ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 19:14:18    
ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂອງ​ຈີນ​ຢູ່​ລາວ (2)​(ສຽງ)

cri Author: zhangshuo

    ພວກ​ເຮົາພະຍາຍາມ​ເຮັດ​ວຽກ​ຈຶ່ງຈະ​ໄດ້​ຮັບ​ຜົນ​ອຸດົມສົມບູນ​ໃນ​ທີ່​ສຸດ

ຊາວ​ໜຸ່ມ​ອາສາ​ສະໝັກ 11 ຄົນ​ທີ່​ມາ​ຈາກ​ຊຽງ​ໄຮ້​ຂອງ​ຈີນ​ໄດ້​ນຳ​ອຸດົມ​ການ​ແລະ​ຄຳ​ໝັ້ນ ສັນຍາ​​ຂອງ​ຕົນ​​ເລີ່​ມ​ເຮັດ​ວຽກງານອາສາ​ສະໝັກ​ຮັບ​ໃຊ້​ຢູ່​ລາວ​​ເມື່ອ​ປີ2004.ພາຍຫຼັງ180​ມື້,​ເມື່ອ​ທ່ານ​ຍ່າງ​​ເລາະຕາມ​ແຄມ​ແມ່ນ້ຳຂອງ​ທີ່​ສວຍ​ງາມ,​ກໍ​ຈະ​ໄດ້ເຫັນ​ຮອຍ​ຕີນ​ທີ່​ພວກ​ເຂົາ​ເຈົ້າ​​ຈົ່ງໄວ້ດ້ວຍຄວາມ​ພະຍາຍາມ​ເຮັດ​ວຽກ​ແລະ​ການ​ອຸທິດຢ່າງ​ບໍ່​ເຫັນ​ແກ່​ຕົວ.

ທ່ານຫຼີ​ເຊິ່ນ​ທີ່​ມາ​ຈາກ​ກຸ່ມ​ບໍ​ລິ​ສັດກໍ່ສ້າງ​ຊຽງ​ໄຮ້​ແລະ​ທ່ານຫຼີ​ເຊິ​ນຊີ​ຂອງ​ກົມ​ຄຸ້ມ​ຄອງ​ໂຄງ​ການ​ເທ​ສະ​ບານ​ນະ​ຄອນ​ຊຽງ​ໄຮ້​​ໄດ້​ຫາບ​ແບກ​ໜ້າ​ທີ່​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ຄອມ​ປິວ ​ເຕີ​ຢູ່​ລາວ.​ທ່ານຫຼີ​ເຊິ່ນ​ສອນ​ຢູ່​​ຄະນະ​ຊາວ​ໜຸ່ມ​ສູນ​ກາງລາວ,​ຍາມ​ໃດ​ພະ​ນັກງານ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ສູນ​ກາງ​ລາວ​ພົບ​ພໍ້​ບັນຫາ​ຫຍັງ​ກ່ຽວ​ກັບ​ຄອມ​ປິວ​ເຕີ,​ເພິ່ນ​ກໍ​​ໃຊ້​ເວລາ​ຫວ່າງ​ຂອງ​ຕົນພະຍາຍາມຊ່ອຍ​ແກ້​ໄຂ​​ໃຫ້;ທ່ານຫຼີ​ເຊິ​ນຊີ່​​ເຮັດ​ວຽກ​ຢູ່​ຄະນະ​ຊາວ​ໜຸ່ມ​ແຂວງ​ວຽງ​ຈັນທີ່​ສະພາບເງື່ອນ​ໄຂຍິ່ງ​ລຳບາກ​ກວ່າ,​ເພິ່ນ​ບໍ່​ພຽງ​ແຕ່​ສອນຄວາມ​ຮູ້​ດ້ານຄອມ​ປິວ​ເຕີ​ທີ່​ຕົນ​ສຳ​ນານ​ເ​ທົ່ານັ້ນ,ຍັງ​​ເປັນ​ເຈົ້າການຮ້ອງ​ຂໍ​ຕໍ່​ໂຮງຮຽນ​ຄະນະ​ຊາວ​ໜຸ່ມ​ໃຫ້​ຕັ້ງຫ້ອງ​ຮຽນ​ພາສາ​ອັງກິດຊັ້ນຕົ້ນ,​ແລະຕິດຕັ້ງ ສ້ອມ​ແປງ​ແລະ​ບົວລະບັດ​ຄອມ​ປິວ​ເຕີ ​ຈັກພິມ​ເຄື່ອງ​ທອດ​ເງົາແລະ​ເຄື່ອງ​ໂທລະ​ສານເກືອບ​ຮ້ອຍ​ເຄື່ອງ​ໃຫ້​ອົງການ​ຕ່າງໆ​ຂອງ​ແຂວງ​ວຽງ​ຈັນ​ໂດ​ຍບໍ່​ເກັບ​ຄ່າ.

