|
|
(GMT+08:00)
2005-09-12 19:14:18
|
|
ຊາວໜຸ່ມອາສາສະໝັກຂອງຈີນຢູ່ລາວ (2)(ສຽງ)
cri
Author: zhangshuo
ທ່ານຈ່າງຢູກັບນັກຮຽນລາງຂອງທ່ານ ເມື່ອທຽບໃສ່ທ້າວວາງຈ້ຽນຊີ່ງແລະທ້າວເສິນຈ້ຽນແລ້ວ,ຜູ້ອາສາສະໝັກທີ່ມາສອນໜັງສືອາດຈະເບິ່ງເຫັນຜົນງານຂອງການເຮັດວຽກຢ່າງດຸໝັ່ນຂອງຕົນງ່າຍກວ່າ.
ໃນ 6 ເດືອນແຕ່ມາລາວ,ທ້າວເສິນເລີ້ ຄູສອນພາສາຈີນຂອງໂຮງຮຽນປະຖົມທົດລອງຢື້ຊີ່ນນະຄອນຊຽງໄຮ້ສຳຄັນແມ່ນໄດ້ສອນພາສາຈີນຢູ່ໂຮງຮຽນຄະນະຊາວໜຸ່ມສູນກາງລາວ,6 ເດືອນຜ່ານໄປ,ລະດັບພາສາຈີນຂອງພວກນັກຮຽນກ້າວໜ້າໄວທີ່ສຸດ.ທ້າວເສິນເລີ້ບອກນັກຂ່າວວ່າ:"ຂ້າພະເຈົ້າຢາກເວົ້າສູ່ຟັງທີ່ສຸດແມ່ນພວກເຂົາເຈົ້າໃຊ້ພາສາຈີນມາແຕ່ງເລື່ອງ,ໃນຫຼາຍໂມງຮຽນສຸດທ້າຍ,ຂ້າພະເຈົ້າໄດ້ຈັດໃຫ້ພວກເຂົາເຈົ້າແຕ່ງເລື່ອງທີ່ມີຫົວຂໍ້ງ່າຍໆດ້ວຍພາສາຈີນ,ຕົວຢ່າງຄື:ພໍ່ຂອງຂ້ອຍ,ແມ່ຂອງຂ້ອຍ,ຂ້ອຍຫຼິ້ນບຸນຫົດນ້ຳແລະອື່ນໆ. ນັກຮຽນທີ່ບໍ່ຮູ້ພາສາຈີນຈັກເມັດເມື່ອ 6 ເດືອນກ່ອນ,ດຽວນີ້,ສາມາດຂຽນບົດສັ້ນດ້ວຍພາສາຈີນໄດ້ທຸກຄົນແລ້ວ,ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ."
ເມື່ອເຫັນວ່າຢູ່ລາວບໍ່ມີປື້ມສອນພາສາຈີນທີ່ເປັນລະບົບ,ທ້າວເສິນເລີ້ກໍໃຊ້ເວລາພັກຜ່ອນ ຮຽບຮຽງແລະແຕ່ງແບບຮຽນພາສາຈີນທີ່ມີຫຼາຍໝື່ນຄຳ,ແລະແນໃສ່ຈຸດຍາກສຳລັບນັກ ຮຽນລາວໃນການຮຽນພາສາຈີນແລະວິທີແກ້ໄຂ,ຮຽບຮຽງແລະຂຽນບົດຄວາມ,ອັນໄດ້ສະສົມບົດຮຽນການສິດສອນໜັງສືຈີນອັນລ້ຳຄ່າ.
ທ່ານສີຄູນ ບຸນວິໄລ ຮອງຫົວໜ້າສະມາຄົມມິດຕະພາບລາວຈີນກໍແມ່ນນັກຮຽນຜູ້ໜຶ່ງທີ່ຍັງຢູ່ໃນໜ້າທີ່ວຽກງານ,ທ່ານເວົ້າຕໍ່ນັກຂ່າວວ່າ:"ຈີນມີວັດທະນະທຳອັນເກົ່າແກ່ບູຮານ ມີຜືນແຜ່ນດິນກວ້າງຂວາງແລະປະຊາກອນຫຼວງຫຼາຍ,ເສດຖະກິດກໍຢູ່ໃນຖານະນຳໜ້າໃນທົ່ວອາຊີ,ປະຈຸບັນ,ເວົ້າສຳລັບຄົນຫຼາຍໆປະເທດແລ້ວ,ການຮຽນພາສາຈີນແມ່ນເລື່ອງສຳຄັນທີ່ສຸດ,ຊາວລາວກໍຄືກັນ.ຂ້າພະເຈົ້າເຮັດວຽກ ກ່ຽວກັບມິດຕະພາບລາວຈີນ,ກໍຍິ່ງຄວນຮຽນພາສາຈີນ,ເພື່ອນຮ່ວມງານຂອງຂ້າພະເຈົ້າສ່ວນຫຼາຍເວົ້າພາສາຈີນເປັນໜ້ອຍໜຶ່ງ."
