ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-13 19:51:08    
ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂອງ​ຈີນ​ຢູ່​ລາວ (3)(ສຽງ)

cri Author: zhangshuo

ປະຈຸ​ບັນ​ນີ້,ຄວາມ​ຝັນ​ໄດ້​ປະກົດ​ເປັນ​ຈີ​ງ​ແລ້ວ,ເມື່ອໄດ້ມາຮອດບ່ອນ​​ເກົ່າ​ຄືນ​​ໃໝ່,ສຳຜັດ​ກັບ​ແມ່​ນ້ຳຂອງ​ທີ່​ສວຍ​ງາມ ດອກ​ຈຳປາ​ທີ່​ຫອມຫວນ ທ້ອງຟ້າ​ກາງຄືນ​ທີ່​ມີ​ດາວ​ແວວ​ວາວ​ໄດ້​ກະ​ຕຸ້ນ​ໃຈ​ນາງ​ຝ່າງ​ໝີນ​ຢ່າງ​ເລິກ​​ເຊິ່ງກວ່າ​ເກົ່າ​.

"ຂ້ອຍ​ຄິດ​ວ່າ,ຕໍ່​ໄປ​ພາຍ​ໜ້າ,ຂ້ອຍ​ຈະບໍ່​ຮ້ອນ​ຮົນ​ຄື​ແຕ່​ກ່ອນ​ອີກ​ແລ້ວ,​ຈິດ​ໃຈ​ທີ່​ເຫັນ​ແກ່​ຜົນ​ປະ​​ໂຫຍດ​ຈະ​ຈືດ​ຈາງ​ລົງ​ຫຼາຍ,​ມຸມ​ມອງ​ໃນ​ການ​ເບິ່ງ​ບັນ​ຫາ ​ເບິ່ງ​ໂລກ​ແລະ​ເບິ່ງ​ຊີ​ວິດ​ກໍ່​ລ້ວນ​ແຕ່​ຈະ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ."

ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ​ຢ່າງ​ຈິງ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ,​ກໍ​ໄດ້​ເຮັດ​ໃຫ້​ຜູ້​ອາ​ສາ​ສະ​ໝັກ​ຮູ້ ສຶກ​ອົບ​ອຸ່ນ​ທີ່​ສຸດ,​ພວກ​ເຂົາ​ເຈົ້າ​ຍາດ​ກັນ​ເລົ່າ​ເລື່ອງ​ຕ່າງໆ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ພົບ​ໃນ​6ເດືອນ​ມາ​ນີ້​ສູ່​ນັກ​ຂ່າວ​ຟັງ.

"ມີ​ເທື່ອ​ໜຶ່ງ​ພວກ​ເຮົາ​ໄປ​ເລາະ​ຊື້​ຂອງ​ຢູ່​ລາວ​ໄອ​ເຕັກ,​​ໄດ້​ລືມ​ກະ​ເປົາ​ໃຫຍ່​ໜ່ວຍ​ໜຶ່ງ​ຢູ່​ຫັ້ນ,​ຢູ່​ໃນ​ກະ​ເປົາ​ມີ​ໂທ​ລະ​ສັບ​ມື​ຖື​ສອງ​ເຄື່ອງ,​ຍັງ​ມີ​ກ້ອງ​ຖ່າຍ​ຮູບ MP3​ແລະ​ຂອງ​ມີ​ຄ່າ​ອື່ນໆ,​​ພວກ​ເຮົາ​ກັບ​ເມືອ​ຫໍ​ພັກ​ດົນ​ເຕີບ​ແລ້ວ,​ຈຶ່ງ​ກັບ​ໄປ​ຊອກ​,​ໄດ້​ເຫັນ​ມີ​ສາວ​ນ້ອຍ​ຜູ້​ໜຶ່ງ​ໄດ້​ຊ່ອຍ​ເກັບ ກະ​ເປົາ​ໄວ້ໃຫ້​ພວກ​ເຮົາ​ແລ້ວ,​ພວມ​ລໍ​ຖ້າ​ພວກ​ເຮົາ​ກັບມາ​ເອົາ,​ເພື່ອ​ສົ່ງ​ຄືນ​ໃຫ້​ພວກ​ເຮົາ. ຄາວ​ນັ້ນ,​ພວກ​ເຮົາ​ລ້ວນ​ແຕ່​ຮູ້​ສຶກ​ວ່າ,ທຳ​ນອງ​ຄອງ​ທຳ​ຂອງ​ຊາວ​ລາວ​ຈັ່ງ​ແມ່ນ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ທີ່​ສຸດ."