ວິຊາ​ສະ​ເພາະ​ຂອງທ່ານ​ວາງ​ຈ້ຽນ​ຊິ່ງ ອາຈານຂອງ​ສະ​ຖາ​ບັນ​ກິລາ​ຊຽງ​ໄຮ້​ແມ່ນ​ສອນ​ກັ່ງ​ຟູ່,​​ເພິ່ນ​ໄດ້​ເຮັດ​ວຽກ​ຢ່າງ​ຫຼວງຫຼາຍເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ກິລາ​ລະ ຫວ່າງ​ຈີນ​ກັບ​ລາວ​ແລະ​​ແນະ​ນຳກັ່ງ​ຟູ້ ​ເຊິ່ງ​ເປັນ​ລາຍການ​ກິລາ​ທີ່​ມີ​ມູນ​ເຊື້ອ​ຂອງ​ຊາດ​ຈີນຕໍ່ປະຊາຊົນ​ລາວ.

"ກ່ອນ​ມາລາ​ວ,ຂ້ອຍ​ເຄີຍ​ຖາມ​ຜູ້​ອື່ນ​ກ່ຽວ​ກັບ​ວຽກ​ທີ່​ຂ້ອຍ​ຈະ​ເຮັດ​ຢູ່​ລາວ,ຊາບ​ວ່າ​ວຽກ​ເຜີຍ​ແຜ່ກັ່ງ​ຟູ່ຢູ່​ລາວ​ຍັງ​ບໍ່​ເຄີຍ​ມີ​ຄົນເຮັດ​ເທື່ອ,ຂ້ອຍ​ແມ່ນ​ຜູ້​ທຳ​ອິດ,ສະ​ນັ້ນ,ຂ້ອຍ​ໄດ້​ເຮັດ​ວຽກ​ກະກຽມ​ຢ່າງ​ພຽງພໍ​ສົມຄວນ​ໄວ້ລ່ວງ​ໜ້າ.​ເມື່ອ​ມາຮອດລາ​ວ​ແລ້ວ,ຜ່ານຈາກ​ການປະສານ​ງານ​ກັບຝ່າຍ​ລາວ,​ໃນ​ທີ່​ສຸດຂ້ອຍ​ຖືກ​ຈັດ​ໃຫ້​ໄປ​​ເຮັດ​ວຽກ​ຢູ່​ຄະນະ​ກຳມະການກິລາ​ແຫ່ງ​ຊາດ​ລາວ,ຊ່ອຍ​ພວກ​ເພິ່ນສ້າງຕັ້ງ​ແລະ​ຝຶກ​ແອ​ບ​ທິມກັ່ງ​ຟູ່.ຂ້ອຍຄິດ​ວ່າ,ຂ້ອຍ​ມາລາວ​ແລ້ວ​ກໍ​ຕ້ອງເຮັດ​ເລື່ອງ​ທີ່​ຂ້ອຍ​ຄວນ​ເຮັດຈົນ​ສຸດ​ຄວາມ​ສາມາດ."

