ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-09 16:18:37    
ນາງ​ທວງ​ເອົາ​ຄວາມ​ຍຸດ​ຕິ​ທຳ​ເພື່ອ​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ຈີນ​-- ສຳ​ພາດ​ທ່ານ​ນາງ​ວາງ​ສວນ ຫົວ​ໜ້າ​ຄະ​ນະ​ຝ່າຍ​ໂຈດ​ຂອງ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ(ພາບ)(ສຽງ)

cri

ເດືອນ​ສິງຫາ​ປີ1997,​ເມື່ອ​ໄດ້​ກະກຽມ​ມາ​ເປັນ​ເວລາ2​ປີ,ນາງ​ວາງ​ສວນ​ໄດ້​ຕາງ​ໜ້າ ຊາວ​ຈີນ​ຜູ້​ຖືກ​​ເຄາະ​ຮ້າຍ​180ຄົນ ຍ້ອນ​ສົງຄາມ​​ເຊື້ອ​ໂຣກ​ຂຶ້ນສານ​ທ້ອງ​ຖິ່ນ​ໂຕ​ກຽວ​ຍີ່​ປຸ່ນ​ເປັນ​ຄັ້ງ​ທຳ​ອິດ,​ກ້າວ​ຟ້ອງ​ລັດຖະບານ​ຍີ່​ປຸ່ນ,ທວງ​ໃຫ້​ລັດຖະບານ​ຍີ່​ປຸ່ນຂໍ​ຂະ​ມາ​ໂທດ​ແລະ​ໃຊ້​ແທນ​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ຈີນ​ຍ້ອນ​ທາລຸນ​ກຳ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ໃນ​ສົງ​ຄາມ​ເຊື້ອ​ໂຣກ​.ນາງ​ວາງ​ສວນ​ບອກ​ນັກ​ຂ່າວ​ວ່າ,ພວກ​ເຂົາ​ເຈົ້າ​​ເຮັດ​ແນວ​ນີ້​ກໍ​ແມ່ນ​ເພື່ອ​ເຮັດ​ໃຫ້​ປະ​ຫວັດ​ສາດ​ມີ​ຄວາມ​ກະ​ຈ່າງ​ແຈ້ງ​.ນາງ​ເວົ້າ​ວ່າ:

"​ໂທດ​ກຳ​ທີ່​ກໍ່​ສົງຄາມ​ເຊື້ອ​ໂຣກ​ແມ່ນ​​ໂທດກຳ​ຊົ່ວ​ຮ້າຍ​ທີ່​ສຸດ.ຈົນ​ຮອດ​ປັດ​ຈຸ​ບັນ,​ລັດ​ຖະ​ບານ​ຍີ່​ປຸ່ນ​ກໍ​ບໍ່​ໄດ້​ຮັບຮອງ​​ແລະ​ກໍ​ບໍ່​ໄດ້​ປະກາດ​ຂໍ້​ມູນ​ຂ່າວສານ​ທັງ​ໝົດ​ທີ່​ເຂົາ​ຄວນ​ປະ​ກາດ.​ໂທດ​ກຳ​ທີ່​ຝ່າຝືນ​ມະນຸດສະທຳ​ຢ່າງ​ໜັກໜ່ວງ ​ນີ້,​ຍັງບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ຕົກ​ເທື່ອ,​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ,ກໍ​​ເໝືອນ​ດັ່ງ​ດາບ​ທີ່​​ແຂວນຢູ່​​ເທິງ​ຫົວ,​ຄັນ​ຕົກ​ລົງ​ມາ,ກໍ​ຈະ​ພາ​ໃຫ້​ເກີດ​ມີ​ຜົນ​ຮ້າຍຢ່າງໜັກໜ່ວງ."