"ປະຊາຊົນ​ລາວ​ໃຈດີ​ທີ່​ສຸດ,ຖ້າວ່າ​ເຈົ້າ​ສາມາດ​ເວົ້າ​ພາສາ​ລາວ​ຈັກ​ຄຳ​ສອງ​ຄຳ​ນຳ​ພວກ​ເຂົາ​ເຈົ້າ,ພວກ​ເຂົາ​ເຈົ້າ​ຈະ​ດີ​ໃຈ​ທີ່​ສຸດ,ຍິນ​ດີ​ເປັນ​ໝູ່​ນຳ​ເຈົ້າ,​ສະ​ນັ້ນ,​ພວກ​ເຮົາ​ໄດ້​ຮູ້​ຈັກ​ໝູ່​ຫຼາຍ​ຄົນ​ຢູ່​ແຫ່ງ​ນີ້,​ມີ​ນັກ​ທຸ​ລະ​ກິດ ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,ຍັງ​ມີ​ສາ​ມັນ​ຊົນ​ແລະ​ນັກ​ຮຽນ​ເປັນ​ຕົ້ນ, ຫຼາຍ​ສົມ​ຄວນ.​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ,​ເທື່ອ​ໜ້າ​,ພວກ​ເຈົ້າ​ມາ​ລາວ​ອີກ,ບໍ່​ຕ້ອງ​ເສຍ​ເງິນ​ໄປ ພັກ​ຢູ່​ໂຮງ​ແຮມ,​ມາ​ຢູ່​ບ້ານ​ພວກ​ເຮົາ​ຄົນ​ລະ​ມື້,ກໍ​ຢູ່​ໄດ້​ເດືອນ​ໜຶ່ງ​ແລ້ວ."

ຄວາມເວົ້າ​ຂອງ​ນາງ​ຝ່າ​ງໝີ​ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ຊາວ​ໜຸ່ມ​ຈີນ​ເຫຼົ່າ​ນີ້,​ນ​າງ​ເວົ້າ​ວ່າ:​"ຂ້ອຍ​ຄິດ​ວ່າ,ຂ້ອຍ​​ຈະ​ມາເມືອງລາ​ວອີກ,​ເທື່ອ​ໜ້າ​ອາດ​ຈະ​ເປັນ​ນັກ​ທ່ອງ​ທ່ຽວ,ອາດ​ຈະ​ແມ່ນ​ພາຍ​ຫຼັງ​ຂ້ອຍ​ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ,​ລວມ​ຄວາມ​ແລ້ວ,​ຂ້ອຍ ຈະ​ມາ​ເມືອງ​ລາ​ວອີກ."

​​ເມື່ອ​ໄດ້​ຍິນ​ສະມາຊິກ​ຄະນະ​ອາສາ​ສະໝັກ​ເລົ່າ​ຄວາມ​ຮັກ​ແພງ​ຂອງ​ຕົນ​ທີ່​ມີ​ຕໍ່​ເມືອງລາວ, ທ່ານ​ຊ່ຽວຊີ່​ງ ຫົວໜ້າ​ຄະນະ​ໄດ້​ບອກ​ນັກ​ຂ່າວ​ຢ່າງ​ຕື້ນຕັນ​ໃຈ​ວ່າ:"​​ໃນ​ເວລາ​ທ່ານ​ມາ​ຊຸ່ນ​ເລີຍ ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ຊຽງ​ໄຮ້​ມາຢາມ​ພວກ​ເຮົາ​ຢູ່​ລາວ,​ໄດ້​ເວົ້າ​ຄຳ​ເວົ້າ​ຄຳ​ໜຶ່ງ,​ພວກ​ເຮົາ​ລ້ວນ​ແຕ່​ຈື່​ໄດ້​ຢ່າງ​ເລິກ​ເຊິ່ງ,ທ່ານ​ເວົ້າ​ວ່າ:ພວກ​ເຮົາ​ໃຊ້​ເວລາ​ເຄິ່ງປີ​ໄດ້​ເຮັດ​ເລື່ອງ​ທີ່​ສາມາດ​ກະ​ທົບ​ກະ​ເທືອນເຖິງຕະຫຼອດ​ຊີວິດ​ຂອງ​ສະມາຊິກໝົດ​ທຸກ​ຄົນ.ຂ້າພະ​ເຈົ້າ​ຄິດ​ວ່າ,​ເມື່ອ​ໄດ້​ມີ​ປະສົບ​ການ​ແນວ​ນີ້,ພວກ​ເຮົາ​ໝົດ​ທຸກ​ຄົນ​ກໍ​ຈະ​ໃຊ້​ທ່າ​ທີ​ທີ່​ໃຈກວ້າງ​ກວ່າ​ເກົ່າ​ມາ​ປະ​ເຊີນ​ໜ້າກັບຊີວິດໃນ​ພາຍ​ໜ້າ,ຈະ​ໃຊ້​ທ່າ​ທີ​ສູ້ຊົນທີ່​ຕັ້ງໜ້າ​ກວ່າ​​ເກົ່າ​ຕໍ່​ພາລະກິດ​ແລະ​ໜ້າ​ທີ່​ຮັບຜິດຊອບ​ທຸກ​ປະການ."

​​​ໃນຕະຫຼອດ​ຊີວິດ​ຂອງ​ຄົນຜູ້​ໜຶ່ງ,ເວລາເຄິ່ງ​ປີພຽງ​ແຕ່ແມ່ນ​ເວລາອັນ​ສັ້ນໆເທົ່ານັ້ນ,​ແຕ່​ວ່າ,​ເຄິ່ງ​ປີ​ທີ່​ສະໝັກ​ຮັບ​ໃຊ້​ຢູ່​ເມືອງ​ລາວ,ພັດ​ໄດ້​ຈົ່ງຊັບ​ສິນ​ທີ່​ໃຊ້​ບໍ່​ໝົດໄວ້​ໃຫ້​ແກ່​ຊີວິດ​ຂອງ​ຊາວ​ໜຸ່ມ​11​ຄົນ​ເຫຼົ່ານີ້.
1  2