​ເມື່ອ​ໄດ້​ຊາບວ່າລາວ​ຢາກພັດທະນາ​ລາຍການ​ກັ່ງ​ຟູ່,​ແລະ​ຍາດ​ແຍ່ງ​​ໃຫ້​ໄດ້ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008​ແລ້ວ,​ເພື່ອ​​ເຮັດ​ໃຫ້​ວຽກ​ງານຂອງ​ຕົນຍິ່ງ​ມີ​ຜົນ​ສັກສິດ,ທ່ານ​ວາງ​ຈ້ຽນຊິ່ງຍັງ​ໄດ້​ເປັນ​ນັກ​ຂ່າວ​ສະໝັກ​ຫຼິ້ນ.​ເພິ່ນ​ໄດ້​ຕັ້ງ​ຫຼາຍບັນຫາກ່ຽວ​ກັບສະພາບ​ປະຈຸ​ບັນ​ຂອງ​ກິລາ​ລາວ​ແລະ​ການ​ຮ່ວມ​ມື​ຍາວ​ນານລະຫວ່າງ​ຈີນລາວ​ເປັນຕົ້ນ,​ໄປ​ສຳພາດ​ຫົວ ໜ້າ​​ຄະນະ​ກຳມະການກິລາ​ແລະ​ຫົວໜ້າ​ພະ​ແນ​ກ​ການ​ແຂ່ງຂັນ​ແລະຝຶກ​ແອບຂອງ​ລາວ,​ແລ້ວ​ໄດ້​ສະ​ເໜີ​ແຜນການ​ຮ່ວມ​ມື​ລະຫວ່າງ​ຈີນລາວ​ທີ່​ເປັນ​ໄປ​ໄດ້.​ເພິ່ນ​ຍັງ​ໄດ້​ຂຽນ​ບົດ​ຄວາມ​ປະມວນ​ໜຶ່ງ​ກ່ຽວ​ກັບ​ເນື້ອ​ໃນ ຈຸດ​ພິ​ເສດ ການ​ນຳ​ໃຊ້​ແລະ​ລະບົບ​ການ​ສຶກສາຝຶກ​ແອບ​ກັ່ງ​ຟູ່ໃຫ້​ໜັງສືພິມ​​ແລະວາລະ​ສານ​ຂອງ​ລາວ.

ທ່ານ​ວາງ​ຈ້ຽນຊິ່ງຍັງ​ໄດ້​ເຜີຍ​ໃຫ້​ນັກ​ຂ່າວ​ຮູ້​ວ່າ,​ເພິ່ນຢ້ານ​ວ່າ​​ເມື່ອ​ເພິ່ນ​ກັບ​ຄືນ​ຈີນ​ແລ້ວ,ຜູ້​ອາ ສາ​ສະໝັກ​ງວດ​ໜ້າ​ບໍ່​ໄດ້​ມາລາ​ວ​ໃນ​ທັນທີ​ເຊິ່ງຈະ​ກະທົບກະ​​ເທືອ​ນ​ເຖິງ​ການ​ຝຶກ​​ແອບ,ສະ​ນັ້ນເພິ່ນ​ຍິນ​ດີ​ສອນ​ຢູ່​ລາວ​ຕໍ່​ໄປ.

