ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-26 16:11:08    
​ງານ​ລາ​ຕີ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຂະ​ໜາດ​ໃຫຍ່ "​ເພື່ອ​ຄວາມ​​ເປັນ​ທຳ​ແລະ​ສັນ​ຕິ​ພາບ"​(ສຽງ)

cri Author: zhangshuo

ທີ່​ນີ້​ວິທະຍຸ​ສາກົນ​ແຫ່​ງປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​,ຂ້າພະ​ເຈົ້າ​ແມ່ນສົມບູນ.ວັນ​ທີ2​ກັນຍາ​,ປັກກິ່ງ​ໄດ້​ຈັດ​ງານ​ລາຕີ​ສິລະ​ປະວັນນະຄະດີຂະໜາດ​ໃຫຍ່​ທີ່​ພາດ​ຫົວ​ເລື່ອງ​ວ່າ"​ເພື່ອ​ຄວາມ​​ເປັນ​ທຳ​​ແລະ​ສັນຕິ​ພາບ", ​ເພື່ອ​ລະ​ລຶກສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ60​ປີ.​ໃນ​ລາ​ຍການ​ພາກ​ນີ້,ພວກ​ເຮົາ​ໄດ້​ຈັດ​ເອົາ​ອັດ​ສຽງ​ທ່ານ​ຮັບ​ຟັງລາຍການ​ສ່ວນ​ໜຶ່ງຂອງ​ງານ​ລາຕີ​​ເທື່ອ​ນີ້ມາສູ່​ທ່ານ​ຟັງ.
(ປ່ອຍ​ອັດ​ສຽງ)

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​​ເພງ​ເປີດ​ສາກ​ງານ​ລາຕີ​ເທື່ອ​ນີ້, ຊື່ວ່າ"ຢູ່​ເທິງ​ແມ່ນ້ຳຊົ່ງຮ່ວາ" ຂັບ​ຮ້ອງ​ໂດຍນາງ​ວາງ​ຊີ້ວ​ເຟິນ​ແລະ​ທ່ານ​ໄຕ້​ຢູ້ຊຽງ,​ ແຕ່ງ​ເນື້ອຮ້ອງ​ທຳນອງ​ເພງ​ໂດຍ​ທ່ານ​ຈ່າງ​ຮານ​ຮຸ່ຍ.​ແມ່ນ້ຳຊົ່ງ​ຮ່ວາ​ແມ່ນ​ແມ່ນ້ຳສາຍ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ຈີນ.ປີ1931,ຍີ່ປຸ່ນ​ໄດ້​ກໍ່​ເຫດການ "18​ກັນຍາ"ເຂົ້າຮຸກ​ຮານ​ຈີນ,ຍຶດຄອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.ປະຊາຊົນ​ຈີນຈຳນວນ​ຫຼວງຫຼາຍໜີ​ຈາກ​ບ້ານ​ເກີດ​ຢູ່ ຕາ​ເວັນ​ອອກສຽງ​ເໜືອ,ພັດ​ເຊ​ພະ​ເນ​ຈອນ​​ໄປ​ທຸກ​ແຫ່ງ​ຫົນ.ທ່ານ​ຈ່າງ​ຮານ​ຮຸ່ຍ​ໄດ້​ເຫັນ​ຊີວິດ​ອັນ​ທຸກ​ຍາກ​ລຳບາກ​ຂອງ​ພວກ​ເຂົາ​ເຈົ້າ,​ແລ້ວໄດ້​​ແຕ່ງ​ເພງ " ຢູ່​ເທິງ​ແມ່ນ້ຳຊົ່ງ​ຮ່ວາ". ​ທຳ​ນອງ​ທີ່​ເສົ້າ​ໂສກຂອງ​ເພງ​ນີ້​ໄດ້​​ສະ​ເທືອ​ນຈິດ​ໃຈ​ຂອງປະຊາຊົນ​ຈີນ​ນັບ​ບໍ່​ຖ້ວນ​ກະ​ຕຸ້ນ​ໃຈ,​ແລະ​ໄດ້ກະຕຸກນ້ຳ​ໃຈຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ລຸກຂຶ້ນຕໍ່ຕ້ານ​ຍີ່​ປຸ່ນ.(ປ່ອຍ​ອັດ​ສຽງ)

