ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-30 21:04:38    
ສາຍ​ແນນ​ທີ່​ຜູກ​ພັນ​ຈີນ​ກັບ​ທ່ານ​ອາ​ລີ​ກາ ໂມ​ໂທ​ຮິ​ໂຄ(ສຽງ)

cri

ປີນີ້ແມ່ນສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນໄດ້ຮັບໄຊຊະນະຄົບຮອບ
60ປີ.ເມື່ອ60ກວ່າປີກ່ອນ,ມີຊາວຍີ່ປຸ່ນຜູ້ໜຶ່ງໄດ້ມາຈີນໃນນາມສະມາຊິກຄະນະບຸກເບີກ
ຂອງຍີ່ປຸ່ນ,ແຕ່ນັ້ນມາ,ສາຍແນນໄດ້ເຮັດໃຫ້ທ່ານມີການພົວພັນກັບຈີນຢ່າງແໜ້ນແຟ້ນ.
ພາຍລຸນມາ,ທ່ານໄດ້ກາຍເປັນນັກລົບຜູ້ໜຶ່ງຂອງກອງທັບປົດປ່ອຍປະຊາຊົນຈີນ.ເມື່ອ
ກັບຄືນສູ່ຍີ່ປຸ່ນແລ້ວ,ທ່ານໄດ້ສຸມຈິດສຸມໃຈດຳເນີນພາລະກິດມິດຕະພາບຍີ່ປຸ່ນຈີນ,ທຳ
ຄວາມພະຍາຍາມເພື່ອເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈກັນຍິ່ງຂຶ້ນ.ຕໍ່ໄປ,
ພວກເຮົາຈະເລົ່າເລື່ອງສາຍແນນທີ່ຜູກພັນຈີນກັບທ່ານອາລີກາໂມໂທຮິໂຄ.

ບ້ານເກີດຂອງທ່ານອາລີກາໂມໂທຮິໂຄ ຕັ້ງຢູ່ແຂວງນາກາໂນຂອງຍີ່ປຸ່ນ.ທ່ານອາ
ລີກາປີນີ້75ປີແລ້ວ,ສຸຂະພາບຍັງແຂງແຮງຫຼາຍ,ເວລາໃດເພິ່ນກໍມັກຍິ້ມ,ເບິ່ງໄປແລ້ວ
ຮູ້ສຶກວ່າເພິ່ນໜຸ່ມກວ່າອາຍຸຫຼາຍ.ເຮືອນຂອງເພິ່ນບໍ່ໃຫຍ່,ແຕ່ໄດ້ມີບັນຍາກາດແບບ
ຈີນອັນເຂັ້ມຂຸ້ນ.ຢູ່ເທິງຕັງເກໜັງສືໄດ້ວາງເຕັມໄປແຕ່ໜັງສືກ່ຽວກັບຈີນ,ເທິງຝາເຮືອນ
ໄດ້ແຂວນຮູບທີ່ທ່ານອາລີກາຖ່າຍນຳກັນກັບເພື່ອນຈິນແລະຮູບທີ່ທ່ານຖ່າຍຢູ່ໜ້າໂຮງ
ຮຽນປະຖົມຄວາມຫວັງຫຼັງໜຶ່ງຢູ່ເຂດມົງໂກໃນຂອງຈີນ.ໂຮງຮຽນປະຖົມຫຼັງນີ້ແມ່ນ
ທ່ານເອົາເງິນທີ່ສະສົມມາຫຼາຍປີມານີ້ບໍລິຈາກສ້າງຂຶ້ນເພື່ອເດັກນ້ອຍ.ທ່ານອາລີກາ
ໂມໂທຮິໂຄໄດ້ເລົ່າປະສົບການຕອນໜຶ່ງທີ່ທ່ານບໍ່ລືມຈັກເທື່ອເມື່ອ60ກວ່າປີກ່ອນສູ່
ຟັງ.ປີ1944,ຢູ່ສະໜາມລົບໃຫຍ່ຕ່າງໆໃນອາຊີ,ລັດທິລັດຖະທະຫານຍີ່ປຸ່ນໄດ້ຜ່າຍແພ້
ຊຸດໂຊມລົງແລ້ວ,ຈິ່ງເກນທະຫານຈຳນວນຫຼວງຫຼາຍຢູ່ໃນປະເທດ,ໃນຄາວນັ້ນ,ທ່ານ
ອາລີກາຫາກໍ່ສິບກວ່າປີ,ທ່ານໄດ້ສະໝັກເຂົ້າຮ່ວມຄະນະບຸກເບີກມັງຊູລີຂອງກອງທະ
ຫານອາສາສະໝັກຊາວໜຸ່ມເຍົາວະຊົນຍີ່ປຸ່ນ.ທ່ານເວົ້າວ່າ:

