ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 17:03:22    
ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂອງ​ຈີນ​ຢູ່​ລາວ​(1)​(ສຽງ)

cri Author: zhangshuo

              ພາກ​ທີ​ໜຶ່ງ ພວກ​ເຮົາ​ນຳ​ເອົາອຸດົມ​ການ​ມາລາວ
ຄະ​ນະ​ຜູ້​ອາສາ​ສະໝັກ​ຊາວ​ໜຸ່ມ​ຊຽງ​ໄຮ້​ຈີນ​ທີ່​ຮັບ​ໃຊ້​ຢູ່​ລາວ​ງວດ​ທີ​ສີ່​ປະກອບ​ດ້ວຍ​ຊາວ​ໜຸ່ມ 11​ ຄົນອາຍຸ​ແຕ່23​ປີ​ຫາ36​ປີ,ພວກ​ເຂົາ​ເຈົ້າມາ​ຈາກນະຄອນຊຽງ​ໄຮ້ ຕົວ​ເມືອງ​ໃຫຍ່​ທີ່​ສິວິ​ໄລ​ກວ່າ​ເພິ່ນ​ຂອງ​ຈີນ.​ເຖິງ​ວ່າ​ຊາວ​ໜຸ່ມ​ເຫຼົ່ານີ້​ເຮັດ​ວຽກ​ຕ່າງ​ກັນ,ອາຍຸ​ບໍ່​ທໍ່ກັນ,ນິ​ໄສ​ໃຈຄໍ​ກໍ​ບໍ່​ຄື​ກັນ​ກໍ​ຕາມ,ແຕ່​ພັດ​ມີ​ອຸ​ດົມ​ການ​ອັນ​ດຽວ​ກັນ,​ຈຶ່ງ​ໄດ້ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມາ​​ເຕົ້າ​ໂຮມ​ກັນ​ຢູ່​ລາວ.


ທ່ານຊ່ຽວຊິ່ງຮັບການສຳພາດຂອງນັກຂ່າວ

ທ່ານ​ຊ່ຽວຊິ່ງ ຫົວໜ້າ​ຄະນະ​ອາສາ​ສະໝັກ​ຮັບ​ໃຊ້ງວດ​ນີ້​​​​ແມ່ນ​ຫົວໜ້າ​ຄະນະ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມະນູ​ດຈີນ​ນະຄອນ​ຊຽງ​ໄຮ້​ແລ​ະ​ເປັນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຄຸ້ມ​ເຮືອນ​ຢູ່​ນະຄອນ​ຊຽງ​ໄຮ້​​ໄດ້​ເຮັດ​ວຽກ​ການ​ສຶກ ສາ​ຊາວ​ໜຸ່ມ​ເຍົາວະ​ຊົນມາ​ຍາວ​ນານ,ມີ​ຄວາມ​ຮັບ​ຮູ້​​ເລິກ​ເຊິ່ງສົມຄວນຕໍ່​ບັນຫາ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.​ທ່ານ​ບອກ​ນັກ​ຂ່າວ​ວ່າ,​ເມື່ອ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູນິດ​ນະຄອນ​ຊຽງ​ໄຮ້ປະ ກາດ​ຄຳ​ຮຽກ​ຮ້ອງ​ຮັບ​ເອົາ​ຜູ້​ອາ​ສາ​ສະ​ໝັກ​ໄປ​ຮັບ​ໃຊ້​ຢູ່​ລາວ​ຕໍ່​ຊາວ​ໜຸ່ມ​ທົ່ວ​ສັງຄົມ​ເທື່ອ​ໃດ​ກໍລ້ວນ​ແຕ່​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ຟົດ​ຟື້ນ​ທີ່​ສຸດ,ມີ​ຄົນ​ມາ​ສະ​ໝັກ​ເປັນຈຳ​ນວນ​ຫຼວງ​ຫຼາຍ.​ທັງ​ນີ້​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ສອງ​ປະ​ເທດ​ຈີນ​ລາວ​​ໄດ້ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ມາ​ຫຼາຍ​ປີ,​ແລະກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມສ່ວນ​ວ່າ,ຊາວ​ໜຸ່ມ​ຈີນ​ໃນ​ສະ​ໄໝ​ປະ​ຈຸ​ບັນ​ກໍ​ມີ​ອຸ​ດົມ​ການ​ແລະ​ນ້ຳ​ໃຈ​ອຸທິດອັນ​ສູງ​ສົ່ງ​​ຄື​ກັນ​ກັບ​ຫຼຸ້ນພໍ່​​ແມ່ຂອງ​ພວກ​ເຂົາ​ເຈົ້າ.