ເມື່ອ​​ໄດ້​ໄຕ່​ສວນ​ໃນ​ສານ20​ກວ່າ​ເທື່ອ​ເປັນ​ເວລາ5​ປີ,​ວັນ​ທີ​27​ສິງ​ຫາ​ປີ​2002,​ສານ​ທ້ອງ​ຖິ່ນ​ໂຕ​ກຽວ​ຍີ່​ປຸ່ນ​ໄດ້​ທຳ​ການ​ຕັດສິນ​ຕໍ່ຄະດີ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະ​ຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ທີ່​ກ່າວ​ຫາ​ລັດ​ຖະ​ບານ​ຍີ່​ປຸ່ນ,​ທວງ​ເອົາ​ຄ່າ​ໃຊ້​ແທນ,​ຕັດ​ສິນ​ເປັນ​ເທື່ອ​ທຳ​ອິດ​ວ່າ​ກອງ​ທະຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ເຄີຍ​ກໍ່​ສົງ​ຄາມ​ເຊື້ອ​ໂຣກ​ຢູ່​ຈີນ,​ແລະ​ຮັບ​ຮອງ​ວ່າ​ສົງ​ຄາມ​​ເຊື້ອ​ໂຣກ​ໄດ້​ສ້າງ​ໄພ​ພິ​ບັດ​ອັນ​ມະ​ຫາ​ສານ​ໃຫ້​​ແກ່​ປະ​ຊາ​ຊົນ​ຈີນ,​ແຕ່​ໄດ້​ປະຕິ​ເສດ​ຄຳ​ຮ້ອງ​ວ່າ​ຄວາມ​ຂອງ​ຝ່າຍ​ໂຈດ​ຈີນ​ທີ່​ທວງ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ​ຂໍ​ຂະ​ມາ​ໂທດ​ແລະ​​ໃຫ້​ຄ່າ​ໃຊ້​ແທນ.ຄະນະ​ຝ່າຍ​ໂຈດ​ຈີນ​ເລີຍ​ຍື່ນ​ອຸ​ທອນ​ໃນ​ທັນ​ທີ.

ຕັ້ງ​ແຕ່​ກ່າວ​ຟ້ອງ​ຢ່າງ​ເປັນ​ທາງ​ການ​ຈົນ​ຮອດ​ປັດຈຸບັນ,ຄະດີ​ກ່າວ​ຟ້ອງ​​ເທື່ອນີ້​​ໄດ້ດຳ​ເນີນ​ເປັນ​ເວລາ8​ປີ.​ໃນ​8ປີ​ດັ່ງກ່າວ,ນາງ​ວາງ​ສວນ​ໄດ້​​ໄປ​ບ່ອນ​ສ່ວນ​ຫຼາຍ​ຂອງຈີນດ້ວຍ​​ທຶນ​ຕົນ​ເອງ,​ແລະ​ໄດ້​ໄປ​ກັບ​ລະຫວ່າງ​ຈີນ​ຍີ່​ປຸນ​ຢ່າງ​ເນື່ອງນິດ,​​ຊອກ​ຫາ​ຫຼັກ​ຖານ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.ນາງ​ຍັງ​ໄດ້​ໃຊ້​ຮູບ​ການ​ຊະນິດ​ຕ່າງໆ​ເຊັ່ນ​ກ່າວ​ປາຖະກະຖາ,ຈັດ​ງານ​ສົນທະນາ​ເປັນ​ຕົ້ນ,​ເຜີຍ​ແບ​ໂທດ​ກຳ​ຂອງ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ທີ່​ກໍ່​ສົງຄາມ​ເຊື້ອ​ໂຣກນັ້ນ​ຢ່າງ​ເຂັ້ມ​ງວດ​ຕັ້ງຫຼາຍ​ເທື່ອ.

ຈິດ​ໃຈ​ຂອງ​ນາງ​ວາງ​ສວນ​ທີ່​ສະ​ແຫວ​ງຫາ​ຄວາມ​ເປັນ​ທຳ​ຢ່າງ​ບໍ່​ລົດ​ລະ​ໄດ້​ພາ​ໃຫ້​ຊາວ​ຈີນ​ຈົນ​ກະທັ້ງຊາວ​ໂລກ​ຕື້ນ​ຕັນ​ໃຈ.ນາງ​ຢາງ​ຟານ ນັກ​ສຶກສາ​ຂອງ​ວິທະຍາ​ໄລວິຊາ​ນັກຂ່າວ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນານ​ກິ່ງ​ບອກ​ນັກ​ຂ່າວ​ວ່າ,ນາງ​ເຄີຍ​ຟັງ​ປະຖະກະຖາ​ຂອງ​ນາງ​ວາງ​ສວນ,ນາງ​ເຫັນ​ວ່າ,ນາງ​ວາງ​ສວນ​ເປັນ​ຜູ້​ປົກ​ປ້ອງ​ຄຸນຄ່າ​ແລະ​ກຽດ​ສັກ​ສີ​ຂອງ​ຊີ​ວິດ​ມະນຸດ.ນາງ​ຢາງ​ຟານ​ເວົ້າ​ວ່າ:

"ຂ້ອຍ​ຄິດ​ວ່າ​ນາງ​ວາງ​ສວນ​ເປັນ​ແມ່ຍິງ​ຜູ້​ໜຶ່ງ​ທີ່​ເປັນ​ໜ້າ​​ເຄົາ​ລົບ​ນັບ​ຖື,​ໃນ​ຫຼາຍ​ປີ​ມາ​ນີ້,​ນາງ​ໄດ້​ຊ່ອຍ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​​ເຊື້ອ​ໂຣກ​​ຮ້ອງ​ຟ້ອງ​ລັດ​ຖະ​ບານ​ຍີ່​ປຸ່ນ,​ນີ້​ຕ້ອງ​ການ​ຄວາມ​ກ້າຫານ,​ທັງ​ຕ້ອງ​ການ​ຈິດ​ໃຈ​ສະ​ແຫວງ​ຫາ​ຄວາມ​ເປັນ​ທຳ​ຢ່າງ​ບໍ່​ລົດ​ລະ.​ໃນ​ການ​ວ່າ​ຄວາມ​ທີ່​ຍືດ​ເຍືອມາ​ເປັນ​ເວລາ​ຍາວ​ນານ​ເທື່ອ​ນີ້,​ນອກ​ຈາກ​ຕ້ອງ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຊອບ​ກົດໝາຍ​ຂອງ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ແລະ​ກຽດ​ສັກ​ສີ​ແຫ່ງ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ,​ໃນ​ທີ່​ສຸດ​ຍັງ​ໄດ້​ເຮັດ​ໃຫ້​ຍີ່​ປຸ່ນ​ຮັບ​ຮູ້​ວ່າ​ການ​ຊົງ​ຕົວ​ຢູ່​ຂອງ​ປະ​ຫວັດ​ສາດ​ຕອນ​ນັ້ນ."

ວັນ​ທີ19​ກໍລະກົດ​ປີ​ນີ້,ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຍ້ອນ​ສົງຄາມ​ເຊື້ອ​ໂຣກ​ລວມ​180​ຄົນ​ໄດ້​ກ່າວ​ຟ້ອງ​ລັດຖະບານ​ຍີ່​ປຸ່ນທີ່​ກໍ່​ສົງ​ຄາມ​​ເຊື້ອ​ໂຣກ,ນີ້​ໄດ້​ພາ​ໃຫ້​ຊາວ​ໂລກ​ເອົາ​ໃຈ​ໃສ່​ນຳ​ອີກ.ມື້​ນັ້ນ,​ສານ​ຊັ້ນສູງ​ໂຕ​ກຽວ​ຍີ່​ປຸ່ນ​ໄດ້​ຕັດສິນ​ວ່າ,ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຍ້ອນ​ສົງ​ຄາມ​ເຊື້ອ​ໂຣກ​ຂອງ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ນັ້ນ​ຖືກ​ປະລາ​ໄຊ​ໃນ​ການ​ຕັດ​ສິນ​ຂັ້ນ​ສອງ​ຂອງ​ຄະ​ດີ​ວ່າ​ຄວາມ.ນາງ​ວາງ​ສວນ​ບອກ​ນັກ​ຂ່າວ​ວ່າ,ນາງ​ຈະ​ຕາງໜ້າ​ຊາວ​ຈີນ​ຜູ້​ຖືກ​ເຄາະ​ຮ້າຍ​ຍ້ອນ​ສົງຄາມ​ເຊື້ອ​ໂຣກຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຍີ່​ປຸ່ນ.ນາງ​ເວົ້າ​ວ່າ,ນາງ​ບໍ່ຫ່ອນ​ຊິ​ປະລະ​ພາລະກິດ​ນີ້,ນາງ​ຈະ​ເຮັດ​ວຽກ​ນີ້​ຕະຫຼອດ​ໄປ.​ຖ້າວ່າ​ໂທດ​ສົງຄາມ​ຂອງ​ກອງ​ທະຫານ​ຍີ່​ປຸ່ນ​ທີ່​ກໍ່​ສົງ​ຄາມ​ເຊື້ອ​ໂຣກ​ບໍ່​ຖືກ​ລົງ​ໂທດ​ເທົ່າ​ທີ່​ຄວນ,ນີ້​ຈະ​ກາຍ​ເປັນ​ເລື່ອງ​ອັບ​ອາຍ​ຂາຍ​ໜ້າ​​ແຫ່ງ​ອາ​ລະ​ຍະ​ທຳ​ມະ​ນຸດ​ຈົນ​ເທົ່າ​ໃດໆ.


1  2