ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 18:16:59    
​​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຫຼີ​ຊ່ວງ​ຈ່ຽງ ນັກ​ຮ້ອງ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​(ສຽງ)

cri Author: zhangshuo

ເຖິງ​ວ່າທ່ານ​ຫຼີສ່ວງ​ຈ່ຽງ​ແມ່ນຮຽນວິທີ​ຂັບ​ຮ້ອງ​​ແບບ​ຝ່າຍ​ຕາ​ເວັນ​ຕົກ,​ແຕ່​ທ່ານກໍ ເອົາ​ໃຈ​ຮຽນ​ເອົາສິລະ​ປະ​ພື້ນ​ເມືອງ​ຂອງ​ຈີນ,ທ່ານ​ທົດ​ລອງ​ຢ່າງ​ກ້າຫານ​​ໃນການ​ເອົາ​ວິທີ​ຂັບ​ຮ້ອງ​ແບບ​ຊົນ​ເຜົ່າກັບ​ແບບ​ຝ່າຍ​ຕາ​ເວັນ​ຕົກ​​ປະສານ​ກັນ,​ແລ້ວ​ໄດ້​ກາຍ​ເປັນ​​ເອກະ​ລັກ​ສິລະ​ປະ​ອັນ​ພິ​ເສດ​ຂອງ​ຕົນ.​ຫຼາຍ​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ, ເຊັ່ນ"ຂ້ອຍ​ຮັກ​ພູ​ອູ​ຈື,ຂ້ອຍ​ຮັກ​ແມ່​ນ້ຳ​ວ້ານຊວນ"​​ ແລະ "​ລາ​ແລ້ວ,​​ແມ່​ເອີຍ" ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ທັງຫຼາຍ.ຕໍ່​ໄປ​​ເຊີນ​ທ່ານ​ຮັບຟັງ​ເພງ​"ຂ້ອຍ​ຮັກ​ພູ​ອູ​ຈື,ຂ້ອຍ​ຮັກ​ແມ່​ນ້ຳ​ວ້ານຊວນ"​ທີ່​ຂັບ​ຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ. ພູ​ອູ​ຈື​ແລະ​ແມ່​ນ້ຳ​ວ້ານຊວນລ້ວນ​ຕັ້ງ​ຢູ່​ແຂວ​ງ​ໄຫ​ນານ​​ ພາກ​ໃຕ້​ຂອງ​ຈີນ,​ເພງ​ນີ້​​ໄດ້​ສະ​ແດງ​ອາລົມ ຈິດ​ຂອງປະ​ຊາ​ຊົນຈີນ​ທີ່ຮັກຫອມ​​ພູຜາ​ແມ່ນ້ຳຂອງປະ​ເທດ​ຊາດ​ແລະ​​ເຄົາ​ລົບ​ນັກ​ປະຕິວັດ​ຫຸ້ນ​ອາວຸ​ໂສດ້ວຍ​ທຳນອງ​ທີ່​ມ່ວນ​ອອນ​ຊອນ.

ຕໍ່​ໄປ​ເຊີນ​ຟັງ​ເພງ​ "ລາ​ແລ້ວ,​ແມ່​ເອີຍ" ທີ່​ຂັບ​ຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ.

​ໃນ​ເວລາ​​ຮ້ອງ​ເພງ,ທ່ານຫຼີຊ່ວງ​ຈ່ຽງ​ເອົາ​ໃຈ​ໃສ່​ນຳທັງ​ນ້ຳສຽງ​ແລະ​ອາລົມ​ຈິດ​ໃຈ,​ເອົາ​ໃຈ​ໃສ່​ນຳ​ເນື້ອ​ໃນ​ແລະ​ຮູບ​ການ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ.ສະນັ້ນ,ການ​ຂັບ​ຮ້ອງ​ຂອງ​ທ່ານ​ມີ​ກຳລັງ​ຊາບ​ຊືມ​ຢ່າງ​ແຂງ​ແຮງ.​ມ້ວນ​ສຸດ​ທ້າຍ​​ລາຍການ​ມື້​ນີ້,ເຊີ​ນທ່ານ​ຮັບ​ຟັງ​ເພງດອກ​ຫິມະ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ.​ເພງ​ນີ້​ແມ່ນ​ເພງ​ທີ່​ບັນ​ລະ​ຍາຍ​ນັກ​ລົບ​ປ້ອງ​ກັນຊາ​ຍ​ແດນ,​​ເນື້ອ​ເພງ​ມີ​ຢູ່​ວ່າ,"ດອກ​ຫິມະ,ຂາວ​ກະຈະ​ບໍລິສຸດ​ພຸດ​ຜ່ອງ,ດຸດ​ດັ່ງດອກ​ໝາກໝັ້ນບ້ານ​ເກີດ,ງາມ​ດັ່ງດອກ​ໝາກຈອງ​​ເດືອນ​ສາມ. ພວກ​ເຮົາ​ລາດຕະ​ເວນທ່າມກາງ​ຫິມະ​ຕົກຍ່າວໆ,ພິທັກ​ຮັກສາພູຜາ​ແມ່ນ້ຳຂອງ​ປະ​ເທດ​ຊາດ​,ນັກ​ລົບ​ຊາຍ​ແດນ​ພາກເໜືອ​ຮັກ​ດອກ​ຫິມະ."

​ທ່ານ​ຜູ້​ຟັງ,ທີ່​ຟັງ​ມານັ້ນ​ແມ່ນ​ເພງທີ່​ຂັບ​ຮ້ອງ​ໂດຍ​ທ່ານຫຼີຊ່ວງ​ຈ່ຽງ ນັກ​ຮ້ອງທີ່​ມີ​ຊື່​ສຽງ​ຂອງ​ຈີນ.ລາຍການ​ພາກນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ພົບ​ກັນ​ໃໝ່​ໃນວັນ​ອາທິດ​ໜ້າ,ສະ​ບາຍດີ.


1  2