ນາງ​ຝ່າງ​ໝີນ​ແມ່ນ​ນັກ​ຂ່າວ​ສາວ,​ຜູ້​ງາມ​ແລະ​ເກັ່ງ​ຂອງ​ໜັງ​ສື​ພິມ​《ເຈຍ​ຟ້າງ​ຢື້​ປ້າວ》​ຂອງ​ຊຽງ​ໄຮ້,​ນາງ​ເຂົ້າ​​ເຮັດ​ວຽກຍັງ​ບໍ່​ທັນຮອດ 3 ປີ​ເທື່ອ,ໝູ່ກໍ​ເອີ້ນນາງ​ເປັນ​ນັກ​ຂ່າວ​ດັງ​ແລ້ວ,​ເພາະ​ວ່າ,​ບົດ​ປະ​ພັນ​ຂອງ​ນາງ​ໄດ້​ຮັບລາງວັນ​ຄຳປະເພດຂ່າວ​ເພດ​ຍິງ​ຊຽງ​ໄຮ້​​ຫຼາຍ​ເທື່ອ​ແລະ​ລາງ​ວັນ​ທີ​ໜຶ່ງ​ຂອງ​ຂ່າວ 4 ພຶດ​ສ​ະພາ​ຊຽງ​ໄຮ້​.​ເມື່ອ​ຖາມ​ວ່າເປັນ​ຫຍັງ​ນາງ​ຈຶ່ງ​ຍິນ​ດີ​ເຂົ້າຮ່ວມ​ການ​​ເຄື່ອນ​ໄຫວ​ບໍລິການ​ອາ​ສາ​ສະ​ໝັກ,​ນາງ​ຕອບ​ວ່າ:​"ການ​ອອກ​ແຮງ​ງານ​ຕາມ​ພັນ​ທະ​ຊະນິດ​ນີ້,​ໄດ້​ຮັບ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈີ​ງ​ໃຈຈາກ​ຜູ້​ອື່ນ,​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮູ້​ສຶກ​ພູມ​ໃຈ​ໃນ​ດ້ານ​ຈັນ​ຍາ​ທຳ​ທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ,ມັນ​ມີ​ຄ່າ​ຍິ່ງ​ກວ່າ​ເງິນ​ຄຳ​ຕັ້ງ​ຫຼາຍ."

ທ້າວຈາງອູອາຍຸ23ປີ,​ເຮັດ​ວຽກ​ຢູ່​ທະ​ນາ​ຄານ​ພັດ​ທະ​ນາ​​ແຫ່ງ​ຊາດ​ຈີນ​ສາ​ຂາ​ຊຽງ​ໄຮ້,​ແມ່ນ​ສະ​ມາ​ຊິກ​ທີ່​ໜຸ່ມ​ນ້ອຍ​ກວ່າ​ໝູ່​ໃນ​ຄະ​ນະ​ອາ​ສາ​ສະ​ໝັກ,​ອ້າຍ​ບ່າວ​ຜູ້​ນີ້​ເຈົ້າ​ຊູ້​ຫຼາຍ,​ພວກ​ນັກ ຮຽນ​ທີ່​ນ້ອງ​ສອນ​ຈຶ່ງ​ເອີ້ນ​ນ້ອງ​ເປັນ​ອາ​ຈານ​​ເຈົ້າ​ຊູ້.​"ຂ້າ​ພະ​ເຈົ້າ​ເກີດ​ໃນ​ປີ1982,​​​ເປັນ​ລູກ​ຊາຍ​ດຽວ,​ກ່ຽວ​ກັບ​ຄວາມ​ລຳ​ບາກ​ຂອງ​ສະ​ພາບ​ແວ​ດ ລ້ອມ​,ນ້ອງ​ມີ​ແຕ່​ເຄີຍ​ໄດ້​ຍິນ​ຜູ້​ອື່ນ​ເວົ້າ​ທໍ່​ນັ້ນ.​ເມື່ອ​ໄດ້​​ເຫັນ​​ໃບ​ປະ​ກາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ ກອມ​ມູ​ນິດ​ນະ​ຄອນ​ຊຽງ​ໄຮ້​ທີ່​ຮຽກ​ຮ້ອງ​ໃຫ້​ຊາວ​ໜຸ່ມ​ສະ​ໝັກ​​ໄປ​ບໍ​ລິ​ການ​ຢູ່​ລາວ,ນ້ອງ​ຮູ້​ສຶກ​ວ່າ,ມີ​ໂອ​ກາດ​ແບບ​ນີ້​ໄປ​ສ້າງ​ປະ​ສົບ​ການ​ກໍ​ດີ​ຄື​ກັນ."