ຍ້ອນ​ລັກສະນະພິ​ເສດ​ຂອງ​ວຽກງານ​,ທ່ານ​​ເຊິ​ນຈ້ຽນ ນັກວິຊາການ​ທີ່​ມາ​ຈາກ​ສູນ​ເຜີຍ​ແຜ່​ເຕັກນິກກະສິກຳ​ຂອງ​ຄຸ້ມ​ນານ​ຮຸ້ຍນະຄອນ​ຊຽງ​ໄຮ້​ຖືກ​ຈັດ​ໃຫ້​ໄປ​ເຮັດ​ວຽກ​ຢູ່​ກອງ​ປູກ​ຝັງກະ ສິກຳ​ຂອງ​ພະ​ແນ​ກກະສິກຳ​ນະຄອນຫຼວງ​ວຽງ​ຈັນ​ທີ່​ຫ່າງ​ຈາກ​ບ່ອນຢູ່​ຂອງ​ຜູ້​ອາສາ​ສະໝັກ​ສິບ​ກວ່າ​ກິ​ໂລ​ແມັດ,ດຳ​ເນີນ​ການຄົ້ນຄວ້າ​ວິທະຍາ​ສາດ​ເພື່ອປົວ​​ແປງ​ສະພາບທີ່​ດິນ​ຂອງ​ລາວ​ແລະ​ບົ່ມ​ເພາະ​ແນວ​ພັນ​ຄຸນ​ນະພາ​ບດີ.​ເພື່ອ​ເຮັດ​ໃຫ້​​ແນວ​ພັນ​ຜັກຄຸນ​ນະພາ​ບດີທີ່​ທົນ​ຕໍ່ອູນຫະພູມ​ສູງ​ໄດ້ທີ່​ເພິ່ນ​ເອົາ​ມາ​ຈາກ​ຊຽງ​ໄຮ້​ສາມາດ​​​ແຕກ​ດອກ​ອອກ​ຜົນຢູ່​ລາວ,ທ່ານ  ​ເຊິ​ນຈ້ຽນບໍ່​ພຽງ​ແຕ່​ເຜີຍ​ແຜ່​ຄວາມ​ຮູ້​ວິທະຍາສາດ​ເຕັກນິກ​ກະສິກຳ​ໃຫ້​ແກ່​ນັກວິຊາການ​ກະສິກຳ​ຂອງ​ລາວ​ເທົ່າ​ນັ້ນ,ຍັງ​​ໄດ້​ສອນວິທີ​ປູກ​ທີ່​ຖືກຕ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ອີກ​ດ້ວຍ.ຖ້າ ທ່ານ​ຢາກ​ພົບ​ທ່ານ​ເຊິ​ນຈ້ຽນຢູ່​ບ່ອນຢູ່​ຂອງ​ຜູ້​ອາສາ​ສະໝັກ​ແມ່ນ​​ຍາກ,​ເພາະ​ວ່າ,​ເວລາ​​ໃນ ມື້ໜຶ່ງຂອງ​ທ່ານ​ເຊິ​ນຈ້ຽນ​ໄດ້ຈັດ​ວາງ​ຄື​ດັ່ງ​ນີ້:ສອນ​ທິດ​ສະ​ດີ​ສາມ​ຊົ່ວ​ໂມງ ​​ເຮັດ​ວຽ​ກຢູ່​ນາ​ສວນ​ສາມ​ຊົ່ວ​ໂມງ ຂຽນ​ບົດ​ບັນທຶກ​ສະພາບ​ການ​ປູກຝັງ​ໜຶ່ງ​ຊົ່ວ​ໂມງ​ແລະ​​ໄປກັບ​ສາມ​ຊົ່ວ​ໂມງ​.​ເພື່ອ​ເຮັດ​ໃຫ້​ນາ​​ແບບຢ່າງທີ່​ເພິ່ນ​ຮັບຜິດຊອບ​ນັ້ນຮັບ​ການ​ເກັບກ່ຽວ​ທີ່​ດີ,ທ່ານ​ເຊິ​ນ ຈ້ຽນ​ໄດ້​ທຸ່ມ​ເຫື່ອ​ເທ​ແຮງຢ່າງ​ຫຼວງ​ຫຼາຍ,​ຫົດນ້ຳ ​ໃສ່​ຝຸ່ນ​ ສັງ​ເກດ​ເບິ່ງແລະບັນ​ທຶກ​ທຸກ​ມື້,ຄື​ເບິ່ງ​ແຍງລູກ​ຂອງ​ຕົນ.