ທ່ານສີຄູນແມ່ນນັກຮຽນຂອງທ່ານຊ່ຽວຊີ່ງ ຫົວໜ້າຄະນະອາສາສະໝັກ,ທ່ານຕີລາຄາສູງຫຼາຍຕໍ່ຄູຂອງທ່ານ,ທ່ານເວົ້າວ່າ:"ຂ້າພະເຈົ້າຮູ້ສຶກວ່າ,ອາຈານສອນດີທີ່ສຸດ,ເຮັດໃຫ້ພວກເຮົາເວົ້າພາສາຈີນເປັນນັບມື້ນັບຫຼາຍ,ຮຽນພຽງ 5 ເດືອນເທົ່ານັ້ນ,ພວກເຮົາກໍໄດ້ຮູ້ພາສາຈີນຫຼາຍສົມຄວນ."
ເມື່ອເວົ້າແລ້ວທ່ານສີຄູນກໍເລີ່ມອ່ານກອນສະໄໝລາຊະວົງຖາງບົດໜຶ່ງທີ່ຊາວຈີນຮູ້ໂດຍທົ່ວໄປນັ້ນສູ່ນັກຂ່າວຟັງດ້ວຍຄວາມໝັ້ນໃຈຕໍ່ຕົນເອງ.ກອນບົດນີ້ມີຄວາມໝາຍວ່າ: "ຫ່ານ ຫ່ານ ຫ່ານ,ຍໍຄໍຮ້ອງສູ່ທ້ອງຟ້າ,ຂົນຂາວໆຟູຢູ່ເທິງໜ້ານ້ຳສີຂຽວ,ຕີນສີແດງປັດຟອງນ້ຳສີຟ້າ."
ນາງຝ່າງໝີນທີ່ສອນພາສາອັງກິດຢູ່ໂຮງຮຽນຄະນະຊາວໜຸ່ມສູນກາງລາວ,ຮຽນຈົບຈາກ ຂະແໜງວິຊາພາສາອັງກິດຂອງມະຫາວິທະຍາໄລພາສາຕ່າງປະເທດຊຽງໄຮ້,ການສອນພາສາອັງກິດ,ເວົ້າສຳລັບນາງແລ້ວແມ່ນວຽກທີ່ນາງຊຳນານ.ນາງຝ່າງໝີນເຫັນວ່າ,ການ ໃຫ້ປະຊາຊົນຈີນລາວເຂົ້າໃຈວັດທະນະທຳຂອງກັນຫຼາຍກວ່າເກົ່າ,ແມ່ນໜ້າທີ່ທີ່ປັດປ່າຍບໍ່ໄດ້ຂອງຜູ້ອາສາສະໝັກ.ໃນເວລາຫວ່າງ,ນາງມັກລົມກັບນັກຮຽນແລະເພື່ອນລາວຂອງນາງກ່ຽວກັບກຳແພງເມືອງຈີນທີ່ຍິ່ງໃຫຍ່ສະຫງ່າ ເປັດຢ້າງປັກກິ່ງແລະຂະໜົມສາລາເປົາເຂັ້ງນ້ອຍທີ່ແຊບໆ ແລະຊາວຈີນທີ່ມັກແຂກມັກຄົນແລະອື່ນໆຢ່າງມີຊີວິດຊີວາ;ນາງແມ່ນນັກຂ່າວ,ສະນັ້ນ,ນາງຈຶ່ງໃຊ້ຄວາມຊຳນານຂອງຕົນ,ຂຽນບົດແຈ້ງຂ່າວສົ່ງຄືນມາຈີນ,ໃຫ້ຜູ້ອ່ານພາຍໃນປະເທດກໍເອົາໃຈໃສ່ແລະເຂົ້າໃຈເມືອງລາວນຳກັນກັບພວກເຂົາເຈົ້າ.ນາງໄດ້ ຮ່ວມມືກັບທ້າວຫຼີເຊິນຊີທີ່ມັກຖ່າຍຮູບໃນຄະນະອາສາສະໝັກ,ຜູ້ໜຶ່ງແຕ່ງບົດຮ້ອຍແກ້ວເລື່ອງຍາວໆ ຜູ້ໜຶ່ງຖ່າຍຮູບປະກອບໃສ່ທີ່ພາດຫົວເລື່ອງວ່າ《ຟັງສຽງດອກໄມ້ບານທີ່ວຽງຈັນ》,ຊຶ່ງຈະລົງພິມໃນວາລະສານ《ນັກທ່ອງທ່ຽວ》ໃນໄວໆນີ້.