ທ່ານ​ຫູ​ຕົງ​ເກີ່​ນ ດອກ​ເຕີປົວກະດູກ​ຂອງ​ໂຮງ​ໝໍ​ອານ​ທູ​ຄຸ້ມ​ຢາງ​ຜູ​ນະຄອນ​ຊຽງ​ໄຮ້ປີນີ້ອາຍຸ 30ກວ່າ​ແລ້ວ,​​ເປັນ​ອ້າຍ​ໃຫຍ່​ໃນ​ທິມ​ຜູ້​ອາ​ສາ​ສະ​ໝັກ.​ກ່ອນ​ສະ​ໝັກມາລາ​ວ,ທ່ານ​ເປັນ​ຜູ້​ຊ່ວຍ​ຜູ້​ອຳ​ນວຍ​ການ​ຂອງ​ໂຮງ​ໝໍ,​ທ່ານ​ຂຸ້ນ​ວຽກ​ຫຼາຍ,ເຮັດ​ໃຫ້​ທ່ານ​ບໍ່​ມີ​ເວ​ລາ​ຜີກ​ຕົວ​ໄປ​​ເຮັດ​ວຽກອື່ນ,​ແຕ່​ວ່າ,ທ່ານ​ຍັງ​ພະ​ຍາ​ຍາມ​ຍາດ​ແຍ່ງ​ຫຼາຍ​ເທື່ອ,​ໃນ​ທີ່​ສຸດ,ກໍ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ໜຶ່ງ​ໃນ​ທິມ​ຜູ້​ອາ​ສາ​ສະ​ໝັກ​ຢ່າງ​ສົມ​ຫວັງ.

"​ເມື່ອ​ຂ້າພະ​ເຈົ້າ​ໄດ້​ເຫັນ​ໃບ​ແຈ້ງ​ການສະບັບນີ້​ຢູ່​ໜ່ວຍ​ງານ,​​ຮູ້​ວ່າ,ນະຄອນ​ຊຽງ​ໄຮ້ ກຳລັງ​ຮັບ​ສະ​ໝັກ​ໃນ​ລະ​ບົບການ​ແພດເພື່ອໄປລາວ,ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ,ໃຊ້​ວິ​ຊາ​ຄວາມ​ຮູ້​ດ້ານ​ການ​ປິ່ນ​ປົວ​ຂອງ​ຕົນ​ໄປ​ຊ່ວຍ​ປະ​ຊາ​ຊົນ​ລາວ​ປົວ​ພະ​ຍາດ,​ປົດ​ເປື້ອງ​ຄວາມ​ເຈັບ​ປວດ​ທໍ​ລະ​ມານ,​ແມ່ນ​ເລື່ອງ​ທີ່​ດີ​ທີ່​ສຸດ,ພ້ອມ​ກັນ​ນັ້ນ,​ກໍ​ແມ່ນ​ການ​ຝຶກ​ຝົນ​ໃຫ້​ຕົນ​ມີ​ປະ​ສົບ​ການ​ເພີ່ມ​ຂຶ້ນ​ແລະ​ສຳ​ຜັດ​ຊີ​ວິດ​ທີ່​ຕ່າງ​ກັນ,​ສະ​ນັ້ນ,ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສະ​ໝັກ​ມາ​ລາວ."

1  2