ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-30 21:04:38    
ສາຍ​ແນນ​ທີ່​ຜູກ​ພັນ​ຈີນ​ກັບ​ທ່ານ​ອາ​ລີ​ກາ ໂມ​ໂທ​ຮິ​ໂຄ(ສຽງ)

cri

ໃນລະດູບານໃໝ່ຂອງປີ1946,ພາຍໃຕ້ການຈັດວາງຂອງຄະນະກຳມະການກະກຽມ ສ້າງຕັ້ງອົງການປົກຄອງຂອງເຂດມົງໂກໃນປົກຄອງຕົນເອງ,ທ່ານອາລີກາພ້ອມ
ດ້ວຍໝູ່ເພື່ອນຂອງທ່ານລວມ20ກວ່າຄົນໄດ້ໄປຮ່ຳຮຽນຢູ່ໂຮງຮຽນພະນັກ ານຫຼື
ໂຮງຮຽນສ້າງຄູທ່ານອາລີກາຍັງຖືກຈັດວາງໄປເຮັດວຽກຢູ່ພະແນກໂຄສະນາຂອງ
ກອງບັນຊາການກອງພົນໃຫຍ່ທີໜຶ່ງຂອງກອງທະຫານມົງໂກໃນປົກຄອງຕົນເອງ.ໜ້າທີ່ຂອງທ່ານແມ່ນໂຄສະນາອະທິບາຍນະໂຍບາຍປະຕິຮູບລະບອບທີ່ດິນຂອງ
ພັກກອມມູນນິດຈີນຕໍ່ຊາວນາອັນໄພສານດ້ວຍຮູບການລະຄອນເວົ້າ. ທ່ານກ່າວວ່າ:

"ຕົ້ນເດືອນກັນຍາປີ1946,ຂ້າພະເຈົ້າພ້ອມກັບພວກໝູ່ນ້ອຍໄດ້ໄປເມືອງສີສີຮາເອີ
ຂອງຈີນ,ກຽມຈະກັບເມືອຍີ່ປຸ່ນໃນເວລາອັນເໝາະສົມໃນຄາວນັ້ນກອງທະຫານພັກ
ກົກມິນຕັງຈີນໄດ້ບຸກໂຈມຕີເຂດປົດປ່ອຍທີ່ນຳໂດຍພັກກອມມູນິດຈີນເລື້ອຍໆ,ເພື່ອ
ຕອບແທນບຸນຄຸນປະຊາຊົນຈີນແລະພັກກອມມູນິດຈີນທີ່ກອບກູ້ເອົາພວກຂ້າພະເຈົ້າ,
ເມື່ອໄດ້ປຶກສາຫາລືກັນແລ້ວ,ພວກຂ້າພະເຈົ້າໄດ້ເຂົ້າຮ່ວມກອງທັບປົດປ່ອຍປະຊາ
ຊົນຈີນໝົດຊູ່ຄົນ,ກາຍເປັນນັກລົບຂອງກອງທະຫານສູ້ລົບກາງສະໜາມກອງທີສີ່,ແລ້ວຖືກຕຈັດວາງໄປເປັນຜູ້ພະຍາບານຢູ່ໂຮງໝໍກອງທັບບົກເມືອງສີສີຮາເອີ.ຫຼັງ
ຈາກໄດ້ຮ່ຳຮຽນຄວາມຮູ້ພະຍາບານເປັນເວລາສອງເດືອນແລ້ວ,ກໍໄປເຮັດວຽກຢູ່
ໂຮງໝໍກອງທັບຢູ່ເມືອງູເນີ້ນຈ່ຽງຮັບຜິດຊອບເບິ່ງແຍງຄົນເຈັບຫຼັງຈາກນັ້ນຄຽງຄູ່
ກັບກອງທັບປົດປ່ອຍປະຊາຊົນຈີນຕ່າວໂຈມຕີຄືນຢ່າງຂະໜາດໃຫຍ່,ພວກຂ້າພະ
ເຈົ້າກໍໄດ້ຕິດຕາມກອງທະຫານໄປເມືອງຟູຊິນແຂວງລຽວນິງໃນປັດຈຸບັນ,ເຮັດວຽກ
ພະຍາບານໃນໂຮງໝໍກອງທັບຕໍ່ມາ.ຢູ່ເມືອງຟູຊິນ,ພວກຂ້າພະເຈົ້າໄດ້ຕ້ອນຮັບວັນ
ສ້າງຕັ້ງສາທາລະນະລັດປະຊາຊົນຈີນ.ໃນມື້ວັນທີ1ຕຸລາປີ1949,ພວກຂ້າພະເຈົ້າໄດ້
ເຕົ້າໂຮມກັນຢູ່ກາງເດີ່ນໂຮງໝໍ,ຟັງການຖ່າຍທອດຄຳປາໄສຂອງທ່ານປະທານມາວ
ເຈີຕົງທີ່ກ່າວຢູ່ເທິງຫໍທຽນອານເມິນ.ເມື່ອໄດ້ຍິນເພີ່ນປະກາດຕໍ່ຊາວໂລກວ່າ,ລັດຖະ
ບານປະຊາຊົນສູນກາງສາທາລະນະລັດປະຊາຊົນຈີນໄດ້ສ້າງຕັ້ງຂຶ້ນແລ້ວນັ້ນ.ພວກ
ຂ້າພະເຈົ້າກໍດີໃຈຈົນທັງໂດດທັງເຕັ້ນ,ຄົນທັງຫຼາຍພາກັນຮ້ອງໂຮຊ້ຳແລ້ວຊ້ຳອີກວ່
າ,ປະທານມາວໝັ້ນຍືນ,ປະທານມາວໝັ້ນຍືນ!"ກໍແມ່ນໃນມື້ນັ້ນເອງ,ພວກຂ້າພະ
ເຈົ້າໄດ້ອອກຈາກໂຮງໝໍກອງທັບໄປເຮັດວຽກຢູ່ໂຮງໝໍບໍ່ຖ່ານຫີນຟູຊິນ."

