ຄວາມຮັກແພງອັນບໍ່ສຸດສ້ຽງ
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ,ສະບາຍດີທ່ານຜູ້ຟັງທີ່ໂຄລົບ,ລາຍການເພື່ອນມິດຜູ້ຟັງກັບມາພົບກັບທ່ານອີກໃນວັນສຸກຕາມເຄີຍ.ມາຮອດມື້ນີ້,ລາຍການສຳພາດຄະນະຊາວໜຸ່ມອາສາສະໝັກຊຽງໄຮ້ຈີນທີ່ຮັບໃຊ້ຢູ່ລາວງວດທີສີ່ທີ່ໄດ້ອອກອາກາດສາມພາກແລ້ວ ນັ້ນກໍມໍ່ຈະສິ້ນສຸດລົງແລ້ວ.ມື້ນີ້ທ່ານຈະໄດ້ຟັງພາກສຸດທ້າຍຂອງລາຍການນີ້ທີ່ພາດຫົວເລື່ອງວ່າ:ຄວາມຮັກແພງທີ່ບໍ່ສຸດສ້ຽງ.
ເພື່ອນມິດຜູ້ຟັງ,ຈີນມີສຸພາສິດຄຳໜຶ່ງວ່າ:ປູກແນວໝາກໄດ້ໝາກ,ປູກແນວຖົ່ວໄດ້ຖົ່ວ.ຊາວໜຸ່ມອາສາສະໝັກຈີນ11ຄົນໄດ້ຫວ່ານແນວປູກຢູ່ລາວດ້ວຍຄວາມຈິງໃຈ ໄວຄະນອງທີ່ສວຍງາມແລະການປະກອບສ່ວນທີ່ບໍ່ເຫັນແກ່ຕົວ,ສິ່ງທີ່ພວກເຂົາເຈົ້າຈະເກັບກ່ຽວຍ່ອມຈະແມ່ນຄວາມຮັກແພງ,ສິ່ງທີ່ແຕກດອກອອກຜົນຍ່ອມຈະແມ່ນດອກມິດຕະພາບຈີນລາວທີ່ບໍລິສຸດຜຸດຜ່ອງ.
"ຂອບໃຈນຳໝົດທຸກຢ່າງທີ່ອາຈານໄດ້ສອນໃຫ້ນ້ອງ,ນ້ອງຮູ້ສຶກວ່າເຈົ້າເປັນອາຈານທີ່ດີ. ພາຍຫຼັງອາຈານກັບເມືອຈີນແລ້ວ,ຂໍໃຫ້ອາຈານຈົ່ງສ້າງຜົນງານຫຼາຍກວ່າເກົ່າ,ຂໍໃຫ້ອາຈານຈົ່ງມີຄວາມສຸກ.ນ້ອງຈະບໍລືມອາຈານດອກ,ຂໍໃຫ້ອາຈານມາເມືອງລາວອີກ."
ທີ່ທ່ານໄດ້ຟັງມານັ້ນແມ່ນຄຳເວົ້າທີ່ນັກຮຽນຂອງທ່ານຈ່າງຢູໄດ້ຝາກນຳເພິ່ນໃນຊົ່ວໂມງສອນເທື່ອສຸດທ້າຍ.ຄືກັນກັບທ່ານຈ່າງຢູ,ຄວາມຮັກແພງອັນຈິງໃຈກັບນັກຮຽນທີ່ສ້າງຂຶ້ນໃນຫົກເດືອນມານີ້,ກໍແມ່ນສິ່ງທີ່ຕັດຍາກເມື່ອນາງຝ່າງໝີນແລະນາງຊຸ່ນລີ້ທີ່ເປັນອາຈານຄືກັນຈະພັດພາກຈາກລາວ.
ນາງຝ່າງໝີນໄດ້ເປີດເຄື່ອງເດີນທາງຂອງຕົນໃຫ້ນັກຂ່າວເບິ່ງທັງເວົ້າວ່າ: (ປ່ອຍອັດສຽງ) "ມື້ວານນີ້ນັກຮຽນຂອງຂ້ອຍຍັງມາຢາມຂ້ອຍເປັນພິເສດ,ແຕ່ເດີມຂ້ອຍຄິດວ່າຈະມາພຽງຄົນໜຶ່ງສອງຄົນທໍ່ນັ້ນ,ແຕ່ພັດມາສິບປາຍຄົນໃນທີ່ສຸດ.ພວກເຂົາເຈົ້າລ້ວນແຕ່ໄດ້ກຽມຂອງຂວັນໃຫ້ຂ້ອຍ.ມີນັກຮຽນຜູ້ໜຶ່ງໄດ້ມອບຂອບຮູບອັນໜຶ່ງໃຫ້ຂ້ອຍ.ແນ່ນອນແລ້ວ,ມັນແມ່ນຂອບຮູບທີ່ທຳມະດາທີ່ສຸດ,ແຕ່ລາວບອກຂ້ອຍວ່າ,ອາຈານຮູ້ບໍ່,ຂອບຮູບນີ້ແມ່ນນ້ອງເຮັດເອງ. ເຖິງວ່າເຄື່ອງເດີນທາງຂອງຂ້ອຍຫຼາຍໂພດ,ແຕ່ຂ້ອຍຍັງໃສ່ຂອງຂວັນເຫຼົ່ານີ້ເຂົ້າໄປໃຫ້ໝົດແລະຫໍ່ຢ່າງລະອຽດ,ເພື່ອເອົາຄືນເມືອຊຽງໄຮ້,ຂ້ອຍຮູ້ສຶກກະຕຸ້ນໃຈທີ່ສຸດ."
ນາງຊຸ່ນລີ້ບອກນັກຂ່າວຢ່າງຕື້ນຕັນໃຈວ່າ: "ຂ້ອຍກັບນັກຮຽນຂອງຂ້ອຍຮັກແພງກັນຫຼາຍ.ໃນຍາມວັນເກີດຂອງຂ້ອຍ,ມີນັກຮຽກສອງສາມຄົນໄດ້ອອກຈາກຫ້ອງຮຽນຢ່າງລັບໆ,ໃນເວລາເລີກຮຽນແລ້ວ,ພວກເຂົາເຈົ້າທັງຮ້ອງເພງອວຍພອນວັນເກີດທັງເອົາຂອງຂັວນແລະເຄັກທີ່ປັກທຽນໃສ່ ຍ່າງເຂົ້າຫ້ອງຮຽນ,ຂ້ອຍກະຕຸ້ນໃຈທີ່ສຸດ.ໃນເວລານັ້ນ,ພວກເຂົາເຈົ້າໃຫ້ຂ້ອຍອະທິຖານ,ຂ້ອຍຈຶ່ງອະທິຖານວ່າ:ຂໍ ໃຫ້ນັກຮຽນລາວທີ່ໜ້າຮັກຂອງຂ້ອຍເຫຼົ່ານີ້ຈົ່ງມີຄວາມສຸກຕະຫຼອດຊີວິດ,ແລະກໍຂໍໃຫ້ມິດ ຕະພາບຈີນລາວໝັ້ນຄົງຂະໜົງແກ່ນຈົນເທົ່າໃດໆ."
1 2
|