ງານ​ລາຕີ​ເທື່ອ​ນີ້​ມີ​ຂະໜາດໃຫຍ່ຫຼາຍ,ມີນັກສະ​ແດງ1500​ກວ່າ​ຄົນ​ທີ່​ມາ​ຈາກ50ກວ່າຄະ ນະ​ສິລະ​ປາ​ກອນ​ເຂົ້າຮ່ວມ​ການສະ​ແດງ.ທ່ານ​ຈ່າງ​ຈີ້​ກ່າງ ຜູ້​ກຳ​ກັບການສະ​ແດງ​ຂອງ​ງານ​ລາຕີ​ເທື່ອ​ນີ້​ແມ່ນ​​ສິລະ​ປິນທີ່​ມີ​ຊື່​ສຽງ​ຂອງ​ຈີນ,​ເຄີຍ​​ກຳ​ກັບ​ການສະ​ແດງ​ຂອງ​ງານ​ລາຕີ​ສິລະ​ປະວັນນະຄະດີ​ຂະໜາດ​ໃຫຍ່​ເຖິງ60​ກວ່າ​ເທື່ອ.ທ່ານ​ເວົ້າວ່າ,ງານ​ລາຕີ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ລັດຖະບານ​ຈີນ,ລັດຖະບານ​ໄດ້​ຈັດ​ວາງ​ຜູ້​​ແຕ່ງ​ລາຍ​ການ​ສິ​ລະ​ປະ​ຜູ້ດີ​ເລີດ​ກວ່າ​ໝູ່,​ໃຊ້​ເວລາ​ເຄິ່ງປີ​ປາຍຈັດ​ວາງ​ຢ່າງ​ລະ​ອຽດ​ແນບ​ນຽນ ຈັດ​ຕັ້ງ​ການ​​ເຟິກຊ້ອມ​ແລະ​ສະ​ແດງ.

ທ່ານ​ຈ່າງ​ຈີ້​ກ່າງ​ເວົ້າວ່າ,​ເພື່ອຈັດ​ແຕ່ງລາຍການ​ທີ່​ດີ​ເດັ່ນ,ຜູ້​​ແຕ່ງ​ເລື່ອງ​ໄດ້​​ໄປທັດສະນະ​ສຶກ ສາ​ຫໍ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຢູ່ທີ່​ຂົວ​ລູ​ໂກ່​ປັກ​ກິ່ງ​ແລະ​ຫໍ​ລະ​ລຶກ​ເຫດການ​ສັງຫານ​​ໂຫດ​ຢ່າງ​ຂະໜາດໃຫຍ່​ຢູ່ນານ​ກິ່ງ,ກວດ​ເບິ່ງ​ຂໍ້​ມູນ​​ເອກະສານ ພາບ​ແລະ​ສຽງຈຳນວນ​ຫຼວງ ຫຼາຍ,ພຽງ​ແຕ່​ບົດທີ່​ແຕ່ງ​​ໄລຍະ​ຕົ້ນກໍ​​ໄດ້​ໃຊ້​ເວລາ​ສາມ​ເດືອນ,​ດັດ​ແກ້​ຕັ້ງສິບ​ກວ່າ​ເທື່ອ.

ງານ​ລາຕີ​ເທື່ອ​ນີ້​ໄດ້​​ໂຮມເອົາຮູບ​ການສິລະ​ປະຫຼາຍຊະນິດເຂົ້າກັນ ​ເຊັ່ນ ດົນຕີ ຟ້ອນ ງິ້ວ​ແລະ​ລະຄອນທ້ອງ​ຖິ່ນ ອ່ານກາບກອນ ແຕ້ມ​ຮູບ ຮູບຄວັດຮູບ​ເງົາ​ໂທລະພາບ​ແລະ​ອື່ນໆ,​ເອົາເນື້ອ​ເພງ​​ເພງຊາດ​ຈີນ ຄື "ເພງ​ເດີນ​ກອງທັບ​ກ້າຫານ" ສອດ​ຮ້ອຍ​ຕະຫຼອດ7ພາກ​ສ່ວນ,​ລວມທັງ​ສາກ​ເລີ່ມ​ຕົ້ນກັບ​ສາກ​ສຸດ​ທ້າຍ,ພາກສ່ວນດົນຕີ5​ພາກນອກຈາກ​ນີ້,ກໍ​ຄື,ພາກ "ລຸກ​ເຖີດ, ຜູ້​ທີ່​ບໍ່​ຍອມ​ເປັນ​ຂ້າທາດ" ພາກ"ກໍ່​ກຳ​ແພງຍາວ​ໃໝ່​ຂອງ​ພວກ​ເຮົາ" ພາກ"ມວນ​ມະຫາຊົນພວກ​ເຮົາ​​ເປັນຈິດ​ໜຶ່ງ​ໃຈ​ດຽວ​ກັນ" ພາກ"​ທຸກໆຄົນຖືກ​ບັງຄັບ​ແຜ​ສຽງ​ຮ້ອງ​ສຸດ​ທ້າຍ"​ແລະພາກ"​ສ່ຽງ​​ຮ່າ​ລູກປືນ​​ໃຫຍ່ຂອງ​ສັດຕູ,ກ້າວ​ເດີນ".

ງານ​ລາ​ຕີ​​ໄດ້​ສະ​ແດງ​ເພງ​ປະຫວັດ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນທີ່​ຊາວ​ຈີນ​ຮູ້ກັນ​ທຸກ​ຄົນ, ​ເພງ​ເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວິລະ​ກຳ​ຂອງ​ປະ​ຊາ​ຊົນ​ຈີ​ນທີ່​ບໍ່​ອ່ອນຍອມ​ບໍ່​ທໍ່​ຖອຍ, ຕໍ່ຕ້ານ​ຜູ່​ຮຸກ​ຮານ, ສັນລະ​ເສີນ​ນ້ຳ​ໃຈ​​ຍິ່ງ​ໃຫຍ່ຂອງ​ປະຊາ​ຊາ​ດຈີນ​ທີ່​ບຸກບືນ,ຕື່ນ​ຕົວ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ.

1  2