ທ່ານຜູ້ຟັງ,ເສຍດາຍຫຼາຍທີ່ໃນລາຍການຂອງພວກເຮົາຍັງຂາດສຽງຂອງຜູ້ອາສາສະໝັກອີກຜູ້ໜຶ່ງ,ນັ້ນກໍແມ່ນທ່ານເຊິ້ງເຟິ່ງ ດອກເຕີທີ່ມາຮັບໃຊ້ຢູ່ລາວດ້ວຍວິຊາປິ່ນປົວແບບແພດ ສາດຈີນ.ໃນໂຮງໝໍມະໂຫສົດ,ທ່ານໝໍເຊິ້ງເຟິ່ງກັບທ່ານໝໍຫູຕົງເກິ່ນ ຜູ້ອາສາສະໝັກອີກຜູ້ ໜຶ່ງ,ເຮັດວຽກໃຕ້ເງື່ອນໄຂທີ່ມີຈຳກັດ,ມື້ໃດພວກເພິ່ນກໍຕ້ອງເຮັດກາຍໂມງເລື້ອຍໆຍ້ອນມີຄົນເຈັບຫຼາຍໃນເວລາບໍ່ຮອດ 6 ເດືອນ,ພວກເພິ່ນໄດ້ປົວໃຫ້ຄົນເຈັບເກືອບ1000ຄົນ,ໄດ້ຊ່ວຍໃຫ້ພວກເຂົາເຈົ້າພົ້ນອອກຈາກຄວາມເຈັບປວດທໍລະມານຍ້ອນພະຍາດ,ໄດ້ສະແດງໃຫ້ເຫັນເຕັກນິກປິ່ນປົວທີ່ດີເລີດແລະຄຸນສົມບັດອັນສູງສົ່ງ.ຍ້ອນເຮັດວຽກເມື່ອຍຫຼາຍ,ທ່ານ ໝໍເຊິ້ງເຟິ່ງໄດ້ເປັນພະຍາດ,ຈຳເປັນຕ້ອງກັບຄືນປະເທດກ່ອນສິ້ນສຸດວຽກງານອາສາສະໝັກ.ເມື່ອເປີດເບິ່ງບົດບັນທຶກວຽກງານປະຈຳວັນຂອງທ່ານ,ພວກເຮົາກໍຄືໄດ້ເຫັນເພິ່ນຍັງຂຸ້ນເຮັດວຽກຢູ່:
"ເມື່ອໄດ້ເຫັນຄົນເຈັບທີ່ພວມເຈັບປວດທໍລະມານ,ໄດ້ເຮັດໃຫ້ຂ້ອຍຄຶດອິດຕົນຫຼາຍ,ຂ້ອຍຈຶ່ງໄດ້ສະເໜີປົວໃຫ້ເຂົາເຈົ້າຟີ.ຂ້ອຍຍັງໄດ້ຈັດຄຼີ້ນິກນ້ອຍຢູ່ຫໍພັກຂອງຂ້ອຍ,ປູສາດໃສ່ເທິງຕຽງ,ເມື່ອເລີກການແລ້ວ,ກໍຕ້ອນຮັບຄົນເຈັບທີ່ມາກວດພະຍາດ."
ໃນເວລາທີ່ລາຍການພວກເຮົາອອກອາກາດນັ້ນ,ຜູ້ອາສາສະໝັກໄດ້ກັບຄືນຊຽງໄຮ້ແລ້ວ,ແຕ່ຢູ່ບົນດິນແດນທີ່ພວກເຂົາເຈົ້າເຄີຍເຮັດວຽກນັ້ນ,ໝາກຜົນອັນສຸກງອມກຳລັງສົ່ງກິ່ນຫອມຫວນຊາບຊຶ້ງເຂົ້າໃນໃຈຂອງຄົນທັງຫຼາຍ. 1 2
|
|
|