ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-13 19:51:08    
ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂອງ​ຈີນ​ຢູ່​ລາວ (3)(ສຽງ)

cri Author: zhangshuo

      
                     ລາວ​​ໃນດວງ​ໃຈ​ຂອງ​ຂ້ອຍ

ທີ່​ນີ້ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ດີ​​ໃຈ​ຫຼາຍທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ​ເພື່ອນ​ມິດ​ຜູ້​ຟັງ.​ໃນ​ລາຍການ​ມື້​ນີ້,ຂໍ​ເຊີນ​ທ່ານ​ສືບ​ຕໍ່ຮັບ​ຟັງ​ລາຍການ​ສຳພາດ​ຄະນະ​ຊາວ​ໜຸ່ມ​ອາສາ​ສະໝັກ​ຊຽງ​ໄຮ້​ຂອງ​ຈີນ​ທີ່​ໄປ​ຮັບ​ໃຊ້​ຢູ່​ລາວ​ງວດ​ທີ​ສີ່,ມື້​ນີ້​ທ່ານ​ຈະ​​ໄດ້ຮັບ​ຟັງ​ພາກ​ທີ​ສາມຂອງ​ລາຍການ​ສຳພາດ​ດັ່ງກ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ:ລາວ​​ໃນດວງ​ໃຈ​ຂອງ​ຂ້ອຍ.ລາວ-ປະ​ເທດທີ່​ເຊື່ອ​ຖື​ສາສະໜາ​ພຸດແລະ​​ມີ​ຊາຍ​ແດນ​ຕິດ​ກັບ​ຈີນ ເຊິ່ງມີ​​ແຕ່​​ເຄີຍຮູ້​ຈາກ​ປື້ມ​ຮຽນ​ພູມ​ສາດ​ຢູ່​ໂຮງຮຽນ​ມັດ​ທະຍົມ​ຊັ້ນຕົ້ນນັ້ນ​ໄດ້​ຄ່ອຍໆເຜີຍ​ໂສມໜ້າອັນ​ເລິກ​ລັບ​ຢູ່​ຕໍ່​ໜ້າ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຈີນ​11​ຄົນ​,​ແລະຍ່ອມ​ຈະຈາລຶກ​ພາບ​ພົດ​ທີ່​ລືມ​ຍາກ​ໄວ້​ໃນ​ດວງ​ໃຈ​ຂອງ​ຊາວ​ໜຸ່ມ​ເຫຼົ່ານີ້​ແລະ​ສົ່ງ​ຜົນກະທົບ​ເຖິງ​ອານາຄົດ​ຂອງ​ພວກ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ສວຍ​ງາມ ຄວາ​ມສະຫງົບ​ສຸກ​ແລະ​ປະຊາຊົນ​ທີ່​ກະຕືລືລົ້ນ​ແລະມີ​ໄມຕີ​ຈິດອັນ​ອົບ​ອຸ່ນ.


ຊາວໜຸ່ມອາສາສະໝັກຈີນສະເຫຼີມສະຫຼອງບຸນປີໃໝ່ຢູ່ລາວ

ນາງ​ຊຸ່ນ​ລີ້ ຜູ້​ທີ່ມາ​ຈາກມະຫາວິ​ທະຍາ​ໄລ​ສ້າງ​ຄູ​ຊຽງ​ໄຮ້​ແລະ​ເປັນ​ຄູ​ສອນ​ພາສາ​ອັງກິດ​ຢູ່​ໂຮງຮຽນ​ຄະນະ​ຊາວ​ໜຸ່ມ​​ສູນ​ກາງ​ລາວ​ບອກ​ນັກ​ຂ່າວ​ວ່າ: "​ແຕ່​ກ່ອນ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ປະ​ເທດ​ລາວ,ມີ​ແຕ່​​ເຄີຍ​ເຫັນ​ໃນ​ແຜນ​ທີ່,​ເມື່ອ​ມາລາ​ວ​ແລ້ວ,ຮູ້ສຶກ​ວ່າ​ຮີດຄອງ​ປ​ະ​ເພນີ​​ຢູ່ແຫ່ງ​ນີ້​ດີ​ຫຼາຍ,​ຄົນ​ແຫ່ງ​ນີ້​ກໍ​ເໝືອນ​ດັ່ງອາກາດ​ຢູ່ແຫ່ງ​ນີ້​,ກະ​ຕື​ລື​ລົ້ນ​ຫຼາຍ​ແລະ​ເຂົ້າກັນ​ງ່າຍ ບໍ່​ມັກ​ໃຈ​ຮ້າຍ.​ປະ​ຊາ​ຊົນ​ລາວ​ມີ​ໄມ​ຕີ​ຈິດ​ແລະ​ມີ​ມາ​ລະ​ຍາດ​ທີ່​ສຸດ,ທັງ​ໝົດ​ເຫຼົ່ານີ້​ໜ້າ​ເຮັດ​ໃຫ້​ພວກ​ເຮົາ​ຮຽນ​ນຳ."

