ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 18:16:59    
​​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຫຼີ​ຊ່ວງ​ຈ່ຽງ ນັກ​ຮ້ອງ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​(ສຽງ)

cri Author: zhangshuo


ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ.ມື້​ນີ້,ຂ້າພະ​ເຈົ້າຈະ​ຈັດ​ເພງ​ປະມວນ​ໜຶ່ງ​ທີ່​ຂັບຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ ນັກ​ຮ້ອງ​​ທີ່​ມີ​ຊື່ສຽງ​ຂອງ​ຈີນສູ່​ຟັງ.

​ເພື່ອນ​ມິດ​ຜູ້​ຟັງ,ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ "ບ້ານ​ເກີດ​ທີ​ສອງ​ຂອງ​ນັກ​ລົບ"​ ​ທີ່​ຂັບຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ.​ເພງ​ນີ້​ໄດ້​ບັນ​ລະ​ຍາຍນັກ​ລົບ​ຂອງ​ທະຫານປ້ອງ​ກັນ​ຊາ​ຍ​ແດນຢູ່​ປ້ອມ​ດ່ານ​ໜ້າເກາະທະ​ເລ,ພວກ​ເຂົາ​ເຈົ້າຖື​ເກາະ​ທະ​ເລ​ເປັນ​ບ້ານ​ເກີດ​ເມືອງ​ນອນ​​ແຫ່ງທີ​ສອງ​ຂອງ​ຕົນ.ພວກ​ເຂົາ​ເຈົ້າບໍ່​ຢ້ານ​ຄວາມຫຍຸ້ງ​ຍາກ​ລຳ​ບາກ, ປູກ​ຕົ້ນສົນ​ແລະຕັ້ງຄ້າຍຢູ່​ເທິງ​ເກາະ​ທະ​ເລ,​ເຮັດ​ໃຫ້​​ເກາະ​ນ້ອຍ​ທີ່​​ເຮື້ອ​ຮ້າງປ່ຽນ​ໂສມ​ໜ້າ​ໃໝ່.​ໃນ​ເພງ​ນີ້​ມີ​ເນື້ອຮ້ອງ​ວ່າ,​ເມກ​ໝອກ​ເລື່ອນລອຍ​ຢູ່​ເທິງ​ພູ,ນ້ຳທະ​ເລ​ອ້ອມ​ຫາດ​ຊາຍ,​ໃຜໆ​ກໍ​ວ່າ​ເກາະ​​ເຮົາ​ນ້ອຍ,ຕັ້ງຢູ່​ປ້ອມ​ດ່ານ​ໜ້າ ​ໄກຈາກ​ແຜ່ນດິນ​ໃຫຍ່.​ປະ​ເທດ​ຊາດ​ທີ່​​ແສນຮັກ,​ເຈົ້າຮູ້​ໃຈ​ຂອງ​ນັກ​ລົບບໍ່,​ແຫ່ງ​ນີ້​ແມ່ນ​ບ່ອນ​ທີ່​ພວກ​ເຮົາ​ຍິນ​ດີປ້ອງ​ກັນ​ທີ່​ສຸດ,​ແຫ່ງ​ນີ້​​ແມ່ນ​ບ້ານ​ເກີດ​ເມືອງ​ນອນທີ​ສອງ​ຂອງ​ພວກ​ເຮົາ.

ທ່ານຫຼີຊ່ວງ​ຈ່ຽງ​ເກີດຢູ່​ເມືອງ​ຮ່າ​ເອີ​ປິ່ນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ໃນ​ປີ 1939,​ເພິ່ນ​ມັກ​ດົນຕີ​ມາແຕ່​ນ້ອຍ.ປີ1959,ທ່ານຫຼີຊ່ວງ​ຈ່ຽງ​ໄດ້ເສັງ​ເຂົ້າຂະ​ແໜງ​ວິຊາຮ້ອງ​ເພງ​ຂອງ​ສະ​ຖາ​ບັນ​ດົນຕີ​ສູນ​ກາງ​ຈີນ,ພາຍຫຼັງຮຽນ​ຈົບ​ແລ້ວ,​ເພິ່ນ​​ຖືກ​​​​ຈັດ​​ໄປ​ເຮັດ​ວຽກ​ຢູ່ຄະນະ​ສິລະ​ປະກອນ​ເຂດ​ທະຫານ​ຊິນ​ຈຽງ,​ພາຍຫຼັງ​ໄດ້​ຖືກ​ສັບ​ຊ້ອນ​ໃຫ້​ໄປ​ເຮັດ​ວຽກຢູ່ຄະນະ​ສິລະ​ປະກອນ​ກອງການ​ເມືອງ​ໃຫຍ່​ຂອງກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ.​ປະ​ຈຸ​ບັນ​ນີ້,​ທ່ານ​ຫຼີ​ຊ່ວງ​ຈ່ຽງ​ແມ່ນ​ຫົວໜ້າ​ຂອງ​ຂະ​ແໜງ​ວິຊາຮ້ອງ​​​​ເພງ​ຂອງສະ​ຖາ​ບັນ​ສິລະ​ປະ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ.

ສຽງ​​ເພງ​ຂອງ​ທ່ານຫຼີຊ່ວງ​ຈ່ຽງ​ເຕັມ​ໄປ​ດ້ວຍ​ຄວາມກະຕືລືລົ້ນ,ມ່ວນ​ສະຫງ່າ.ຕໍ່​ໄປ​ເຊີນ​ຟັງ​ເພງ "ລາຕີ​ທົ່ງ​ຫຍ້າ​"ທີ່​ຂັບຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ,​ເພງ​ນີ້​ແມ່ນ​ເພງ​​ສະ ຫຼັບໃນ​ຮູບ​ເງົາ​​ເລື່ອງທົ່ງພຽງ​ສີຂຽວ.​​ເພ​ງນີ້​ໄດ້ນິຍົມ​ກັນ​ຮ້ອງ​ໃນ​ທົ່ວ​ປະ​ເທດ​ຈີນ​ເມື່ອ​ຊຸມປີ50,60ສະຕະວັດ​ແລ້ວ​ນີ້.​ເພງ​ນີ້​ທຳນອງ​ອ່ອນ​ໂຍນ,ມີ​ບັນຍາກາດ​ງຽບ​ສະຫງັດ​ກວ້າງຂວາງ​ກວງ​ໄກ,​ໄດ້​ສະ​ແດງ​ອາລົມ​ຈິດ​ໃຈຂອງ​ນັກ​ລົບ​ທີ່​​ບຸກ​ເບີກ​​ເຂດ​ຊາຍ​ແດນ​ຄິດ​​ເຖິງ​ນາງ​ສາວຜູ້​ຢູ່​​ແດນໄກ​.

​​ເນື້ອ​ເພງ​ມີ​ຄວາມ​ໝາຍ​ວ່າ,ທົ່ງ​ຫຍ້າ​ສວຍງາມ​ງຽບ​ສະຫງັດ​,ຍິນ​ແຕ່​ສຽງ​ຊໍ​ຂອງ​​ຂ້ອຍ,ຂ້ອຍ​ຢາກ​ຂຽນ​ຈົດໝາຍ​​ໃຫ້ນາງ​ສາວ​ຢູ່​​ແດນ​ໄກ,​ແຕ່ເສຍດາຍ​ບໍ່​ມີ​ຜູ້​ສົ່ງ​ຈົດ​ໝາຍ.

1  2