ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-26 16:11:08    
​ງານ​ລາ​ຕີ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຂະ​ໜາດ​ໃຫຍ່ "​ເພື່ອ​ຄວາມ​​ເປັນ​ທຳ​ແລະ​ສັນ​ຕິ​ພາບ"​(ສຽງ)

cri Author: zhangshuo

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​​ແມ່ນ​ເພງ "ສັນ​ລະ​ເສີນ​ເມືອງ​ອຽນ​ອານ",ຂັບ​ຮ້ອງ​ໂດຍ​ທ່ານອຽນ​ເວີຍ​ເວີນ​ແລະ​ນາງອິນຊິ້ວ​ເມີຍ. ໃນຕະຫຼອດໄລຍະສົງຄາມຕໍ່ຕ້ານຍີ່ປຸ່ນ, ເມືອງອຽນອານທີ່ຕັ້ງ​ກອງບັນຊາການໃຫຍ່ຂອງ​ພັກ​ກອງ​ມູນິດ​ຈີນ​ໄດ້​ກາຍ​ເປັນ​ສູນ​ຊີ້​ນຳທາງ​ການ​ເມືອງ​ຂອງ​ສົງຄາມປະຊາຊົນ​ຈີນຕໍ່ຕ້ານ​ຍີ່ປຸ່ນ, ຊາວ​ໜຸ່ມ​ປະຕິວັດ​ນັບເປັນທີ່​ພັນ​ເປັນ​ໝື່ນ​ເຕັມ​ໄປດ້ວຍ​ຄວາມ​ດູດ​ດື່ມ​ໃນ​ການ​ຕໍ່ສູ້​ກູ້​ຊາດຕ້ານ​ຍີ່ປຸ່ນ​, ​ໄດ້ຈາກ​ແຫ່ງ​ຕ່າງໆ​​ໄປ​ຫາເມືອງອຽນອານ, ​ເພງ​ນີ້​ໄດ້​ລະ​ບາຍຈິດ​ໃຈອາລົມ​ຂອງ​ປະ​ຊາ​ຊົນທີ່ສັນລະ​ເສີນ​ເມືອງອຽນອານຖິ່ນ​ຖານ​ສັກ​ກາ​ລະ​ບູຊາ​ແຫ່ງ​ການປະຕິວັດ.

ໃນ​ສົງ​ຄາມ​ຕໍ່ຕ້ານ​ຍີ່ປຸ່ນ, ກອງທັບ​ປະຊາຊົນທີ່​ນຳ​ໂດ​ຍພັກ​ກອມ​ມູນິດ​ຈີນ​ໄດ້​ໂຈມ​ຕີ​ຍີ່ປຸ່ນ​ຜູ້​ຮຸກ​ຮານຢ່າງຮຸນ​ແຮງ​ ​ຢູ່​ແນວ​ຫຼັງ​ຂອງ​ສັດຕູ, ກາຍ​ເປັນ​ກຳ​ລັງ​ສຳຄັນ​ແງ່ໜຶ່ງ​ໃນ​ສະໜາມ​ລົບຕໍ່​ຕ້ານ​ຍີ່ປຸ່ນ.ໃນພາກທີ3ຂອງງານລາຕີທີ່​ພາດ​ຫົວເລື່ອງວ່າ, ພວກເຮົາ​ເປັນ​ຈິດ​ໜຶ່ງ​ໃຈດ​ດຽວ​ກັນ, ແມ່ນເພງປະມວນໜຶ່ງທີ່​ຊື່ວ່າ, ຖັນແຖວຂອງພວກເຮົາກ້າວ​ໄປສູ່ດວງ​ຕາ​ເວັນ, ໄດ້ສະແດງ​ທ່າ​ທາງອັນ​ອົງ​ອາດຂອງ​ກອງ​ປະກອບ​ອາວຸດ​ປະຊາຊົນ.