ເດືອນ​ພຶດ​ສະພາ​ປີ1953,​ທ່ານອາ​ລີ​ກາ​ໂມ​ໂທ​ຮິ​ໂຄ​ໄດ້​ສິ້ນ​ສຸດ​ວຽກ​ງານ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ເກືອບ​10​ປີ​ຢູ່​ຈີນ,​ແລ້ວ​ກັບ​ຄືນ​ສູ່​ຍີ່​ປຸ່ນ.​ແຕ່​ທ່ານ​ບໍ່​ໄດ້​ຄຶດ​ເລີຍ​ວ່າ,​ເມື່ອ​ກັບ​ຄືນ​ຮອດ​ປະ​ເທດ​ຊາດ​ຂອງ​ຕົນ​ແລ້ວ,ທ່ານ​ໄດ້​ຖືກ​ຕຳ​ຫຼວດ​ຍີ່​ປຸ່ນ​ຕິດ​ຕາມ​ເລື້ອຍໆ​​ແລະ​ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ປະ​ຕິ​ບັດ​ຕໍ່​ທ່ານ​ຢ່າງ​ບໍ່​ທ່ຽງ​ທຳ.​ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ຕາມ,ທ່ານ​ອາລີ​ກາ​ກໍ​ບໍ່​ໄດ້​ຢ້ານ​ກົວ,​ບໍ່​ໄດ້​ທໍ້​ຖອຍ,​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ມິດ​ຕະພາບ​ຍີ່​ປຸ່ນຈີນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຕະ​ຫຼອດ​ມາ.

ປັດຈຸບັນ,ທ່ານອາລີກາໂມໂທຮິໂຄເປັນກຳມະການສະມາຄົມມິດຕະພາບຍີ່ປຸ່ນຈີນ
ແຂວງນາກາໂນ,ປະທານຄະນະມົນຕີສະມາຄົມມິດຕະພາບໂທໂຢຊິນາຊິໂຢອຸເມືອງ
ອາຈູມີແຂວງນາກາໂນເພື່ອປັບປຸງເງື່ອນໄຂຮ່ຳຮຽນຂອງນັກຮຽນປະຖົມຈີນທ່ານອາລີ
ກາໂມໂທຮິໂຄໄດ້ບໍລິຈາກເງິນກ້ອນໃຫຍ່ສ້າງໂຮງຮຽນປະຖົມຄວາມຫວັງເຜົ່າມົງໂກນ ຫຼັວໜຶ່ງຢູ່ເມືອງອູລານບາຕໍເຂດມົງໂກໃນປົກຄອງຕົນເອງຂອງຈີນ.ທ່ານອາລີກາບອກ
ພວກເຮົາວ່າ,ດຽວນີ້ທ່ານພວມເຮັດວຽກແລກປ່ຽນລະຫວ່າງນັກຮຽນປະຖົມຍີ່ປຸ່ນຈີນເພື່ອ ໃຫ້ພວກນັກຮຽນປະຖົມຂອງສອງປະເທດຜ່ານຈາກການຂຽນຈົດໝາຍຫາກັນ,ແລກປ່ຽນ
ຮູບແຕ້ມກັນ,ເພີ່ມຄວາມເຂົ້າໃຈກັນ,ເປັນເພື່ອນຮັກເພື່ອນແພງກັນໃນອະນາຄົດ.ທ່ານເຫັນ
ວ່າ,ໃຫ້ຊາວໜຸ່ມເຍົາວະຊົນສອງປະເທດເພີ່ມທະວີການແລກປ່ຽນແຕ່ຍາມຍັງນ້ອຍ,ນີ້
ແມ່ນພື້ນຖານມິດຕະພາບລະຫວ່າງຍີ່ປຸ່ນຈີນ.

ເມື່ອກ່າວເຖິງການພົວພັນລະຫວ່າງຍີ່ປຸ່ນຈີນໃນສະເພາະໜ້ານີ້,ທ່ານອາລີກາໂມໂທຮິໂຄ
ກ່າວວ່າ:"ແຕ່ກ່ອນ,ຍ້ອນນະໂຍບາຍຜິດພາດຂອງລັດ,ຍີ່ປຸ່ນໄດ້ຮຸກຮານຈີນ,ສ.ປ.ປ.ເກົາຫຼີ
ແລະປະເທດອື່ນໆໃນອາຊີ.ຕໍ່ເລື່ອງນີ້,ຍີ່ປຸ່ນຕ້ອງຮັບຮູ້ຄວາມຜິດພາດຂອງຕົນ,ໃນວັດຢາຊື
ຄູນິມີປ້າຍບູຊາດວງວິນຍານຂອງອາຊະຍາກອນສົງຄາມທີ່ເຄີຍຮຸກຮານຈີນ,ແຕ່ນາຍົກລັດ
ຖະມົນຕີຍີ່ປຸ່ນຊຸດປັດຈຸບັນພັດໄປນະມັດຊະການວັດຢາຊືຄູນິໂດຍບໍ່ຫົວຊານຳການຄັດຄ້ານ
ຂອງຈີນ,ສ.ເກົາຫຼີແລະປະເທດອື່ນໆໃນອາຊີ,ນີ້ເປັນເລື່ອງທີ່ບໍ່ອະນຸຍາດໃຫ້ເຮັດຢ່າງເດັດ
ຂາດ."


1  2