​ໃນ​ຫົກ​ເດືອນ​ຢູ່​ລາວ,​ແຕ່​ລະ​ມື້​ທ່ານ​ເຊິ​ນຈ້ຽນກໍ​ເປ້​ຖົງ​ນ້ຳ​ແລະ​​ຢາ​ປາບ​ສັດຕູ​ພືດຍ່າງ​ຢູ່​​ໃນນາສວນ,​ເຮັດ​ໄຮ່​​ໄຖ່ນາ​ກັບຄວາຍ​ແກ່​,ຜິວ​ຂອງ​​ເພິ່ນດຳ​ກ່ຳ​ຍ້ອນ​ຕາກ​ແດດ​,​​ຄື​ຊາວ​ກະສິກອນ​​ລາວອ້ອຍ​ດ້ອຍ.​ເບິ່ງ​ແຍງ​ນາ​ແບບຢ່າງຂອງ​ຕົນ​ແລ້ວໆ,​ເພິ່ນ​ກໍ​ໄປຊອກ​ຮູ້​ສະພາບ​ຕົວ​ຈິງ​ແຫ່ງ​ການ​ຜະລິດ​ກະສິກຳ​ຂອງ​ລາວ​ຢູ່​ຕາມ​ທົ່ງ​ໄຮ່​ທົ່ງ​ນາຊົນນະ ບົດ​ຂອງ​ລາວ​ໂດຍ​ບໍ່​ເອົາ​ຫົວຊາ​ນຳ​ຄວາມ​ຫຍຸ້ງຍາກ​ຕ່າງໆ ​ເຊັ່ນ ອາກາດ​ອົບ​​ເອົ້າ,​​ເວົ້າພາ ສາ​ລາວ​ບໍ່​ເປັນ​ແລະ​ໄປ​ມາ​ບໍ່​ສະດວກ​ເປັນຕົ້ນ,​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ໃຫ້​ຊາວ​ກະສິກອນ​ຂອງ​ລາວ​ຢູ່​ນາ​ສວນ. ດົນຕາມ​ດົນ,ຊາວ​ກະສິກອນ​ຂອງ​ຫຼາຍບ້ານ​ທີ່ຢູ່​​ໃກ້ໆ​ກໍ​ຮູ້​ວ່າ,ຢູ່​ບ້ານ​ໜອງ​ແວງ​ມີ​ຊາວ​ໜຸ່ມ​ອາສາ​ສະໝັກ​ດ້ານກະສິກຳຂອງຈີນ​ຜູ້​ໜຶ່ງ.ພາຍຫຼັງມາ,ຍາມ​ໃດ​ທ່ານ​ເຊິ​ນຈ້ຽນມາ​ໜອງ​​ແວງ,ພວກ​ເຂົາ​ເຈົ້າກໍ​ມາ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ,ພະ​ນົມ​ມື,ເວົ້າຕໍ່​ທ່ານ​ເຊິ​ນຈ້ຽນວ່າ: "ສະບາຍດີ."

ກ່ອນ​ກັບ​​​ເມືອ​ຈີນ,ທ່ານ​ເຊິ​ນຈ້ຽນຍັງ​​ໄດ້ວິ່ງ​ເຕັ້ນ​ເລື່ອງເຮັດ​ໃຫ້​ແນວພັນ​ໝາກ​ແຕງ​ຫວານ​ຂອງ​ຊຽງ​ໄຮ້​ສາມາດ​​ແຕກ​ໜໍ່ຈໍ່​ແໜງ​ຢູ່​ລາວ​.​ເມື່ອ​ກັບ​ເມືອ​ຈີນ​ແລ້ວ,​ເພິ່ນ​ຍັງ​ຈະ​ສືບຕໍ່​ສຳ​ເລັດ​ບົດ​ລາຍ​ງານຄວາມ​ອາດ​ເປັນ​ໄປ​ໄດ້​​ແຫ່ງການ​ພັດທະນາ​ກະສິກຳ​ຢູ່​ວຽງ​ຈັນຂອງ​​ລາວ.

1  2