​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ, ​ພາຍໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ,ປະຊາ​ຊົນ​ຈີນ​ປະ​ກອບ​ເປັນ​ການຈັດ​ຕັ້ງ​ຕ່າງໆ, ສະໜັບສະ​ໜູນ​ແນວ​ໜ້າ​ດ້ວຍ​ຮູບ​ການ​ຕ່າງໆ,​ໂຈມ​ຕີ​ຍີ່ປຸ່ນຜູ້​ຮຸກ​ຮານ, ​ເຮັດ​ໃຫ້​ສັດຕູ​ຕົກຢູ່​ໃນ​ມະຫາ​ສະໝຸດ​ແຫ່ງ​ສົງຄາມ​ປະຊາຊົນ. ​ໃນ​ງານ​ລາຕີ, ປະມວນ​ເພງ ປຸກ​ລະດົມ​ມະຫາ​ຊົນ​ເປັນ​ລ້ານ​ເປັນ​ໂກດ,​ ​ໄດ້​ວາດ​ພາບ​ອັນ​ຍິ່ງ​ໃຫຍ່ສະຫງ່າ​ທີ່​ປະຊາຊົນຈີນ​ທັງ​ປວງ​​ເຂົ້າ​ຮ່ວມສົງ​ຄານຕໍ່​ຕ້ານ​.

​ງານ​ລາຕີ​ຍັງ​​ໄດ້​ສະ​ແດງ​ເພງ​ນາງເມີຍນຽງ, ວາດ​ພາບ​ອັນ​ກະ​ຕຸ້ນ​​ໃຈຊາວ​ທີ່​ຄົນ​ຈີນ​ພົ້ນ​ທະ​ເລເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານຍີ່ປຸ່ນ. ການ​ອ່ານ​ກອນ ຈົດໝາຍບ້ານ​ຂອງ​ນາຍ​ພົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໃຈ​ຕໍ່​ໄຊຊະນະ​ແລະ​ຈິດ​ໃຈ​ໂຣມັງ​ຕິກ​ປະຕິວັດ​ຂອງ​ທະຫານ​ຈີນ.​ເພງ​ສົງຄາມ​ສັກສິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສູ້​ລົບຂອງ​ທະຫານປະ​ເທດພັນ​ທະ​ມິດຢູ່​ສະໜາມ​ລົບ​ເອີ​ລົບ, ​ເພງ​ໄຊຊະນະ​ເຊີດ​ຊູ​ກຳລັງ​ໃຈ​ສະ​ແດງ​ໃຫ້​​ເຫັນ​ຈິດ​ໃຈອັນ​ມ່ວນ​ຊື່ນ​ຂອງ​ປະຊາຊົນ​ຈີນ​ໃນ​​ເວລາ​ສະ​ເຫຼີ​ມສະຫຼ​ອງ​ໄຊຊະນະ.

​ມ້ວນ​ທ້າຍ​ລາຍການ​ງານ​ລາ​ຕີແມ່ນ​ເພງ​ພວກ​ເຮົາ​ຮັກ​ຫອນ​ສັນຕິ​ພາບຄື​ເພງ​ສຸດ​ທ້າຍ.ຢູ່​ເທິງ​ເວທີ, ມີ​ເດັກນ້ອຍປະ​ມານ300ຄົນຖື​ຊໍ່​ດອກ​ໄມ້, ຮ້ອງ​​ເພງ​ນຳ​ກັນກັບນັກ​ຮ້ອງ4ຄົນ​ທີ່​ມີຊື່​ສຽງ​ຂອງ​ຈີນ,ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ​ຈີນ​ຜັກໃຝ່​ແລະ​ທະນຸ​ຖະໜອມ​ສັນ​ຕິ​ພາບ.

ທ່ານ​ຜູ້​ຟັງ,ທີ່​ຟັງ​ມາ​ນັ້ນ​ແມ່ນອັດສ​ຽງສ່ວນ​ໜຶ່ງ​ຂອງງານ​ລາຕີສິລະ​ປະ​ວັນນະຄະດີ​ຂະໜາດ​ໃຫຍ່ ​ເພື່ອ​ຄວາມ​ເປັນ​ທຳ​ແລະ​ສັນຕິພາບ. ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ຂອບ​ໃຈ​ທ່ານ​​ໄດ້​ຮັບ​ຟັງ, ສະບາຍ​ດີ​!
1  2