​ເມື່ອ​ເວົ້າ​ເຖິງ​ພາ​ບພົດ​ທີ່​ເລິກ​ເຊິ່ງກວ່າ​ໝູ່​ຕໍ່​ລາວ,ທ່ານ​ເຊິ​ນ​ເລີ້​ເວົ້າວ່າ:"ວັນ​ທີ7ທັນວາ​ປີ 2004,ຂ້ອຍ​ໄດ້ຂຶ້ນຫ້ອງ​ເທື່ອ​ທຳ​ອິດ​ຢູ່​ລາວ,​ແຕ່​ມື້ນັ້ນ​ເປັນຕົ້ນ​ມາ,ນັກຮຽນ​ລາວ​ໝົດທຸກ​ຄົນ ກໍ​ໄດ້​ສ້າງ​ພາບ​ພົດ​ອັນ​ເລິກ​ເຊິ່ງ​ໄວ້​ໃຫ້​ຂ້ອຍ,ນັ້ນກໍ​ຄື​ຄວາມ​ດຸ​ໝັ່ນ​ແລະ​ຂະ​ຫຍັນ.​ພາຍ​ຫຼັງ​ຊົ່ວ​ໂມງ​ສອນ​ຊົ່ວ​ໂມງ​ທຳ​ອິດ​ແລ້ວ,ຂ້ອຍ​ໄດ້​ກວດ​ເບິ່ງ​ປື້​ມຈົດຂອງ​ນັກຮຽນ​ທັງ​ໝົດ,ພວກ​ເຂົາ​ເຈົ້າລ້ວນ​ແຕ່​​ໄດ້​ຈົດໄວ້​ຢ່າງ​ຕັ້ງອົກຕັ້ງ​ໃຈທີ່​ສຸດ.ພວກ​ເຂົາ​ເຈົ້າສ່ວນ​ຫຼາຍມີ​ຄວາມ​ຊິນ​ເຄີຍ​ຕ່າງ​ກັນ​ກັບ​ຄົນ​ຈີນ,ມັກ​ໃຊ້​ມື​ຊ້າຍ​ຂຽນ​ໜັງສື,​ແລະ​ມີ​ບາງ​ຄົນ​ຍັງ​ຂຽນ​ຕົວ​ໜັງສື​ຈີນບໍ່​ເປັນຈຶ່ງຈຳ​ເປັນ​ຕ້ອງ​ຈົດ​ເນື້ອ​ໃນ​ທີ່​ຂ້ອຍ​ສອນ​ນັ້ນ​ຂຽນ​​ເປັນ​ຂີດ​ໜຶ່ງໆ​ຄື​ກັນ​ກັບ​ການ​ຄວັດຕົວ​ໜັງສື​ຢູ່​ເທິງ​ຫີນ.​ພາຍ​ຫຼັງ​ຊົ່ວ​ໂມງ​ສອນ​ເທື່ອ​ທຳ​ອິດ​ແລ້ວ,​ຂ້ອຍ​ປະ​ກົດ​ເຫັນ​ວ່າ,​ນັກ​ຮຽນ​20​ກວ່າ​ຄົນ​ຜູ້​ໃດ​ກໍ​ຕັ້ງອົ​ກ​ຕັ້ງ​ໃຈ​ທີ່​ສຸດ,ນີ້​ໄດ້​ເຮັດໃຫ້​ຂ້ອຍ​ກະ​ຕຸ້ນ​ໃຈ​ທີ່​ສຸດ."

ນາງ​ຝ່າງໝີ​ນ​ໄດ້​ມາລາ​ວ​ເທື່ອ​ທີ​ສອງ​ແລ້ວ​ເຊິ່ງຕ່າງ​ກັນ​ກັບ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​10​ຄົນ​ອື່ນ.​ນາງ​ເຄີຍ​ມາ​ລາ​ວ​ເທື່ອ​ທຳ​ອິດ​ໃນ​ວັນ​ທີ1​ມັງກອນ​ປີ2004,​​ໃນນາມ​ເປັນ​ນັກ​ຂ່າວ​ທີ່​ມາ​ສຳ​ພາດ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຊຽງ​ໄຮ້​ຈີນ​ທີ່​ໄປ​ຮັບ​ໃຊ້​ຢູ່​ລາວ​ງວດ​ທີ​ສາມ."​ເມື່ອ​ຂ້ອຍ​ມາລາ​ວ​ເທື່ອ​ທຳ​ອິດ,ລາວ​ກໍ​ໄດ້​ສ້າງ​ພາບ​ພົດ​ອັນ​ເລິກ​ເຊິ່ງ​ທີ່​ສຸດ​ໄວ້​ໃຫ້​ຂ້ອຍ​ແລ້ວ,ຄວາມ​ຮູ້ສຶກທີ່​ສະ​ຫງົບ​ສຸກ​ແລະ​ງຽບ​ສະ​ຫງັດ​ໄດ້ກະທົບ​ດວງ​ໃຈ​ທີ່​ຮ້ອນ​ຮົນ​ຂອງ​ຂ້ອຍ​ໃນ​ຄາວ​ນັ້ນ​ຢ່າງ​ເລິກ​ເຊິ່ງ.ສະ​ນັ້ນ,​ເຖິງ​ວ່າ​ຂ້ອຍ​​ໄດ້​ມາ​ລາວ​ພຽງ​ອາ​ທິດ​ໜຶ່ງ,​ແຕ່​ຂ້ອຍ​ກໍ​ໄດ້​ຕົກ​ລົງ​ວ່າ,​ຂ້ອຍ​ຈະ​ຕ້ອງ​ສະ​ໝັກ​ຊື່​ເຂົ້າ​ຮ່ວມ​ຄະ​ນະ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ງວດ​ໜ້າ."

1  2