ​.ສ່ວນ​ລັດຖະບານ​ຍີ່​ປຸ່ນພັດ​ບໍ່​ໄດ້​ຂໍ​ຂະ​ມາ​ໂທດ​ຢ່າງ​ເປີດ​ເຜີຍ​ແລະ​ໃຊ້​ແທນ​ຕໍ່​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ຈີນ​ຍ້ອນ​ໂທດ​ກຳ​ ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ໃນ​ຄາວ​ນັ້ນ.ທ່ານ​ນາງ​ວາງ​ສວນ, ຄົນ​ຮຸ່ນ​ຫຼັງ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ, ​ແມ່ຍິງ​ຈີນ​ທີ່​ອາຍຸ​ເກີນ​50​ປີ,​ໃຊ້​ເວລາ​ເກືອບ​10​ປີ​ສຳ​ຫຼວດ​ແລະ​ຊອກ​ຫາ​ຫຼັກ​ຖານ​ພິຍານ,​​ເຂົ້າ​ອອກ​ສານ​ຍີ່​ປຸ່ນ​ຫຼາຍ​ສິບ​ເທື່ອ,​ເຜີຍ​ແບ​ເລື່ອງ​ຈິງ​ທີ່​ຖືກ​ປົກ​ປິດ​ມາ​ເປັນ​ເວລາ60​ປີກ່ຽວກັບ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ກໍ່​ສົງ​ຄາມ​​ເຊື້ອ​ໂຣກ​ຢູ່​ຈີນ.​

ທ່ານ​ນາງ​ວາງ​ສວນປີ​ນີ້​ອາຍຸ53​ປີ,ນາງ​ມີ​ຮູບ​ຮ່າງບໍ່​ສູງ,​​​ເປັນ​ຄົນ​ສະຫຼາດ​ຫຼັກ​ແຫຼມ​ແລະ​ມີ​ຄວາມ​ສາມາດ.ນາງ​ບອກ​ນັກ​ຂ່າວ​ວ່າ,ນາງ​ແມ່ນ​ຄົນ​ຮຸ່ນ​ຫຼັງ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະຫານ​ຍີ່​ປຸ່ນ,​ໃນ​ຄາວ​ນັ້ນ,ຍາດ​ພີ່ນ້ອງ8​ຄົນ​ໃນ​ວົງ​ຕະ​ກຸນ​ຂອງ​ນາງ​ໄດ້​ປະ​ສົບ​ເຄາະ​ຮ້າຍ.ນາງ​ພົບ​ໂອ​ກາດ​ບັງ​ເອີນ​ຈຶ່ງ​ໄດ້​​ເຂົ້າ​ສູ່​ເສັ້ນ​ທາງ​ທີ່​ທວງ​ເອົາ​ຄວາມ​ຍຸດ​ຕິ​ທຳ​ເພື່ອ​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ຈີນ​ຍ້ອນ​ສົງຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ.​10​ປີ​ກ່ອນ,​ນາງ​ວາງ​ສວນ​ເຮັດ​ວຽກ​ໃນ​ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ຂອງ​ຍີ່​ປຸ່ນ.​ມື້​ໜຶ່ງ,​ນາງ​ໄດ້​ອ່ານ​ຂ່າວ​ໜຶ່ງ​​ໃນ​ໜັງ​ສື​ພິມ​ພາ​ສາ​ອັງ​ກິດ​ສະ​ບັບ​ໜຶ່ງ​ຂອງ​ຍີ່​ປຸ່ນ​ວ່າ:​ຢູ່​ແຂວງ​​ເຮີຍ​ລົງ​ຈ່ຽງ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ​ໄດ້​ຈັດ​ງານ​ສຳ​ມະ​ນາ​ຄັ້ງ​ປະ​ຖົມ​ມະ​ເລີກ​ກ່ຽວ​ກັບ​ສົງ​ຄາມ​​ເຊື້ອ​ໂຣກ,​ໃນ​ງານ​ສຳ​ມະ​ນາ,​ຊາວ​ຍີ່​ປຸນ​ສອງ​ຄົນ​ໄດ້​ລາຍ​ງານ​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ໄປ​ສຳ​ຫຼວດ​ສະ​ພາບ​ແຜ່​ລະ​ບາດ​ກາ​ລະ​ໂຣກ​ທີ່​ເກີດ​ຂຶ້ນ​ຍ້ອນ​ສົງ​ຄາມ​ເຊຶ້ອ​ໂຣກ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ຢູ່​ບ້ານ​ສົງ​ຊ່ານ​ເມືອງ​ອີ​ອູ່​ແຂວງ​ເຈີ​ຈ່ຽງ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.​ສ່ວນ​ບ້ານ​ສົງ​ຊ່ານ​ເມືອງ​ອີ​ອູ່​ກໍ​ແມ່ນ​ບ້ານ​ເກີດ​ຂອງ​ນາງ​ວາງ​ສວນ.​ນີ້​ເຮັດ​ໃຫ້​ນາງ​ຮູ້​ສຶກ​ວ່າ​ຕົນ​ເອງ​ມີ​ໜ້າ​ທີ່​ແລະ​ພັນ​ທະ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ສົງ​ຄາມ​ເຊື້ອ​ໂຣກ​ເພື່ອ​ຊອກ​ຮູ້​ເລື່ອງ​ຈິງ​ຂອງ​ປະ​ຫວັດ​ສາດ.​ນາງ​ເວົ້າ​ວ່າ:

 "ຂ້ອຍ​ໄດ້​ອ່ານ​ຂ່າວ​​ໃນ​ໜັງສືພິມ,​ແລ້ວ​ໂທ​ໄປ​ຫາ​ບຸກ​ຄົນ​ສັນ​ຕິ​ພາບ​ຍີ່​ປຸ່ນ​ສອງ​ຄົນ​ທີ່​ຈະ​ໄປ​ສຳ​ຫຼວດຢູ່​ບ້ານ​ສົງ​ຊ່ານ,​ໃນ​ຄາວ​ນັ້ນ,​ຂ້ອຍ​ໄດ້​ເວົ້າ​ຕໍ່​ພວກ​ເຂົາ​ເຈົ້າ​ວ່າ,​ຂ້ອຍ​ແມ່ນ​ຊາວ​ບ້ານ​ສົງ​ຊ່ານ,ຂ້ອຍ​ຢາກ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ຂອງ​ພວກ​ທ່ານ,​ຂ້ອຍ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​​ເພື່ອ​ຊ່ອຍ​ເຫຼືອ​ພວກ​ທ່ານ.​ແລ້ວ​ພວກ​​ເຮົາ​ກໍ​​ເລີ່​ມຕິດ​ຕໍ່​ພົວ​ພັນ​ກັນ,​ຈົນ​ຮອດ​ປັດ​ຈຸ​ບັນ."

ເລີ່​ມ​ແຕ່​ປີ1995​ເປັນຕົ້ນ​ມາ,ນາງ​ວາງ​ສວນ​ໄດ້​ເຂົ້າ​ຮ່ວມ​ຄະນະ​ສຳ​ຫຼວດສົງຄາມ​​ເຊື້ອ​ໂຣກ​ຂອງ​ພື້ນ​ເມືອງ​ຍີ່​ປຸ່ນຢ່າງ​ເປັນ​ທາງ​ການ.​ໃນ​ການ​ສຳ​ຫຼວດ, ນາງ​ໄດ້​ຊອກ​ຮູ້​ສະພາບ​ຄວາມ​ເປັນ​ຈິງ​ນັບ​ມື້​ນັບ​ຫຼາຍ​ກ່ຽວ​ກັບ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ດຳ​ເນີນ​ສົງຄາມ​ເຊື້ອ​ໂຣກ​ຢູ່​ບ້ານ​ເກີດ​ຂອງ​ຕົນ.

ໂທ​ດກຳ​ຂອງ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​​ເຮັດ​ໃຫ້​ນາງ​ວາງ​ສວນ​ຕື່ນ​ຕົກ​ໃຈ.​ແຕ່​ວ່າ,​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,ຍ້ອນ ​ລັດຖະບານ​ຍີ່​ປຸ່ນອອກ​ແຮງ​ສຸດ​ຂີດ​ປິດ​ອຳ,​ຈິ່ງ​ມີ​ຄົນ​ໜ້ອຍ​ທີ່​ສຸດ​ຮູ້ສະພາ​ບຄວາມ​ເປັນ​ຈິງ​ກ່ຽວ​ກັບ​ສົງຄາມ​ເຊື້ອ​ໂຣກຂອງ​ກອງ​ທະຫານ​ຍີ່​ປຸ່ນ.​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງຄາມ​ເຊື້ອ​ໂຣກທີ່​ຍັງ​ມີ​ຊີວິດ​ຢູ່​ແລະ​ຄົນ​ຮຸ່ນ​ຫຼັງ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈຳ​ນວນ​ໜຶ່ງ​ຢາກ​ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ຈາກ​ລັດຖະບານ​ຍີ່​ປຸ່ນ,​ແຕ່​ບໍ່​ຮູ້​ຊິ​ເຮັດ​ແນວ​ໃດ.ພາຍ​ໃຕ້​ການ​ເລືອກ​ຕັ້ງ​ຂອງ​ພໍ່​ແມ່​ປະຊາຊົນ​ທັງຫຼາຍ,ນາງ​ວາງ​ສວນ​ທີ່​ຊຳນານ​ຄວາມ​ຮູ້​ດ້ານ​ກົດ​ໝາຍ​ໄດ້​ກາຍ​ເປັນ​ຫົວ​ໜ້າ​ຄະ​ນະ​ຝ່າຍ​ໂຈດ​ ​ຂອງ​ຜູ້​ຖືກ​​ເຄາະ​ຮ້າຍ180ຄົນຍ້ອນ​ສົງຄາມ​ເຊື້ອ​ໂຣກ​ທີ່​ມາ​ຈາກ​ແຂວງ​ເຈີ້​ຈ່ຽງ,​ແຂວງ​ຫູ​ນານ​​​ແລະ​ແຫ່ງ​ອື່ນໆ​ຂອງ​ຈີນ.

1  2