ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 22:25:49    
ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ(ສຽງ)

cri

ຕອນ​ຄ່ຳ​ວັນ​ທີ 19 ກັນຍາ ລັດຖະບານ​ອິນ​ໂດ​ເນ​ເຊຍ​ປະກາດ​ວ່າ,ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ໄດ້​ເຮັດ​ໃຫ້​ທົ່ວ​ປະ​ເທດ​ຕົກ​ຢູ່​​ໃນສະພາບສຸກ​ເສີນ​.ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊູຊີ​ໂລ,​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກະ​ຊວງ​ກະ​ສິ​ກຳ​ອິນ​ໂດ​ເນ​ເຊຍ​​ໄດ້​ປະ​ກາດ​ຄຳ​ເຕືອນ​ສະກັດ​ກັ້ນ​ພະຍາດ​ໄຂ້ຫວັດສັດ​ປີກ​ແຜ່​ລະ​ບາດ​ຢູ່​ທົ່ວ​ປະ​ເທດ,​ແລະ​​ໄດ້​ປະ​ກາດ​ໃຊ້​ມາດ​ຕະການ​ສຸກ​ເສີນຫຼາຍ​ສະບັບ.

ພາຍຫຼັງປະກາດອິນ​ໂດ​ເນ​ເຊຍ​ຢູ່​ໃນ​ສະພາບ​ສຸກ​ເສີນ​ຍ້ອນ​ພະຍາດ​​ໄຂ້​ຫວັດ​ສັດ​ປີກ​ແລ້ວ, ກະ​ຊວງ​ສາທາລະນະ​ສຸກ​ອິນ​ໂດ​ເນ​ເຊຍຮຽກຮ້ອງ​ຜູ້​ລ້ຽງສັດ​​ໃນ​ທົ່ວ​ປະ​ເທດ​ຄວນ​ເຮັດ​ຕາມ​ເງື່ອນ​ໄຂ​ສາທາລະນະ​ສຸກ,ສັກ​ວັກ​ແຊງ​ໃຫ້​ສັດປີກລ້ຽງ,ຂ້າ​ສັດປີກລ້ຽງ​ທີ່​ຕິດ​ພະ​ຍາດ.​ພ້ອມ​ກັນ​ນັ້ນ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍັງ​ຕົກລົງ​ເອົາໂຮງໝໍ 44 ​ແຫ່ງ​ເປັນ​ໂຮງ​ໝໍ​ຮັບ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ, ມີ 8 ​ແຫ່ງ​ເປັນ​ອົງການ​ຊຳລະ​​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໂດຍ​ສະ​ເພາະ.ລັດ​ຖະ​ບານ​ຍັງ​ກັກ​ກັນ​ເຂດ​ຕິດ​ພະ​ຍາດ​ໄຂ້ຫວັດ​ສັດ​ປີກ,ຕິດຕາມ​ກວດກາ​ເຂດ​ທີ່​​ຕິດພະຍາດງ່າຍ,ຮຽກຮ້ອງ​ປວງ​ຊົນ​​​ເອົາ​ໃຈໃສ່​ນຳ​ອະນາ​ໄມ,ລ້າງ​ສະຖານ​ທີ່​ລ້ຽງສັດປີກ​ເລື້ອຍໆ,ອົງການ​ປົກຄອງ​ທ້ອງ​ຖິ່ນຕ່າງໆຕ້ອງ​ອອກ​ແຮງ​ສຸດ​ຂີດ ​ປ້ອງ​ກັນ​ແລະ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢ່າງ​ຕໍ່​ເນື່ອງ.

ເມື່ອ​ທ້າຍ​ປີ 2003,​ໃນ 33 ​ແຂວງ​ຂອງ​ອິນ​ໂດ​ເນ​ເຊຍ ມີ 21 ​ແຂວງ​ໄດ້​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເປັນ​ລຳດັບ,ສັດປີກ​ລ້ຽງ​ຫຼາຍ​ລ້ານ​ໂຕ​ຖືກ​ຖິ້ມ.​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້,ຢູ່​ເຂດ​ເມນ​ເຕັງ​ພາກ​ໃຕ້​ນະ​ຄອນ​ຫຼວງ​ຢາ​ກາກ​ຕາ​ໄດ້​ມີ​ພໍ່​ກັບ​ລູກ​ສາວ​ລວມ 3 ຄົນ​ໄດ້​ຕິດພະຍາດ​ໄຂ້ຫວັດ​ສັດ​ປີກ,​ແລະ​ຕາຍ​ເປັນ​ລຳດັບ.​ໃນຕົ້ນ​ເດືອນ​ກັນຍາ,ຢູ່ຢາ​ກາກ​ຕາ​ໄດ້​ມີ​ແມ່ຍິງ​ອາຍຸ 37 ປີ​ຜູ້​ໜຶ່ງ​ຕາຍ​ຍ້ອນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.ຖັດມາ ມີ​ຫຼາຍຄົນ​ເຂົ້າ​ໂຮງໝໍ​ຍ້ອນ​ມີ​ອາ​ການ​ເຈັບ​ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.ວັນ​ທີ 21 ກັນຍາ ມີ​ເດັກນ້ອຍ​ສອງ​ຄົນ​ທີ່​ຖືກ​ສົງ​ໄສ​ເປັນ​ພະ​ຍາດ​​ໄຂ້​ຫວັດ​ສັດ​ປີກ​ຕາຍ​ເປັນ​ລຳດັບ,​ແຕ່​ຈົນ​ຮອດດຽວ​ນີ້​ຍັງ​ບໍ່ຮູ້​ແຈ້ງວ່າ ສອງ​ຄົນ​ນີ້​​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​​ແທ້​ບໍ່.ນັບ​ມາຮອດ​ຕອນ​ທ່ຽງ​ວັນ​ທີ 22 ກັນຍາ,ຜູ້​ທີ່​ຖືກ​ສົງ​ໄສ​ເປັນ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ໂຮງໝໍ​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ບັນ​ລຸ 17 ຄົນ​ແລ້ວ.

1  2