"ໃນ​ຄາວ​ນັ້ນ,​ລັດ​ຖະ​ບານ​ຍີ່​ປຸ່ນ​ເວົ້າ​ຈົບ​ເວົ້າ​ງາມ​ແທ້ໆ,​ເວົ້າ​ຈັ່ງ​ຊັ້ນ​ຈັ່ງ​ຊີ້​ວ່າ,​ພວກ​ເຈົ້າ ໄປ​ມັງ​ຊູ​ລີ​ແມ່ນ​ເພື່ອ​ພ້ອມ​ກັນ​ກັບ​ຊາວ​ຈີນ​ສ້າງ​ສັງ​ຄົມ​ອັນ​ດີ​ງາມ.​ພວກ​ເຂົາ​ຍັງ ເວົ້າ​ວ່າ,​ໄປ​ມັງ​ຊູ​ລີສາມປີ,ພວກ​ເຈົ້າ​ກໍ​ຈະ​ມີ​ດິນ​ຂອງ​ຕົນ​ເອງ,​ທະ​ແນມ​ແຕ່​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ,​ກໍ​ຍ່ອມ​ຈະ​ຮັ່ງ​ຈະ​ມີ.ຂ້າພ​ະ​ເຈົ້າ​ກໍ​ຄຶ​ດວ່າ,​ເມື່ອ​ໄປ​ຢູ່​ມັງ​ຊູ​ລີ​ແລ້ວ,​ຈະ​ໝັ່ນ​ເຮັດ​ວຽກ,​ເມື່ອ​ເຕັມ​ສາມ​ປີ​ແລ້ວ​ຈະ​ຮັບ​ເອົາ​ພໍ່​ແມ່​ແລະ​ນ້ອງ​ມາ​ມັງ​ຊູ​ລີ,​ຍ້ອນ​ຄຶດ​​ແບບ​ນີ້,ກໍ​ເລີຍ​ໄປ​ສະ​ໝັກ.​ແຕ່​ວ່າ,​ເມື່ອ​ຂ້າພະ​ເຈົ້າ​ໄປ​ຮອດ​ມັງ​ຊູ​ລີ,​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ,​ມັນ​ໄກ​ກັນ​ຫຼາຍ​ກັບ​ຄວາມ​ຄາດ​ຄິດ​ເອົາ​ໄວ້​ຂອງ​ຂ້າ​ພະ​ເຈົ້າ,​ຄົນ​ຍີ່​ປຸ່ນບໍ່​ຖື​ຊາວ​ຈີນ​​ແລະ​ຊາວ​ເກົາ​ຫຼີ​ເປັນ​ຄົນ​ເລີ​ຍ,​ຫາກ​ແມ່ນ​ໃຊ້​ພວກ​ເຂົາ​ເຈົ້າ​ເປັນ​ກູ​ລີ.

ທ່ານອາລີກາໂມໂທຮິໂຄບໍ່ລືມສະພາບຢູ່ໃນຄະນະບຸກເບີກຕະຫຼອດຊີວິດ.ຄຽງຄູ່ກັບ
ສະຫະພາບໂຊວຽດປະກາດເຮັດເສິກກັບຍີ່ປຸ່ນ.ກອງທະຫານຍີ່ປຸ່ນໄດ້ຜ່າຍແພ້ເປັນ
ກ້າວໆ,ຜູ້ຊາຍທີ່ເຕັມກະສຽນ,ລ້ວນແຕ່ຖືກເກນໄປເປັນທະຫານ,ໃນແຕ່ລະບ້ານເຫຼືອ
ແຕ່ຜູ້ເຖົ້າຜູ້ແກ່,ແມ່ຍິງແລະເດັກນ້ອຍເທົ່ານັ້ນ.ໃນຄາວນັ້ນ,ທ່ານອາລີກາໂມໂທຮິໂຄ
ມີແຕ່10ກວ່າປີ,ທ່ານໄດ້ພັດເຊພະເນຈອນໄປທົ່ວທຸກແຫ່ງຫົນຄືກັນກັບເດັກນ້ອຍ
ອື່ນໆແມ່ນຊາວຈີນໄດ້ກອບກູ້ເອົາພວກເຂົາເຈົ້າສະຫາຍຈີນໃນຄະນະກຳມະການ
ກະກຽມສ້າງຕັ້ງອົງການປົກຄອງເຂດມົງໂກໃນປົກຄອງຕົນເອງໃນຄາວນັ້ນໄດ້ເດ່ມື
ຊ່ອຍເຫຼືອພວກເຂົາເຈົ້າຢ່າງອົບອຸ່ນ.ທ່ານອາລີກາ ກ່າວວ່າ:

"ຢູ່ກັບສະຫາຍຈີນ,ຂ້າພະເຈົ້າຈິ່ງຮູ້ເທື່ອທຳອິດແຕ່ເກີດມາໃນໂລກນີ້ວ່າຍີ່ປຸ່ນແມ່ນ
ປະເທດລັດທິລັດຖະທະຫານ,ກອງທະຫານຍີ່ປຸ່ນໄປຈີນ,ແມ່ນເພື່ອປຸ້ນເອົາຊັບພະຍາ
ກອນຂອງຈີນ,ແມ່ນການຮຸກຮານຈີນ."

ເມື່ອເວົ້າຮອດນີ້,ນ້ຳສຽງທ່ານອາລີກາປະກົດວ່າຕ່ຳລົງ,ທ່ານຢຸດບຶດໜຶ່ງ,ແລ້ວເວົ້າ
ດ້ວຍຄວາມຂອບອົບຂອບໃຈວ່າ,ຂ້າພະເຈົ້າຄິດຢູ່ສະເໝີວ່າຄັນບໍ່ມີຊາວຈີນໃຫ້
ພວກຂ້າພະເຈົ້າມີກິນມີຫົ່ມ,ຂ້າພະເຈົ້າກໍອາດໄດ້ອຳລາໂລກໄປແຕ່ດົນແລ້ວ.

1  2